ນັກການທູດເຫັນວ່າ ເຂື່ອນຈີນ ຂຍາຍເຂດແດນ-ຄວບຄຸມອາຊ້ຽນ
2022.05.11

ໂຄງການເອເຊັຽຕາເວັນອອກສ່ຽງໃຕ້ ຈາກສະຖາບັນວິຈັຍຄົ້ນຄວ້າ (ສູນສຕິມສັນ) ຫຼື The Stimson Center ຢູ່ ນະຄອນຫຼວງ ວໍຊິງຕັນ, ດີ.ຊີ. (Washington, DC) ປະເທດສະຫະຣັດອາເມຣິກາ ໄດ້ຈັດເວທີສົນທະນາ ທາງໄກກ່ຽວກັບບັນຫາແມ່ນ້ຳຂອງ ທີ່ໄດ້ຮັບຜົລກະທົບ ຈາກການສ້າງເຂື່ອນຂອງຈີນ ໃນວັນທີ 10 ພຶສພາ ທີ່ຜ່ານມາ. ການຈັດເວທີສົນທະນາ (ເສວະນາ) ທາງໄກດັ່ງກ່າວ ເກີດຂຶ້ນຖ່າມກາງ ກອງປະຊຸມສຸດຍອດຜູ້ ນຳອາຊ້ຽນ-ສະຫະຣັຖອາເມຣິກາ ທີ່ມີກຳນົດຈັດຂຶ້ນໃນວັນທີ 12-13 ພຶສພາ 2022.
ໃນເວທີສົນທະນາ, ບັນດານັກການທູດ ແລະ ນັກວິຊາການ ເຫັນວ່າຈີນສ້າງເຂື່ອນໃສ່ແມ່ນ້ຳຂອງ ເປັນການຄວບຄຸມເຂດແດນຂອງອາຊ້ຽນ.
ທ່ານ ບິລະຫາຣິ ເຄົາສິແຄນ (Bilahari Kausikan), ອະດີດນັກການທູດຂອງສິງກະໂປຣ໌ ໄດ້ກ່າວວ່າ: “ດິນແດນ ແລະ ແມ່ນ້ຳໄຫຼຜ່ານ ກໍມີຄວາມສໍາຄັນ ຄືກັບເຂດທະເລທີ່ມີຂໍ້ຍັດແຍ່ງກັນ ທາງຍຸທສາຕ ໃນໄລຍະຍາວ. ນ້ຳເປັນຊັພຍາກອນທາງຍຸທສາຕ ຈີນມີການສ້າງເຂື່ອນໃສ່ແມ່ນ້ຳຂອງຕອນເທິງ ແລະ ສນັບສນູນເງິນທຶນ ໃນການສ້າງເຂື່ອນໃສ່ແມ່ນ້ຳຂອງຕອນລຸ່ມ ທີ່ຜ່ານມານັ້ນ ກໍມີຄວາເປັນໄປໄດ້ ທີ່ຈີນຈະຄວບຄຸມເກີນເຄິ່ງນຶ່ງຂອງອາຊ້ຽນ.”
ການສ້າງເຂື່ອນໃສ່ແມ່ນ້ຳຂອງຕອນເທິງ ແລະ ສ້າງໃສ່ແມ່ນໍ້າຂອງຕອນລຸ່ມ ລວມທັງນ້ຳສາຂາ ແມ່ນໍ້າຂອງ ຄື ກັບການຂຍາຍເຂດແດນ ລົງມາກວມເອົາເຂດເອເຊັຽຕາເວັນອອກສ່ຽງໃຕ້.
ທ່ານ ບິລະຫາຣິ (Bilahari) ຍັງກ່າວວ່າ: “ນີ້ເປັນການກຳນົດຍຸທສາຕ ທາງພູມສາຕຂອງເອເຊັຽຕາເວັນອອກສ່ຽງໃຕ້ ແລະ ໃນທີ່ສຸດມັນເປັນການຂຍັບຂຍາຍ ເຂດແດນພາກໃຕ້ຂອງຈີນ ເຂົ້າມາກວມເອົາເອົາດິນແດນຫຼັກ ຂອງເອເຊັຽຕາເວັນອອກສ່ຽງໃຕ້.”

