ເຈົ້າໜ້າທີ່ ປກຊ-ປກສ ແລະຄະນະຈັດຕັ້ງປະຕິບັດ ການຮື້ຖອນເກັບອາວຸດລ່າເນື້ອ (ລ່າສັດ) ແລະສິ່ງຕ້ອງຫ້າມທີ່ຜິດກົດໝາຍ ເມືອງງອຍ ແຂວງຫຼວງພຣະບາງ ໄດ້ຕິດຕາມກວດກາ ແລະຍຶດອາວຸດໄດ້ຫຼາຍຢ່າງ ເປັນຕົ້ນ: ອາວຸດລ່າເນື້ອ ທີ່ເປັນປືນແກ໊ບ ຈໍານວນ 1,480 ກະບອກ, ເຄື່ອງມືຊ໋ອດປາ 20 ເຄື່ອງ, ຈັກສະຕ໋ຽວ (ເລື່ອຍຕັດໄມ້ STIHL) 61 ເຄື່ອງ ແລະອື່ນໆອີກຫຼາຍຢ່າງ ໃນການໃຊ້ລ່າເນື້ອທີ່ຜິດກົດໝາຍ ເພື່ອຮັກສາ ແລະອະນຸຮັກສັດນໍ້າ-ສັດປ່າ ບໍ່ໃຫ້ສູນພັນ.
ການການຮື້ຖອນເກັບອາວຸດດັ່ງກ່າວນີ້ ເຈົ້າໜ້າທີ່ໃຊ້ວິທີການປຸກຣະດົມໃຫ້ປະຊາຊົນ ທັງຢູ່ເຂດຫ່າງໄກ ແລະໃນເຂດໂຕເມືອງ ໃຫ້ເອົາອາວຸດດັ່ງກ່າວ ທີ່ມີຢູ່ໃນຄອບຄອງນັ້ນ ໄປໃຫ້ຫ້ອງວ່າການປົກຄອງເມືອງ ເພື່ອໃຫ້ຂັ້ນເມືອງໄດ້ທໍາລາຍຖິ້ມ ໃນວັນທີ່ 11 ພຶສພາ 2022 ທີ່ຜ່ານມາ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ປກຊ-ປກສ ເມືອງງອຍ ແຂວງຫຼວງພຣະບາງທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 12 ພຶສພາ ນີ້ວ່າ:
“ໂຕຢ່າງຄື ແມ່ນໍ້ານ້ອຍ ຖ້າເຂົາເຈົ້າໃຊ້ເຄື່ອງຊ໋ອດປາ ຊ໋ອດໄປໝົດ ມັນກໍຖືວ່າ ຊິມີແຕ່ແມ່ນໍ້າຫັ້ນນ່າ ໂຕປາໂຕປູ ໂຕກຸ້ງ ຫອຍນີ້ແມ່ນຊິບໍ່ມີ ທາງເມືອງຈຶ່ງ ແຕ່ງຕັ້ງຄະນະກັມມະການ ລົງໄປຣະດົມເກັບອາວຸດ ທີ່ເຂົາເຈົ້າມີຢູ່ໃນຄອບຄອງເນາະ ເພື່ອໃຫ້ເຂົາເຈົ້າຕື່ນໂຕສົ່ງ.”
ທ່ານກ່າວຕື່ມວ່າ ສໍາລັບປະຊາຊົນຜູ້ໃດ ທີ່ມີອາວຸດລ່າເນື້ອດັ່ງກ່າວໄວ້ໃນຄອບຄອງ ແລະເຈົ້າໜ້າຍຶດມາໄດ້ນັ້ນ ເຈົ້າໜ້າທີ່ບໍ່ໄດ້ປັບໃໝໃສ່ໂທດປະຊາຊົນແຕ່ຢ່າງໃດ ມີພຽງແຕ່ສຶກສາອົບຮົມ ບໍ່ໃຫ້ນໍາໃຊ້ປືນແກ໊ບ, ໝໍ້ໄຟຊ໋ອດປາ ແລະຈັກສະຕ໋ຽວຕື່ມອີກ ເນື່ອງຈາກເປັນການທໍາລາຍສັດນໍ້າ-ສັດປ່າ ແລະເປັນການຕັດໄມ້ທໍາລາຍປ່ານໍາດ້ວຍ.
ໃນຂະຄະດຽວກັນ ອໍານາດການປົກຄອງບ້ານ ຢູ່ບ້ານທ່າຣີໃຕ້ ເມືອງນໍ້າບາກ ແຂວງຫຼວງພຣະບາງ ກໍໄດ້ປຸກຣະດົມ ໃຫ້ປະຊາຊົນພາຍໃນບ້ານ ເອົາປືນແກ໊ບທີ່ຕົນຜລິດເອງ ຫຼືໄປຊື້ມາຈາກບ່ອນອື່ນ ມາໄວ້ໃນຄອບຄອງນັ້ນ ໃຫ້ເອົາໄປມອບໃຫ້ບ້ານ ຫຼື ປກສ ເນື່ອງຈາກການມີປືນແກ໊ບ ເພື່ອລ່າເນື້ອໄວ້ໃນຄອບຄອງ ກໍບໍ່ມີປໂຍດຫຍັງ ເພາະເປັນການທໍາລາຍສັດປ່າ ໃຫ້ສູນພັນໄປຊື່ໆ.
