ນະຄອນຫຼວງ ເຣີ່ມໄດ້ຮັບຜົນກະທົບ ຈາກມົນລະພິດ ທາງອາກາດ
2023.01.26
ໃນໄລຍະນີ້ ສະພາບອາກາດໃນໂຕເມືອງ ຢູ່ນະຄອນຫລວງວຽງຈັນ ແລະ ຫລວງພຣະບາງ ເຣີ່ມມີຄ່າຝຸ່ນລະອອງຂນາດນ້ອຍ PM 2.5 ສູງຂຶ້ນ ອິງຕາມແວບໄຊ້ຕ໌ IQAir ຣາຍງານວ່າ ໃນວັນທີ 26 ມົກກະຣາ 2023 ພົບຝຸ່ນລະອອງ ຂນາດນ້ອຍ PM 2.5 ຢູ່ໃນເຂດ ນະຄອນຫລວງວຽງຈັນ ທີ່ 151 ຂອງ ດັດຊະນີຄຸນພາບ ອາກາດ ຫລື AQI (Air Quality Index) ເຊິ່ງຢູ່ໃນລະດັບສີເຫລືອງ ຄ່າສະເລັ່ຽຢູ່ທີ່ 55.9 ໄມໂຄຣກຣາມ ຕໍ່ແມັດກ້ອນ ເຊິ່ງຖືວ່າເກີນມາຕຖານ ຄ່າສະເລັ່ຽ 24 ຊົ່ວໂມງ ທີ່ບໍ່ໃຫ້ເກີນ 50 ໄມໂຄຣກຣາມ ຕໍ່ແມັດກ້ອນ ອັນມີຄວາມສ່ຽງຕໍ່ສຸຂພາບ ໂດຍສະເພາະ ຜູ້ເປັນພະຍາດລະບົບ ທາງເດີນຫາຍໃຈ ແລະ ຜູ້ສູງອາຍຸ ຄວນຫລີກເວັ້ນ ກິຈກັມກາງແຈ້ງ ທີ່ອາຈເຮັດໃຫ້ມີອາການແໜ້ນຫນ້າເອິກ, ຫາຍໃຈລໍາບາກ, ໄອ, ຈາມ, ເຈັບຫົວ ແລະ ຕາອັກເສບໄດ້. ສາເຫດມີຫລາຍປັດໄຈ ເພາະ ນະຄອນຫລວງວຽງຈັນ ເປັນເມືອງ ທີ່ມີຊຸມຊົນໜາແໜ້ນ ຣົຖແລ່ນຫລາຍ ເຮັດໃຫ້ເກີດ ມົນລະພິດ ແລະ ຍັງມີໂຮງງານ ອຸດສາຫະກັມຕ່າງໆ ທີ່ຂຍາຍໂຕຫລາຍຂຶ້ນ ແລະ ຍັງມີການຈູດຂີ້ເຫຍື້ອຊະຊາຍ ມີສ່ວນເຮັດໃຫ້ເກີດການສະສົມ ຂອງຝຸ່ນ PM 2.5, ແຕ່ປັຈຸບັນ ຖືວ່າຍັງບໍ່ໄດ້ຮຸນແຮງ ເພາະສະພາບຝຸ່ນ PM 2.5 ໃນຕອນສວາຍ ໄດ້ຫລຸດລົງຢູ່ທີ່ 125 AQI ແຕ່ຍັງຖືວ່າສົ່ງຜົລຕໍ່ສຸຂພາບ ເຊັ່ນກັນ ແລະ ປະຊາຊົນຕ້ອງປ້ອງກັນຕົນເອງ.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນນະຄອນຫລວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວໃນວັນທີ 26 ມົກຣາ ນີ້ວ່າ:
“ທີ່ຜ່ານມາ ເພິ່ນກໍມີການແຈ້ງເຕືອນຢູ່ເດ້ ບໍ່ໄດ້ຮູ້ລະອຽດປານໃດ ຊ່ວງນີ້ກໍບໍ່ປານໃດດອກ ບາງເທື່ອເຂົາຈູດຂີ້ເຫຍື້ອກໍມີ ໄຟກໍມັກໄຫມ້ແດ່ ອາຈມີຜົນເນາະ ອາກາດເຢັນແດ່ ຄົນໄຂ້ ເປັນຫວັດ ຜູ້ໃດຊິປ້ອງກັນກໍປ້ອງເອງແຫລະ.”
ຂະນະທີ່ເຈົ້າໜ້າທີ່ ຂແນງອຸຕຸນິຍົມວິທຍາ ແຂວງຫລວງພຣະບາງ ໄດ້ວັດແທກ ດັດຊະນີອາກາດ ຂອງຄ່າຝຸ່ນລະອອງ ຂນາດນ້ອຍ PM 2.5 ໃນວັນທີ 26 ມົກກະຣາ 2023 ນີ້ ຢູ່ 149 ຂອງດັດຊະນີອາກາດ ຫລື AQI ເຊິ່ງຢູ່ໃນລະດັບສີເຫລືອງ ຖືວ່າໃກ້ຄຽງ ກັບນະຄອນຫລວງວຽງຈັນ ສາເຫດ ມາຈາກຫລາຍປັດໄຈ, ສ່ວນນຶ່ງມາຈາກ ການຈູດໄຮ່ ຂອງຊາວບ້ານ.
