ຜູ້ເຄາະຮ້າຍເຂື່ອນແຕກ ຍັງຖ້າ ຄ່າຊົດເຊີຍ
2020.03.17
ປະຊາຊົນເມືອງສນາມໄຊ ແຂວງອັດຕະປື ທີ່ ໄດ້ຮັບຜົລກະທົບ ຈາກ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ເມື່ອປີ 2018 ຍັງລໍຖ້າ ຄ່າຊົດເຊີຍ ຈາກ ບໍຣິສັດ ເຈົ້າຂອງໂຄງການ. ດັ່ງປະຊາຊົນຜູ້ນຶ່ງ ທີ່ ໄດ້ຮັບຜົລກະທົບ ຈາກເຫດເຂື່ອນ ແຕກ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 13 ມີນາ ວ່າ:
"ຮັບເຄື່ອງຮັບເຂົ້າ ໂຄງການສາກົລນີ້ແຫລະ. ອ້າວ, ງົວອີ່ພໍ່ ຫວ່າງແລ້ວ ກໍໝົດຫລາຍເຕີບ ອີ່ພໍ ກໍຍັງລໍຖ້າຢູ່ ແຕ່ອີ່ພໍ່ ປະກອບໝົດແລ້ວ ປະກອບເອກກະສານ ງົວອີ່ພໍ່ ກໍຮ້ອຍປາຍໂຕ ແມ່ນແຫລະຕອນເຂື່ອນ ວັນທີ 23 ເດືອນ 7 2018 ຍັງລູກ ຍັງບໍ່ທັນໄດ້."
ປະຊາຊົນຜູ້ນີ້ ອະທິບາຍວ່າ ຄອບຄົວຂອງຕົນມີງົວ 100 ປາຍໂຕ ຖືກນໍ້າຖ້ວມ ແລະຕາຍໄຫລໄປກັບນໍ້າ, ໄລຍະຜ່ານມາ ກໍເຫັນແຕ່ ທາງການ ແຂວງອັດຕະປື ແລະອົງການສາກົລ ເຂົ້າມາຊ່ວຍເຫລືອ ໃນດ້ານຕ່າງໆ ເຊັ່ນ: ດ້ານສຸຂອະນາມັຍການສຶກສາ, ແລະແຈກຢາຍ ເຂົ້າສານ.
ເມື່ອອາທິດທີ່ຜ່ານມາ ຜູ້ຕາງໜ້າ ສະພາກາຊາດສາກົລ ກໍໄດ້ລົງພື້ນທີ່ເມືອງສນາມໄຊ ແລະ ມອບເງິນຈໍານວນ 2.6 ຕື້ ປາຍກີບ ແກ່ທາງ ການລາວ ເພື່ອນໍາໄປຟື້ນຟູ ສະພາບການເປັນຢູ່ ຂອງປະຊາຊົນ ຜູ້ປະສົບພັຍໃນ 12 ບ້ານ ມີ 9,842 ຄົນທັງໝົດ 1,998 ຄອບຄົວ ທັງໃນເຣື່ອງວິດຖ່າຍ ຣະບົບ ນໍ້າປະປາ ປູກຜັກ ແລະ ລ້ຽງສັດ.
ກ່ຽວກັບຄ່າຊົດເຊີຍນັ້ນ ເຈົ້າໜ້າທີ່ຫ້ອງການປົກຄອງ ແຂວງອັດຕະປື ທ່ານນຶ່ງກ່າວໃນມື້ດຽວກັນວ່າ, ດຽວນີ້ບໍຣິສັດເຈົ້າຂອງ ເຂື່ອນເຊປຽນ -ເຊນໍ້ານ້ອຍ ມິດງຽບໄປເລີຍ ບໍ່ມາເວົ້າເຣື່ອງຄ່າຊົດເຊີຍວ່າ ຈະຈ່າຍມື້ໃດ. ປັດຈຸບັນ ທາງການ ແຂວງອັດຕະປື ກໍາລັງໄຖດິນ ທີ່ບຸກເບີກ ແລ້ວ 2,400 ເຮັກຕາຣ໌ ເພື່ອໃຫ້ປະຊາຊົນ ຜູ້ ປະສົບພັຍ ໄດ້ທົດລອງປູກເຂົ້າ ໃນ ຣະດູຝົນ ປີນີ້:
“ຍັງງຽບຢູ່ ເພາະວ່າມີແຕ່ເກັບຂໍ້ມູນ ຊ່ວຍເຫລືອບາງດ້ານ ໂດຍສະເພາະແມ່ນເລັ່ງໃສ່ຟື້ນຟູນາ ໄຖໃຫ້ວ່າສິໄຖ ໃຫ້ດຽວນີ້ ໃຫ້ມັນທັນໄດ້ລົງມື ໃສ່ການຜລິດ ຢູ່ບ່ອນບ້ານໃໝ່ ບ້ານຫີນລາດ ບ່ອນໃດມີເງື່ອນໄຂບຸກເບີກ ກໍບຸກເບີກໄປ ເລີຍ.”
ກ່ຽວກັບຄ່າຊົດເຊີຍນັ້ນ ທ່ານ ຄໍາມະນີ ອິນທິລາດ ຣັຖມົນຕຣີກະຊວງ ພະລັງງານ ແລະ ບໍ່ແຮ່ ກ່າວຕໍ່ ກອງປະຊຸມສະພາແຫ່ງຊາດ ເມື່ອເດືອນທັນວາ ປີກາຍວ່າ: ຣັຖບານ ຕຽມຈະຊົດເຊີຍ ເງິນທັງໝົດ ໃຫ້ປະຊາຊົນ ເມືອງສນາມໄຊ ທີ່ ໄດ້ຮັບຜົລກະທົບ ຈາກເຂື່ອນ ແຕກຢ່າງແນ່ນອນ, ແຕ່ປັດຈຸບັນ ຣັຖບານກໍາລັງ ສັງລວມຂໍ້ມູນຢ່າງລະອຽດ ເພື່ອໃຫ້ການຊົດເຊີຍ ເປັນໄປຢ່າງຍຸຕິທັມ ແກ່ທຸກຝ່າຍ ແລະ ບໍ່ໃຫ້ຝ່າຍໃດຝ່າຍນຶ່ງ ເສັຽຜົລປະໂຫຍດ, ສະນັ້ນ ວຽກງານ ການຊົດເຊີຍເງິນ ຈຶ່ງ ເກີດຄວາມຫລ່າຊ້າ ແລະ ຍັງບໍ່ທັນກໍານົດວ່າ ມື້ໃດ ຈະເລີ່ມຈ່າຍ.
ຜ່ານມາ ບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ໄດ້ຈ່າຍເງິນຊົດເຊີຍໄປແລ້ວ 50 ເປີເຊັນ ເມື່ອປີກາຍ ແລະ ຍັງເຫລືອອີກ 50 ເປີເຊັນ ບໍ່ທັນຈ່າຍ ແລະ ປະຊາຊົນກໍລໍຖ້າ ມາຕລອດ.