ສະຖານທີ່ ທ່ອງທ່ຽວ ໃນຫຼາຍແຂວງ ຕຣຽມພ້ອມ ຮັບນັກທ່ອງທ່ຽວຈີນ

ພຣະທາດຫຼວງວຽງຈັນ, ວັນທີ 5 ພຶສຈິກາ ປີ 2022.
ພຣະທາດຫຼວງວຽງຈັນ, ວັນທີ 5 ພຶສຈິກາ ປີ 2022. (Photo: RFA)

0:00 / 0:00

ສະຖານທີ່ທ່ອງທ່ຽວ ທີ່ສໍາຄັນຫຼາຍແຫ່ງ ໃນຫຼາຍແຂວງຂອງລາວ ກະຕຣຽມຄວາມພ້ອມ ເພື່ອຕ້ອນຮັບນັກທ່ອງທ່ຽວຈີນ ພ້ອມທັງມາຕການຫ້າມ ແລະເຕືອນ ຖ້າຫາກນັກທ່່ອງທ່ຽວຈີນ ມີພຶດຕິກັມທີ່ນິສັຍບໍ່ດີ. ສະເພາະ ຢູ່ນະຄອນຫຼວງວຽງຈັນ ສະຖານທີ່ທ່ອງທ່ຽວທີ່ສໍາຄັນ ເປັນຕົ້ນ ພຣະທາດຫຼວງວຽງຈັນ, ຫໍພິພິທະພັນແຫ່ງຊາຕ ຫຼັງໃໝ່, ຫໍພຣະແກ້ວ ແລະວັດສີສະເກດ ມີປ້າຍຫ້າມ ບໍ່ໃຫ້ຈັບ, ບໍ່ໃຫ້ບາຍ, ບໍ່ໃຫ້ຂຽນ ເປັນພາສາລາວ ແລະພາສາອັງກິຈ, ມີຕູ້ເກັບວັດຖຸບູຮານ, ມີບລ໊ອກໃສ່ພຣະພຸທທະຮູບ ເພື່ອປ້ອງກັນນັກທ່ອງທ່ຽວຂຽນ ແລະສັມຜັດວັດຖຸບູຮານ ອີກທັງມີຫ້ອງນໍ້າຕາມ ມາຕຖານສາກົລໄວ້ບໍຣິການ ເພື່ອບໍ່ໃຫ້ນັກທ່ອງທ່ຽວ ຖ່າຍຊະຊາຍ ແລະມີເຈົ້າໜ້າທີ່ ເຝົ້າລະວັງຕິດຕາມ ພຶດຕິກັມຂອງນັກທ່ອງທ່ຽວ ເມື່ອມີນັກທ່ອງທ່ຽວມາເປັນ ກຸ່ມທົວຂນາດໃຫຍ່ ນໍາດ້ວຍ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນນະຄອນຫຼວງວຽງຈັນ ຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 13 ມົກກະຣາ ນີ້ວ່າ:

"ບາງເທື່ອ ເຂົາແນວໃດເຂົາເຈົ້າຫ້າມ ເຂົາກໍມີແນວຂຽນໄວ້ຫັ້ນນ່າ (ສ່ວນຫຼາຍເປັນພາສາລາວ ແລະພາສາອັງກິຈ) ບໍ່ໃຫ້ຈັບ ບໍ່ໃຫ້ບາຍ ຫຼື (ວັດຖຸບູຮານ) ບາງອັນ ເຮົາກໍໃສ່ເປັນຕູ້ໄວ້ເດ້ ຄື ຢູ່ຫໍພຣະແກ້ວນີ້ ຄືຢູ່ ສີສະເກດ ເພິ່ນກໍເຮັດ (ພຣະພຸທຮູບ) ເປັນບລ໊ອກ ເປັນບລ໊ອກໄວ້ ຄື ຢູ່ຫໍພຣະແກ້ວ ທາດຫຼວງ ເພິ່ນກໍມີຫ້ອງນໍ້າອາຊ້ຽນຫັ້ນນ່າ ຄື ສຸມມຸດວ່າ ເວລາເຂົາເຈົ້າເຂົ້າເບິ່ງເນາະ ມັນກໍຈະມີພະນັກງານເຮົາ ເຂົາກໍຕິດຕາມ ສໍາຄັນວ່າພວກຄື ກຸ່ມທົວນີ້ເນາະ ກໍເຂົາກໍຕຣຽມຄົນຕິດຕາມອີ່ຫຍັງຫັ້ນນ່າ."

