ຜູ້ເຄາະຮ້າຍເຂື່ອນແຕກ ຂາດ ເຄື່ອງໃຊ້ ເຮືອນຄົວ

ສຸພັດຕາ
2018.08.14
F-Victims ພາຍໃນສູນບັນເທົາທຸກຊົ່ວຄາວ ປະຊາຊົນທີ່ໄດ້ຮັບເຄາະຮ້າຍ ຈາກເຂື່ອນແຕກ ທີ່ແຂວງອັດຕະປື ຮ້ອງຂໍອາຫານການກິນ ແລະເຄື່ອງໃຊ້ ສຳລັບຄົວກິນເພີ້ມຕື່ມ
RFA

ປະຊາຊົນທີ່ອາສັຍຢູ່ສູນບັນເທົາທຸກຊົ່ວຄາວ ຍ້ອນເຫດສັນເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ ຍັງຕ້ອງການເຄື່ອງຄົວກິນ ເປັນຈຳນວນຫຼາຍ ເພາະອາຫານທີ່ທາງການ ເອົາມາບໍຣິຈາກນັ້ນຍັງຂາດເຂີນຢູ່ ອີກທັງບາງຄອບຄົວຢາກຄົວກິນເອງ ແຕ່ມີບັນຫາ ເຄື່ອງຄົວບໍ່ມີໃຊ້ຮ່ວມທັງ ເຂົ້າສານ ແລະ ອາຫານສົດປະເພດຕ່າງໆ. ດັ່ງເຈົ້າໜ້າທີ່ ຄນະຮັບຜິດຊອບແກ້ໄຂສະພາບນໍ້າຖ້ວມ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຍ ເສຣີ ໃນວັນທີ 14 ສິງຫານີ້ວ່າ:

“ເປັນເຄື່ອງໃຊ້ພວກຄົວເຮືອນ ກໍ່ຍັງຕ້ອງການຢູ່ ເປັນອາຫານ ອາຫານແຫ້ງ ອາຫານສຳເຣັດຮູບ ເພິ່ນກໍ່ຍັງຕ້ອງການຢູ່ເຄື່ອງຄົວ ເພາະວ່າ ສິໃຫ້ເຂົາເຮັດກິນ ໃນລະຍະຕໍ່ໄປແມ່ນ ເພາະວ່າເຂົາຊິໄດ້ອາສັຍຢູ່ຫັ້ນອີກຫຼາຍເດືອນ ຜລິດອາຫານສົ່ງໄປທາງ ເມືອງສະໜາມໄຊ ທາງນັ້ນ ເຮົາກໍ່ມີໂຮງານເຈົ້າ ມັນກໍ່ບໍ່ພຽງພໍ ມັນຫຼາຍເດ້.”

ທ່ານກ່າວຕື່ມວ່າ ເຄື່ອງໃຊ້ໃນເຮືອນຄົວ ທີ່ປະຊາຊົນຕ້ອງການ ແລະຈຳເປັນທີ່ສຸດ ກໍແມ່ນຫວດ, ໝໍ້ໜື້ງເຂົ້າ, ໝໍ້ແກງ, ຖ້ວຍ, ຈານ, ບ່ວງ, ອາຫານແຫ້ງ ແລະ ອາຫານສົດເພື່ອຈະມອບໃຫ້ປະຊາຊົນ ໄດ້ຄົວກິນດ້ວຍຕົນເອງ ເນື່ອງຈາກປັຈຈຸບັນ ທາງການແຂວງອັດຕະປື ໄດ້ ອະນຸຍາດໃຫ້ ປະຊາຊົນບາງສ່ວນ ເຂົ້າໄປຢູ່ໃນທີ່ພັກຊົ່ວຄາວແລ້ວ.

ອີກສາເຫດນຶ່ງທີ່ຂາດອາຫານເພາະວ່າ ສູນບໍຣິການອາຫານ ຈາກອົງການຈິດອາສາພາຍໃນປະເທດ ແລະຕ່າງປະເທດ ກໍໄດ້ເລີ້ມກັບຄືນໄປ ເກືອບໝົດແລ້ວ ເຫຼືອພຽງບໍ່ພໍເທົ່າໃດແຫ່ງເທົ່ານັ້ນ ເຮັດໃຫ້ອາຫານມີບໍ່ພຽງພໍ ຕໍ່ຈຳນວນປະຊາຊົນ ທີ່ໄດ້ຮັບ ຜົນກະທົບ.

ຜ່ານມາສູນບໍຣິການອາຫານຈິດອາສາ ຕ້ອງໄດ້ໄປຊື້ເຄື່ອງຢູ່ເມືອງປາກເຊ ແຂວງຈຳປາສັກ ຊື່ງມີໄຣຍະທາງ 200 ປາຍຫຼັກ.

ປັດຈຸບັນ ທາງການແຂວງອັດຕະປື ກໍາລັງເລັ່ງສ້າງເຮືອນພັກຊົ່ວຄາວ ພາຍໃນເມືອງສນາມໄຊ ໃຫ້ປະຊາຊົນແລ້ວ 2000 ປາຍຄົນ ໃນ 5 ບ້ານ ສາມາດ ຢູ່ໄດ້ໄລຍະຍາວ. ຄາດວ່າຈະຍ້າຍອອກຈາກສູນບັນເທົາທຸກແຫ່ງນີ້ ໃນທ້າຍເດືອນນີ້ ເນື່ອງຈາກ ທາງການແຂວງອັດຕະປື ປະເມີນຜົນກະທົບ ເບື້ອງຕົ້ນວ່າພື້ນທີ່ເດີມອາສັຍຢູ່ບໍ່ໄດ້ແລ້ວ ແລະອາຈໄດ້ໄປອາສັຍ ຢູ່ເຮືອນພັກຊົ່ວຄາວ ດົນເຖິງ 3 ຫາ 4 ປີ ຈົນກວ່າ ທາງການຈະມີເນື້ອທີ່ ທີ່ເໝາະສົມ ເພື່ອສ້າງເຮືອນແບບຖາວອນໃຫ້.

ສຳລັບບ້ານທີ່ຍັງພໍມີເນື້ອທີ່ເຮັດກະສິກັມໄດ້ ຈະຕ້ອງລໍຖ້າທາງການເກັບມ້ຽນຊາກໄມ້ ແລະຂີ້ຕົມໃຫ້ແລ້ວເສັຽກ່ອນ ທາງການຈຶ່ງຈະອະນຸຍາດ ໃຫ້ເຂົ້າໄປເຮັດກະສິກັມໄດ້ ຊຶ່ງໃນຣະຍະນີ້ ກໍໃຫ້ປະຊາຊົນພັກຢູ່ສູນບັນເທົາທຸກຊົ່ວຄາວໄປກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.