ໂຄງການ ທາງດ່ວນ ນະຄອນຫຼວງ ວຽງຈັນ-ຫົວພັນ

ໂຄງການສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ (ພຶສຈິກາ 2021)
ໂຄງການສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ (ພຶສຈິກາ 2021) (ນັກຂ່າວ ພົລເມືອງ)

0:00 / 0:00

ໃນທ້າຍເດືອນຕຸລາທີ່ຜ່ານມາ ກະຊວງໂຍທາທິການແລະຂົນສົ່ງ ໄດ້ຈັດກອງປະຊຸມເພື່ອຫາລື ກ່ຽວກັບການກໍານົດຈຸດເຊື່ອມຕໍ່ທີ່ສໍາຄັນ ຂອງແລວທາງໂຄງການກໍ່ສ້າງທາງດ່ວນ ແຕ່ນະຄອນຫຼວງວຽງຈັນ ຫາແຂວງໄຊສົມບູນ, ແຕ່ແຂວງໄຊສົມບູນ ຫາແຂວງຊຽງຂວາງ ແລະ ແຕ່ແຂວງຊຽງຂວາງ ຫາແຂວງຫົວພັນ ອອກໃສ່ດ່ານສາກົລນໍ້າໂສຍ-ນາແມວ ຊາຍແດນລາວ-ວຽດນາມ.

ພາຍຫຼັງກອງປະຊຸມດັ່ງກ່າວໄດ້ສໍາເຣັດ ກໍໄດ້ມີການກໍານົດຈຸດເຊື່ອມຕໍ່ທີ່ສໍາຄັນ ທັງໝົດ 15 ຈຸດ ໃນ 4 ແຂວງ ທີ່ເປັນທາງຜ່ານ ຊຶ່ງທາງພາກສ່ວນທີ່ກ່ຽວຂ້ອງ ກໍຈະລົງສໍາຣວດບັນດາຈຸດເຊື່ອມຕໍ່ດັ່ງກ່າວ ຮວມທັງປະເມີນຜົລກະທົບດ້ານຕ່າງໆ ພາຍຫຼັງມີການຜ່ອນຜັນ ມາຕການປ້ອງກັນໂຄວິດ-19, ດັ່ງເຈົ້າໜ້າທີ່ ກະຊວງໂຍທາທິການ ແລະຂົນສົ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 05 ພຶສຈິກາ ນີ້ວ່າ:

“ກໍາລັງພິຈາຣະນາ ເພື່ອທີ່ເຊັນບົດບັນທຶກຄວາມເຂົ້າໃຈ ໃນການສຶກສາ ເບິ່ງຄວາມເປັນໄປໄດ້ເນາະ ຈະຕ້ອງໄດ້ຂໍ້ມູນໂຕນີ້ແລ້ວ ຂະເຈົ້າຈຶ່ງຊິມາພິຈາຣະນາ ເຮັດປະມູນ ວ່າຊິໄດ້ບໍຣິສັດໃດ ເພື່ອມາສຶກສາເບິ່ງຫັ້ນ.”

ທ່ານກ່າວຕື່ມວ່າ ໃນເບື້ອງຕົ້ນມີບໍຣິສັດຂອງລາວ 3 ບໍຣິສັດ ທີ່ສົນໃຈເຂົ້າຮ່ວມປະມູນກໍ່ສ້າງໂຄງການນີ້ ແຕ່ຍັງບໍ່ສາມາດເປີດເຜີຍໄດ້ວ່າ ແມ່ນບໍຣິສັດໃດແດ່ ສ່ວນວ່າໂຄງການນີ້ ຈະສົ່ງຜົລກະທົບຕໍ່ທີ່ດິນຊາວບ້ານຫຼາຍໜ້ອຍສໍ່າໃດນັ້ນ ກໍຍັງບໍ່ທັນໄດ້ມີການປະເມີນເທື່ອ ຄາດວ່າໂຄງການນີ້ຈະເຣີ່ມລົງມືສໍາຣວດໃນປີ 2022 ຫຼືປີ 2023.

ສ່ວນໃນແຕ່ລະແຂວງ ທີ່ຈະເປັນທາງຜ່ານຂອງແລວທາງ ໂຄງການທາງດ່ວນດັ່ງກ່າວນັ້ນ ກໍຍັງບໍ່ທັນມີການລົງພື້ນທີ່ສໍາຣວດ ໃນເຂດທີ່ຖືກກໍານົດໃຫ້ເປັນຈຸດເຊື່ອມຕໍ່ທີ່ສໍາຄັນນັ້ນເທື່ອ ແລະກໍຍັງບໍ່ຮູ້ວ່າຈະມີຊາວບ້ານໄດ້ຮັບຜົລກະທົບຈັກບ້ານ ຈັກຄອບຄົວ, ດັ່ງເຈົ້າໜ້າທີ່ຂັ້ນແຂວງ ແຂວງໄຊສົມບູນ ທ່ານນຶ່ງ ກ່າວວ່າ:

“ເພິ່ນແຈ້ງການມາ ໃຫ້ລົງສໍາຣວດ ແລ້ວເພິ່ນກະຊິເປັນອັນນັ້ນອອກມາຫັ້ນແຫຼະ ລໍຖ້າເພິ່ນແຫຼະ ເພິ່ນກໍຢູ່ໃນແຜນພັທນາຂອງຣັຖບານ ຖ້າເພິ່ນສໍາຣວດອອກແບບ ອອກມາໂຕນີ້.”

