ຣັຖບານໃຫ້ ບໍຣິສັດຈີນ ເຂົ້າສັມປະທານ ຂຸດຄົ້ນແຮ່ ຢູ່ໄຊສົມບູນ
2023.01.23

ອົງການປົກຄອງແຂວງໄຊສົມບູນ ຕາງໜ້າໃຫ້ຣັຖບານລາວ ໄດ້ເຊັນສັນຍາ ສັມປະທານ ກັບບໍຣິສັດຮ່ວມມືພັທນາ ບໍ່ແຮ່ໄຊສົມບູນ ຈຳກັດ ຂອງນັກລົງທຶນຈີນ ໃນວັນທີ 17 ມົກຣາ 2023 ທີ່ຜ່ານມາ ເພື່ອດຳເນີນໂຄງການ ຂຸດຄົ້ນ ແລະ ປຸງແຕ່ແຮ່ຄຳ ແລະ ແຮ່ມັງການ ລວມເນື້ອທີ່ 22.97 ກິໂລຕາແມັດ ຫລື ປະມານ 2,297 ເຮັກຕ້າ ຢູ່ເມືອງອະນຸວົງ ແລະ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ເປັນໄລຍະເວລາ 20 ປີ.
ເຖິງແມ່ນວ່າ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ແລະ ແຮ່ມັງການ ດັ່ງກ່າວນີ້ຈະບໍ່ສ້າງຜົນກະທົບຕໍ່ຊາວບ້ານ ແຕ່ຊາວບ້ານສ່ວນໃຫຍ່ ກໍຍັງບໍ່ໄດ້ເຫັນດີກັບໂຄງການດັ່ງກ່າວ ຍ້ອນກັງວົນເຣື່ອງຊັພຍາກອນປ່າໄມ້ ພາຍໃນແຂວງໄຊສົມບູນ ຈະຖືກທຳລາຍ ແລະເຫລືອໜ້ອຍລົງ.
ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງອະນຸວົງ ແຂວງໄຊສົມບູນກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 23 ມົກກະຣານີ້ວ່າ:
“ບໍ່ແຮ່ເພິ່ນກາໄປຂຸດຄົ້ນຢູ່ໄກໆພຸ້ນແຫລະ ຢູ່ປ່າຢູ່ດົງໄກໆພຸ້ນແຫລະ ໂຕນີ້ກາໂອ້ຢາກຮັກສາ ທັມມະຊາຕໄວ້ແລ້ວ, ທັມມະຊາຕງາມ ກາຢາກຮັກສາໄວ້ແລ້ວ ບໍ່ຢາກໃຫ້ຂຸດຄົ້ນແລ້ວ ອະນຸຮັກໄວ້.”
ຊາວບ້ານຜູ້ນີ້ກ່າວຕື່ມວ່າ ຫລາຍໆໂຄງການ ທີ່ຣັຖບານລາວໄດ້ມີການ ເຊັນສັນຍາສັມປະທານໄປແລ້ວ ແຕ່ຊາວບ້ານໃນພື້ນທີ່ ຫລື ເມືອງເຫລົ່ານັ້ນ ຍັງບໍ່ມີຄຸນນະພາບຊີວິດ ແລະ ການເປັນຢູ່ທີ່ດີຂຶ້ນ ກ່ວາເກົ່າສະນັ້ນແລ້ວ ກ່ອນຈະມີການເຊັນສັນຍາ ສັມປະທານໂຄງການໃດກໍຕາມ ຣັຖບານຄວນຈະສຶກສາ ຜົນກະທົບ ແລະ ຜົນປໂຍດທີ່ຈະໄດ້ຮັບ ຢ່າງລະອຽດກ່ອນ.
ຊາວບ້ານອີກຜູ້ນຶ່ງ ໃນເມືອງອະນຸວົງ ກ່າວວ່າຫລາຍໆໂຄງການ ທີ່ມີການເຊັນສັນຍາ ສັມປະທານໄປກ່ອນໜ້ານີ້ ມີຊາວບ້ານຈຳນວນໜ້ອຍ ທີ່ຈະໄດ້ໄດ້ເຂົ້າເຮັດວຽກ ນຳໂຄງການເຫລົ່ານັ້ນ ຊຶ່ງສ່ວນໃຫຍ່ແລ້ວ ຊາວບ້ານຈະບໍ່ໄດ້ຮັບສິດ ແລະຜົນປໂຍດເທົ່າທີ່ຄວນ.