“ເພິ່ນວັດແທກມື້ເຊົ້ານີ້ເນາະ ໄດ້ປະມານ 149 AQI ເຣີ່ມມີຜົນກະທົບເລັກນ້ອຍເນາະ ຕໍ່ສຸຂພາບ ສາເຫດ ຍ້ອນຈູດປ່າ, ຈູດໄຮ່ນີ້ນ່າ ມັນຈະເປັນຄືຫມອກມົວໆນ່າ ກະຈາຍຢູ່ທົ່ວໄປນ່າ.”
ເຈົ້າໜ້າທີ່ອຸຕຸນິຍົມວິທະຍາ ໃນແຂວງຫລວງພຣະບາງ ທ່ານຍັງກ່າວຕື່ມວ່າ ກໍມີການແຈ້ງເຕືອນ ຜ່ານຂ່າວພະຍາກອນ ອາກາດຢູ່ຕລອດ ເພື່ອໃຫ້ປະຊາຊົນຮັບຊາບ ແຕ່ໃນໄລຍະນີ້ກໍຍັງຖືວ່າບໍ່ຮຸນແຮງຫລາຍ ແຕ່ຈະສົ່ງຜົລຕໍ່ສຸຂພາບເລັກນ້ອຍ ສໍາລັບຜູ້ທີ່ມີໂຣກປະຈໍາໂຕ ທີ່ແພ້ອາກາດ.
ສ່ວນແຂວງຫລວງນ້ໍາທາ ໃນໄລຍະນີ້ ເຈົ້າໜ້າທີ່ອຸຕຸນິຍົມວິທະຍາ ແຂວງຫລວງນ້ໍາທາ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວໃນມື້ດຽວກັນນີ້ວ່າ ຄ່າອາກາດຍັງປົກຕິຢູ່ ແລະ ຄ່າຝຸ່ນລະອອງ ຂນາດນ້ອຍ PM 2.5 ຈະຮຸນແຮງຂຶ້ນ ໃນໄລຍະເດືອນ ມີນາ ຫາ ເດືອນເມສາ ຍ້ອນວ່າ ໃນໄລຍະນັ້ນ ຊາວບ້ານມັກຈະຈູດປ່າ ຈູດໄຮ່ ເພື່ອເຮັດການຜລິຕຫລາຍ. ໄລຍະນັ້ນ ເຈົ້າໜ້າທີ່ ຈະມີການແຈ້ງເຕືອນປະຊາຊົນ ໃຫ້ເຝົ້າລະວັງອີກເທື່ອ.
“ຖືວ່າປົກຕິເດ້ ຖືວ່າຢູ້ເກນດີຫລາຍ ຄັນຄ່າທີ່ມັນຂຶ້ນ ຊ່ວງທີ່ເຂົາເຈົ້າຖາງໄຮ່ ຈູດປ່າເນາະ ເຣີ່ມແຕ່ເດືອນ 2 ເດືອນ 3 ຂຶ້ນໄປເປັນແລ້ວເນາະ ເຂົາຖາງໄຮ່ ຖາງຫຍັງຫັ້ນນ່າ ຈູດປ່າເຮັດໃຫ້ມີຄວັນມີຫຍັງ ເຮັດໃຫ້ອາກາດມັນບໍ່ສະດວກ ຖ້າຫາກມັນຂຶ້ນມັນມີຄ່າເຫລືອງ ຜິດປົກຕິ ກໍຈະໄດ້ແຈ້ງໃຫ້ປະຊາຊົນລະວັງ ອີ່ຫຍັງຫັ້ນແຫລະ.”
ຂະນະທີ່ເຈົ້າໜ້າທີ່ ອຸຕຸນິຍົມວິທະຍາ ໃນແຂວງອຸດົມໄຊ ທ່ານນຶ່ງ ທີ່ສງວນຊື່ ແລະ ຕໍາແໜ່ງກໍກ່າວວ່າ ພາຍໃນແຂວງອຸດົມໄຊ ສະພາບອາກາດ ຍັງປົກຕິຢູ່ ຄ່າ PM 2.5 ຍັງບໍ່ສູງ ເປັນຍ້ອນໃນໄລຍະນີ້ ຍັງໝາວ ແລະບໍ່ມີການຈູດໄຮ່.
