ສລຸບຂ່າວເດັ່ນ ໃນປີ 2022 ທີ່ຜ່ານມາ ຕອນທີ 2

ພອນ ພູມມີທອນ
2023.01.24
ສລຸບຂ່າວເດັ່ນ ໃນປີ 2022 ທີ່ຜ່ານມາ ຕອນທີ 2 ຊາວລາວ ຖືຕຸກນ້ຳດື່ມນ້ອຍ-ໃຫຍ່ ໄປຕໍ່ຄິວຊື້ນ້ຳມັນເຊື້ອເພີງ ທີ່ປ້ຳນ້ຳມັນເຊື້ອເພີງ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ, 15 ພຶສພາ 2022. (TS)
RFA

ຂ່າວເດັ່ນລໍາດັບ 5: ຣັຖບານລາວ ເປີດປະເທດ ຢ່າງເຕັມຮູບແບບ ພາຍຫລັງປິດປະເທດ ມາຕັ້ງແຕ່ປີ 2020. ເມື່ອວັນທີ 9 ພຶສພາ ປີ 2022 ຣັຖບານລາວ ໄດ້ປະກາດເປີດປະເທດ ຢ່າງເຕັມຮູບແບບ ແລະ ອະນຸຍາດ ໃຫ້ຊາວລາວ ແລະ ຊາວຕ່າງປະເທດ ສາມາດເດີນທາງເຂົ້າ-ອອກປະເທດ ໄດ້ຕາມປົກະຕິ ຢູ່ດ້ານສາກົລທຸກແຫ່ງ ພາຍຫລັງທີ່ໄດ້ເຣີ່ມ ປິດດ່ານສາກົລ ແຕ່ລະແຫ່ງ ແລະ ບໍ່ອະນຸຍາດ ໃຫ້ການເຂົ້າ-ອອກປະເທດ ນັບແຕ່ເດືອນ ມີນາ ປີ 2020 ຍ້ອນ ການແຜ່ຣະບາດຂອງໂຄວິດ-19 ແລະ ກໍປະຕິບັດມາຕການ ລ໋ອກດາວ ພາຍໃນປະເທດມາເລື້ອຍໆ ຈົນມາເຖິງໄລຍະ ເວລາ ທີ່ການສັກວັກຊີນ ປ້ອງກັນໂຄວິດ-19 ໃຫ້ແກ່ປະຊາຊົນ ສາມາດຄວບຄຸມ ທົ່ວປະເທດ ແລະ ການຄອບຄຸມສະຖານການ ການແຜ່ຣະບາດຂອງໂຄວິດ-19 ໃນລາວ ມີທິດທາງທີ່ດີຂຶ້ນ ຣັຖບານລາວ ຈຶ່ງໄດ້ປະກາດໃຫ້ເປີດປະເທດ ພາຍຫລັງທີ່ໄດ້ປິດປະເທດໄປ ເປັນໄລຍະເວລາ 2 ປີປາຍ.

ດັ່ງເຈົ້າຫນ້າທີ່ ຂແນງການທ່ອງທ່ຽວ ນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນເວລານັ້ນວ່າ:

ເປີດປະເທດເລີຍ ຕາມຂ່າວຫັ້ນແຫຼະ ຜູ້ໃດຢາກອອກກໍອອກໄດ້ ຜູ້ໃດຢາກເຂົ້າກໍເຂົ້າໄດ້ ແຕ່ວ່າຕ້ອງເບິ່ງຕາມມາຕການ ທີ່ເພິ່ນວາງອອກຫັ້ນນ່າ ດຽວນີ້ໄປໄດ້ທົ່ວປະເທດແລ້ວ ດ່ານມິຕພາບລາວ-ໄທຍ ໜອງຄາຍເຂົາເປີດແລ້ວ.”