ບັນຫາທີ່ເກີດຂຶ້ນຢູ່ໃນປະເທດເອເຊັຽຕາເວັນອອກສ່ຽງໃຕ້ ຫຼື ອາຊ້ຽນ ໂດຍສະເພາະ ການສ້າງເຂື່ອນໃສ່ແມ່ນ້ຳຂອງ ເປັນບັນຫາທີ່ສົ່ງຜົລກະທົບ ຕໍ່ແມ່ນ້ຳຂອງຢູ່ເຂດສາມຫຼ່ຽມ ປາກແມ່ນ້ຳຂອງ ຫຼື Mekong Delta ເພາະວ່າ ລະດັບນ້ຳທະເລ ຈະສູງກວ່າລະດັບນ້ຳຂອງ ຖ້າມີການກັກນ້ຳເອົາໄວ້ ຢູ່ແມ່ນ້ຳຂອງຕອນເທິງ ແລະ ມັນຈະເຮັດໃຫ້ປຣິມານນ້ຳທະເລ ໄຫຼເຂົ້າມາໃນເຂດນາເຂົ້າຂອງປະຊາຊົນ ຢູ່ວຽດນາມ ບໍ່ສາມາດເຮັດນາໄດ້ ອີງຕາມຂໍ້ມູຈາກຈາກນັກສິ່ງແວດລ້ອມ. ສິ່ງນີ້ເອງ ມັນກາຍເປັນບັນຫາຮ່ວມກັນ ແລະ ຕ້ອງການທາງອອກຮ່ວມກັນ.
ທ່ານ ສາຕູ ລິມາເຍ (Satu Limaye), ຮອງປະທານສູນສຶກສາ ຕາເວັນອອກ-ຕາເວັນຕົກ ຢູ່ ນະຄອນຫຼວງ, ວໍຊິງຕັນ, ດີ.ຊີ. (Washington, DC) ສະຫະຣັຖອາເມຣິກາ ໄດ້ກ່າວວ່າ: “ປັດຈັຍຂອງບັນຫາທີ່ເຫັນແຈ້ງ ກ່ຽວກັບແມ່ນ້ຳຂອງ ຄືທີ່ຮູ້ກັນແລ້ວວ່າ ການຫຼຸດຜ່ອນປຣິມານນ້ຳໄຫຼ ຂອງນ້ຳທະເລເຂົ້າມາໃນເຂດສາມຫຼ່ຽມປາກນ້ຳຂອງ ຢູ່ວຽດນາມ ຫຼື Mekong Delta ພວກເຮົາຮູ້ວ່າ ຊ່ຽວຊານ ໄດ້ສຸມໃສ່ ແລະ ອະທິບາຍເຖິງວ່າ ນີ້ເປັນບັນຫາມາຈາກ ການປຶກສາຫາລືກັນ ແລະ ຕ້ອງການທາງອອກກ່ຽວກັບເຣື່ອງນີ້.”
ການສ້າງເຂື່ອນໃສ່ແມ່ນ້ຳຂອງຕອນເທິງ ປະເທດລາວ ແລະ ຢູ່ໃນປະເທດລາວ ການຄວມຄຸມການໄຫຼຂອງນ້ຳ ແລະ ຫຼາຍປະເທດຄວນຈະຫຼີກລ້ຽງບັນຫາດັ່ງກ່າວ.
ທ່ານ ສາຕູ ລິມາເຍ (Satu Limaye) ຍັງກ່າວຕື່ມອີກ ວ່າ: “ແຕ່ວ່າ ມັນປະກົດວ່າ ບັນຫາເຂື່ອນທີ່ຢູ່ນ້ຳຂອງຕອນເທິງ ແລະ ການຄວບຄຸມນ້ຳ ແລະ ການປ່ຽນແປງສະພາບອາກາດ ນີ້ຕ້ອງປະເຊີນກັບປະເທດຍັກໃຫຍ່ [ໝາຍເຖິງຈີນ] ແລະ ຂ້າພະເຈົ້າວ່າ ພວກເຮົາສາມາດທີ່ຈະຫຼີກລ້ຽງ ບັນຫາດັ່ງກ່າວ.”
