ຊາວນະຄອນຫຼວງ ທີ່ຖືກຜົລກະທົບ ດ້ານທີ່ດິນ ຢາກໃຫ້ແກ້ໄຂ ບັນຫາຄ່າຊົດເຊີຍ

ໄຊຍາ
2023.01.11
ຊາວນະຄອນຫຼວງ ທີ່ຖືກຜົລກະທົບ ດ້ານທີ່ດິນ ຢາກໃຫ້ແກ້ໄຂ ບັນຫາຄ່າຊົດເຊີຍ ກອງປະຊຸມ ສມັຍສາມັນ ເທື່ອທີ 4 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ.
ສະພາປະຊາຊົນ ນະຄອນຫຼວງວຽງຈັນ

ສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ 2 ເປີດກອງປະຊຸມສມັຍ ສາມັນ ເທື່ອທີ 4 ຢ່າງເປັນທາງການແລ້ວ ໃນວັນທີ 11 ມົກກະຣາ 2023 ນີ້ຊຶ່ງຈະດຳເນີນໄປຈົນເຖິງ 19 ມົກຣາ 2023 ໂດຍຈະມີການພິຈາຣະນາ ແລະ ຮັບຮອງເອົາຫລາຍບັນຫາ ທີ່ສຳຄັນພາຍໃນ ນະຄອນຫລວງວຽງຈັນ ລວມທັງພິຈາຣະນາ ແລະ ຮັບຮອງເອົາບົດຣາຍງານ ການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວ ວຽກງານປະຈຳປີ 2022 ແລະ ນິຕິກັມຕ່າງໆ ພ້ອມກັບຫົວຂໍ້ອື່ນໆ.

ໃນພິທີເປີດກອງປະຊຸມ ສມັຍສາມັນເທື່ອທີ 4 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ 2 ໃນຕອນເຊົ້າຂອງວັນທີ 11 ມົກຣານີ້ ທ່ານ ອະນຸພາບ ຕຸລາລົມ ປະທານສະພາ ນະຄອນຫລວງວຽງຈັນໄດ້ກ່າວເຖິງບັນຫາຕ່າງໆ ຢູ່ນະຄອນຫລວງວຽງຈັນ ໃນຕອນນຶ່ງວ່າ ໄລຍະປີ 2022 ທີ່ຜ່ານມານີ້ ປະເທດລາວ ໄດ້ພົບຄວາມຫຍຸ້ງຍາກ ທາງດ້ານເສຖກິຈ-ການເງິນ ແລະ ພົບຄວາມທ້າທາຍໃໝ່ ເປັນຕົ້ນການເໜັງຕີງ ຂອງອັດຕຣາແລກປ່ຽນເງິນຕຣາ, ລາຄານໍ້າມັນ ແລະ ລາຄາສິນຄ້າ ເພີ່ມສູງຂຶ້ນຊຶ່ງໃນຖານະ ນະຄອນຫລວງວຽງຈັນ ເປັນໂຕເມືອງໃຫຍ່ ກ່ວາແຂວງອື່ນ ກໍໄດ້ຮັບຜົນກະທົບໂດຍຕຣົງ ຈາກຂໍ້ຫຍຸ້ງຍາກ ແລະສິ່ງທ້າທາຍດັ່ງກ່າວ ຈຶ່ງໄດ້ສົ່ງຜົນກະທົບເຮັດໃຫ້ ປະຊາຊົນໃນ ນະຄອນຫລວງວຽງຈັນ ພົບກັບຄວາມຝືດເຄືອງ. ອີງຕາມການຣາຍງານ ຂອງສຳນັກຂ່າວເສຖກິຈ-ການ ຄ້າໃນວັນທີ 11 ມົກກະຣາ 2023.