ຂະນະທີ່ ຢູ່ແຂວງຫຼວງພຣະບາງ ມີພຣະທາດພູສີ, ຫໍພຣະບາງ, ພຣະຣາຊວັງເກົ່າ, ວັດໃໝ່, ວັນແສນ ແລະວັດຊຽງທອງ ທີ່ເປັນແຫຼ່ງທ່ອງທ່ຽວທີ່ສໍາຄັນ ແລະໃນນັ້ນ ເຄີຍມີເຫດການນັກທ່ອງທ່ຽວຖ່າຍຊະຊາຍ ເຊິ່ງຜິດຮີດຄອງຂອງລາວຢ່າງຫຼວງຫຼາຍ ປັດຈຸບັນ ທາງແຫຼ່ງທ່ອງທ່ຽວດັ່ງກ່າວ ໄດ້ຕຣຽມຫ້ອງນໍ້າ ທີ່ໄດ້ຮັບການສນັບສນູນ ຈາກອົງການອະນາມັຍໂລກ ເພື່ອຕ້ອນຮັບນັກທ່ອງທ່ຽວແລ້ວ ແລະມີບັນດາພໍ່ຄ້າແມ່ ແລະປະຊາຊົນ ທັງໄດ້ພາສາຈີນ, ພາສາອັງກິຈໃນເຂດນັ້ນ ເພື່ອອໍານວຍຄວາມສະດວກຂໍ້ມູນ ທາງດ້ານການທ່ອງທ່ຽວ, ທີ່ພັກ, ອາຫານການກິນ ໂດຍບໍ່ມີເຈົ້າໜ້າທີ່ຕໍາຣວດເຂົ້າມາປະຈໍາການ ເພື່ອໃຫ້ນັກທ່ອງທ່ຽວໄດ້ທ່ຽວ ແລະພັກຜ່ອນຢ່າງເຕັມທີ່ ນອກຈາກນີ້ ທາງແຂວງໄດ້ຝຶກອົບຮົມໄກດ໌ທີ່ຈະນໍາທ່ຽວ ໃຫ້ເຜີຍແຜ່ມາຣະຍາດໃນການທ່ຽວຢູ່ລາວ ໃຫ້ແກ່ນັກທ່ອງທ່ຽວນໍາດ້ວຍ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫຼວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:

“ໄປວັດໄປວາ ເພິ່ນບໍ່ໃຫ້ຖ່າຍຊະຊາຍເນາະ ແຕ່ວ່າດຽວນີ້ ພວກເຮົາກໍມີຫ້ອງນໍ້າ ຫ້ອງຫຍັງໃຫ້ນັກທ່ອງທ່ຽວຫັ້ນນ່າ ເພາະວ່າ ແຕ່ກີ້ນີ້ ຄັນຖ້າວ່າ ນັກທ່ອງທ່ຽວໄປ ຫຼືວ່າ ຄົນທັມມະດາໄປ ໄປຖ່າຍໃສ່ວັດໃສ່ວາ ມັນຄັນແມ່ນຮີດຄອງລາວນີ້ ມັນບໍ່ໄດ້ ຕໍ່ໄປອັນພວກເຮົາ ອັນນ່າ ໄກດ໌ເຂົາເຈົ້າຊິແນະນໍາດອກ ໄດ້ຝຶກອົບຮົມ ພວກໄກດ໌ຢູ່ແລ້ວ ພວກເຮົາຈະບໍ່ມີຕໍາຣວດ ບໍ່ມີທະຫານບໍ່ມີຫຍັງໄປຢູ່ດອກ ມີແຕ່ປະຊາຊົນຫາກເຮັດ ເຂົາເຈົ້າຫາກຮູ້ແລ້ວ.”

ສ່ວນຢູ່ແຂວງຈໍາປາສັກ ມີບູຮານສະຖານທີ່ ຄື ຜາສາດຫິນວັດພູ ທີ່ເປັນແຫຼ່ງທ່ອງທ່ຽວ ທີ່ສໍາຄັນປະຈໍາແຂວງ ກໍມີປ້າຍຫ້າມຂີດຂຽນຂໍ້ຄວາມ ເປັນພາສາລາວ ແລະພາສາອັງກິຈ ບໍຣິເວນຜາສາດຫິນ ແລະຍັງມີເຈົ້າໜ້າທີ່ຂແນງມໍຣະດົກໂລກ ປະຈໍາຢູ່ຜາສາດວັດຫິນ ເພື່ອໃຫ້ຄໍາແນະນຄໍາ ແລະເຝົ້າຕິດຕາມນັກທ່ອງທ່ຽວທີ່ຂັດຕໍ່ລະບຽບ ຈຶ່ງເຮັດໃຫ້ຢູ່ຜາສາດຫິນວັດພູຈໍາປາສັກ ບໍ່ເຄີຍມີເຫດການນັກທ່ອງທ່ຽວ ມີພຶດຕິກັມທີ່ນິສັຍບໍ່ດີ ແລະໝັ້ນໃຈວ່າ ທີມນໍາທ່ຽວແຂວງຈໍາປາສັກ ຈະສາມາດຮັບມື ກັບນັກທ່ອງທ່ຽວທີ່ຈະເດີນທາງເຂົ້າມາທ່ຽວ ຢູ່ຜາສາດຫິນວັດພູໄດ້.

ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງຈໍາປາສັກ ກ່າວໃນມື້ດຽວກັນນີ້ວ່າ:

“ມີແຕ່ປ້າຍພາສາລາວ ພາສາອັງກິຈ ຄັນມາໃນນາມທ່ອງທ່ຽວ ກໍມັນມີໄກດ໌ ທີ່ເຂົາເຈົ້າໄດ້ອົບຮົມໄດ້ຫຍັງຕ່າງໆ ເຂົາເຈົ້າໃຫ້ຄໍາແນະນໍາ ບໍ່ມີບັນຫາຫຍັງດອກ ພວກເຮົາຮັບປະກັນຢູ່ ຢູ່ສະຖານທີ່ທ່ອງທ່ຽວຕ່າງໆ ກໍຜ່ານມາ ບໍ່ມີບັນຫາໃດ ຢູ່ຈໍາປາສັກ ຕາມສະຖານທີ່ທ່ອງທ່ຽວຕ່າງໆ ມັນມີຄະນະຮັບຜິດຊອບ ເຂົາເຈົ້າຢູ່ແຕ່ລະຈຸດ ໃຫ້ຄໍາແນະນໍາໃຫ້ການອະທິບາຍ ແລ້ວກໍອັນໃດທີ່ ເປັນການຂັດປະເພນີ ຂັດກັບລະບຽບຕ່າງໆ ເຂົາເຈົ້າກະມີການເຣີ່ມດ້ວຍການກ່າວເຕືອນ ຖ້າຜິດແຮງ ເຮົາກໍມີເຈົ້າໜ້າທີ່ຮັບຜິດຊອບ ແຕ່ລະບ່ອນມີຢູ່.”

ທີ່ຜ່ານມາ ມີນັກທ່ອງທ່ຽວຈີນຈໍານວນນຶ່ງ ທີ່ມາເປັນກຸ່ມທົວ ຈະສຽງດັງ ແລະເຮັດຫ້ອງພັກເປິະເປື້ອນ ແຕ່ກໍບໍ່ໄດ້ເໝົາລວມວ່າ ນັກທ່ອງທ່ຽວຈີນທຸກຄົນຈະເປັນແນວນັ້ນ ຂຶ້ນຢູ່ກັບນິສັຍຂອງໃຜຂອງລາວ ທັງນີ້ ດ້ານຜູ້ປະກອບການເຮືອນພັກ ຢູ່ແຂວງຫຼວງພຣະບາງ ທ່ານນຶ່ງ ກໍບໍ່ໄດ້ຕຣຽມຄວາມພ້ອມພິເສດ ໃນການຮັບມືນັກທ່ອງທ່ຽວຈັນ ມີແຕ່ສືບຕໍ່ຕິດແຜ່ນພັບ ເຣື່ອງມາຣະຍາດການທ່ອງທ່ຽວຢູ່ລາວ ທີ່ມີທັງພາສາຈີນ, ພາສາລາວ, ພາສາອັງກິຈ ແລະພາສາຝຣັ່ງເສດ ເທິງກະດານປະຊາສັມພັນ ທີ່ນັກທ່ອງທ່ຽວຈະເຫັນໄດ້ຈະແຈ້ງ ເພື່ອເປັນສ່ວນນຶ່ງ ໃນການຄຸ້ມຄອງສະຖານທີ່ທ່ອງທ່ຽວຂອງປະເທດ.

ດັ່ງຜູ້ປະກອບການເຮືອນພັກ ແຂວງຫຼວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:

“ຈະມີທັງລາວ ມີຈີນ ມີອັງກິຈ ມາຣະຍາດໃນການພົບປະ ໃນການທັກທາຍ ສະບາຍດີບໍ ການເຂົ້າວັດ ຕ້ອງປະຕິບັດແນວໃດ ໃຫ້ມັນຖືກກັບຮີດຄອງປະເພນີ ແລ້ວກະເຣື່ອງກິນຊະຊາຍ ຖິ້ມຂີ້ເຫຍື້ອຊະຊາຍ ເຮົາຈະມີຮູບເປັນຮູບກາຕູນ ປະກອບພ້ອມຫັ້ນນ່າ ຢູ່ໃນແຜ່ນໂບຊົວ.”