“ໄດ້ວັດຢູ່ ຄືບໍ່ເຫັນ. ບໍ່ຂຶ້ນນ່າ ຄືວ່າອາກາດຊ່ວງນີ້ ບໍ່ແມ່ນຊ່ວງ ທີ່ວ່າທໍາການຜລິຕ ຈູດໄຮ່ ຈູດຫຍັງ ມັນກໍບໍ່ມີບັນຫາຫຍັງເດ້ ອາກາດຊ່ວງນີ້ ມັນກໍບໍ່ເປັນຫຍັງເທື່ອ ເພາະວ່າຊ່ວງນີ້ອາກາດເຢັນ.”
ບັນຫາດັ່ງກ່າວນີ້ ຊາວບ້ານ ໃນນະຄອນຫລວງວຽງຈັນ ທ່ານນຶ່ງ ກໍກ່າວວ່າ ອາກາດກໍມີຄວາມມົວຢູ່ ມີອາການເປັນຫວັດ, ໄອ. ໝາວກໍບໍ່ໝາວ ອາຈເປັນເພາະຝຸ່ນຫລາຍ ທັງຝຸ່ນຈາກຣົຖບັນທຸກ ທີ່ມີການຂົນດິນ, ຂົນຫິນຕ່າງໆ, ຈາກການຈູດເຜົາຂີ້ເຫຍື້ອ, ໂຮງງານອຸດສາຫະກັມ ກໍມີສ່ວນ ແລະ ຍັງບໍ່ເຫັນເຈົ້າໜ້າທີ່ ແຈ້ງເຕືອນປະຊາຊົນ ເຣື່ອງຝຸ່ນລະອອງ PM 2.5 ເທື່ອ.
“ມັນກໍມີຫັ້ນແຫລະເນາະເພາະວ່າ ການກໍ່ສ້າງຫຍັງ ກໍມີຣົຖແກ່ດິນ ມັນກໍມີຂີ້ຝຸ່ນລະອອງຫລາຍ ຊ່ວງນີ້ຄົນເປັນຫວັດ ເປັນໄອ ກັນເດ້. ສະພາບອາກາດ ມັນບໍ່ຢາກປົກຕິປານໃດ ຫລາຍຢ່າງຫັ້ນນ່າ. ສົມທົບກັນຫັ້ນນ່າ ດຽວໂຮງຈັກໂຮງງານ ອັນໃດຕ່າງໆຫັ້ນນ່າ. ກໍມັນມີມົລພິດຫລາຍຫັ້ນແຫລະ ໜ່ວຍງານສິ່ງແວດລ້ອມ ກໍເບິ່ງບໍ່ທົ່ວເຖິງ. ການຈູດຂີ້ເຫຍື້ອຊະຊູ່ ຊະຊາຍແດ່ນ່າ.”
ຂະນະດຽວກັນ ຊາວບ້ານໃນເຂດຫລວງພຣະບາງ ທ່ານນຶ່ງ ກໍກ່າວວ່າ ອາກາດກໍປົກຕິ ມີຄວາມໝາວ ໃນຕອນເຊົ້າ ສວຍມາກໍມີແດດ. ຄ່າຝຸ່ນຈະຫລາຍໃນໄລຍະເດືອນມີນາ ເພາະເຂົາເຈົ້າມັກຈູດໄຮ່ ເຮັດການຜລິຕ.
“ເຣຶ່ອງຝຸ່ນລະອອງ ທຸກປີມັນຕ້ອງມີແຫລະ ເພາະວ່າບາງເທື່ອເຂົາຈູດໄຮ່ ຈູດສວນຫັ້ນນ່າ ຖ້າອາກາດ ເຣີ່ມມົວ. ມັນຈະປະມານທ້າຍເດືອນ 3 ຫາ ເດືອນ 4 ພຸ້ນ. ຊາວເຜົ່າ ຢູ່ຕາມເຂດພູດອຍ ເຂົາອາສັຍ ອາຊີພເຮັດໄຮ່ເດ້ ບໍ່ມີນາ ເຮັດໄຮ່ກັນເຂົາກໍຈູດໄຮ່ຈູດສວນຫັ້ນນ່າ.”
ເຖິງຢ່າງໃດກໍຕາມ ຝຸ່ນລະອອງຂນາດນ້ອຍ PM 2.5 ກໍຍັງເປັນເຣຶ່ອງທີ່ຣັຖບານລາວ ຕ້ອງຫາທາງແກ້ໄຂ ເພື່ອບໍ່ໃຫ້ກະທົບ ຕໍ່ສຸຂພາບຂອງປະຊາຊົນ ໂດຍສະເພາະໃນນະຄອນຫລວງວຽງຈັນ ເພາະເປັນເມືອງທີ່ມີ ໂຮງງານອຸດສາຫະກັມ ຂນາດນ້ອຍ, ຂນາດໃຫຍ່ ປະມານ 30 ແຫ່ງ ທີ່ຕັ້ງຢູ່ໃນເຂດພັທນາກວມລວມ ໄຊເສດຖາ ເຊິ່ງສ່ວນໃຫຍ່ ເປັນບໍຣິສັດຂອງຈີນ.