ເຣື້ອງທີ່ເກັບບັນທຶກໄວ້
2023-02-01
ນະຄອນຫຼວງວຽງຈັນ ມີໂຄງການກໍ່ສ້າງທາງດ່ວນ ໝາຍເລຂ 1 ຈະສ້າງບໍ່ສຳເຣັດ ຕາມຄາດໝາຍ ໃນເດືອນກຸມພາ ປີ 2023 ນີ້ ເຖິງແມ່ນວ່າ ຈະມີການວາງສີລາຣຶກ ຕັ້ງແຕ່ເດືອນກຸມພາ ປີ 2020 ແລະປະຊາຊົນ ທີ່ຄາດວ່າຈະໄດ້ຮັບຜົນກະທົບ ຈຳນວນນຶ່ງ ກັບມາເຣີ່ມປຸກສ້າງ ສ່ວນເຫດຜົນ ທີ່ບໍ່ສາມາດບັນລຸຕາມແຜນການນັ້ນ ຍັງບໍ່ຖືກເປີດເຜີຍ.
2023-01-31
ເຖິງເວລາຈະຜ່ານມາແລ້ວ ຫຼາຍປີກໍຕາມ, ປັດຈຸບັນນີ້ ຊາວບ້ານຜູ້ປະສົບພັຍເຂື່ອນແຕກ ໃນເມືອງສນາມໄຊ ແຂວງອັດຕະປື ຍັງບໍ່ທັນໄດ້ຮັບ ເງິນຊົດເຊີຽຣາຍການທີ 6, ເຊິ່ງເປັນຄ່າຊົດເຊີຽໂຕສຸດທ້າຍ ທີ່ເປັນຄ່າຊັບສິນ ແລະຍັງບໍ່ຮູ້ວ່າ ຈະໄດ້ຮັບມື້ໃດແທ້ ເພາະພາກສ່ວນກ່ຽວຂ້ອງ ເລືອນການຊົດເຊີຽ ອອກໄປເລື້ອຍໆ.
2023-01-31
ເຮືອທ່ອງທ່ຽວຂນາດໃຫຍ່ ທີ່ແລ່ນຕາມລຳແມ່ນ້ໍາຂອງ ໂດຍສະເພາະເຂດຫລວງພຣະບາງ ຊຶ່ງມັກແລ່ນດ້ວຍຄວາມໄວສູງ ເຮັດໃຫ້ເກີດຄື້ນກະທົບເຮືອຫາປາ ຂນາດນ້ອຍຂອງຊາວ ແລະສິ່ງແວດລ້ອມ, ຂະນະທີ່ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ມີມາຕຣາການ ໃນການຄວບຄຸມເທື່ອ.
2023-01-29
ອະດີດເຈົ້າແຂວງ ແຂວງຊຽງຂວາງ ລະເມີດສັນຍາ ການລົງທຶນ ກິຈການສວນພູຄຳ, ຜົລຜລິດ ການກະເສຕລາວ ຂາຍບໍ່ອອກ ຍ້ອນການນຳເຂົ້າ ພືດ-ຜັກ ຈາກໄທຍ ແລະ ຈີນ, ຊາວບ້ານ ບໍ່ເຫັນພ້ອມ ການຂຸດຄົ້ນແຮ່ ຢູ່ເມືອງອະນຸວົງ.
2023-01-27
ບໍຣິສັດ ຊີມັງລາວມະຫາຊົນ ທີ່ນັກລົງທຶນຈີນ ເປັນຜູ້ຖືຫຸ້ນໃຫຍ່ ມີແຜນທີ່ຈະພັທນາ ໂຮງງານຊີມັງ ວັງວຽງຫລັງທີ 2 ຢູ່ແຂວງວຽງຈັນ ເປັນແຫລ່ງທ່ອງທ່ຽວ ຄົບວົງຈອນ ໃນເນື້ອທີ່ 150 ເຮັກຕ້າຣ໌ ຂະນະທີ່ປະຊາຊົນ ຢາກໃຫ້ປິດແບບຖາວອນ ເນື່ອງຈາກສົ່ງຜົນກະທົບຫຼາຍດ້ານ ເຊັ່ນ ມີສົ່ງກິ່ນຂິວ, ຫົນທາງເປ່ເພ, ມີຂີ້ຝຸ່ນຫຼາຍ ເປັນຕົ້ນ.