ສໍາລັບການເຂົ້າ-ອອກປະເທດ ຂອງຊາວຕ່າງປະເທດ ທີ່ເຂົ້າມາໃນລາວ ໃນໄລຍະທໍາອິດ ພາຍຫລັງຈາກໄດ້ມີການເປິດປະເທດນັ້ນ, ເຈົ້າຫນ້າທີ່ຢູ່ດ່ານສາກົລ ແຕ່ລະແຫ່ງ ກໍມີການກວດໃບຢັ້ງຢືນ ການສັກວັກຊີນ ປ້ອງກັນໂຄວິດ-19 ແບບຄົບໂດສ ກ່ອນທີ່ຈະອານຸຍາດ ໃຫ້ເຂົ້າສູ່ປະເທດ ແຕ່ມາຮອດເດືອນທັນວາ ປີ 2022 ທາງການລາວ ກໍໄດ້ມີການຍົກເລີກ ເງື່ອນໄຂດັ່ງກ່າວ ເພື່ອອໍານວຍຄວາມສະດວກ ແກ່ການເດີນທາງເຂົ້າ-ອອກ ປະເທດລາວ ໃຫ້ກັບເຂົ້າສູ່ສະພາບປົກຕິ ຄືກັນກັບກ່ອນທີ່ຈະມີການລະບາດ ຂອງໂຄວິດ-19.

image.jpg
ຄົນງານລາວ ຊຸດທຳອິດ ທີ່ເດີນທາງເຂົ້າໄປເຮັດວຽກ ຢູ່ປະເທດໄທຍ ຕາມ MOU, ວັນທີ 28 ມີນາ 2022.

ຂ່າວເດັ່ນລໍາດັບທີ 4: ຣັຖບານ ຂອງຫລາຍປະເທດ ຊ່ວຍເຫລືອຊາວພົລເມືອງ ຂອງຕົນ ທີ່ຖືກຕົວະໄປເຮັດວຽກ ທີ່ຜິດກົດໝາຍ ຢູ່ເຂດ ເສຖກິຈພິເສດສາມຫລ່ຽມຄໍາ. ນັບແຕ່ເດືອນ ມີນາ ປີ 2022 ເປັນຕົ້ນມາ ເຈົ້າໜ້າທີ່ຣັຖບານ ຂອງຫລາຍປະເທດເປັນຕົ້ນ ໄທຍ, ມາເລເຊັຍ ແລະ ປາກີສຖານ ໄດ້ຊ່ວຍເຫລືອພົລເມືອງ ຂອງປະເທດຕົນ ທີ່ຖືກຕົວະໄປເຮັດວຽກ ເປັນ ສແກມເມີອຣ໌ ຫລື ຂບວນການຕົ້ມຕຸ໋ນເອົາເງິນຜູ້ອື່ນ ຜ່ານລະບົບ ອິນເຕອເນັທ ຢູ່ເຂດເສຖກິຈພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊິ່ງສ່ວນໃຫຍ່ ຖືກຕົວະໄປເຮັດວຽກ ສແກມເມີ້ອຣ໌ ຢູ່ເຂດ ຄາຊີໂນ ຄິງສ໌ໂຣມັນສ໌ ແລ້ວຖືກນາຍຈ້າງ ບັງຄັບໃຫ້ເຮັດວຽກຢ່າງຫນັກ ແບບບໍ່ໄດ້ຮັບເງິນເດືອນ ພ້ອມທັງຖືກກັກຂັງ ແລະຖືກຂົ່ມຂູ່ວ່າ ຈະທໍາຮ້າຍຮ່າງກາຍ, ເຊິ່ງເປັນປະກົດການ ທີ່ບໍ່ເຄີຍເກີດຂຶ້ນ ຢູ່ພາຍໃນເຂດເສຖກິຈພິເສດສາມຫລ່ຽມຄໍາມາກ່ອນ.

ດັ່ງ ຄົນງານລາວ ທີ່ເຄີຍຖືກຊ່ວຍເຫລືອ ອອກຈາກເຂດເສຖກິຈພິເສດສາມຫລ່ຽມຄໍາ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນເວລານັ້ນວ່າ:

ຖ້າມີເອກສານຢັ້ງຍືນ ໂຕຕົນຫັ້ນມາເຮັດວຽກ ຄົນລາວກໍຫລາຍ ແລ້ວກໍຄົນພະມ້າກໍຫລາຍ ຄົນຈີນກໍຫລາຍ ຄົນວຽດກໍມີ ມັນມີທຸກປະເທດເລີຍ ຢູ່ໃນສາມຫລ່ຽມຄຳນີ້ວຽກຜູ້ສາວກໍມີ ມັນມີຫລາຍວຽກ.” 