ໃນເວລາດຽວ ນັກວິຊາການຫຼາຍຝ່າຍທີ່ສນັບສນູນຈີນ ກໍໃຫ້ທັສນະວ່າ ສະຫະຣັຖອາເມຣິກາ ພະຍາຍາມເຂົ້າມາຖ່ວງດຸນອຳນາດຂອງຈີນ ຢູ່ໃນເຂດອາຊ້ຽນ.
ແຕ່ໃນຝ່າຍສະຫະຣັຖອາເມຣິກາ ກໍເຫັນວ່າ ເປັນການເຮັດວຽກກັບປະເທດ ອາຊ້ຽນ ເພື່ອສ້າງຄວາມຈະເຣີນຮັ່ງມີ.
ຍານາງ ເຄດ ເຣໂພນຊ໌ (Kate Rebholz), ເຈົ້າໜ້າທີ່ລະດັບສູງຂອງສະຫະຣັຖອາເມຣິກາ ທີ່ປະຈຳຢູ່ປະເທດອາຊ້ຽນ ໄດ້ກ່າວວ່າ: “ຂ້າພະເຈົ້າຄິດວ່າ ພວກເຮົາລໍຖ້າເຮັດວຽກກັບອາຊ້ຽນ ໃຫ້ຫຼາຍຂຶ້ນເພື່ອເວົ້າກ່ຽວກັບ ຊິເຮັດແນວໃດໃຫ້ຍຸທະສາຕໄປອີກ ແລະ ດີຂຶ້ນ. ໃນການເຊື່ອມສານກັນ ແລະ ໄປໄກກວ່ານັ້ນ ແລະ ຂ້າພະເຈົ້າຄິດວ່າ ມັນເປັນອົງປະກອບຂອງວຽກງານທີ່ດີຂຶ້ນ ທີ່ພວກເຮົາກຳລັງເຮັດວຽກກັບອາຊ້ຽນ. ພວກເຮົາຈະເຮັດໃຫ້ເກີດຄວາມຮັ່ງມີ ໃນຂົງເຂດ ແລະ ພາກສ່ວນອື່ນໆ ໂດຍຜ່ານຂົງເຂດວຽກງານທາງເສຖກິຈເຂດເອເຊັຽປາຊິຟິກ-ອາຊ້ຽນ.”
ສະຫະຣັຖອາເມຣິກາ ເຮັດວຽກກັບອາຊ້ຽນ ເປັນເວລາຫຼາຍທົສວັດແລ້ວ. ຍານາງ ເຄດ ເຣໂພນຊ໌ (Kate Rebholz): “ວຽກງານການສ້າງຄວາມຈະເຣີນ ໃນຂົງເຂດ ບໍ່ແມ່ນຫາກໍ່ເຮັດ ແຕ່ພວກເຮົາໄດ້ລົງທຶນມາຫຼາຍທົສວັດແລ້ວ ກັບປະເທດສະມາຊິກອາຊ້ຽນ ແລະ ການເຊື່ອມຕໍ່ ລະຫວ່າງ ເສຖກິຈ ກັບຄວາມຈະເຣີນ ເຊິ່ງສະຫະຣັຖອາເມຣິກາ ເປັນຜູ້ລົງທຶນທີ່ໃຫຍ່ໃນອາຊ້ຽນ.”