ສ່ວນສາຍການບິນລາວ ຫຼື Lao Airlines ກໍວາງແຜນເປີດເສັ້ນທາງການບິນ ໄປປະເທດຈີນເພີ່ມຫຼາຍຖ້ຽວບິນ ພາຍຫຼັງປະເທດຈີນ ໄດ້ຜ່ອນຜັນມາຕການໂຄວິດ-19 ແລະນັກທ່ອງທ່ຽວຈາກຈີນ ເຣີ່ມອອກເດີນທາງໄປທ່ອງທ່ຽວຕ່າງປະເທດຫຼາຍຂຶ້ນ ໂດຍສາຍການບິນລາວ ຈະເປີດຖ້ຽວບິນຕຣົງໄປປະເທດຈີນ ໃນເດືອນມິນາ 2023 ນີ້ ໃນນີ້ ແມ່ນຖ້ຽວບິນທຸກມື້ ໄປຄຸນໝິງ ແລະເສັ້ນທາງອື່ນໆ ກໍາລັງລໍຖ້າຄໍາຕອບຈາກຝ່າຍຈີນ ເພື່ອໄປກວາງໂຈ່ວ, ຊຽງໄຮ, ເສິງຕູ, ຊາງໂຈ່ວ ແລະຫາງໂຈ່ວ.

ດັ່ງຜູ້ຂາຍປີ້ເຮືອບິນພາຍໃນ ແລະຕ່າງປະເທດ ຂອງການບິນລາວ ກ່າວໃນມື້ດຽວກັນນີ້ວ່າ:

“ອັນນີ້ຕ້ອງໄດ້ຖ້າເບິ່ງຫັ້ນນ່າ ເພາະວ່າຕອນນີ້ ແຜນມັນຍັງບໍ່ອອກເທື່ອ ເພາະວ່າ ມັນບໍ່ມີຖ້ຽວບິນ ລາຄາມັນກໍຈະບໍ່ໄດ້ແຈ້ງມາ ມັນມີແຕ່ຄຸນໝິງເດີ້ 680 ໂດລ້າຣ໌ເຈົ້າ ມີແຕ່ຖ້າເບິ່ງ ຢູ່ເພສ ສາຍການບິນລາວແຫຼະເຈົ້າ ຄັນຖ້າເຂົາເຈົ້າ ກັບມາເປີດຄືນ ເຂົາເຈົ້າຈະແຈ້ງລູກເພສ.”

ໃນໂຕຈິງແລ້ວ ຫາກສັງເກດເຫັນນັກທ່ອງທ່ຽວຈີນ ເຣີ່ມທະຍອຍເຂົ້າມາທ່ຽວ ຢູ່ນະຄອນຫຼວງວຽງຈັນ ແລະແຂວງອື່ນໆເປັນຈໍານວນຫຼາຍ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍຈະຣາຍງານໄປຍັງເຈົ້າໜ້າທີ່ ຂແນງມໍຣະດົກໂລກ ເພື່ອຍົກລະດັບການເຝົ້າລະວັງ ນັກທ່ອງທ່ຽວຈີນ ເຮັດພຶດຕິກັມບໍ່ດີ ປະຈໍາບ່ອນຕ່າງໆ ໂດຍຈະເນັ້ນໃສ່ນັກທ່ອງທ່ຽວຈີນ ທີ່ມາແບບເປັນກຸ່ມໃຫຍ່ ຫຼືມານໍາໄກດ໌ນັກທ່ອງທ່ຽວ.

ນອກຈາກນີ້ ຕາມສະຖານທີ່ທ່ອງທ່ຽວ ຍັງຈະຈັດຖັງຖິ້ມຂີ້ເຫຍື້ອໄວ້ນໍາ ແຕ່ທັງນີ້ ກໍຂຶ້ນຢູ່ກັບພຶດຕິກັມຂອງສ່ວນບຸກຄົນ ວ່າຈະຖິ້ມຂີ້ເຫຍື້ອໃສ່ຖັງຫຼືບໍ່, ອີງຕາມຂໍ້ມູນຈາກຜແນກຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ນະຄອນຫຼວງວຽງຈັນ ແລະແຂວງຈໍາປາສັກ.