ຫລັງຈາກນັ້ນເປັນຕົ້ນມາ ສະຖານທູຕ ຂອງຫລາຍປະເທດ ທີ່ປະຈໍາຢູ່ປະເທດລາວ ເປັນຕົ້ນ ສຫຣັຖ ອເມຣິກາ, ໄທຍ, ມາເລເຊັຍ, ອິນເດັຍ ແລະ ປະເທດອື່ນໆ ກໍໄດ້ອອກແຈ້ງການ ເຕືອນພົລເມືອງ ຂອງປະເທດເຂົາເຈົ້າ ໃຫ້ລະມັດລະວັງ ການຖືກຕົວະ ໄປເຮັດວຽກແບບຜິດກົດໝາຍ ຢູ່ໃນເຂດເສຖກິຈພິເສດສາມຫລ່ຽມຄໍາ ພາຍຫລັງທີ່ຮູ້ຂໍ້ມູນວ່າ ພົລເມືອງຈາກຫລາຍປະເທດ ຈໍານວນຫລາຍຄົນ ຖືກຕົວະໃຫ້ໄປເຮັດວຽກ ເປັນ ສແກມເມີອຣ໌ ຢູ່ເຂດດັ່ງກ່າວ ພ້ອມດຽວກັນນັ້ນ ເວັບໄຊຕ໌ ຂອງກະຊວງ ການຕ່າງປະເທດ ຂອງ ຫລາຍປະເທດ ອີກຈໍານວນນຶ່ງ ເປັນຕົ້ນ ອອສເຕຣເລັຍ ກໍໄດ້ແຈ້ງເຕືອນພົລເມືອງ ຊາວ ອອສເຕຣເລັຍ ໃຫ້ມີຄວາມລະມັດລະວັງຢ່າງສູງ ໃນການເດີນທາງໄປທ່ອງທ່ຽວ ຢູ່ແຂວງບໍ່ແກ້ວ ແລະ ພື້ນທີ່ເຂດເສຖກິຈພິເສດສາມຫລ່ຽມຄໍາ ໂດຍໄດ້ຊີ້ແຈງວ່າ ເຂດດັ່ງກ່າວ ເປັນເຂດທີ່ມີທັງ ອາຊຍາກັມ , ຢາເສບຕິດ, ການຄ້າມະນຸສ ແລະ ການຕົວະໄປເຮັດວຽກ ແບບຜິດກົດໝາຍ.

8 Oudomxay Flood_9-1-2022.jpg
ປະຊາຊົນທີ່ຖືກນ້ຳຖ້ວມ ກຳລັງຖືກຊ່ວຍເຫຼືອ.

ຂ່າວເດັ່ນລໍາດັບທີ່ 3: ເຫດການນ້ໍາຖ້ວມຄັ້ງໃຫຍ່ທີ່ສຸດ ໃນຣອບ 37 ປີ ທີ່ແຂວງ ອຸດົມໄຊ. ໃນເດືອນສິງຫາ ປີ 2022 ໄດ້ເກີດເຫດການນ້ໍາຖ້ວມ ຄັ້ງໃຫຍ່ທີ່ສຸດ ໃນຣອບ 37 ປີ ຢູ່ຫລາຍໂຕເມືອງ ໃນເເຂວງ ອຸດົມໄຊ ເຮັດໃຫ້ເຮືອນຊາວບ້ານຫລາຍຫລັງ ຖືກນ້ໍາຖ້ວມ ແລະເຮືອນອີກຈໍານວນນຶ່ງ ຖືກນ້ໍາພັດໄຫລໄປ ເສັຍຫາຍໝົດຫລັງ ພ້ອມທັງມີຊາວບ້ານ ເສັຍຊີວິຕຈໍານວນນຶ່ງ ອີກທັງເສັ້ນທາງຫລາຍແຫ່ງ ຖືກຕັດຂາດ ແລະ ສິ່ງປຸກສ້າງຕ່າງໆ ລວມທັງລະບົບນ້ໍາປະປາ ແລະໄຟຟ້າ ກໍໄດ້ຮັບຄວາມເສັຍຫາຍ ຢ່າງຫນັກຫນວ່ງ ເຊັ່ນດຽວກັນ ຈົນທາງການແຂວງອຸດົມໄຊ ໄດ້ມີການປະກາດ ໃຫ້ຫລາຍຈຸດ ໃນທົ່ວແຂວງ ເປັນພື້ນທີ່ປະສົບພັຍພິບັດ ແລະ ໄດ້ມີການສົ່ງເຈົ້າໜ້າທີ່ທະຫານ ໄປປະຈໍາການ ເພື່ອຮັກສາຄວາມປອດພັຍ ຢ່າງເຂັ້ມງວດ, ໂດຍເຫດການນ້ໍາຖ້ວມ ຢູ່ແຂວງ ອຸດົມໄຊໃນຄັ້ງນີ້ ຖືເປັນເຫດການນ້ໍາຖ້ວມໃຫຍ່ທີ່ສຸດ ໃນປີ 2022 ຂອງປະເທດລາວ.