ອີງຕາມຂໍ້ມູນຈາກທາງການຈີນ ໄດ້ພົບວ່າ ຢູ່ແມ່ນ້ຳຂອງຕອນເທິງ ຫຼື ແມ່ນໍ້າ ຫຼານຊາງ Lancang (ຫຼື ນັກວິຊາການບາງທ່ານ ກໍເອີ້ນວ່າ ແມ່ນ້ຳ ລ້ານຊ້າງ) ໃນເຂດແດນປະເທດຈີນ, ມີການສ້າງເຂື່ອນໃສ່ທັງໝົດ 10 ເຂື່ອນ ຄື ເຂື່ອນວຸ່ນອອງຫຼົງ, ເຂື່ອນຫວງເຕິ້ງ, ເຂື່ອນຕ້າຫົວສຽວ, ເຂື່ອນໝຽວເວີ້ຍ, ເຂື່ອນກົງວໍ່ສຽວ, ເຂື່ອນສ້ຽວຫວານ, ເຂື່ອນມ່ານວານ, ເຂື່ອນຕ້າເສົາຊານ, ເຂື່ອນນົວຈາຕູ້, ເຂື່ອນຈິງຫົງ. ນອກຈາກນີ້ ທາງການຈີນກຳລັງ ມີອີກການສ້າງອີກເຂື່ອນນຶ່ງຊື່ວ່າ ເຂື່ອນ ກັນຫຼັ່ນປ້າ.
ໃນຂະນະທີ່ ຂໍ້ມູນຈາກທາງການລາວ ໄດ້ລະບຸວ່າ: ຈີນມີແຜນສ້າງເຂື່ອນໃສ່ແມ່ນ້ຳຂອງ ໃນປະເທດລາວ ລວມມີ ເຂື່ອນຊະນະຄາມ, ເຂື່ອນປາກລາຍ, ເຂື່ອນປາກແປງ.
ນອກຈາກນີ້ ຈີນຍັງໄດ້ກໍ່ສ້າງເຂື່ອນໃສ່ສາຂາແມ່ນ້ຳຂອງ ສຳເຣັດແລ້ວເຊັ່ນ ເຂື່ອນນ້ຳອູ 1-7, ເຂື່ອນນ້ຳທາ 1, ແລະ ເຂື່ອນນ້ຳຄານ.
ອົງການພາກປະຊາສັງຄົມໄທຍ ເຄີຍອອກໜັງສືໄປຫາທາງການຈີນ ກ່ຽວກັບຜົລກະທົບຈາກເຂື່ອນ ຢູ່ຕອນເທິງແມ່ນ້ຳຂອງໃນປະເທດຈີນ.
ໃນເດືອນເມສາ 2022 ທີ່ຜ່ານມາ, ເຄືອຂ່າຍປະຊາຊົນໄທຍ 8 ແຂວງ ລຸ່ມນໍ້າຂອງ ອອກຖແລງການ ຮຽກຮ້ອງໃຫ້ຈີນຮັບວ່າ ເຂື່ອນທີ່ຈີນສ້າງຢູ່ແມ່ນໍ້າຂອງຕອນເທິງ ຊຶ່ງຈີນເອີ້ນວ່າແມ່ນໍ້າລ້ານຊ້າງ ເປັນສາເຫດ ຂອງບັນຫາຜົລກະທົບ ຂ້າມຊາຍແດນ ຍ້ອນເຂື່ອນຈີນເຮັດໃຫ້ການຂຶ້ນ-ລົງຂອງນໍ້າ ແລະ ລະບົບນິເວດໃນແມ່ນໍ້າຂອງ ປ່ຽນແປງ ຊຶ່ງທີ່ຜ່ານມາຈີນບໍ່ໃຫ້ຄວາມສໍາຄັນ ກັບບັນຫາທີ່ເກີດຂຶ້ນ ໂດຍໃຫ້ເຫດຜົລວ່າ ສາເຫດທີ່ເຮັດໃຫ້ສະພາບ ແມ່ນໍ້າຂອງຜິດທັມມະຊາດ ເປັນຍ້ອນການປ່ຽນແປງ ຂອງສະພາບດິນຟ້າອາກາດ.
ໃນວັນທີ 3 ເມສາ 2010 ພາກປະຊາສັງຄົມໄທຍ ໄດ້ໄປຍື່ນໜັງສືຢ່າງເປັນທາງການ ຕໍ່ສະຖານທູດຈີນ ທີ່ບາງກອກ ເພື່ອຮຽກຮ້ອງໃຫ້ທາງການຈີນ ຢຸດການສ້າງເຂື່ອນກັ້ນແມ່ນໍ້າຂອງທັງໝົດ ແລະຟື້ນຟູຄວາມເສັຍຫາຍ ທີ່ເກີດຂຶ້ນຕໍ່ລະບົບນິເວດ ແລະ ຊີວິດຂອງປະຊາຊົນ.
