ລາວມີແຜນສ້າງທາງດ່ວນ ຫຼາຍສາຍ ເພື່ອໃຫ້ງ່າຍ ຕໍ່ການຂົນສົ່ງ

ເສັ້ນທາງສາຍຫຼັກ ໃນນະຄອນຫຼວງວຽງຈັນ ເຊິ່ງເປັນອີກເສັ້ນທາງ ທີ່ຈະມີການສ້າງທາງດ່ວນ ເພື່ອເຊື່ອມຕໍ່ໃສ່ຫຼາຍແຂວງ, ເດືອນ ສິງຫາ ປີ 2022.
ເສັ້ນທາງສາຍຫຼັກ ໃນນະຄອນຫຼວງວຽງຈັນ ເຊິ່ງເປັນອີກເສັ້ນທາງ ທີ່ຈະມີການສ້າງທາງດ່ວນ ເພື່ອເຊື່ອມຕໍ່ໃສ່ຫຼາຍແຂວງ, ເດືອນ ສິງຫາ ປີ 2022. (ນັກຂ່າວ ພົລເມືອງ)

0:00 / 0:00

ໃນລະຫວ່າງປີ 2021-2025 ນີ້ກະຊວງໂຍທາທິການ ແລະ ຂົນສົ່ງ ມີແຜນການກໍ່ສ້າງ ທາງດ່ວນຈຳນວນ 5 ເສັ້ນ ໃນທົ່ວປະເທດ ເພື່ອສ້າງຄວາມສະດວກ ໃນການເດີນທາງໄປ-ມາ ຂອງ ປະຊາຊົນແລະການຂົນສົ່ງສິນຄ້າ ພາຍໃນປະເທດ ຊຶ່ງປັດຈຸບັນບາງເສັ້ນທາງ ແມ່ນຢູ່ລະຫວ່າງ ການເຈຣະຈາເຊັນສັນຍາ ສັມປະທານ ແລະ ບາງເສັ້ນທາງກໍຢູ່ລະຫວ່າງການສຶກສາ ຄວາມເປັນໄປໄດ້.

ດັ່ງເຈົ້າໜ້າທີ່ ກະຊວງໂຍທາທິການ ແລະ ຂົນສົ່ງທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 24 ມົກຣາ ນີ້ວ່າ:

“ເຣື່ອງໂຕທາງດ່ວນນີ້ ຈະເປັນການລົງທຶນຂອງບໍຣິສັດ ເອກະຊົນກາມີທາງດ່ວນ ແຕ່ນະຄອນຫລວງວຽງຈັນຫາບໍ່ເຕັນ, ນະຄອນຫລວງວຽງຈັນ ຫາ ປາກເຊ, ວຽງຈັນ-ຮ່າໂນ້ຍ ກາມີຫລາຍເສັ້ນ ສຳຣວດອອກແບບແມ່ນຫຍັງຕ່າງໆ ແລ້ວກາໃຫ້ບໍຣິສັດຕ່າງປະເທດ ເຂົ້າມາປະມູນ.”

ອີງຕາມການໃຫ້ສັມພາດ ຂອງ ທ່ານ ວຽງສະຫວັດ ສີພັນດອນ ຣັຖມົນຕຣີ ກະຊວງໂຍທາທິການ ແລະຂົນສົ່ງຕໍ່ສື່ມວນຊົນລາວ ໃນວັນທີ 20 ມົກຣາ 2023 ທີ່ຜ່ານມານັ້ນທ່ານລະບຸວ່າ ທີ່ເປັນບູຣິມະສິດ ແລະເງື່ອນໄຂ ໃນແຜນພັທນາຂອງຂແນງການ ໂຍທາທິການ ແລະຂົນສົ່ງ ໃນໄລຍະປີ 2021-2025 ມີທັງໝົດ 5 ເສັ້ນທາງປະກອບມີ.