ດັ່ງ ເຈົ້າໜ້າທີ່ຜແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ອຸດົມໄຊ ກ່າວຕໍ່ວິທຍຸ  ເອເຊັຽ ເສຣີ ໃນເວລານັ້ນວ່າ:

“ໂຕນີ້ ຍັງປະເມີນລາຄາບໍ່ໄດ້ເທື່ອ ປະເມີນຄວາມເສັຽຫາຍ ລະອຽດບໍ່ໄດ້ເທື່ອ ເພາະວ່າຕາມເບິ່ງນີ້ ໜັກພໍສົມຄວນ ເພາະວ່າລະບົບໄຟຟ້າ, ນໍ້າປະປາ, ລະບົບຄົມມະນາຄົມ ແມ່ນເສັຽຫາຍໝົດ ປັດຈຸບັນນີ້ການໄປ-ການມາ ກາຍັງຫຍຸ້ງຍາກ ການຟື້ນຟູຄົວເຮືອນ ຫຼືວ່າການອະນາມັຍ ກາຍັງບໍ່ທັນແລ້ວເທື່ອເດ້ ພໍແຕ່ແກ້ໄຂສຸກເສີນ ພໍໄປມາຫາກັນໄດ້ກ່ອນ.”

ສຳລັບເຫດການນ້ໍາຖ້ວມ ຢູ່ແຂວງອຸດົມໄຊເທື່ອນີ້, ທ່ານບຸນຄົງ ຫລ້າຈຽມພອນ ເຈົ້າແຂວງ ແຂວງອຸດົມໄຊ ໄດ້ຣາຍງານວ່າ ມີບ້ານໄດ້ຮັບຜົລກະທົບ ຈາກເຫດການນ້ໍາຖ້ວມ ທັງໝົດ 25 ບ້ານ . ໃນນັ້ນມີເຮືອນຈໍານວນ 459 ຫລັງ ເຊິ່ງມີຊາວບ້ານອາສັຍຢູ່ທັງໝົດ 2,324 ຄົນ, ມີເຮືອນໄດ້ຮັບຜົລກະທົບ 66 ຫລັງ ແລະ ເຮືອນຖືກນ້ໍາໄຫລຊຸໄປ 58 ຫລັງ, ມີຜູ້ເສັຍຊີວິຕ 2 ຄົນ, ເສັ້ນທາງຖືກຕັດຂາດ 4 ຈຸດ ແລະເສັ້ນທາງຖືກດິນເຈື່ອນທັບ 15 ຈຸດ ແລະ ເນື້ອທີ່ທໍາການກະເສຕ ເສັຍຫາຍທັງໝົດ 35 ເຮກຕ້າຣ໌.

image.png
ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ປະກາດລາອອກ ກາງສະພາແຫ່ງຊາຕ.