ຂະນະທີ່ໂຄງການ ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດຕ່າງໆເກືອບທຸກໂຄງການ ພັດສ້າງຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ເປັນວົງກ້ວາງ ໂດຍສະເພາະ ເຣື່ອງຂອງການທຳລາຍ ຊັພກອນປ່າໄມ້ ຈົນເຮັດໃຫ້ປ່າໄມ້ ພາຍໃນແຂວງໄຊສົມບູນ ຫລຸດໜ້ອຍລົງນັບມື້.
ດັ່ງຊາວບ້ານ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ໂອ້ກາມີແດ່ຫັ້ນແຫລະ ບາງເທື່ອເຂົາເຮັດແລ້ວເຂົາກາດຸດ ເຂົາດຸດຖນົນຫົນທາງ ຕັດໄມ້ຕັດຕອກໄປແລ້ວເນາະ ປະຊາຊົນບໍ່ມີສ່ວນຮ່ວມຫຍັງນ່າ.”
ຂະນະທີ່ເຈົ້າໜ້າທີ່ ຜແນກພະລັງງານ ແລະ ບໍ່ແຮ່ແຂວງໄຊສົມບູນ ກ່າວວ່າ ໂຄງການຂຸດຄົ້ນ ແລະ ປຸງແຕ່ແຮ່ຄຳ ແລະ ແຮ່ມັງການ ຢູ່ເມືອງອະນຸວົງ ແລະເມືອງລ້ອງແຈ້ງ ຂອງນັກລົງທຶນຈີນ ນີ້ແມ່ນຣັຖບານລາວ ເປັນຜູ້ອະນຸຍາດ ແລະ ມີທ່ານເຈົ້າແຂວງ ແຂວງໄຊສົມບູນ ເປັນຜູ້ເຊັນສັນຍາ ສັມປະທານໂດຍຕຣົງ. ໂດຍຣັຖມົນຕຣີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຣັຖມົນຕຣີ ກະຊວງອຸດສາຫະກັມ ແລະການຄ້າ ພ້ອມພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ສ່ວນບົດຣາຍງານການສຶກສາ ຜົນກະທົບ ດ້ານສິ່ງແວດລ້ອມ-ສັງຄົມ ຂອງໂຄງການດັ່ງກ່າວ ຍັງບໍ່ໄດ້ແຈ້ງໃຫ້ເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງ ພາຍໃນແຂວງໄຊສົມບູນ ຮັບຮູ້ ຊຶ່ງໃນໄລຍະຜ່ານມາ ກໍມັກຈະເປັນໃນຮູບແບບນີ້.
ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ແມ່ນ ສ່ວນຫລາຍແມ່ນມາແຕ່ຣັຖບານ ຂອງແຂວງເຮົາ ກາສ່ວນຫລາຍ ເຂົາມາຜ່ານສື່ໆດອກ ໂອ້ຫລາຍພື້ນທີ່ ມັນຫັ້ນນ່າ ຕ້ອງເຂົ້າຫາອັນຣັຖບານ ຄັນເພິ່ນອະນຸຍາດແລ້ວ ກາໄດ້.”
ທາງດ້ານເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ແຂວງໄຊສົມບູນ ກ່າວວ່າຫາກເປັນໂຄງການ ລົງທຶນ ທີ່ມີເນື້ອທີ່ຫລາຍກ່ວາ 100 ເຮັກຕ້າຣ໌ ຂຶ້ນໄປ ຈະເປັນຂັ້ນສູນກາງ ເປັນຜູ້ອະນຸຍາດ ແລະ ເຊັນສັນຍາ ສັມປະທານ ຊຶ່ງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ແລະ ແຮ່ມັງການຂອງນັກລົງທຶນຈີນ ກໍເປັນຮູບແບບນັ້ນ.
ກ່ອນຈະມີການເຊັນສັນຍາ ສັມປະທານຣັຖບານລາວ ມີການກຳນົດເງື່ອນໄຂຕ່າງໆໄວ້ ຢ່າງຈະແຈ້ງເປັນຕົ້ນ ການປະຕິບັດພັນທະ ໃຫ້ຣັຖບານລາວ, ການປັບປຸງໂຄງຮ່າງພື້ນຖານ ຕ່າງໆພາຍໃນພື້ນທີ່ໂຄງການ ແລະອ້ອມຂ້າງ ລວມເຖິງການສ້າງວຽກເຮັດ ງານທຳ ໃຫ້ກັບຊາວບ້ານ ເພື່ອໃຫ້ຄຸນນະພາບຊີວິດ ຂອງຊາວບ້ານ ໃນພື້ນທີ່ມີການເປັນຢູ່ ທີດີຂຶ້ນກ່ວາເກົ່າ.