  1. ທາງດ່ວນແຕ່ບໍ່ເຕັນ ແຂວງຫລວງນໍ້າທາ ໄປຫານະຄອນຫລວງວຽງຈັນ
  2. ທາງດ່ວນແຕ່ບໍ່ເຕັນ ແຂວງຫລວງນໍ້າທາ ໄປຫາຫ້ວຍຊາຍ ແຂວງບໍ່ແກ້ວ
  3. ທາງດ່ວນແຕ່ນະຄອນຫລວງວຽງຈັນ ໄປຫານະຄອນນະຄອນປາກເຊ ແຂວງຈຳປາສັກ
  4. ທາງດ່ວນແລວໃໝ່ ຂະໜານເສັ້ນທາງເລຂທີ 12 ແຕ່ຂົວມິຕພາບ ລາວ-ໄທຍ ແຫ່ງທີ 3 ເມືອງທ່າແຂກ ແຂວງຄໍາມ່ວນ ໄປຫາຊາຍແດນ ລາວ-ວຽດນາມ ຫລື ດ່ານສາກົນນໍ້າພາວ.
  5. ທາງດ່ວນແລວໃໝ່ ແຕ່ບ້ານທ່າງ່ອນ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄປຫາບ້ານນາຊ່າງເຫລັກ ເມືອງທຸລະຄົມ ແຂວງວຽງຈັນ.

ສຳລັບເຣື່ອງການຊອກຫາ ບໍຣິສັດຜູ້ຮັບເໝົາ ໃນການກໍ່ສ້າງທາງດ່ວນ ທີ່ຢູ່ໃນແຜນພັທນາດັ່ງກ່າວກະຊວງໂຍທາທິການ ແລະ ຂົນສົ່ງ ຈະຈັດຕັ້ງປະຕິບັດ ແບບຂອງສັນຍາສັມປະທານ ໂດຍເປີດໂອກາດໃຫ້ທຸກບໍຣິສັດ ທັງພາຍໃນ ແລະຕ່າງປະເທດ ທີ່ມີຄວາມພ້ອມຕາມເງື່ອນໄຂ ເຂົ້າມາສັມປະທານກໍ່ສ້າງ ແລະດຳເນີນການ.

ປັດຈຸບັນທາງດ່ວນຫລາຍເສັ້ນ ກໍມີບໍຣິສັດເອກຊົນທັງພາຍໃນ ແລະ ບໍຣິສັດເອກຊົນຈີນ ໄດ້ເຂົ້າມາສຶກສາ-ສຳຣວດ ຄວາມເປັນໄປໄດ້ ແລະບົດຣາຍງານການ ປະເມີນຜົນກະທົບທາງດ້ານສິ່ງແວດລ້ອມ-ສັງຄົມແລະບົດຣາຍງານ ດ້ານເສຖກິຈເທັກນິກ ແລະ ຍັງບໍ່ທັນໄດ້ຖືກຮັບຮອງ ຈາກຣັຖບານລາວເທື່ອ.

ດັ່ງເຈົ້າໜ້າທີ່ ກະຊວງແຜນການ ແລະ ການລົງທຶນ ຜູ້ຂໍສງວນຊື່ ແລະ ສຽງທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

" ທາງໃຕ້ລະແມ່ນພວກອັນນັ້ນ ມັນມີບໍຣິສັດພູສີ , ບໍຣິສັດຢຸນນານ ຂະເຈົ້າພາກັນເຮັດບົດຣາຍງານ ຄວາມເປັນໄປໄດ້ເປັນໄລຍະໆ ຈົດຮອດປາກເຊຮອດກັມພູຊາ ຈັ່ງຊິນ່າ ຊ່ວງກຳລັງສຶກສາ ຄວາມເປັນໄປໄດ້ກຳລັງຊອກຫາທຶນຕໍ່ໄປ ເພິ່ນຊິເວົ້າເຣື່ອງເປີດປະມູນ ການກໍ່ສ້າງນີ້ແຫລະ."

