ທາງການ ຄົ້ນຄວ້າ ເພື່ອກໍ່ສ້າງ ທາງດ່ວນ ນະຄອນຫຼວງ-ຈຳປາສັກ
2022.05.04

ຣັຖບານລາວ ກຳລັງມີແຜນ ຈະພັທນາ ແລະ ກໍສ້າງ ທາງດ່ວນສາຍໃຕ້ ຈາກນະຄອນຫລວງວຽງຈັນ ຫາ ນະຄອນປາກເຊ ແຂວງຈຳປາສັກ ທີ່ຈຸດເຣີ່ມຕົ້ນ ຢູ່ທີ່ເສັ້ນທາງ 450 ປີ ນະຄອນຫລວງວຽງຈັນ ເຊິ່ງຈະເປັນເສັ້ນທາງຄູ່ຂນານ ກັບເສັ້ນທາງເລກທີ່ 13ໃຕ້ ລວມໄລຍະທາງທັງໝົດ 617 ກິໂລແມັດ ຊຶ່ງໃນເບື້ອງຕົ້ນ ຍັງບໍ່ໄດ້ສຳຣວດ ເຣຶ່ອງຜົລກະທົບວ່າ ຈະຜ່ານດິນຂອງຊາວບ້ານໜ້ອຍຫລາຍປານໃດ ແຕ່ຍັງຢູ່ລະຫວ່າງການສຶກສາ ແລະ ຄົ້ນຄົ້ວຂໍ້ມູນກັນຢູ່.
ດັ່ງເຈົ້າໜ້າທີ່ ໂຍທາທິການ ແລະ ຂົນສົ່ງໃນແຂວງຈຳປາສັກ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແນ່ງ ກ່າວໃນວັນທີ່ 27 ເມສາ ທີ່ ຜ່ານມານີ້ວ່າ:
“ໂຕນີ້ ມັນທາງຂະໜາດໃຫຍ່ ແມ່ນກະຊວງໂຍທາຫັ້ນແລ້ວ ເປັນເຣຶ່ອງຍຸທສາຕຂອງເພີ່ນເດ່. ຢູ່ໃນຂັ້ນຕອນການສເນິ ຂໍລົງທຶນຕີ້ ຜ່ານປະຕູດຽວ ຫັ້ນນ່າ ກ່ຽວກັບບໍຣິສັດ ຊິມາສຳຣວດ ອີຫຍັງຫັ້ນເດ່. ເມື່ອຫາກມີການລົງທຶນແລ້ວ ເຂົາຈະແຈ້ງມາຫັ້ນນ່າ. ທາງດ້ານພາກສ່ວນທີ່ກ່ຽວຂ້ອງ ຈະຕ້ອງໄດ້ ແນວໃດແນວໃດຕາມຣາຍລະອຽດ ຂອງໂຄງການຫັ້ນແຫລະ.”
ໃນເບື້ອງຕົ້ນໄດ້ມີການເປີດເຜີຍຂໍ້ມູນວ່າ ບໍຣິສັດ ດວງຈະເລີນ ພັທນາຄົບວົງຈອນ ຈະເຂົ້າມາລົງທຶນ ແລະ ພັທນາ ເຊິ່ງປັຈຸບັນ ຍັງຢູ່ລະຫວ່າງ ສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ໃນການສຶກສາຢູ່ ແລະ ກໍຍັງຮູ້ວ່າຈະເຣີ່ມກໍ່ສ້າງໃນປີໃດ.