ດັ່ງເຈົ້າໜ້າທີີ່ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ສຽງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ການອະນຸຍາດ ຂອງຣັຖບານຫັ້ນ ເພິ່ນກາລະບຸ ລະອຽດພໍສົມຄວນວ່າ ຕ້ອງໄດ້ປະຕິບັດພັນທະແນວໃດຕາມລະບຽບການ. ການພັທນາພື້ນຖານ ໂຄງຮ່າງ ຂອງບ້ານ ຫລື ວ່າການມີສ່ວນຮ່ວມ ສ້າງວຽກເຮັດງານທຳ ໃຫ້ປະຊາຊົນ ເພິ່ນກາຂຽນລະອຽດຢູ່ ໃນສັນຍາໝົດ.”
ອີງຕາມການຣາຍງານ ຂອງກະຊວງ ພະລັງງານ ແລະບໍ່ແຮ່ ລະບຸວ່າບໍຣິສັດຮ່ວມມື ພັທນາບໍ່ແຮ່ ໄຊສົມບູນ ຈຳກັດ ຂອງນັກລົງທຶນຈີນ ໄດ້ເຂົ້າມາຊອກຄົ້ນ, ສຳຣວດ ແລະ ສຶກສາ ຄວາມເປັນໄປໄດ້ໃນໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ແລະ ມັງການ ໃນປີ 2020 ທີ່ຜ່ານມາ ແລະ ເຫັນວ່າຢູ່ໃນເນື້ອທີ່ການສຳຣວດນັ້ນ ມີການຄົ້ນພົບແຮ່ຄຳ ແລະແຮ່ມັງການ ຈຶ່ງໄດ້ຂໍສັມປະທານຂຸດຄົ້ນ ແລະ ປຸງແຕ່ງກັບຣັຖບານລາວ.
ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ແລະ ແຮ່ມັງການ ຈະໄດ້ຮັບສັນຍາສັມປະທານ ເປັນໄລຍະເວລາ 20 ປີ ໂດຍມີໄລຍະການກໍ່ສ້າງ 2 ປີ, ໄລຍະຂຸດຄົ້ນ 15 ປີ ແລະ ໄລຍະການປິດບໍ່ 3 ປີ ໂດຍບໍຣິສັດຜູ້ລົງທຶນ ຕ້ອງໄດ້ມອບພັນທະ ຄ່າຊັພຍາກອນທັມມະຊາຕ ໃຫ້ກັບຣັຖບານລາວ ຈຳນວນ 1,000,000 ໂດລ້າຣ໌ສະຫະຣັຖ (ນຶ່ງລ້ານໂດລ້າຣ໌ ສະຫະຣັຖ) ແລະເງິນຕິດຕາມ ທາງດ້ານວິຊາການ ຈຳນວນ 80,000 ໂດລ້າຣ໌ ສະຫະຣັຖຕໍ່ປີ (ແປດສິບພັນໂດລ້າຣ໌ ສະຫະຣັຖ) ຕາມສັນຍາສັມປະທານ.
ດຣ. ດາວວົງ ພອນແກ້ວ ຣັຖມົນຕຣີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວຢູ່ໃນກອງປະຊຸມ ສະພາແຫ່ງຊາຕໃນວັນທີີ 08 ທັນວາ 2022 ທີ່ຜ່ານມານັ້ນວ່າ ທຸກໂຄງການພັທນາ ທາງດ້ານແຮ່ທາດ ແມ່ນໄດ້ຜ່ານການສຶກສາ-ສຳຣວດ ຄວາມເປັນໄປໄດ້, ການປະເມີນຜົນກະທົບ ທາງດ້ານສິ່ງແວດລ້ອມ-ສັງຄົມ ແລະ ບົດສຶກສາເສຖກິຈ-ເທັກນິກຢ່າງລະຽດ ແລະຮອບດ້ານ ຈຶ່ງຈະໄດ້ຮັບການເຊັນສັນຍາ ສັມປະທານຈາກຣັຖບານ.