ກ່ຽວກັບເຣື່ອງການພັທນາ ທາງດ່ວນໃນປະເທດລາວນີ້ ຊາວລາວສ່ວນໃຫຍ່ກໍເຫັນດີ ກັບແຜນພັທນາດັ່ງກ່າວເນື່ອງຈາກທາງດ່ວນ ຖືເປັນເສັ້ນທາງທີ່ມີຂະໜາດ ກ້ວາງຂວາງ ໄປ-ມາສະດວກ ແລະ ຫລຸດໄລຍະທາງ ແລະ ເວລາໃນການເດີນທາງຂອງປະຊາຊົນ ໄດ້ເປັນຢ່າງດີ. ນອກຈາກນີ້ກໍຈະຊ່ອຍສົ່ງເສີມເສຖກິຈ ແລະ ການທ່ອງທ່ຽວພາຍໃນປະເທດ ນຳດ້ວຍ.

ດັ່ງຊາວລາວຜູ້ນຶ່ງ ໃນເມືອງທ່າແຂກ ແຂວງຄຳມ່ວນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ສນັບສນູນເຮົາກາຢາກໄດ້ແລ້ວເນາະ ຈຸດປະສົງຢາກໄດ້ມັນກາມີຫລາຍຢ່າງເນາະ ອະທິບາຍບໍ່ໝົດດອກຈຸດຫລັກໆ ກາຢາກໃຫ້ຄົນທ່ອງທ່ຽວ ມາພັກບ້ານພັກຫັ້ນແຫລະ.”

ຊາວລາວຜູ້ນີ້ຍັງກ່າວອີກວ່າ ຢາກໃຫ້ທາງການລາວ ຕິດຕາມເບິ່ງເຣື່ອງມາຕຖານ ໃນການກໍ່ສ້າງ ທາງດ່ວນຕ່າງໆ ເພື່ອປ້ອງກັນ ບໍ່ໃຫ້ທາງດ່ວນເກີດການເປ່ເພ ແລະມີຄວາມສ່ຽງ ໃນການເກີດອຸປັດຕິເຫດ ຄືກັນກັບທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ໃນປັດຈຸບັນ.

ຊາວລາອີກທ່ານ ນຶ່ງໃນແຂວງວຽງຈັນກ່າວວ່າ ເຫັນດີໃນແຜນພັທນາ ທາງດ່ວນຂອງທາງການລາວ ເພາະຈະຊ່ອຍໃຫ້ປະເທດ ມີການພັທນາທີ່ດີຂຶ້ນ ແຕ່ການພັທນາທາງດ່ວນຕ່າງໆນັ້ນ ຄວນຈະມີການສຶກສາຜົນກະທົບ ຢ່າງລະອຽດຮອບດ້ານ ຫາກມີຊາວບ້ານໄດ້ຮັບຜົນກະທົບ ສູນເສັຽທີ່ດິນ ໃຫ້ກັບໂຄງການ ຫລື ຖືກໂຍກຍ້າຍ ອອກຈາກພື້ນທີ່ ທາງການລາວ ແລະ ບໍຣິສັດຜູ້ຮັບເໝົາ ຄວນຈະຈ່າຍເງິນຄ່າຊົດເຊີຍ ໃຫ້ກັບຊາວບ້ານຢ່າງເໝາະສົມ ແລະ ຍຸຕິທັມທີ່ສຸດ.

ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

" ພວກເອື້ອຍກາເຄີຍເສັຽດິນໄປເທື່ອນຶ່ງແລ້ວ ເພາະວ່າຂະເຈົ້າເຄີຍເຮັດມາຄັ້ງນຶ່ງແລ້ວ ພວກເອື້ອຍກາຕັດໜ້າ ທາງບ້ານພວກເອື້ອຍໄປໝົດ ບ້ານເລີຍຄັນເຮັດອີກກາ ຕ້ອງຕັດໄປອີກ ແມ່ນບໍ່ຄືທຸກຄົນເນາະ ໃຜກາບໍ່ຢາກເສັຍຊັພສິນ ຂອງໂຕເອງຫັ້ນນ່າ ຫາກວ່າຢາກໄດ້ດິນເຮົາ ເຮົາກາຢາກໄດ້ເງິນຄືນເດ້. "