ສ່ວນຊາວລາວ ຢູ່ນະຄອນຫລວງວຽງຈັນ ກໍຢາກໃຫ້ກອງປະຊຸມ ສມັຍສາມັນເທື່ອທີ 4 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ 2 ມີການຄົ້ນຄ້ວາ ແລະ ແກ້ໄຂບັນຫາຕ່າງໆ ທີ່ຍັງຄົງຄ້າງແລະແກ່ຍາວມາໂດຍຕລອດ ເປັນຕົ້ນໂຄງການກໍ່ສ້າງ ທາງດ່ວນ ນະຄອນຫລວງວຽງຈັນ ໝາຽເລຂ 1 ຈາກເຂດບຶງທາດຫລວງ ຫາເຂດບ້ານດົງໝາກຄາຍ ທີ່ຍັງບໍ່ມີຄວາມຄືບໜ້າ ແລະ ການກໍ່ສ້າງກໍບໍ່ທັນເປັນໄປຕາມແຜນການ ຍ້ອນການໄກ່ເກັ່ຽ ເຣື່ອງຈ່າຍເງິນຄ່າຊົດເຊີຽ ໃຫ້ແກ່ຊາວບ້ານ ຍັງບໍ່ສາມາດຕົກລົງກັນໄດ້ເທື່ອ.

ດັ່ງຊາວບ້ານ ຜູ້ທີ່ຈະເສັຽທີ່ດິນໃຫ້ໂຄງການນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 11 ມົກຣານີ້ວ່າ:

ໂອຍັງບໍ່ໄດ້ຍິນເພິ່ນວ່າຫຍັງ ເລີຍກາຊິໄດ້ລໍຟັງຄວາມເບິ່ງກ່ອນ ເພາະເຮົາກາຢາໄປປຸກເຮືອນຫັ້ນນ່າ ເຮົາກາບໍ່ໄດ້ຕາມຂ່າວ ກອງປະຊຸມ.

ຊາວບ້ານອີກທ່ານນຶ່ງ ທີ່ຢູ່ໃນເຂດບ້ານທີ່ຈະເສັຽທີ່ດິນ ໃຫ້ແກ່ໂຄງການກໍ່ສ້າງ ທາງດ່ວນນະຄອນຫລວງວຽງຈັນ ໝາຽເລຂ 1 ກໍຢືນຢັນວ່າການຄົ້ນຄ້ວາ ກ່ຽວກັບເຣື່ອງການຈ່າຍຄ່າ ຊົດເຊີຽ ທີ່ດິນໃຫ້ແກ່ຊາວບ້ານ ໄດ້ມິດງຽບໄປເປັນເວລາເກືອບ 2 ປີແລ້ວ ເຮັດໃຫ້ຫລາຍຄອບຄົວບໍ່ສົນໃຈວ່າ ຈະເສັຽທີ່ດິນໃຫ້ແກ່ໂຄງການນີ້ ຫລື ບໍ່ ແລະຫລາຍຄົນກໍໄດ້ປຸກເຮືອນ ແລະສິ່ງປຸກສ້າງ ໃສ່ທີ່ດິນເຂດດັ່ງກ່າວແລ້ວ.

ດັ່ງທ່ານກ່າວວ່າ:

ບໍ່ມີຫຍັງມາເລີຍມິດເລີຍ ດິນທີ່ຖົມໄປກາມິດໝົດເລີຍນ່າ ເຣື່ອງໃບຕາດິນເຂົາຈະບໍ່ອອກໃຫ້ບໍ່ມີການເຄື່ອນໄຫວ ເຣື່ອງອອກໃບຕາດິນຫັ້ນ ເຮົາກາບໍ່ສົນໃຈ ເຮົາກາສ້າງເຮືອນ ເຮົາໄປລະກາແລ້ວ.