ຂ່າວເດັ່ນລໍາດັບທີ 2: ທ່ານ ດຣ. ພັນຄໍາ ວິພາວັນ ປະກາດລາອອກຈາກຕໍາແໜ່ງ ນາຍົກຣັຖມົນຕຣີລາວ. ໃນເວລາບ່າຍ 2 ໂມງ ຂອງວັນທີ 30 ທັນວາ ປິ 2022 ທ່ານ ດຣ. ພັນຄໍາ ວິພາວັນ ໄດ້ປະກາດລາອອກ ຈາກຕໍາແໜ່ງ ນາຍົກຣັຖມົນຕຣີລາວ ໂດຍການຖແຫລງ ຜ່ານກອງປະຊຸມ ສະພາແຫ່ງຊາຕລາວ ສມັຍສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ອັນເປັນວາຣະພິເສດ ກ່ອນທີ່ຈະມີການປິດກອງປະຊຸມ ໃນມື້ດັ່ງກ່າວ, ເຊິ່ງ ທ່ານ ດຣ. ພັນຄໍາ ໄດ້ໃຫ້ເຫດຜົລວ່າ ທ່ານມີບັນຫາທາງດ້ານສຸຂພາບ ແລະ ບໍ່ສາມາດທີ່ຈະແບກຫາບພາຣະ ໃນການບໍຣິຫານປະເທດໄດ້ອີກຕໍ່ໄປ ໂດຍທ່ານໄດ້ສເນີ ຜ່ານປະທານປະເທດລາວ, ທ່ານ ດຣ. ທອງລຸນ ສີສຸລິດ ເພື່ອຮັບຮອງ ແລະ ອານຸຍາດໃຫ້ທ່ານ ອອກພັກການ ຮັບອຸດຫນູນ-ບໍານານ.

ດັ່ງ ທ່ານ ດຣ. ພັນຄໍາ ໄດ້ກ່າວໃນຕອນນຶ່ງວ່າ:

ໃນສະພາບທີ່ບ້ານເມືອງ ກຳລັງພົບຄວາມຫຍຸ້ງຍາກ ຄືສູ່ມື້ນີ້, ຂ້າພະເຈົ້າ ບໍ່ສາມາດແບກຫາບ ພາຣະໜ້າທີ່ ອັນໜັກໜ່ວງຕໍ່ໄປໄດ້ແລ້ວ. ຍ້ອນແນວນັ້ນ, ໃນວັນທີ 15 ທັນວາ ປີ 2022, ຂ້າພະເຈົ້າ ຈຶ່ງໄດ້ຂຽນຄຳຮ້ອງ ສເນີເຖິງທ່ານປະທານປະເທດ ເພື່ອຂໍໃຫ້ເພິ່ນພິຈາຣະນາ ອະນຸມັດໃຫ້ ຂ້າພະເຈົ້າ ໄດ້ຮັບນະໂຍບາຍ ອອກພັກຜ່ອນ ຮັບເບັ້ຽບຳນານ. ທ່ານປະທານປະເທດ ໄດ້ໃຫ້ຄວາມກະຣຸນາ ແລະ ເຫັນດີອະນຸຍາດ ໃຫ້ ຂ້າພະເຈົ້າ ອອກພັກຜ່ອນ ຮັບເບັ້ຽບຳນານ ຕາມການສເນີ.”

ສໍາລັບທ່ານ ດຣ. ພັນຄໍາ ວິພາວັນ ເປັນນາຍົກຣັຖມົນຕຣີລາວ ຄົນທີ 8 ໃນລະບອບ ທີ່ມີພັກປະຊາຊົນປະຕິວັຕລາວ ເປັນພັກກໍາອໍານາດ ເຊິ່ງທ່ານໄດ້ເຂົ້າຮັບຕໍາແໜ່ງ ນາຍົກຣັຖມົນຕຣີ ໃນວັນທີ 22 ມີນາ ປີ 2021 ແລະ ສີ້ນສຸດ ການເປັນນາຍົກຣັຖມົນຕຣີ ໃນວັນທີ 30 ທັນວາ ປີ 2022 ລວມໄລຍະເວລາ ດໍາຣົງຕໍາແໜ່ງ ນາຍົກຣັຖມົນຕຣີທັງໝົດ 1 ປີ 9 ເດືອນ ແລະ 8 ມື້ ເທົ່ານັ້ນ ເຊິ່ງຖືວ່າເປັນ ນາຍົກຣັຖມົນຕຣີລາວ ທີ່ດໍາຣົງຕໍາແໜ່ງ ເປັນເວລາສັ້ນທີ່ສຸດ, ແລະ ກ່ອນຫນ້າທີ່ທ່ານ ດຣ. ພັນຄໍາ ຈະປະກາດ ລາອອກຈາກຕໍາແໜ່ງ ນາຍົກຣັຖມົນຕຣີນັ້ນ ເຟສບຸກຄ໌ສ່ວນໂຕ ຂອງທ່ານ ໂຈເຊຟ ອັກຄະຣະວົງ ກໍໄດ້ມີ ການລະບຸຂໍ້ມູນວ່າ ທ່ານ ດຣ. ພັນຄໍາ ມີຄວາມສັມພັນ ກັບຍານາງ ວິພາພອນ ກອນສິນ ນັກທຸຣະກິຈລາວ ທີ່ຖືກ ຄາຕກັມ ແລະ ອໍາພາງສົບ ດ້ວຍການຢັດໃສ່ກະເປົາ ແລ້ວຖິ້ມລົງແມ່ນ້ໍາຂອງ.