ສ່ວນຊາວລາວອີກທ່ານນຶ່ງ ໃນນະຄອນປາກເຊ ແຂວງຈຳປາສັກ ກ່າວວ່າ ຫາກທາງດ່ວນທັງໝົດໄດ້ຮັບການພັທນາ ສຳເຣັດຕາມແຜນ ກໍຈະເຮັດໃຫ້ການເດີນທາງ ຂອງປະຊາຊົນລາວ ແລະ ນັກທ່ອງທ່ຽວຕ່າງປະເທດເດີນທາງ ໄປມາສະດວກສະບາຍຂຶ້ນ ກ່ວາເກົ່າ ແລະຍັງຈະເຮັດໃຫ້ສະພາບ ເສຖກິຈ-ການຄ້າຂາຍ ຢູ່ໃນແຂວງຕ່າງໆ ທີ່ທາງດ່ວນຕັດຜ່ານ ມີຄວາມສະດວກຂຶ້ນຕື່ມ, ແຕ່ກໍຢາກໃຫ້ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕິດຕາມ-ກວດກາ ກ່ຽວກັບເຣື່ອງຜົນກະທົບ ດ້ານສິ່ງແວດລ້ອມ-ສັງຄົມຢ່າງລະອຽດ ຫາກມີຊາວບ້ານ ໄດ້ຮັບຜົນກະທົບ ກໍຄວນຈະຈ່າຍເງິນຄ່າຊົດເຊີຍ ຢ່າງສົມເໝາະສົມ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

" ກາເຫັນດີເພາະວ່າ ມີມີຄວາມສະດວກຫລາຍຂຶ້ນ ກ່ວາເກົ່າຫັ້ນນ່າບໍ່ວ່າ ແຕ່ຣົຖເມເນາະ ຣົຖສ່ວນໂຕກາຖ້ມີຄວາມສະດວກ ກໍເຫັນດີມັນເຮັດໃຫ້ບ້ານເມືອງ ເຮົາມີການພັທນາຫລາຍຂຶ້ນກ່ວາເກົ່າຫັ້ນນ່າ. ໂຕຜົນກະທົບນີ້ມັນກາຕ້ອງເບິ່ງ ຊິມີຜົນກະທົບທາງດ້ານໃດແດ່ ມັນກາຕ້ອງໄດ້ສຶກສາ ເບິ່ງຕາມຄວາມເປັນຈິງຫັ້ນແລ້ວ. "

ສຳລັບຄວາມຄືບໜ້າ ຂອງການ ພັທນາທາງດ່ວນ ໃນປະເທດລາວ ມາຮອດປັດຈຸບັນ ສາມາດຮີບໂຮມຣາຍລະອຽດໄດ້ດັ່ງນີ້:

