ບໍຣິສັດຈີນ ສຳຣວດ ໂຄງການປູກໄມ້ ອຸດສາຫະກັມ

ໄຊຍາ
2022.08.05
ບໍຣິສັດຈີນ ສຳຣວດ ໂຄງການປູກໄມ້ ອຸດສາຫະກັມ ແຜນທີ່ ແຂວງອັດຕະປື ບ່ອນທີ່ຣັຖບານອະນຸຍາດໃຫ້ ບໍຣິສັດ HongKong Tianchi ສຳຣວດ ຄວາມເປັນໄປໄດ້ ໂຄງການ ປູກໄມ້ອຸດສາຫະກັມ ແລະໂຄງການຜລິຕກະສິກັມ ເພື່ອການທ່ອງທ່ຽວ ໃນເນື້ອທີ່ 5,100 ເຮັກຕ້າຣ໌.
ຮູບພາບ: OpenStreetMap contributors/Datawrapper

ຣັຖບານລາວ ເຊັນບົດບັນທຶກຄວາມເຂົ້າໃຈ ຫຼື MOU ອະນຸຍາດໃຫ້ ກຸ່ມບໍຣິສັດ HongKong Tianchi ຈາກຈີນ ໃນມື້ວັນທີ 27 ກໍຣະກະດາ 2022 ທີ່ຜ່ານມາ ເພື່ອສຶກສາສຳຣວດ ຄວາມເປັນໄປໄດ້ ໂຄງການປູກໄມ້ອຸດສາຫະກັມ ແລະໂຄງການຜລິຕກະສິກັມ ຕິດພັນກັບການທ່ອງທ່ຽວ ເນື້ອທີ່ 5,100 ເຮັກຕ້າຣ໌ ທີ່ເມືອງສນາມໄຊ ແຂວງອັດຕະປື ໂດຍກຸ່ມບໍຣິສັດດັ່ງກ່າວ ຄາດວ່າຈະສ້າງລາຍຮັບ ແລະຜົລປໂຍດໃຫ້ກັບທາງການລາວ ຢ່າງມະຫາສານ.

ດັ່ງຍານາງ Huang Quin ຜູ້ອຳນວຍການໃຫຍ່ ກຸ່ມບໍຣິສັດ HongKong Tianchi ປະເທດຈີນກ່າວຕໍ່ສື່ມວນຊົນ ລາວໃນວັນທີ 27 ກໍຣະກະດາ ນີ້ວ່າ:

ເຮົາຈະເຣີ່ມຕົ້ນປະມານເດືອນ 10 ນີ້ທາງປະຊາຊົນຈະສ້າງ ວຽກເຮັດງານທຳ ໃຫ້ປະຊາຊົນຂອງແຂວງອັດຕະປື ແລ້ວເຮົາກໍເປັນໂອກາດທີ່ດີ ທີ່ສ້າງລາຍຮັບໃຫ້ຣັຖບານເຮົາ ກາຄິດວ່າອີກ 2 ປີ ທາງໂຄງການນີ້ ໜ້າມີຜົລປໂຍດເລີຍ.

ສຳລັບໂຄງການປູກໄມ້ ອຸດສາຫະກັມ ແລະໂຄງການຜລິຕກະສິກັມ ຕິດພັນກັບການທ່ອງທ່ຽວ ຈະເໜັ້ນໃສ່ການປູກໝາກໄມ້ ຫຼາຍຊະນິດ ເປັນຕົ້ນໝາກຖົ່ວລຽນ, ໝາກກ້ວຍ, ໝາກສົ້ມໂອ, ໝາກມີ້ ໃນຮູບແບບ 2+3 ທີ່ຊາວບ້ານ ໃນພື້ນທີ່ຈະໄດ້ມີສ່ວນຮ່ວມ ໃນການໂຄງການນຳດ້ວຍ ແລະການປູກໄມ້ອຸດສາຫະກັມອື່ນໆ ທີ່ບໍຣິສັດຈະເຊົ່າ-ສັມປະທານ ທີ່ດິນຂອງຣັຖໂດຍກົງ.

