ໂຮງງານຊີມັງ ວັງວຽງ ຈະກາຍເປັນ ແຫລ່ງທ່ອງທ່ຽວ

ຈຳປາທອງ
2023.01.27
ໂຮງງານຊີມັງ ວັງວຽງ ຈະກາຍເປັນ ແຫລ່ງທ່ອງທ່ຽວ ໂຮງງານຊີມັງ ວັງວຽງ ແຂວງວຽງຈັນ.
ບໍຣິສັດ ຊີມັງລາວ ມະຫາຊົນ

ບໍຣິສັດ ຊີມັງລາວ ມະຫາຊົນ ທີ່ນັກລົງທຶນຈີນ ເປັນຜູ້ຖືຫຸ້ນໃຫຍ່ ມີແຜນທີ່ຈະພັທນາ ໂຮງງານຊີມັງ ວັງວຽງຫລັງທີ 2 ຢູ່ເມືອງວັງວຽງ ແຂວງວຽງຈັນ ເປັນແຫລ່ງທ່ອງທ່ຽວ ຄົບວົງຈອນ ຫລືສວນວັທນະທັມວັງວຽງ ທີ່ເປັນມິຕຕໍ່ສິ່ງແວດ ລ້ອມ-ສີຂຽວ ຊຶ່ງມີເນື້ອທີ່ 150 ເຮັກຕ້າຣ໌. ປັດຈຸບັນ ພວມຢູ່ໃນລະຫວ່າງການສຶກສາ-ສໍາຣວດ ຄວາມເປັນໄປໄດ້.

ດັ່ງເຈົ້າໜ້າທີ່ ຜແນກລົງທຶນ ແຂວງວຽງຈັນທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍ ເສຣີ ໃນມື້ວັນທີ 27 ມົກກະຣານີ້ວ່າ:

ຕົ້ນອາທິດນີ້ ທາງສູນກາງມາເບິ່ງຄວາມພ້ອມ ມາເບິ່ງເງື່ອນໄຂຄວາມເປັນໄປໄດ້ ກະຕ້ອງໄດ້ມີການຂຽນບົດວິພາກເສຖກິດ-ເຕັກນິກ ເປົ້າໝາຍຂອງການດໍາເນີນທຸຣະກິຈ ແນ່ນອນວ່າຂັ້ນຄອນຈາກການຜະລິດອຸດສາຫະກັມ ມາເປັນການພັທນາອຸດສາຫະກັມ ການທ່ອງທ່ຽວ ແນ່ນອນວ່າມັນກໍຈະຕ້ອງໄດ້ ສ້າງສິ່ງຮອງຮັບຕ່າງໆຫັ້ນ.

ທ່ານກ່າວຕື່ມວ່າ ພາຍຫລັງການສຶກສາ ສໍາຣວດຄວາມເປັນໄປໄດ້ ສໍາເຣັດແລ້ວ ທາງບໍຣິສັດກໍຈະໃຊ້ເວລາ 3 ປີໃນການກໍ່ສ້າງ. ໃນນັ້ນໄລຍະທີ 1 ຈະດັດແປງໂຮງງານຊິມັງວັງວຽງ ຫລັງທີ 2 ເປັນຫລັກ. ສ່ວນອຸປກອນ ແລະເຄື່ອງຈັກຕ່າງໆ ພາຍໃນໂຮງງານນັ້ນ ຄາດວ່າຈະເອົາໄປຂາຍຕໍ່ ເພື່ອນໍາເງິນມາພັທນາເປັນບ່ອນທ່ອງທ່ຽວ. ສ່ວນຕຶກອາຄານ ໃນໂຮງງານບາງຕຶກ ກໍຈະຖືກມ້າງຖິ້ມ ແລະບາງຕຶກກໍຈະຮັກສາເອົາໄວ້ ເພື່ອເຮັດເປັນສໍານັກງານ ແລະຫ້ອງສະແດງສິນຄ້າຕ່າງໆ ຊຶ່ງຕາມແຜນ ແມ່ນຈະເປີດໃຫ້ບໍຣິການ ໄລຍະທີ 1 ໃນປີ 2024.

ໃນຂະນະດຽວກັນ ເຈົ້າໜ້າທີ່ຫ້ອງການຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ເມືອງວັງວຽງ ເວົ້າວ່າ ເນື່ອງຈາກ ເຂດພັທນາດັ່ງກ່າວ ເປັນໂຮງງານຜລິດຊິເມັນມາກ່ອນ ຊຶ່ງພາຍໃນໂຮງງານ ກໍເຕັມໄປດ້ວຍມົນລະພິດ, ທັງກິ່ນເໝັນ, ຂິວ ແລະຂີ້ຝຸ່ນ ດັ່ງນັ້ນຈຶ່ງຍັງບໍ່ທັນສາມາດ ຄາດເດົາແບບແຜນ ທີ່ຈະພັທນາໂຄງ ການນັ້ນໄດ້ວ່າ ຈະອອກມາໃນຮູບແບບໃດ, ແຕ່ເຖິງແນວໃດກໍຕາມ ຫາກຈະພັທນາພື້ນທີ່ ໂຮງງານນັ້ນ ເປັນແຫລ່ງທ່ອງທ່ຽວ ຄົບວົງຈອນ ກໍອາຈຕ້ອງໄດ້ໃຊ້ເວລາດົນພໍສົມຄວນ ກວ່າຈະສໍາເຣັດເປັນແຫລ່ງທ່ອງທ່ຽວໄດ້.