  1. ທາງດ່ວນແຂວງແຕ່ບໍ່ເຕັນແຂວງຫລວງນໍ້າທາໄປຫານະຄອນຫລວງວຽງຈັນ
  • ໄລຍະທີ 1 ນະຄອນຫລວງວຽງຈັນ-ວັງວຽງ ໄດ້ເປີດບໍຣິການແລ້ວ
  • ໄລຍະທີ 2 ວັງວຽງ-ແຂວງຫລວງພຣະບາງ
  • ໄລຍະທີ 3 ຫລວງພຣະບາງ-ແຂວງອຸດົມໄຊ ແມ່ນກຳລັງຢູ່ໃນຂັ້ນຕອນ ການຄັດເລືອກເອົາບໍຣິສັດໃໝ່ ທີ່ມີເງື່ອນໄຂ ແລະ ຄວາມພ້ອມດ້ານຕ່າງໆ ມາສືບຕໍ່ພັທນາ.
  • ໄລຍະທີ 4 ແຂວງອຸດົມໄຊ-ບໍ່ເຕັນ ກຳລັງຢູ່ໃຂະບວນການ ເຈຣະຈາ ໂດຍກະຊວງແຜນການ ແລະ ການລົງທຶນ.
  1. ທາງດ່ວນແຕ່ບໍ່ເຕັນ ແຂວງຫລວງນໍ້າທາ ໄປຫາເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ສຳເຣັດການກວດກາ ແບບແຕ້ມລະອຽດ ແລະ ຮັບຮອງແຜນແບບແຕ້ມ-ເທັກນິກແລ້ວປັດຈຸບັນ ກະຊວງແຜນການ ແລະການລົງທຶນ ກຳລັງດຳເນີນການເຈຣະຈາ ເຊັນສັນຍາສັມປະທານ.
  2. ທາງດ່ວນນະຄອຫລວງວຽງຈັນ ໄປຫານະຄອນປາກເຊ ແຂວງຈຳປາສັກ ແມ່ນໄດ້ແບ່ງເປັນ 5 ໄລຍະດັ່ງນີ້:
  • ໄລຍະທີ 1 ແຕ່ນະຄອນຫລວງວຽງຈັນ-ແຂວງບໍຣິຄຳໄຊ ປັດຈຸບັນສຳເຣັດ ການຮັບຮອງທາງດ້ານເສຖກິຈ-ເທັກນິກແລ້ວ
  • ໄລຍະທີ 2 ແຕ່ເມືອງປາກຊັນ ແຂວງບໍຣິຄຳໄຊ-ເມືອງທ່າແຂກ ແຂວງຄຳມ່ວນ
  • ໄລຍະທີ 3 ແຕ່ເມືອງທ່າແຂກ ແຂວງຄຳມ່ວນ-ແຂວງສວັນນະເຂດ
  • ໄລຍະທີ 4 ແຕ່ແຂວງສວັນນະເຂດ-ແຂວງສາຣະວັນ
  • ໄລຍະທີ 5 ແຕ່ແຂວງສາຣະວັນ-ນະຄອນປາກເຊ ແຂວງຈຳປາສັກ ແມ່ນຢູ່ລະຫວ່າງການສຶກສາ ຄວາມເປັນໄປໄດ້.
  1. ທາງດ່ວນແລວໃໝ່ ຂະໜານເສັ້ນທາງເລຂ 12 ແຕ່ຂົວມິຕພາບ ລາວ-ໄທຍ ແຫ່ງທີ 3 ແຂວງຄຳມ່ວນ ໄປຫາຊາຍແດນ ລາວ-ວຽດນາມ ຫລື ດ່ານສາກົນນໍ້າພາວ ປັດຈຸບັນສຳເຣັດການຮັບຮອງ ທາງດ້ານເສຖກິຈ-ເທັກນິກແລ້ວ.
  2. ທາງດ່ວນແລວໃໝ່ ແຕ່ບ້ານທ່າງ່ອນ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄປຫາບ້ານນາຊ່າງເຫລັກ ເມືອງທຸລະຄົມແຂວງວຽງຈັນ ປັດຈຸບັນຢູ່ໃນຂັ້ນຕອນການສຳຣວດ, ອອກແບບ ລະອຽດຂອງໂຄງການ.

ປະເທດລາວ ເປັນປະເທດໃນພາກພື້ນ ເອເຊັຽ ຕາເວັນອອກສຽງໃຕ້ ທີ່ບໍ່ມີທາງອອກສູ່ທະເລ ແລະມີອານາເຂດຕິດກັບ 5 ປະເທດປະກອບມີ ໄທຍ, ກັມພູຊາ, ຈີນ, ພະມ້າ ແລະ ວຽດນາມ, ຂະນະທີ່ຣັຖບານລາວ ກຳນົດໃຫ້ແຜນການພັທນາ ທາງດ້ານໂຄງສ້າງພື້ນຖານ ຂອງປະເທດເຊື່ອມຕໍ່ກັບປະເທດອ້ອມຂ້າງ ທັງລະບົບທາງລາງ, ທາງບົກ ແລະ ທາງນໍ້າ ເພື່ອຍົກລະດັບເສັ້ນທາງທາງ ພາຍໃນປະເທດໃຫ້ ໄປ-ມາ ສະດວກສະບາຍວ່ອງໄວ ແລະ ຊ່ອຍກະຕຸ້ນເສຖກິຈ ຂອງປະເທດລາວ ໃນອະນາຄົດ.