ເຈົ້າໜ້າທີ່ ແຂວງອັດຕະປື ກ່າວວ່າ ແຂວງອັດຕະປືເປັນນຶ່ງໃນແຂວງ ທີ່ມີຄວາມອຸດົມທາງດ້ານຊັພຍາກອນທັມມະຊາຕ ໂດຍສະເພາະຢູ່ເມືອງສນາມໄຊ ຊຶ່ງມີພື້ນທີ່ດິນອັນອຸດົມສົມບູນ ມີຄວາມເໝາະສົມໃຫແກ່ໂຄງການ ລົງທຶນເພື່ອປູກໄມ້ອຸດສາຫະກັມຕ່າງໆ ເພື່ອຕອບສນອງ ທັງພາຍໃນ ແລະຕ່າງປະເທດ. ເພື່ອປະກອບການ ພັທນາເສຖກິຈ-ສັງຄົມ ສ້າງວຽກເຮັດງານທຳ ໃຫ້ປະຊາຊົນທ້ອງຖິ່ນ ສ້າງລາຍໄດ້ແກ່ຄອບຄົວ ເຮັດໃຫ້ປະຊາຊົນຫຼຸດພົ້ນ ອອກຈາກຄວາມທຸກຍາກ ເທື່ອລະກ້າວຊຶ່ງຈະມີບ້ານໜອງຫິນ, ໜອງມ່ວງ ແລະ ມັດກ້າ.

ສຳລັບເນື້ອທີ່ດິນ ທີ່ບໍຣິສັດດັ່ງກ່າວຈະສັມປະທານ ກໍຈະແຍກເປັນ 2 ສ່ວນ ຄືທີ່ດິນຂອງຣັຖ ແລະ ທີ່ດິນຂອງຊາວບ້ານ ແຕ່ສະເພາະທີ່ດິນຂອງຊາວ ບ້ານນັ້ນຈະເຮັດເປັນຮູບແບບ ການເຊົ່າ-ສັມປະທານ ກັບຊາວບ້ານແບບປີຕໍ່ປີ ແລະຈຳນວນນຶ່ງ ກໍຈະເປັນຮູບແບບໂຄງການ 2+3 ກໍຈະເຮັດໃຫ້ຊາວບ້ານໄດ້ຮັບຜົລປໂຍດ ຢ່າງເໝາະສົມ ຊຶ່ງຍັງຈະໄດ້ລົງພື້ນທີ່ ໄປໂອ້ລົມກັບຊາວບ້ານເພີ່ມຕື່ມ.

ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 05 ສິງຫານີ້ວ່າ:

ຮົງກົງ ເຂົ້າມາສຳຣວດ ຊິລົງຖົ່ວລຽນຫັ້ນແຫຼະ. ສ່ວນຫຼາຍຮູບແບບ 2+3. ກະມີເນື້ອທີ່ຂອງປະຊາຊົນ ແລ້ວມີບໍຣິສັດເຂົ້າມາເຮັດ ຜູ້ໃດທີ່ມີເນື້ອທີ່ເຂົ້າຮ່ວມ ການຜລິຕ ຂະເຈົ້າຫັ້ນນ່າ ຮູບການເຮັດກາຊິແມ່ນແນວນັ້ນ ເພາະວ່າເນື້ອທີ່ນາມັນມີໜ້ອຍ ສ່ວນຫຼາຍແມ່ນຊາວບ້ານ ເຂດນັ້ນແມ່ນເຮັດສວນ ເປັນຫຼັກແຕ່ກ່ອນ ຂະເຈົ້າກາປູກກາເຟ.

ຂະນະທີ່ຊາວບ້ານ ກ່າວວ່າ ປັດຈຸບັນຊາວບ້ານສ່ວນໃຫຍ່ ມີອາຊີພເຮັດໄຮ່, ເຮັດສວນ ເປັນຕົ້ນປູກກ້ວຍ, ປູກກາເຟ ແລະ ມັນຕົ້ນເປັນອາຊີພຫຼັກ ແລະ ມີລາຍໄດ້ແບບພໍກຸ້ມກິນ ແຕ່ກໍຍັງບໍ່ທັນຮູ້ເທື່ອວ່າ ທາງການລາວໄດ້ອະນຸຍາດ ໃຫ້ບໍຣິສັດຈີນເຂົ້າມາສຳຣວດ ເນື້ອທີ່ ແລະປູກໄມ້ອຸດສາຫະກັມ ໃນດິນຂອງຊາວບ້ານ ກໍຮູ້ສຶກກັງວົນໃຈຄືກັນ ເພາະບໍ່ຮູ້ວ່າ ໂຄງການດັ່ງກ່າວ ຈະອອກມາໃນຮູບແບບໃດ ແລະສ້າງຜົລກະທົບຕໍ່ຊາວບ້ານ ໃນພື້ນທີ່ຫຼືບໍ່.

ດັ່ງຊາວບ້ານ ໃນເມືອງສນາມໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 05 ສິງຫານີ້ວ່າ:

ບໍ່! ບໍ່ໄດ້ດອກ ບໍ່ໄດ້ເວົ້າຫຍັງເລີຍ ເອີກາຮູ້ສຶກກັງວົນໃດຖ້າວ່າ ເອົາແທ້ປະຊາຊົນ ກາບໍ່ມີດິນເຮັດເດ້ຄືຄູ່ມື້ນີ້ກາ ອາສັຍຍ້ອນມັນເງິນມັນພໍໄດ້ໃຊ້.