ໂຄງການດັ່ງກ່າວ ຈະແບ່ງອອກເປັນ 5 ໄລຍະ ຄື ໄລຍະທີ່ 1 ນະຄອນຫລວງວຽງຈັນ ຫາ ເມືອງປາກຊັນ ແຂວງບໍຣິຄຳໄຊ ມີໄລຍະທາງ 126 ກິໂລແມັດ, ໄລຍະທີ່ 2 ປາກຊັນ ຫາ ເມືອງທ່າແຂກ ແຂວງຄຳມ່ວນ ມີໄລຍະທາງ 164 ກິໂລແມັດ, ໄລຍະທີ່ 3 ທ່າແຂກ ຫາ ເຂດເຊໂນ ເມືອງອຸທຸມພອນ ແຂວງສວັນນະເຂດ ມີໄລຍະທາງ 117 ກິໂລແມັດ, ໄລຍະທີ່ 4 ເຊໂນ ຫາ ເມືອງຄົງເຊໂດນ ແຂວງສາຣະວັນ ມີໄລຍະທາງ 128 ກິໂລແມັດ, ແລະ ໄລຍະທີ່ 5 ຄົງເຊໂດນ ຫາ ນະຄອນປາກເຊ ແຂວງຈຳປາສັກ ມີໄລຍະທາງ 28 ກິໂລແມັດ. ເສັ້ນທາງດັ່ງກ່າວ ຈະມີໜ້າທາງກ້ວາງ 23 ແມັດ ທີ່ເຮັດເປັນ 4 ຊ່ອງຈະຣາຈອນ ແລະ ມີຊ່ອງສຸກເສີນ 1 ຊ່ອງ.
ກ່ຽວກັບເຣຶ່ອງຊາວບ້ານ ໃນນະຄອນປາກເຊ ແຂວງຈຳປາສັກ ກໍໄດ້ກ່າວເຖິງ ເຣຶ່ອງຜົລກະທົບ ກ່ຽວກັບທີ່ດິນວ່າ ການກໍສ້າງທາງດ້ານນີ້ ແນ່ນອນວ່າ ດິນຂອງຊາວບ້ານ ຕ້ອງຖືກຜົລກະທົບ ເຊິ່ງທາງການຄວນຈະສຳຣວດ ແລະ ຊົດເຊີຍເງິນ ໃຫ້ຊາວບ້ານໃຫ້ຄົບສົມບູນ ກ່ອນຈະເຣີ່ມການກໍສ້າງ. ຖ້າຫາກມີການຄິດໄລ່ຕາມລາຄາດິນໂຕຈິງ ຊາວບ້ານກໍບໍ່ມີບັນຫາ ແລະ ຄົງເຂົ້າໃຈດີ ຕໍ່ການພັທນາ ທີ່ຕ້ອງເຂົ້າມາຕາມຍຸກສມັຍ.
ດັ່ງຊາວບ້ານທ່ານດັ່ງກ່າວ ກ່າວວ່າ:
“ແນ່ນອນແລ້ວ ຄັນເຮັດມັນກະມີຜົລກະທົບໝົດ ການຊົດເຊີຍ ຕີລາຄາ ອອກມາໂລດ ຕາມລາຄາຣັຖ. ປະຊາຊົນເຂົາບໍ່ຂ້ອງ ວ່າແຕ່ມີເງິນ ມັນບໍ່ຍາກດອກ ເຮັດກະງ່າຍ. ເພິ່ນຢາກມາເຮັດ ເຂົາກໍບໍ່ຢາກໃຫ້ເຮັດເເລ້ວ ຂອງເງິນເຂົາຍັງບໍ່ທັນໄດ້ ເຮັດແລ້ວຈັກຊິເອົາກັບໃຜ.”
ຂະນະທີ່ ຜູ້ຂັບຣົຖສົ່ງສິນຄ້າ ໃນນະຄອນຫລວງວຽງຈັນ ທ່ານນຶ່ງກໍກ່າວວ່າ: ຖ້າຫາກທາງການລາວ ມີສ້າງທາງດ່ວນ ໄປທາງພາກໃຕ້ໄດ້ສຳເຣັດ ໃນອະນາຄົດ ກໍຈະເປັນເຣຶ່ອງດີຫລາຍ ເພາະສ່ວນໃຫຍ່ໃນປັຈຸບັນນີ້ ຣົຖບັນທຸກ ຕ້ອງໃຊ້ເວລາເຫິງນານ ແລະ ພົບບັນຫາ ຖນົນເປ່ເພ ເປັນຂຸມຫລາຍບ່ອນ ຕລອດເສັ້ນທາງເລກທີ່ 13 ທີ່ຍັງບໍ່ໄດ້ຮັບການສ້ອມແປງ.