ອັນນີ້ ໂອ໊ ມັນເປັນໂຄງການຍາວນານ ກະບໍ່ທັນຮູ້ວ່າ ສິໄດ້ພັທນາມັນກໍບໍ່ງ່າຍ ອັນສິພັທນາແຫລ່ງທ່ອງທ່ຽວນີ້ ມັນຕ້ອງໄດ້ໃຊ້ເວລາຫລາຍປີເພາະວ່າ ມັນເປັນໂຄງການເພິ່ນ ຕ້ອງໄດ້ຜ່ານຣັຖບານ.

ພ້ອມດຽວກັນນີ້ ຊາວລາວຜູ້ນຶ່ງ ກໍເວົ້າຕໍ່ວິທຍຸ ເອເຊັຍ ເສຣີ ວ່າ ປະຊາຊົນຈໍານວນນຶ່ງທີ່ອາສັຍຢູ່ໃກ້ກັບໂຮງງານຊິມັງວັງວຽງຫລັງທີ 2 ນັ້ນເວົ້າວ່າ ໃນໄລຍະທີ່ຜ່ານມາ ໂຮງງານນີ້ໄດ້ສ້າງຜົລກະທົບ ຮຸນແຮງໃຫ້ແກ່ຊາວບ້ານໃນພື້ນທີ່ ມາເປັນເວລາຫລາຍປີແລ້ວ ໂດຍສະເພາະແມ່ນເຣື່ອງເສັ້ນທາງ ເປ່ເພ, ສຽງດັງ ແລະຂີ້ຝຸ່ນ ດັ່ງນັ້ນຈຶ່ງບໍ່ຕ້ອງການ ໃຫ້ມີການພັທນາໃດໆ ແລະຢາກໃຫ້ທາງການລາວ ສັ່ງປິດໂຮງງານນັ້ນແບບຖາວອນ ອັນຈະເປັນເຣື່ອງດີ ສໍາລັບຊາວບ້ານໃນເຂດນີ້ ແລະອີກຢ່າງນຶ່ງ ແມ່ນຊາວບ້ານຢາກເຫັນຊັພຍາກອນທັມມະຊາດ ໂດຍ ສະເພາະພູຜາ ແລະປ່າໄມ້ ທີ່ເປັນເອກລັກອັນສວຍງາມ ຂອງເມືອງວັງວຽງນັ້ນ ກັບມາສວຍງາມຄືໃນອະດີດ.

ອັນສິໃຫ້ຍ້າຍ ເພິ່ນກະບໍ່ຍ້າຍເນາະ ເພາະວ່າເຮັດຮ່ວມກັບຂັ້ນເທິງນີ້ ບໍ່ໄດ້ຍ້າຍ ມີແຕ່ວ່າ ກະບໍ່ຢາກໃຫ້ເຮັດວ່າຊັ້ນສາ ມັນຍົກເລີກ ບໍ່ໃຫ້ເຮັດແລ້ວກໍແລ້ວເນາະ ໄດ້ ກະມີແຕ່ໄດ້ບໍຣິສັດບໍ່ ແຕ່ເຂົາໄດ້ນ່າ ແຕ່ປະຊາຊົນກະສິບໍ່ໄດ້ດອກ ອັນນີ້ຍາກ.

ຊາວລາວອີກຜູ້ນຶ່ງ ຢູ່ເມືອງວັງວຽງ ກໍເວົ້າວ່າ ຊາວບ້ານໃນເຂດນີ້ ຮູ້ເຣື່ອງແຜນພັທນາ ແຫລ່ງທ່ອງທ່ຽວທີ່ວ່ານັ້ນ ມາໄດ້ໄລຍະນຶ່ງແລ້ວ ເນື່ອງຈາກທາງໂຮງງານ ໄດ້ເຊົາຈ້າງກັມມະກອນຊາວລາວ ໃນໄລຍະປີ 2021-2022 ທີ່ຜ່ານມາ ແລະວ່າ ຖ້າຫາກບໍຣິສັດຈີນ ພັທນາໂຄງການ ທີ່ເປັນມິຕຕໍ່ສິ່ງແວດລ້ອມ, ບໍ່ເກີດຜົລກະທົບໃດໆ ຊາວບ້ານພ້ອມສະນັບສນູນ, ຈະດີກວ່າໂຮງງານຊີມັງ, ແຕ່ຍັງເປັນຫ່ວງນໍາເຣື່ອງການເຂົ້າມາ ຂອງລົງທຶນຂອງຄົນຈີນ ທີ່ອາຈເຮັດໃຫ້ຊາວບ້ານ ໃນພື້ນທີ່ ເສັຍໂອກາດ ໃນການທໍາມາຫາກິນ, ຄ້າຂາຍ.