2023-01-26
ການສ້າງເຂື່ອນຕັນແມ່ນ້ຳຂອງ ນອກຈາກຈະເປັນບັນຫາ ລະຫວ່າງປະເທດ ໂດຍສະເພາະ ກຸ່ມປະເທດລຸ່ມແມ່ນ້ຳຂອງແລ້ວ ການເປີດ ຫຼື ປິດເຂື່ອນ ທີ່ຢູ່ຕອນເທີງ ຂອງແມ່ນ້ຳຂອງ ຍັງສ້າງບັນຫາໃຫ້ ຊາວບ້ານ ທີ່ອາໄສການເກັບໄຄຫິນ ໃນແມ່ນ້ຳຂອງ ເພື່ອແປຮູບ ເປັນສິນຄ້າສົ່ງຂາຍ ລ້ຽງຊີບມາດົນນານ ນຳດ້ວຍ.
2023-01-26
ຝຸ່ນລະອອງ ເຣີ່ມເພີ່ມປະຣິມານຂຶ້ນ ໃນຫຼາຍເມືອງ ໂດຍສະເພາະ ເຂດທີ່ມີໂຮງງານ ອຸດສາຫະກັມ ເຊິ່ງຈະກາຍເປັນ ບັນຫາຕໍ່ສຸຂພາບ ຂອງປະຊາຊົນໂດຍລວມ, ເຖິງແມ່ນວ່າ ຂະນະນີ້ ຍັງຢູ່ໃນລະດັບ ທີ່ບໍ່ເປັນອັນຕຣາຍຮ້າຍແຮງ ແຕ່ກໍສາມາດສົ່ງຜົນກະທົບ ຕໍ່ລະບົບຫາຍໃຈ ຂອງຜູ້ທີ່ໄດ້ຮັບ ຝຸ່ນລະອອງ PM 2.5.
2023-01-26
ລາວ ແລະ ສະຫະຣັຖ ອາເມຣິກາ ຮ່ວມມືກັນ ໃນໂຄງການ ຕ້ານ, ສະກັດກັ້ນ ປາບປາມ ການລັກຕັດໄມ້ ແລະການຄ້າຂາຍໄມ້ຜິດກົດໝາຍ ໂດຍເລັ່ງໃສ່ 3 ເມືອງ ຂອງແຂວງຈໍາປາສັກ ທີ່ຕິດກັບຊາຍແດນກັມພູຊາ ຊຶ່ງມີຊາວບ້ານ ລັກຕັດໄມ້ໃຊ້ເອງ ແລະຂາຍໃຫ້ພວກພໍ່ຄ້າໄມ້ຈຳນວນຫຼາຍ.
2023-01-24
ແຜນການກໍ່ສ້າງ ທາງດ່ວນຈຳນວນ 5 ເສັ້ນ ໃນທົ່ວປະເທດ ເພື່ອສ້າງຄວາມສະດວກ ໃນການເດີນທາງໄປ-ມາ ຂອງ ປະຊາຊົນ ແລະ ການຂົນສົ່ງສິນຄ້າ ຂະນະທີ່ພາກປະຊາຊົນ ຢາກໃຫ້ມີການກວດກາ ຢ່າງດີ ກ່ອນລົງມືກໍ່ສ້າງ ແລະ ເອົາໃຈໃສ່ເບິ່ງແຍງ ຜູ້ທີ່ໄດ້ຮັບຜົນກະທົບ ຢ່າງຈິງຈັງກວ່າທີ່ຜ່ານມາ.