“ກໍ່ສ້າງ ມັນກະຊິມີຜົລດີ ຕໍ່ຜູ້ໃຊ້ຣົຖໃຊ້ຖນົນຫັ້ນແຫລະ ໄປມາສະດວກ ວ່ອງໄວ. ດຽວນີ້ສ່ວນຫລາຍຣົຖບັນທຸກໃຫຍ່ ເຂົາເຈົ້າມັກຂຽນວ່າ ຂ້ອນຂ້າງມີຂຸມຫລາຍ ເປັນຄື້ນ. ນະຄອນຫລວງປາກເຊ.”
ຄົນຂັບຣົຖສົ່ງເຄື່ອງ ທົ່ວປະເທດລາວອີກທ່ານນຶ່ງ ກໍກ່າວວ່າ ການກໍສ້າງທາງດ່ວນສາຍໃຕ້ ນີ້ ຖ້າທາງການລາວ ເຮັດສຳເຣັດແທ້ ກໍເປັນເຣຶ່ອງທີ່ ດີຫລາຍ ສຳລັບຜູ້ໃຂ້ຣົຖໃຊ້ຖນົນ ເພາະໃນປັຈຸບັນນີ້ ການແກ່ເຄື່ອງ ຈາກນະຄອນຫລວງວຽງຈັນ ຫາ ນະຄອນປາກເຊ ກໍໃຊ້ເວລາຢ່າງໜ້ອຍ 1 ມື້ ແລະບາງເທື່ອກໍສອງມື້ ແລະ ຍັງຕ້ອງແລ່ນຣົຖຜ່ານຊຸມຊົນ ກໍຕ້ອງແລ່ນຊ້າລົງຫລາຍອີກ ຈຶ່ງເຫັນວ່າ ຖ້າທາງດ່ວນສາຍໃຕ້ ເກີດຂື້ນໄດ້ຕາມແຜນ ຈະເປັນຜົລດີ ຕໍ່ການຂົນສົ່ງທີ່ສຸດ.
“ເຂົາຈະສ້າງຫັ້ນຫວາ ກະດີລະເນາະ ມັນສດວກສບາຍ ມັນໃຊ້ເວລາສັ້ນ. ເສັ້ນທາງ 13 ໃຕ້ ຕອນນີ້ຫວາ ຮອດປາກເຊປະມານຄືນນຶ່ງ ກັບມື້ນຶ່ງ ເພາະວ່າ 12 ລໍ້ມັນຊ້າເນາະ ແລ້ວກະເວລາມັນຜ່ານແຖວຕົວເມືອງ ຈະແລ່ນຊ້າ. ຖ້າມີທາງດ່ວນ ມັນຈະບໍ່ໄດ້ຜ່ານ ເຮົາແລ່ນລວດໆໄປເລີຍ.”