ຂ່າວເດັ່ນລໍາດັບທີ 1: ບັນຫາ ການຂາດແຄນນ້ໍາມັນ ເຊື້ອເພີງ ໃນທົ່ວປະເທດລາວ ເປັນໄລຍະ ເວລາ 2 ເດືອນ: ນັບຕັ້ງແຕ່ເດືອນ ກຸມພາ ປີ 2022 ເປັນຕົ້ນມາ ໄດ້ເກີດບັນຫາຂາດແຄນນ້ໍາມັນ ໃນທົ່ວປະເທດລາວ ຍ້ອນບັນຫາຂາດແຄນເງິນຕຣາ ຕ່າງປະເທດ ເຮັດໃຫ້ບໍຣິສັດ ທີ່ນໍາເຂົ້ານ້ໍາມັນເຊື້ອເພິງ ຈາກຕ່າງປະເທດ ເຂົ້າມາໃນລາວ ບໍ່ສາມາດນໍາເຂົ້ານ້ໍາມັນເຊື້ອເພິງ ໄດ້ຕາມປົກຕິ ເນື່ອງຈາກບໍ່ມີເງິນຕຣາຕ່າງປະເທດ ໄປຊື້ນ້ໍາມັນຈາກຕ່າງປະເທດ, ເຊິ່ງເປັນບັນຫາດັ່ງກ່າວ ໄດ້ເຮັດໃຫ້ເກີດວິກິຕ ຂາດແຄນນ້ໍາມັນ ໃນຫລາຍແຂວງ ທົ່ວປະເທດລາວ ແລະ ເຮັດໃຫ້ປ້ໍານ້ໍາມັນຫລາຍແຫ່ງ ຕ້ອງໄດ້ປິດໃຫ້ບໍຣິການ ແບບບໍ່ມີກໍານົດ ຍ້ອນບໍ່ມີນ້ໍາມັນພຽງພໍ ເຊິ່ງໄດ້ສົ່ງຜົລໃຫ້ຊາວບ້ານ ແລະ ຜູ້ປະກອບການດ້ານຕ່າງໆ ທີ່ຕ້ອງນໍາໃຊ້ຣົຖ ເປັນພາຫະນະ ໃນການເດີນທາງ ແລະຂົນສົ່ງ ກໍລ້ວນແຕ່ໄດ້ຮັບຜົລກະທົບ ຢ່າງໜັກ ແລະ ຕ້ອງໄດ້ໄປຊື້ນ້ໍາມັນທີ່ບັນຈຸໃສ່ກະຕຸກນ້ໍາ ທີ່ວາງຂາຍຢູ່ແຄມທາງ ໃນລາຄາແພງກ່າວປົກຕິ.