ຊາວບ້ານທີ່ອາສັຍຢູ່ແຄມນ້ຳຂອງ ຢູ່ປະລາວ ແລະ ໄທຍ ໄດ້ກ່າວ່າ: ນໍ້າຂອງຂຶ້ນ-ລົງຜິດປົກກະຕິ ພາຍຫລັງທີ່ທາງການຈີນ ເປີດໃຊ້ເຂື່ອນຈິງຫົງ ຊຶ່ງສົ່ງຜົລເຮັດໃຫ້ນໍ້າຂອງຫລຸດລົງຫລາຍ ຈົນເກີດຄວາມແຫ້ງແລ້ງຕລອດແລວນໍ້າຂອງຂ້າງລຸ່ມ. ແຕ່ທາງການຈີນ ກໍບໍ່ໄດ້ຕອບສນອງຄໍາຮຽກຮ້ອງ ທີ່ວ່ານັ້ນແຕ່ຢ່າງໃດ ເຖິງຜົລກະທົບນັ້ນ ເກີດມີໂດຍກົງຕໍ່ຊີວິດ ຂອງປະຊາຊົນຫລາຍສິບລ້ານຄົນ ແລະພັນປາຊນິດຕ່າງໆ ຫລຸດໜ້ອຍລົງ.
ທ່ານ ໂສຜຽກ (Sopheak) ເຈົ້າໜ້າທີ່ ຈາກ ຄະນະກັມມະທິການ ແມ່ນ້ຳຂອງສາກົລ ຫຼື MRC ເຄີຍຕອບຄຳຖາມ ເອເຊັຽເສຣີ ກ່ຽວກັບພັຍແຫ້ງແລ້ງຕາມລຳແມ່ນ້ຳຂອງ ຜ່ານ ອີເມລວ່າ: “ໃນໄລຍະ 3 ປີຜ່ານມາ ລະດັບນ້ຳໃນແມ່ນ້ຳຂອງ ໄດ້ຫຼຸດລົງຕ່ຳສຸດ ໃນຮອບ 60 ປີ ແຕ່ໃນປີ 2020 ຫຼຸດລົງຕ່ຳທີ່ສຸດ ຍ້ອນຝົນຕົກ ຕ່ຳກວ່າປົກກະຕິ ຍົກເວັ້ນເດືອນຕຸລາ. ເຣີ່ມແຕ່ປີ 2015 ເປັນຕົ້ນມາ ການໄຫຼຂອງນ້ຳໃນແມ່ນ້ຳຂອງໄດ້ຫຼຸດລົງຢ່າງຕໍ່ເນື່ອງ ຣະດູແລ້ງຈະຍາວ ຣະດູຝົນຈະສັ້ນ ຍ້ອນການກັກນ້ຳໄວ້ໃນອ່າງນ້ຳ ຂອງເຂື່ອນຕ່າງໆ ການກະທຳດັ່ງກ່າວສົ່ງຜົລກະທົບທາງລົບ ນອກຈາກນັ້ນ ກໍແມ່ນສະພາບອາກາດປ່ຽນແປງ ແລະຝົນຕົກໜ້ອຍ.”
ສ່ວນວ່າ ເຈົ້າໜ້າທີ່ກ່ຽວຂ້ອງຂອງລາວ ກໍເຄີຍໃຫ້ສັມພາດຕໍ່ ວິທຍຸເອເຊັຽເສຣີ ວ່າ ນ້ຳຂອງບົກແຫ້ງເປັນຍ້ອນຝົນບໍ່ຕົກ ຫຼື ສະພາວະໂລກຮ້ອນ, ແຕ່ບໍ່ເປັນຍ້ອນການສ້າງເຂື່ອນໃສ່ແມ່ນ້ຳຂອງ.