ເຣື້ອງທີ່ເກັບບັນທຶກໄວ້
2022-05-17
ຊາວບ້ານ ບ້ານຫ້ວຍຫອຍ ເມືອງວຽງທອງ ແຂວງບໍຣິຄຳໄຊ ຈຳນວນ 624 ຄອບຄົວ ທີ່ຖືກຜົລກະທົບຈາກ ໂຄງການເຂື່ອນນ້ຳເທີນ 1, ມີບາງສ່ວນໄດ້ຮັບໃບຕາດິນແລ້ວ ແຕ່ຊາວບ້ານ ຍັງມີຄວາມກັງວົນ ເພາະທາງການລາວ ຢາກໃຫ້ຊາວບ້ານ ເອົາດິນຈັດສັນ ທີ່ທາງການມອບໃຫ້ນັ້ນ ປູກຢາງພາຣາ ພຽງຢ່າງດຽວ.
2022-05-16
ພາກສ່ວນທີ່ກ່ຽວຂ້ອງ ຂອງໂຄງການ ສນາມບິນໜອງຄ້າງ ຍັງບໍ່ຈ່າຍຄ່າຊົດເຊີຍ ໃຫ້ຊາວບ້ານ 20 ຄອບຄົວ ທີ່ຂຶ້ນກັບ ເມືອງຊຳເໜືອ ແຂວງຫົວພັນ ຊຶ່ງເນື້ອທີ່ປູກເຂົ້າ ໄດ້ຮັບຜົລກະທົບ ຈາກການບຸກເບີກ ໂຄງການສນາມບິນ ດັ່ງກ່າວ.
2022-05-13
ກຸ່ມຮັກຊຽງຂອງ ຈາກແຂວງຊຽງຮາຍຂອງໄທຍ ໄດ້ຍື່ນໜັງສືຄັດຄ້ານ ຂໍ້ຕົກລົງບັນທຶກຄວາມເຂົ້າໃຈກັນ ກ່ຽວກັບລາຄາໄຟຟ້າ ທີ່ໄທຍຈະຊື້ຈາກ ເຂື່ອນປາກແບງ ຕໍ່ 5 ໜ່ວຍງານຂອງທາງການໄທຍ ຍ້ອນກັງວົນນໍາຜົລກະທົບທີ່ຈະເກີດຂຶ້ນ ກັບລະບົບນິເວດ ແລະ ວິຖີຊີວິດຊາວບ້ານແຄມຂອງ.
2022-05-13
ເຂື່ອນຈິ່ງຫົງ ຂອງຈີນໄດ້ປ່ອຍນໍ້າ ອີກຄັ້ງນຶ່ງ ຊຶ່ງກໍເຮັດໃຫ້ ຜູ້ທີ່ອາສັຍຢູ່ຕາມແຄມ ແມ່ນ້ຳຂອງ ທ້າຍເຂື່ອນ ຕ້ອງໄດ້ລະວັງ ຈະໄດ້ຮັບຜົລກະທົບ ເນື່ອງຈາກ ໃນວັນທີ 9-11 ພຶສພານີ້ ປະຣິມານນ້ຳອາດຈະເພີ່ມຂຶ້ນເຖິງ 1.20-1.40 ແມັດ.
2022-05-12
ເຈົ້າໜ້າທີ່ ປກຊ-ປກສ ເມືອງງອຍ ແຂວງຫຼວງພຣະບາງ ຮື້ຖອນເກັບອາວຸດລ່າສັດປ່າ ແລະສິ່ງຕ້ອງຫ້າມທີ່ຜິດກົດໝາຍ ຈາກຊາວບ້ານໄດ້ຫຼາຍຢ່າງ ເປັນຕົ້ນແມ່ນ ອາວຸດລ່າສັດ ເຊັ່ນປືນແກ໊ບ ຈໍານວນ 1,480 ກະບອກ, ເຄື່ອງຊ໋ອດປາ 20 ເຄື່ອງ, ເລື່ອຍຕັດໄມ້ ສະຕ໋ຽວ (STIHL) 61 ເຄື່ອງ ແລະອື່ນໆອີກຫຼາຍຢ່າງ.
2022-05-11
ນັກການທູດ ແລະ ນັກວິຊາການ ເຫັນວ່າ ຈີນສ້າງເຂື່ອນໃສ່ແມ່ນ້ຳຂອງ ເປັນການຄວບຄຸມນ້ຳຂອງ ແລະ ຂຍາຍເຂດແດນ ຊຶ່ງມີຄວາມສຳຄັນ ຄືກັບເຂດແດນ ທາງທະເລ ທີ່ມີຂໍ້ຂັດແຍ່ງກັນ ທາງຍຸທສາຕ ໃນໄລຍະຍາວ ແລະທີ່ສຳຄັນ ນ້ຳເປັນຊັພຍາກອນ ທາງຍຸທສາຕ.
2022-05-11
ຊາວບ້ານຢູ່ເມືອງຫລາ ແຂວງອຸດົມໄຊ ກັງວົນເຣື່ອງຜົລກະທົບ ຈາກການສໍາຣວດບໍ່ຄໍາ ຂອງບໍຣິສັດຈີນ ທີ່ທາງການລາວ ອະນຸມັດໃຫ້ສໍາຣວດ-ຂຸດຄົ້ນ ຊຶ່ງເຮັດໃຫ້ນ້ຳຫ້ວຍ ທີ່ເປັນແຫຼ່ງນ້ຳທັມມະຊາດ ໃຊ້ອຸປໂພກ-ບໍຣິໂພກ ຂອງຊາວບ້ານ ປົນເປື້ອນ.