ດັ່ງຊາວບ້ານ ຢູ່ບ້ານທ່າຣີໃຕ້ ເມືອງນໍ້າບາກ ແຂວງຫຼວງພຣະບາງ ຜູ້ນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ເອີ່ອັນເຣື່ອງປືນແກ໊ບ ບ້ານເຮົາກະມີ ມີແຕ່ວ່າເຂົາສົ່ງຈໍານວນນຶ່ງແລ້ວ ດຽວນີ້ ຢາກຍັງໃຫ້ເຂົາສົ່ງຕື່ມ ຈັກຊິໝົດບໍ່ໝົດ ບໍ່ຮູ້ອັນນີ້ ໄດ້ມອບໃຫ້ຕໍາຣວດກຸ່ມຈໍານວນນຶ່ງແລ້ວ ເວົ້າເຣື່ອງປືນແກ໊ບນິ່ ເພາະມັນມີຜູ້ຜລິດເດ້ ຜູ້ຮູ້ເຮັດເພື່ອນໍາໃຊ້ ໄປລ່າເນື້ອຫັ້ນແຫຼະເວົ້າຄວາມຈິງນິ່ ແຕ່ວ່າ ການລ່າເນື້ອຂອງເຂົາ ຖືວ່າລ່າບໍ່ມີປະໂຫຍດອິຫຍັງແລ້ວດຽວນີ້ນີ່ ເພາະສັດສາວາສິ່ງຢູ່ໃນປ່າບໍ່ມີ ບໍ່ຄ່ອຍມີປານໃດແລ້ວດຽວນີ້ນິ່.”
ຊາວບ້ານ ຢູ່ບ້ານລ້ອງມ້ຽງ ເມືອງພູຄູນ ແຂວງຫຼວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ ຢູ່ບ້ານລ້ອງມ້ຽງ ເມືອງພູຄູນ ແຂວງຫຼວງພຣະບາງ ພາກສ່ວນທີ່ກ່ຽວຂ້ອງ ໄດ້ມີການຄຸ້ມຄອງ ບໍ່ໃຫ້ປະຊາຊົນ ມີຊ່ອງທາງລ່າສັດປ່າ ເພື່ອອະນຸຮັກສັດປ່າ ບໍ່ໃຫ້ສູນພັນ.
“ອີງຕາມເບິ່ງຫັ້ນ ສະພາບການເຂົາເຈົ້າຫັ້ນ ໃຊ້ມາຕການບໍ່ໃຫ້ເຂົາເຈົ້າຈັບ ບໍ່ໃຫ້ເຂົາເຈົ້າທໍາລາຍຫັ້ນແຫຼະ ໂຕນີ້ ຮັກສາອະນຸຮັກສັດປ່າ ມັນມໍ່ຈະສູນພັນໄປແລ້ວຫັ້ນນ່າ.”
ສາເຫດທີ່ເຮັດໃຫ້ປະຊາຊົນ ໃຊ້ອາວຸດທີ່ຜິດກົດໝາຍ ເພື່ອລ່າສັດປ່າ ແລະສັດນໍ້າ ກໍຍ້ອນວ່າ ປະຊາຊົນແຂວງຫຼວງພຣະບາງ ມີວິຖີຊີວິດຫາຢູ່ຫາກິນ ແບບທັມມະຊາດມາແຕ່ດົນ ກໍຈະພາກັນລ່າເນື້ອມາແບ່ງກັນກິນໃນຄອບຄົວ ສ່ວນທີ່ເຫຼືອນັ້ນ ກໍເອົາໄປແລກປາແດກ, ແປ້ງນົວ ແລະນໍ້າມັນ ໂດຍສະເພາະ ໝູປ່າ, ກວາງ ທີ່ປະຊາຊົນພາກັນລ່າຫຼາຍ ເຊິ່ງທັງໝົດ ເປັນສັດປ່າຫວງຫ້າມຂອງປະເທດລາວ, ສ່ວນຈັກສະຕ໋ຽວ ກໍພາກັນຊື້ມາຈາກຮ້ານຄ້າ ຂອງຄົນຈີນເພື່ອເອົາມາຕັດໄມ້ ສ້າງເຮືອນ.
ດັ່ງເຈົ້າໜ້າທີ່ ຄະນະຈັດຕັ້ງປະຕິບັດການຮື້ຖອນ ເກັບອາວຸດລ່າເນື້ອ ແລະສິ່ງຕ້ອງຫ້າມທີ່ຜິດກົດໝາຍ ແຂວງຫຼວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:
“ດຽວນີ້ຊີວິດການເປັນຢູ່ ກໍເລີ່ມດີຂຶ້ນ ແລ້ວກະ ມີການຫ້າມເພື່ອອະນຸຮັກ ມີໂຄງການເຂົ້າມາສນັບສນູນແດ່ ບາງບ່ອນກໍໄດ້ຈັດເປັນເຂດ ເປັນສວນອຸທະຍານ ທ່ອງທ່ຽວຊິນ່າ ເຂດນໍ້າແອດພູເລີຍ.”
