ສວນອ້ອຍ ຂ.ອັດຕະປື ຍັງໃຊ້ ເຄມີ ອັນຕະລາຍ

ສິດນີ
2017.06.06
F-Attapeu ແຂວງອັດຕະປື
RFA

ບໍຣິສັດປູກອ້ອຍ ເພື່ອຜລີດນ້ຳຕານ ທີ່ເມືອງພູວົງ ແຂວງອັດຕະປື ໃຊ້ສານເຄມີ ຫລາຍກວ່າເກົ່າ ຫລັງຈາກທີ່ ບໍຣິສັດ ຫົງອ່ານ ຫຍ່າລາຍ ໄດ້ຂາຍກິຈການ ໃຫ້ແກ່ ບໍຣິສັດ ສີສະເກດ ຊຶ່ງເປັນບໍຣິສັດ ຈາກວຽດນາມ ໃນປີກາຍ.

ປັດຈຸບັນສວນອ້ອຍດັ່ງກ່າວ ໄດ້ໃຊ້ທັງຝຸ່ນເຄມີ ສານເຄມີ ແລະຢາຂ້າຫຍ້າ ປະເພດຕ່າງໆ ທີ່ຮຸນແຮງ ສົ່ງຜົລເຮັດໃຫ້ສານ ດັ່ງກ່າວໄຫຼລົງ ສູ່ແມ່ນ້ຳລຳທານ ໃນຍາມຝົນຕົກ ແຕ່ຍັງບໍ່ມີ ຣາຍງານວ່າ ຊາວບ້ານໄດ້ຮັບຜົລກະທົບ ຫຼາຍໜ້ອຍປານໃດ ຍ້ອນບໍ່ມີ ການສຳຣວດ. ດັ່ງ ທ່ານກ່າວໃນວັນທີ 5 ມິຖຸນາ ນີ້ວ່າ:

"ກະຫຼາຍຫັ້ນແຫລະ ໃສ່ຢາຂ້າຫຍ້າ ອີ່ສັງ ເພິ່ນໃຊ້ຢາຂ້າຫຍ້າ ຫຼາຍຫັ້ນແຫຼະ ເພິ່ນກະສີດຢູ່ ສີດປຸ໊ຍ ສີດຫຍັງ ເຮົາກະບໍ່ທັນຮູ້ ຜົລກະທົບ ມີຫັ້ນແຫຼະ ໄຫຼລົງນ້ຳຫ້ວຍ ນ້ຳເຊ".

ທ່ານກ່າວຕື່ມວ່າ ເຖີງແມ່ນວ່າ ທາງການແຂວງ ຈະຮູ້ບັນຫາ ດັ່ງກ່າວກໍຕາມ ແຕ່ກໍຍັງບໍ່ສາມາດ ເຂົ້າໄປກວດກາ ການໃຊ້ສານເຄມີ ໃນ ສວນອ້ອຍນັ້ນໄດ້ ຍ້ອນວ່າຫຼັງຈາກ ປ່ຽນເຈົ້າຂອງ ຄົນໃຫມ່ ຂະເຈົ້າ ກໍບໍ່ປະສານງານ ກັບທາງການເລີຍ ຈື່ງບໍ່ຮູ້ຂໍ້ມູນ ກ່ຽວກັບການໃຊ້ ສານເຄມີ ໃນສວນອ້ອຍນັ້ນວ່າ ຫລາຍຫນ້ອຍປານໃດ ຕໍ່ມື້ ແລະມີການຄຸ້ມຄອງ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ຊຸມຊົນຢ່າງໃດ.

ເອເຊັຽເສຣີ ກໍໄດ້ຕິດຕໍ່ ໄປຍັງຜແນກຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ແຂວງອັດຕະປື ແຕ່ເຈົ້າຫນ້າທີ່ ກ່ຽວຂ້ອງ ຍັງບໍ່ມີ ຄວາມສະດວກ ໃນການໃຫ້ສຳພາດ ກ່ຽວກັບ ເຣື້ອງນີ້. ເຈົ້າຫນ້າທີ່ ແຂວງອັດຕະປື ເວົ້າວ່າ ໃນຊ່ວງເຈົ້າຂອງເກົ່າ ເນື້ອທີ່ ປູກອ້ອຍຢູ່ ແຂວງອັດະຕປືມີຢູ່ 6 ພັນເຮັກຕາ ຫລັງຈາກເຈົ້າຂອງໃຫມ່ ກໍໄດ້ມີການຂຍາຍ ເນື້ອທີ່ປູກເພີ້ມອີກ 6 ພັນເຮັກຕາເປັນ 12 ພັນເຮັກຕາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.