ຊາວບ້ານເມືອງສນາມໄຊ ອີກທ່ານນຶ່ງກ່າວວ່າ ຈະເປັນໂຄງການໃດກໍຕາມ ຖ້າຈະໃຫ້ຊາວບ້ານມີສ່ວນຮ່ວມ ຫຼືລົງທຶນເນື້ອທີ່ດິນ ຂອງຊາວບ້ານ ທາງການລາວກໍຄວນຈະລົງພື້ນທີ່ ເພື່ອສອບຖາມຄວາມຄິດຄວາມເຫັນ ນຳຊາວບ້ານໃນພື້ນທີ່ກ່ອນ ເພາະເນື້ອທີ່ດິນໃນການສັມປະທານ ແມ່ນກ້ວາງໃຫຍ່ຫຼາຍ ແລະມີຄວາມສ່ຽງສູງ ທີ່ອາຈຈະເກີດຜົລກະທົບ ຕໍ່ສິ່ງແວັດລ້ອມ ແລະສັງຄົມ.

ນອກຈາກນີ້ ອາຈຈະມີຊາວບ້ານ ບາງຄອບຄົວບໍ່ສົນໃຈ ທີ່ຈະເຂົ້າຮ່ວມໂຄງການດັ່ງກ່າວ ກໍເປັນໄປໄດ້ເນື່ອງຈາກ ຫຼາຍຄອບຄົວກໍມີອາຊີພ ແລະລາຍໄດ້ໝັ້ນຄົງແລ້ວ ແຕ່ທາງການລາວ ແລະບໍຣິສັດຜູ້ລົງທຶນ ກໍບໍ່ໄດ້ສຶກສາສຳຣວດ ໃນເຣື່ອງນີ້.

ດັ່ງຊາວບ້ານ ເມືອງສນາມໄຊ ແຂວງອັດຕະປື ອີກທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 05 ສິງຫານີ້ວ່າ:

ຣັຖບານ ຢາກໃຫ້ປະຊາຊົນ ມີສ່ວນຮ່ວມດີແທ້ ກາຄືວ່າຕ້ອງມາເຮັດປະຊາວິຈານ ວ່າຍິນຍອມບໍ່ ຄັນວ່າບໍ່ຍິນຍອມແລ້ວ ກາຕ້ອງມີການເຊັນ ຮັບຮູ້ກັບນາຍບ້ານເນາະວ່າ ເອີຊິໃຫ້ເຊົ່າແທ້ບໍ່ ເຖິງຊິລົງທຶນໄດ້ຫັ້ນນ່າ.

ການພັທນາ ໂຄງການປູກໄມ້ ອຸດສາຫະກັມ ແລະໂຄງການຜລິຕກະສິກັມ ຕິດພັນກັບການທ່ອງທ່ຽວ ເນື້ອທີ່ 5,100 ເຮັກຕ້າຣ໌ ຊຶ່ງຕັ້ງຢູ່ເຂດບ້ານໜອງຫິນ, ໜອງມ່ວງ ແລະ ມັດກ້າ ທີ່ເມືອງສນາມໄຊ ແຂວງອັດຕະປື ໂດຍກຸ່ມບໍຣິສັດ HongKong Tianchi ຈາກຈີນ ເປັນຜູ້ລົງທຶນ 100% ດ້ວຍມູນຄ່າ 50 ລ້ານໂດລ້າຣ໌ສະຫະຣັຖ ຄາດວ່າຈະເຣີ່ມດຳເນີນການພັທນາ ໂຄງການໃນເດືອນຕຸລາ 2022 ນີ້.

ເມື່ອປີ 2021 ທີ່ຜ່ານມາ ທາງການແຂວງອັດຕະປື ກໍໄດ້ອະນຸຍາດໃຫ້ບໍຣິສັດ ເຈັ່ຽລັນ ພັທນາກະສິກັມຂອງຈີນ ເຂົ້າມາປູກໝາກໄມ້ ປະເພດຕ່າງໆ ເປັນຕົ້ນໝາກກ້ວຍ ໝາກຖົ່ວລຽນໃນຮູບແບບ 2+3 ຮວມເນື້ອທີ່ທັງໝົດ 162 ເຮັກຕ້າຣ໌ ຢູ່ບ້ານຫິນລາດ ແລະ ຕຳມໍຢອດ ເມືອງສນາມໄຊ ອາຍຸສັມປະທານ 30 ປີ ມູນຄ່າການລົງທຶນ 10 ຕື້ກີບ ແລະ ບໍຣິສັດຈີນລົງທຶນ 100%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.