ໄດ້ຍິນທາງຜູ້ໃຫຍ່ເພິ່ນເວົ້າວ່າ ວ່າເພິ່ນສິເຮັດແຫລ່ງທ່ອງທ່ຽວນີ້ ພວກກັມມະກອນໂຮງງານຊິເມັນລະໄດ້ໂຈະງານໝົດດຽວນີ້ ຈັກ ນ່ອຍກະເປັນບ້ານພັກ ຮ້ານອາຫານ ໂຮງແຮມໝົດແຫລະເນາະ ແຖວນັ້ນ ລະບາງເທື່ອກະຊີໄຄກວ່າເຮັດໂຮງງານຊີມັງ ນີ້ເນາະ ບາງເທື່ອເນາະ.

ເຖິງຢ່າງໃດກໍຕາມ ຊາວລາວອີກຜູ້ນຶ່ງ ຢູ່ເມືອງວັງວຽງ ເວົ້າວ່າ ຢາກໃຫ້ທາງການສັ່ງປິດ ໂຮງງານນັ້ນໄປແບບຖາວອນ ເນື່ອງຈາກໄລຍະທີ່ຜ່ານມາ ໂຮງງານນີ້ໄດ້ສ້າງມົນລະພິດຕ່າງໆໃຫ້ຊາວບ້ານ ໃນເຂດນີ້ມາຢ່າງໜັກໜ່ວງ ແລະຍາວນານສົມຄວນ ໂດຍທີ່ຊາວບ້ານບໍ່ມີໃຜຈະເວົ້າໄດ້.

ໂຮງງານຊີມັງຫັ້ນແລ້ວ ປ່ອຍມົນລະພິດນ່າ ຄັນຢູ່ປະເທດອື່ນມັນບໍ່ໄດ້ແລ້ວ ມັນບໍ່ມີຜູ້ເວົ້າຜູ້ວ່າຫຍັງ ມັນຊິມີໃຜຄ້ານໄດ້. ຖືກບ່ອນໃດມັນຊິເອົາຄັກໆມາແລ້ວ ມັນກະໄດ້ໜີໃຫ້ມັນກ່ອນ.

ເມື່ອວັນທີ 23 ມົກກະຣານີ້ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ແລະທ່ານ ອຸ່ນທອງ ຂາວພັນ ຮອງຣັຖມົນຕຣີ ກະຊວງຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ໄດ້ໄປສໍາຣວດເຂດພັທນາແຫລ່ງທ່ອງທ່ຽວ ທີ່ີວ່ານັ້ນຊຶ່ງ ທ່ານ ສົມມາດ ໄດ້ເນັ້ນໃຫ້ທຸກພາກສ່ວນ ທີ່ກ່ຽວຂ້ອງ ທັງພາກຣັຖ ແລະ ບໍຣິສັດ ຜູ້ພັທນາ ປະສານວຽກງານກັນ ຢ່າງກົມກຽວ, ແລະວ່າ ຣັຖບານ ຈະໃຫ້ການຊ່ອຍເຫລືອ ແລະສົ່ງເສີມວຽກງານຕ່າງໆ ເພື່ອຈະເຮັດໃຫ້ເຂດນັ້ນ ກາຍເປັນສະຖານທີ່ທ່ອງທ່ຽວ ແຫ່ງໃໝ່ຂອງເມືອງວັງວຽງ.

ໂຮງງານຊິມັງວັງວຽງ ຫລັງທີ 2 ເປັນກິຈການນຶ່ງ ທີ່ຣັຖບານລາວ ເປັນຜູ້ເຣີ່ມຕົ້ນມາແຕ່ປີ 2002 ໂດຍໄດ້ຮັບການສະນັບສນູນ ຮອບດ້ານ ຈາກຮັຖບານຈີນ ພາຍໃຕ້ນະໂຍບາຍ ເງິນກູ້ດອກເບັ້ຍຜ່ອນຜັນ ທີ່ໄດ້ມອບໃຫ້ບໍຣິສັດ ຮ່ວມມືດ້ານເສຖກິຈ, ເຕັກນິກສາກົນຍຸນນານ ຂອງຈີນ ຫລື CYC ແລະຣັຖວິສາຫະກິຈ ພັທນາກະສິກັມ-ອຸດສາຫະກັມ ແລະບໍຣິການ ຂາອອກ-ຂາເຂົ້າ ຫລື DAI ເປັນຜູ້ຮ່ວມລົງທຶນ, ດໍາເນີນການຜລິດ ແລະຈໍາໜ່າຍຊີມັງ ຢູ່ພາຍໃນ ແລະສົ່ງໄປຂາຍຕ່າງປະເທດ. ໂຮງງານທີ່ວ່ານີ້ ໄດ້ເຮັດໃຫ້ຣັຖມີລາຍຮັບ ເຂົ້າງົບປະມານ ແຫ່ງຊາດປະມານ 20 ລ້ານໂດລ້າຣ໌ສະຫະຣັຖຕໍ່ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.