2022-05-11
ຊາວບ້ານ ຢູ່ແຂວງຈໍາປາສັກ ເຂົ້າໄປປູກມັນຕົ້ນ ໃນເຂດອຸທຍານແຫ່ງຊາດ ແຂວງຈໍາປາສັກຫລາຍເຮັກຕ້າຣ໌ ຍ້ອນບໍ່ມີທີ່ດິນທໍາກິນ ເພາະດິນຂອງຊາວບ້ານ ສ່ວນນຶ່ງຖືກທາງການ ໃຫ້ນາຍທຶນສັມປະທານ ເພື່ອເຮັດໂຄງການຕ່າງໆ ເຊັ່ນບໍ່ແຮ່, ສວນກາເຟ ແລະ ອື່ນໆ.
2022-05-10
ຊາວບ້ານຜູ້ປະສົບພັຍເຂື່ອນແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ໃນສູນດົງບາກ ປະມານ 200 ປາຍຄອບຄົວ ທີ່ໄດ້ຮັບຜົລກະທົບ ເຣື່ອງທີ່ດິນທໍາການກະເສດ ມາຮອດປັດຈຸບັນ ຍັງບໍ່ທັນໄດ້ຮັບການແກ້ໄຂ ຈາກພາກສ່ວນທີ່ກ່ຽວຂ້ອງເທື່ອ.
2022-05-09
ຊາວບ້ານກັງວົນ ເຣື່ອງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ ຂອງໂຄງການ ປູກໝາກກ້ວຍ ຢູ່ເມືອງສນາມໄຊ ແຂວງອັດຕະປື ຊຶ່ງປະຊາຊົນຢ້ານວ່າ ຈະກະທົບຕໍ່ຊຸມຊົນ, ເກີດຂໍ້ພິພາດທີ່ດິນ ເນື່ອງຈາກພື້ນທີ່ ສັມປະທານ ຫຼາຍກວ່າ 324 ເຮັກຕາຣ໌.
2022-05-05
ປະຊາຊົນ ທີ່ຈະຖືກຜົລກະທົບ ຈາກໂຄງການເຂື່ອນເຊກອງ ຕອນລຸ່ມ A ໃນເມືອງສນາມໄຊ ແຂວງອັດຕະປື ຢາກໄດ້ຄ່າຊົດເຊີຍ ທີ່ເໝາະສົມ ແຕ່ວ່າຈົນມາເຖິງປັດຈຸບັນນີ້ ຊາວບ້ານກໍຍັງບໍ່ທັນເຫັນພາກສ່ວນທີ່ກ່ຽວຂ້ອງ ຈ່າຍຄ່າຊົດເຊີຍໃຫ້ກັບຊ້າວ ຊຶ່ງຫຼາຍຄົນກໍເປັນກັງວົນໃຈ.
2022-05-04
ທາງການລາວ ມີແຜ່ນການ ຈະສ້າງທາງດ່ວນ ສາຍໃຕ້ ຈາກນະຄອນຫລວງວຽງຈັນ ຫາເມືອງປາກເຊ ແຂວງຈຳປາສັກ ແຕ່ຍັງຢູ່ລະຫວ່າງສຶກສາ ແລະ ຄົ້ນຄວ້າຂໍ້ມູນຢ່າງຮອບດ້ານ ເພື່ອສຶກສາຜົລກະທົບທີ່ຈະມມີຕໍ່ຊາວບ້ານ.
2022-05-04
ທາງການລາວ ໄດ້ຂໍປາຂ່ານ້ຳຈືດ 1 ຄູ່ ຈາກຣັຖບານກັມພູຊາ ເພື່ອຂຍາຍພັນປາດັ່ງກາວ ໃນປະເທດລາວ ຍ້ອນວ່າ ປາຂ່າທີ່ລາວເຄີຍມີ ຢູ່ຕາມລຳແມ່ນ້ຳຂອງ ໄດ້ຕາຍ ຫຼືສູນຫາຍ ໄປໝົດແລ້ວ, ສ່ວນສາຍເຫດ ການສູນຫາຍ ຂອງປາຂ່າລາວນັ້ນ ຍັງບໍ່ຈະແຈ້ງວ່າເປັນ ຍ້ອນຫຍັງແທ້.
2022-05-04
ເຈົ້າໜ້າທີ່ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຫຼວງນໍ້າທາ ກວດພົບວ່າ ຍັງມີການລັກລອບປູກຝິ່ນ ຊຶ່ງສ່ວນຫຼາຍ ແມ່ນປະຊາຊົນທີ່ຢູ່ເຂດຫ່າງໄກ ຍາກຕໍ່ການທີ່ເຈົ້າໜ້າທີ່ ຈະເຂົ້າໄປເຖິງ ຈຶ່ງເຮັດໃຫ້ຍັງມີການລັກ ເຮັດສວນປູກຝິນ ທີ່ສຳຄັນຄືເຈົ້າໜ້າທີ່ ຍັງຂາດງົບປະງານ ໃນການລົງໄປກວດກາ ໃຫ້ທົ່ວເຖິງ.
2022-05-03
ໂຄງການສ້າງເຂື່ອນຊະນະຄາມ ຍັງຕ້ອງໄດ້ສຶກສາ ການອອກແບບໃໝ່ ແລະຂໍ້ມູນ ຜົລກະທົບອີກຫຼາຍຢ່າງ ຊຶ່ງມີການທ້ວງຕິງ ຈາກຜູ້ທີ່ມີສ່ວນໄດ້, ສ່ວນເສັຽ ໃນຂະນະທີ່ ຊາວບ້ານຜູ້ທີ່ຈະຖືກຜົລກະທົບ ກໍບໍ່ເຫັນດີ ໃຫ້ມີການສ້າງເຂື່ອນດັ່ງກ່າວນີ້.