ຊາວບ້ານອີກຫລາຍຄອບຄົວ ຢູ່ເຂດບ້ານຊຽງດາ ເມືອງໄຊເສດຖາທີ່ຈະຖືກໂຄງການ ກໍ່ສ້າງໂລຈິສຕິກພາຣ໌ກ ຂອງໂຄງການທ່າບົກທ່ານາແລ້ງ ຂຍາຍເນື້ອທີ່ມາກວມເອົາທີ່ດິນນັ້ນ ກໍ່ຢາກໃຫ້ກອງປະຊຸມດັ່ງກ່າວ ມີການຄົ້ນຄ້ວາ ແລະ ຫາແນວທາງແກ້ໄຂ ກ່ຽວກັບການຊົດເຊີຍ ໃນແກ່ຊາວບ້ານໃຫ້ສຳເຣັດແບບໄວທີ່ສຸດ ເພື່ອທີ່ຊາວບ້ານ ຈະຍອມມອບທີ່ດິນ ໃຫ້ແກ່ໂຄງການດັ່ງກ່າວ ຢ່າງເໝາະສົມ.

ດັ່ງຊາວບ້ານ ໃນເຂດບ້ານຊຽງດາ ທ່ານນຶ່ງກ່າວວ່າ:

ລົງມາແລ້ວເຣື່ອງເງິນ ເຣື່ອງຄຳ ເພິ່ນກາຊິຈ່າຍແຕ່ວ່າ ເພິ່ນກາບໍ່ທັນແຈ້ງຈ່າຍ ຕອນໃດສື່ໆ ເພິ່ນກາເຣີ່ມມາບຸກເບີກແຕ່ລະຈຸດໆ ແລ້ວເດ ຈັ່ງໃດເພິ່ນກາຊິເອົາ ເຮົາກໍບໍ່ຂັດບໍ່ຂ້ອງດອກ ແຕ່ວ່າກາຢາກໃຫ້ມັນໄວຫັ້ນແຫລະ ລໍຟັງເພິ່ນເບິ່ງ.

ຊາວບ້ານຢູ່ບ້ານຊຽງດາ ເມືອງເສດຖາ ອີກທ່ານນຶ່ງມີຄວາມກັງວົນວ່າ ຄອບຄົວຂອງທ່ານ ແລະ ຊາວບ້ານອີກຫລາຍຄົນ ຈະຕ້ອງເສັຽເຮືອນ ໃຫ້ແກ່ໂຄງການ ກໍ່ສ້າງເຂດໂລຈິສຕິກ ດັ່ງກ່າວ ໃນອີກບໍ່ດົນນີ້ ຍ້ອນເຫັນທາງໂຄງການຄ່ອຍໆ ບຸກເບີກເນື້ອທີ່ ຈົນເກືອບມາຮອດເຂດເຮືອນ ຂອງທ່ານແລ້ວ ແຕ່ການເຈຣະຈາ ເຣື່ອງເງິນຄ່າຊົດເຊີຽ ພັດຍັງບໍ່ມີຄວາມຄືບໜ້າແຕ່ຢ່າງໃດ.

ດັ່ງທ່ານກ່າວວ່າ:

ໂຄງການ ເຂົາມາບຸກເບີກເດ້ ເຂົາມາກວດ ເຂົາມາບຸກເບີກແລ້ວແຫລະ ບ່ອນໃດທີ່ວ່າບໍ່ມີເຮືອນ ເຂົາດຸດໝົດລະ ແຕ່ວ່າເງິນບໍ່ໄດ້ເດກາບໍ່ຄືບໜ້າ.

ຊາວບ້ານໃນ ນະຄອນຫລວງວຽງຈັນ ທີ່ຍັງບໍທັນໄດ້ຮັບເງິນຄ່າຊົດເຊີຍ ຈາກໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ກ່າວວ່າຍານາງເອງຢາກໃຫ້ ກອງປະຊຸມດັ່ງກ່າວ ເນັ້ນການຄົ້ນຄ້ວາ ກ່ຽວກັບການແກ້ໄຂບັນຫານີ້ ເພື່ອໃຫ້ຊາວບ້ານໄດ້ຮັບຄ່າຊົດເຊີຍ ຈາກໂຄງການດັ່ງກ່າວ ແບບໄວ ແລະ ຢ່າງເໝາະສົມ ເນື່ອງຈາກວ່າ ໃນໄລຍະທີຜ່ານມາ ຊາວບ້ານຜູ້ອັບຜົນປໂຍດ ບໍ່ສາມາດຮຽກຮ້ອງ ຕໍ່ພາກສ່ວນໃດໄດ້.