ກ່ອນໜ້ານີ້ ໃນວັນທີ 4 ເມສາ 2022 ຣັຖບານລາວໄດ້ເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ຫລື MOU ກັບບໍຣິສັດ ນານາຊີນ ຈຳກັດຜູ້ດຽວ ແລະ ບໍຣິສັດ Big Brother 456 Company Limited. ເພຶ່ອສຶກສາຄວາມເປັນໄປໄດ້ ໃນການສຳຣວດ ແລະ ອອກແບບ ໂຄງການກໍ່ສ້າງທາງດ່ວນ ນະຄອນຫລວງວຽງຈັນ ຫາ ແຂວງໄຊສົມບູນ ແລະ ຫາແຂວງຊຽງຂວາງ ເຊຶ່ງເບື້ອງຕົ້ນ ຈະເຮັດການສຳຣວດຢ່າງໜ້ອຍ 3 ປີ ໃນເຣຶ່ອງຜົລກະທົບຕ່າງໆ ແລ້ວຈຶ່ງຈະເຣີ່ມກໍ່ສ້າງໄດ້ ໂດຍ 2 ບໍຣິສັດດັ່ງກ່າວ ມີຫຸ້ນສ່ວນ ເປັນຄົນຈີນ ລວມລົງທຶນນຳດ້ວຍ ເຊິ່ງຈະເຂົ້າມາລົງທຶນໃນຮູບແບບ BOT ຫລື ໝາຍຄວາມວ່າ ໃຫ້ບໍຣິສັດ ລົງທຶນກ່ອນ ໂດຍເປັນເຈົ້າຂອງໃນໄລຍະນຶ່ງ ທີ່ໄດ້ຮັບສັມປະທານ ຕາມສັນຍາກັບຣັຖບານ ຕາມກຳນົດ ແລ້ວຈຶ່ງມອບໃຫ້ຣັຖບານລາວ ເຊິ່ງຄາດວ່າ ຈະມີໄລຍະສັມປະທານ ຢ່າງໜ້ອຍ 50 ປີ.
ແຜນການພັທນາກໍ່ສ້າງ ທາງດ່ວນສາຍໃຕ້ ນະຄອນຫລວງວຽງຈັນ ຫາ ນະຄອນປາກເຊ ດັ່ງກ່າວນີ້ ກໍ່ມີລັກສະນະຄືກັນ ກັບແຜນການກໍ່ສ້າງ ທາງດ່ວນສາຍເໜືອ ນະຄອນຫລວງວຽງຈັນ ຫາແຂວງໄຊສົມບູນ ແລະ ຫາແຂວງຊຽງຂວາງ.
ອີງຕາມຣາຍງານ ຂອງສຳນັກຂ່າວຊິນຮົວ ຂອງປະເທດຈີນໃນວັນທີ 17 ມິຖຸນາ 2021 ວ່າ ຮັຖບານລາວໄດ້ອະນຸມັດ ແຜນແນະນຳເສັ້ນທາງ ເພື່ອກໍ່ສ້າງ ທາງດ່ວນສາຍໃຕ້ ນະຄອນຫລວງວຽງຈັນ ຫາ ນະຄອນປາກເຊ ແຂວງຈຳປາສັກ ໃຫ້ຜແນກວິສະວະກັມ ລະຫວ່າງປະເທດ ຂອງສະຖາບັນວາງແຜນ ແລະ ອອກແບບ ຂອງແຂວງເຫີໜານ ປະເທດຈີນ ເປັນຜູ້ອອກແບບ ແລະ ສເນິແຜນກໍ່ສ້າງ ເສັ້ນທາງດັ່ງກ່າວ ຕາມແຜນຂອງການພັທນາໂຄງການກໍ່ສ້າງ ທາງດ່ວນປາກເຊນີ້ ເຊິ່ງໂຄງການກໍ່ສ້າງ ທາງດ່ວນນີ້ ແມ່ນຢູ່ພາຍໃຕ້ແຜນການພັທນາ ເສຖກິຈ-ສັງຄົມ ແຫ່ງຊາດ ທີ່ມີມູນຄ່າ ການກໍ່ສ້າງປະມານ 5.1 ຕື້ໂດ່ລ້າຣ໌ສະຫະຣັຖ.
ມີການຄາດຄະເນວ່າ ນອກຈາກການເຊື່ອມເສັ້ນທາງ ຄົມມະນາຄົມ ຈາກພາກໃຕ້ ຫາພາກເໜືອ ແລະ ພາກເໜືອ ຫາ ພາກໃຕ້ຂອງປະເທດລາວແລ້ວ ກໍຍັງສາມາດ ເຊື່ອມໂຍງເສັ້ນທາງດັ່ງກ່າວ ຕໍ່ໄປຍັງຊາຍແດນຈີນໄດ້ອີກ. ສະບາຍດີ.