2023-01-24
ສລຸບຂ່າວເດັ່ນ ປະຈຳປີ 2022 ຂອງ ວິທຍຸ ເອເຊັຽ ເສຣີ ທີ່ໄດ້ນຳສເນີໃນປີທີ່ຜ່ານມາ ມີດັ່ງນີ້ ລາວເປີດປະເທດໃນເດືອນພຶສພາ, ຣັຖບານຕ່າງປະເທດ ຊ່ວຍພົລເມືອງຂອງຕົນ ອອກຈາກສາມຫຼ່ຽມຄຳ, ນ້ຳຖ້ວມແຂວງອຸດົມໄຊ ຄັ້ງໃຫຍ່ທີ່ສຸດໃນຮອບຫຼາຍ 10 ປີ, ນາຍົກຣັຖຕຣີ ຖືກກົດດັນໃຫ້ລາອອກ ແລະ ບັນຫາການຂາດແຄນນ້ຳມັນເຊື້ອເພີງໃນລາວ ເມື່ອຕົ້ນປີ 2022 ທີ່ຜ່ານມາ.
2023-01-23
ຣັຖບານລາວ ໄດ້ເຊັນສັນຍາ ສັມປະທານ ກັບບໍຣິສັດ ຮ່ວມມືພັທນາ ບໍ່ແຮ່ໄຊສົມບູນ ຈຳກັດ ຂອງນັກລົງທຶນຈີນ ໃນວັນທີ 17 ມົກຣາ 2023 ທີ່ຜ່ານມາ ເພື່ອດຳເນີນໂຄງການ ຂຸດຄົ້ນ ແລະ ປຸງແຕ່ແຮ່ຄຳ ແລະ ແຮ່ມັງການ ລວມເນື້ອທີ່ 22.97 ກິໂລຕາແມັດ ສ່ວນປະຊາຊົນຫ່ວງ ຜົນກະທົບ ສິ່ງແວດລ້ວມ ແລະ ສັງຄົມ ພາຍຫຼັງໂຄງການໄດ້ດຳເນີນ.
2023-01-19
ກອງປະຊຸມສຸດຍອດ ຜູ້ນຳກຸ່ມປະເທດແມ່ນໍ້າຂອງ ຄັ້ງທີ 4 ຈະຈັດຂຶ້ນ ໃນເດືອນເມສາ ທີ່ນະຄອນຫລວງວຽງຈັນ ເຣື່ອງນະວັຕກັມ, ການຮ່ວມມື ສຳລັບຄວາມໝັ້ນຄົງ ແລະ ປອດພັຍ ທາງນໍ້າ ແລະ ແມ່ນໍ້າຂອງທີ່ຍືນຍົງ.
2023-01-13
ສະຖານທີ່ທ່ອງທ່ຽວ ທີ່ສໍາຄັນຫຼາຍແຫ່ງ ໃນຫຼາຍແຂວງຂອງລາວ ກະຕຣຽມຄວາມພ້ອມ ເພື່ອຕ້ອນຮັບນັກທ່ອງທ່ຽວຈີນ ພ້ອມທັງມາຕການຫ້າມ ແລະເຕືອນ ບໍ່ໃຫ້ເຮັດຜິດລະບຽບ ແລະຮີດຄອງປະເພນີລາວ.
2023-01-11
ປະຊາຊົນ ຊາວນະຄອນຫຼວງວຽງຈັນ ຢາກໃຫ້ສະພາປະຊາຊົນ ນະຄອນຫລວງວຽງ ເປັນທີ່ເພີ່ງ ພິຈາຣະນາແກ້ໄຂ ບັນຫາ ຂອງຊາວບ້ານ ໂດຍສະເພາະ ການຊົດເຊີຍ ຄ່າທີ່ດິນ ພາຍໃນນະຄອນຫລວງວຽງຈັນ ຄ່າຊົດເຊີຍ ທີ່ຍັງເປັນຂໍ້ພິພາດ ລະຫວ່າງຊາວບ້ານ ແລະ ໂຄງການ.
2023-01-11
ເປັນໄລຍະເວລາ 4 ເດືອນປາຍແລ້ວ ແຕ່ຊາວບ້ານທີ່ໄດ້ຮັບຜົນກະທົບ ໂດຍຕຣົງຈຳນວນນຶ່ງ ຢູ່ແຂວງອຸດົມໄຊ ໄດ້ຮັບການຊ່ອຍເຫລືອ ຈາກທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນລັກສະນະຄ່ອຍເປັນ ຄ່ອຍໄປ ໂດຍສະເພາະ ການຈັດສັນທີ່ຢູ່ອາສັຍ ທີ່ດິນເພື່ອປຸກເຮືອນຖາວອນຢູ່.