ປັດຈຸບັນ ເຈົ້າໜ້າທີ່ກອງກວດກາ ຫ້ອງການກະສິກັມແລະປ່າໄມ້ ກໍມີມາຕການສືບຕໍ່ ປຸກຣະດົມ ໃຫ້ປະຊາຊົນບໍ່ໃຫ້ເຮັດຜິດກົດໝາຍ ຄື: ປະກາດທາງໂທຣະໂຄ່ງ ໃຫ້ປະຊາຊົນ ເອົາອາວຸດທ່າເນື້ອ, ໝໍ້ໄຟຊ໋ອດປາ ແລະຈັກສະຕ໋ຽວ ມາມອບໃຫ້ຢູ່ຫ້ອງການບ້ານ ຫຼືຫ້ອງການປົກຄອງເມືອງ ແລະໃຫ້ຄວາມຮູ້ແກ່ປະຊາຊົນ ທາງດ້ານກົດໝາຍ ຫາກຜູ້ໃດ ເຮັດຜິດຫຼາຍເທື່ອ ຈະຖືກດໍາເນີນຄະດີ ແລະບໍ່ມີຂັ້ນຕອນສຶກສາອົບຮົມອີກ.
ນອກຈາກນີ້ ເຈົ້າໜ້າທີ່ ປກສ-ປກຊ ທີ່ກ່ຽວຂ້ອງ ກໍໄດ້ລົງຕິດຕາມກວດກາ ຍຶດອາວຸດລ່າເນື້ອ ແລະສິ່ງທີ່ຜິດກົດໝາຍ ໃນຈຸດຫຼໍ່ແຫຼມ ທີ່ເຄີຍມີປະກົດການຫຍໍ້ທໍ້ດັ່ງກ່າວ ໂດຍສະເພາະ ຢູ່ເມືອງນໍ້າບາກ, ເມືອງຄູນ, ນະຄອນຫຼວງພຣະບາງ ແລະເມືອງງອຍ.
ດັ່ງເຈົ້າໜ້າທີ່ ຄະນະຈັດຕັ້ງປະຕິບັດ ການຮື້ຖອນເກັບອາວຸດລ່າເນື້ອ ແລະສິ່ງທີ່ຜິດກົດໝາຍ ແຂວງຫຼວງພຣະບາງ ຜູ້ດຽວກັນກັບຂ້າງຕົ້ນ ກ່າວວ່າ:
“ມາຕການທີ່ວ່າລົງກວດກາ ລາດຕະເວນ ຕາມຈຸດຫຼໍ່ແຫຼມ ທີ່ເຄີຍມີການລ່າສັດເມື່ອກ່ອນນັ້ນອັນທີ່ສອງກໍລົງເຜີຍແຜ່ກົດໝາຍ ລົງສູ່ໃນເຂດທີ່ ເຂົາເຈົ້າຫ່າງໄກສອກຫຼີກ ທີ່ຍັງມີການນໍາໃຊ້ເພື່ອບໍຣິໂພກຫັ້ນ ຢູ່ແຖວທ້ອງຕລາດ ເຮົາກໍເຜີຍແຜ່ໃຫ້ເຂົາເຈົ້າ ຕາມລະບຽບກົດໝາຍ.”
ສັດປ່າ ທີ່ປະຊາຊົນເຂດຫ່າງໄກສອກຫຼີກ ພາຍໃນເມືອງງອຍ ໃຊ້ປືນແກ໊ບ ລ່າເພື່ອມາບໍຣິໂພກ ຫຼືແລກປ່ຽນເປັນສິນຄ້າປະເພດອື່ນໆນັ້ນ ສ່ວນໃຫຍ່ຈະເປັນ ນົກກົກ, ກວາງ, ນົກ, ຟານດໍ ແລະໝູ່ປ່າ.
ສໍາລັບປະຊາຊົນ ເຂດຫ່າງໄກ ພາຍໃນເມືອງງອຍ ຜູ້ໃດທີ່ຕ້ອງການໄມ້ ເພື່ອມາສ້າງຢ້າວສ້າງເຮືອນ ກໍໃຫ້ເຮັດໜັງສື ດໍາເນີນການຫາພາກສ່ວນທີ່ກ່ຽວຂ້ອງ ເພື່ອຂໍໃຊ້ຈັກສະຕ໋ຽວຕັດໄມ້ໃນປ່າ ມາສ້າງເຮືອນຢູ່ອາສັຍ ບໍ່ແມ່ນ ນໍາໃຊ້ຈັກສະຕ໋ຽວ ແບບຜິດກົດໝາຍ ບໍ່ມີເອກະສານອະນຸຍາດ ຈາກທາງການແຕ່ຢ່າງໃດ, ອີງຕາມຂໍ້ມູນຈາກຫ້ອງການ ປກຊ-ປກສ ເມືອງງອຍ ແຂວງຫຼວງພຣະບາງ.