ດັ່ງຊາວບ້ານຢູ່ແຂວງນ້ໍາທາ ໄດ້ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນເວລານັ້ນວ່າ:

ຕັ້ງແຕ່ວັນອາທິດເນາະ ນ້ຳມັນບໍ່ມີນີ້ ບໍ່ໄດ້ໃສ່ຊ້ຳ ຕາມທາງເນາະເຫັນເຂົາຂາຍ ຕຸກນ້ຳດື່ມຫັ້ນນ່າ ຕຸກນຶ່ງລິດເຄິ່ງຫັ້ນແຫຼະ ເຂົາຂາຍ 40,000 ກີບ ຈຳເປັນຊື້ອັນນັ້ນໄປ ຕອນນີ້ ກໍຢູ່ວຽງພູຄາ ຂຶ້ນກັບຫລວງນ້ຳທາຄືກັນ. ວຽງພູຄາ ກໍໝົດຄືກັນເດີ ທົ່ວແຂວງຫັ້ນ ນ້ຳມັນເຫຼືອແຕ່ປ້ຳດຽວຫັ້ນແຫຼະ ແຕ່ລະຄົນຍາດກັນເຕີມຢູ່ຫັ້ນ ກໍຢາກໃຫ້ພາກຣັຖມາຊ່ວຍແກ້ໄຂເນາະ ເຣື່ອງນ້ຳມັນນີ້ ຂາດກໍຂາດແທ້ ພະນັກງານແມ່ນຫຍັງກໍບໍ່ໄດ້ໄປວຽກການແດ່ນີ້.”

ນອກຈາກນີ້ ໃນຫລາຍແຂວງ ກໍເກີດປະກົດການ ທີ່ໃນແຕ່ລະມື້ ຊາວລາວຈໍານວນຫລາຍ ຕ້ອງໄປຕໍ່ແຖວຍາວ ຫລາຍກິໂລແມັດ ເພື່ອລໍຖ້າໃສ່ນ້ໍາມັນເຊື້ອເພີງ ຍ້ອນມີນ້ໍາມັນເຊື້ອເພີງຂາຍ ເປັນບາງປ້ໍາເທົ່ານັ້ນ ເຊິ່ງເຣຶ່ອງດັ່ງກ່າວເກີດຂຶ້ນ ແລະ ຮຸນແຮງທີ່ສຸດ ໃນລະຫວ່າງທ້າຍເດືອນ ເມສາ ໄປຈົນເຖິງທ້າຍເດືອນ ມີຖຸນາ ປີ 2022. ໃນໄລຍະທີ່ປະເທດລາວ ປະສົບບັນຫາ ການຂາດແຄນ ນ້ໍາມັນເຊື້ອເພີງໜັກທີ່ສຸດ ນັ້ນ ຣັຖບານລາວ ກໍໄດ້ມີການປ່ຽນແປງ ເຈົ້າໜ້າທີ່ລະດັບສູງ ໃນຄະນະຣັຖບານ ບາງຕໍາແໜ່ງທີ່ສໍາຄັນ ແລະກ່ຽວຂ້ອງກັບການບໍຣິຫານ ແລະ  ແກ້ໄຂບັນຫາດັ່ງກ່າວ ໂດຍໄດ້ແຕ່ງຕັ້ງ ທ່ານ ມະໄລທອງ ກົມມະສິດ ເປັນຣັຖມົນຕຣີ ກະຊວງອຸຕສາຫະກັມ ແລະການຄ້າ ຜູ້ໃໝ່ ແທນທ່ານ ດຣ. ຄໍາແພງ ໄຊສົມແພງ ຣັຖມົນຕຣີ ກະຊວງອຸຕສາຫະກັມ ແລະ ການຄ້າ ຜູ້ເກົ່າ ພ້ອມທັງແຕ່ງຕັ້ງ ທ່ານ ບຸນເຫລືອ ສິນໄຊວໍຣະວົງ ເປັນຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ຄົນໃໝ່ ແທນ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ຄົນເກົ່າ ເພື່ອເພີ່ມປະສິດທິພາບ ໃນການແກ້ໄຂບັນຫານ້ໍາມັນເຊື້ອເພີງ. 

ທັງໝົດນີ້ ກໍເປັນສຣຸປຂ່າວເດັ່ນ ລໍາດັບທີ 5 ຫາ ລໍາດັບທີ 1 ຂອງເຫດການສໍາຄັນ ໃນ ສປປ ລາວ ທີ່ເກີດຂຶ້ນໃນຮອບປີ 2022 ທີ່ຜ່ານມາ ເຊິ່ງວິທຍຸ ເອເຊັຽ ເສຣີ ໄດ້ນໍາມາສເນີທ່ານ ຜູ້ຟັງ ໃນພາກນີ້ ເປັນພາກສຸດທ້າຍ. ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.