ດັ່ງຊາວບ້ານ ຍານາງນຶ່ງ ກ່າວວ່າ:

ກາຢາກໃຫ້ເພິ່ນຊ່ອຍປະຊາຊົນນີ້ແຫລະ ເພາະວ່າໄດ້ເສັຽໄຮ່ເສັຽນາ ເສັຽດິນ ເສັຽດອນ ຜູ້ບໍ່ມີເຮືອນຢູ່ກາບໍ່ມີໄປຮຽກຮ້ອງ ທາງໃດ ກາງຽບ ເພິ່ນກາປີ້ນໄປປີ້ນມາເພາະວ່າ ມັນກາຜ່ານມາແລ້ວນີ້ ປະມານ 3 ປີແລ້ວບໍ່ໄດ້ຊົດເຊີຍ ໃຫ້ປະຊາຊົນເທື່ອ

ນອກຈາກນີ້ ຍັງມີຊາວນະຄອນຫລວງວຽງຈັນ ອີກຫລາຍຄອບຄົວ ກໍຢາກໃຫ້ກອງປະຊຸມ ດັ່ງກ່າວຄົ້ນຄ້ວາ ແລະ ຫາແນວທາງແກ້ໄຂ ບັນຫາຕ່າງໆ ທີ່ສົ່ງຜົນຕໍ່ຊີວິຕ ປະຈຳວັນຂອງພວກເຂົາເຈົ້າ ໂດຍສະເພາະແກ້ໄຂບັນຫາ ທາງດ້ານເສຖກິຈ ແລະ ເງິນເຟີ້ ຊຶ່ງສ່ວນໃຫຍ່ເຫັນວ່າ ຍັງເປັນບັນຫາທີ່ຍັງແກ້ໄຂບໍ່ທັນໄດ້ເທື່ອ.

ດັ່ງຊາວບ້ານອີກທ່ານນຶ່ງກ່າວວ່າ:

ຍັງອັນນັ້ນຢູ່ຍັງອ່ອນຄ່າຢູ່ 505 ກີບຕໍ່ບາທດຽວນີ້ ເພິ່ນກຳລັງຈັດການຢູ່ ຄົນຈີນ ຄົນໄທຍ ກາຫລາຍ.

ໃນໄລຍະ 2-3 ປີກ່ອນໜ້ານີ້ກໍ ໄດ້ມີການຖ່າຍທອດສົດ ກອງປະຊຸມສມັຍສາມັນ ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຜ່ານສື່ສັງຄົມອ໋ອນລາຍນ໌ ຂອງສຳນັກຂ່າວຕ່າງໆ ເພື່ອໃຫ້ປະຊາຊົນ ໄດ້ຕິດຕາມຮັບຊົມກອງປະຊຸມດັ່ງກ່າວ ຊຶ່ງບັນດາສະມາຊິກສະພາແຂວງ ຫລື ສສຂ ກໍນຳບັນຫາຕ່າງໆ ມາສເນີຕໍ່ກອງປະຊຸມ ດັ່ງກ່າວຢູ່ເລື້ອຍໆ ເປັນຕົ້ນບັນຫາຈ່າຍເງິນຄ່າຊົດເຊີຍ ຈາກໂຄງການກໍ່ສ້າງ ທາງຣົຖໄຟລາວ-ຈີນ ແບບຫລ້າຊ້າ ແລະ ຄວາມບໍ່ໂປ່ງໃສ ຂອງໂຄງການຕ່າງໆ. ແຕ່ສຳລັບກອງປະຊຸມ ສມັຍສາມັນເທື່ອທີ 4 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ 2 ໃນຄັ້ງນີ້ ປະກົດວ່າ ຍັງບໍ່ທັນມີການຖ່າຍທອດສົດ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.