ໃນຂະນະທີ່ ຊາວບ້ານຫຼາຍຄົນ ຊຶ່ງອາສັຍຢູ່ໃນບ້ານທີ່ນອນຢູ່ໃນຈຸດເຊື່ອມຕໍ່ທີ່ສໍາຄັນຂອງໂຄງການດັ່ງກ່າວ ສ່ວນໃຫຍ່ກໍຍັງບໍ່ທັນຮູ້ເທື່ອວ່າ ທີ່ດິນຂອງໂຕເອງຈະຖືກຜົລຈາກໂຄງການນີ້ຫຼືບໍ່ ຍ້ອນຍັງບໍ່ທັນມີພາກສ່ວນໃດແຈ້ງໃຫ້ຮູ້ເທື່ອ, ດັ່ງຊາວບ້ານ ທ່ານນຶ່ງ ກ່າວວ່າ:

“ໂອ ໂຕນີ້ໆ ເຮົາກະບໍ່ແນ່ໃຈນ່າ ເພາະວ່າເຂົາເຈົ້າຍັງບໍ່ທັນແຈ້ງມານ່າ ປະຊາຊົນແມ່ນຫຍັງ ກະຍັງບໍ່ທັນຮູ້ເທື່ອ ວ່າເຂົາເຈົ້າຊິສ້າງບໍ່ ເຂົາເຈົ້າຍັງບໍ່ທັນໄດ້ແຈ້ງການເທື່ອຫັ້ນນ່າ.”

ຊາວບ້ານອີກຫຼາຍຄົນ ກໍຍັງບໍ່ເຫັນເຈົ້າໜ້າທີ່ຂັ້ນເມືອງ ຫຼືຂັ້ນແຂວງ ມາແຈ້ງໃຫ້ຊາວບ້ານຮູ້ວ່າ ຈະມີໂຄງການກໍ່ສ້າງທາງດ່ວນ ຜ່ານເຂດບ້ານຂອງລາວ ແລະຍັງບໍ່ທັນມີພາກສ່ວນໃດ ລົງມາສໍາຣວດເທື່ອ ຮູ້ພຽງແຕ່ເບິ່ງຂ່າວທີ່ອອກທາງສື່ສັງຄົມອອນລາຍເທົ່ານັ້ນ, ດັ່ງຊາວບ້ານອີກທ່ານນຶ່ງ ກ່າວວ່າ:

“ຍັງບໍ່ມີຂໍ້ມູນແນວໃດ ຍັງບໍ່ທັນຮູ້ອັນໃດເດີ້ ບໍ່ ຍັງບໍ່ທັນຮູ້ຈັກນ່າ ຍັງບໍ່ມີແຜນການແນວໃດມາເດີ້ ເພິ່ນຍັງບໍ່ເວົ້າອັນໃດ ເພິ່ນຍັງບໍ່ມີແຜນມາສໍາຣວດ.”

ສໍາລັບພາກສ່ວນປະກອບການທຸຣະກິຈ ດ້ານທ່ອງທ່ຽວເອງ ຫຼາຍຄົນກໍຍັງບໍ່ທັນຮູ້ວ່າ ຈະມີໂຄງການກໍ່ສ້າງທາງດ່ວນ ໃນເຂດພື້ນທີ່ທີ່ໂຕເອງອາສັຍຢູ່ ແຕ່ກໍຈະຕິດຕາມເບິ່ງຂ່າວຄວາມຄືບໜ້າຂອງໂຄງການນີ້ເລື້ອຍໆ, ດັ່ງເຈົ້າຂອງເຮືອນພັກ ນາງນຶ່ງ ກ່າວວ່າ:

“ບໍ່ ບໍ່ໄດ້ຍິນເທື່ອນ່າ ບໍ່ຮູ້ເທື່ອນ່າ ອັນນີ້ກໍບໍ່ເຂົ້າໃຈນໍາເພິ່ນ ຢູ່ພີ້ມັນບໍ່ໄດ້ຮູ້ວ່າມັນຊິຜ່າມາຮອດເຮົາບໍ່ ຈັ່ງໃດຫັ້ນນ່າ ຢູ່ອ່າງນໍ້າງື່ມພີ້ນ່າ ໂຕນີ້ນ່າ.”

ໃນເບື້ອງຕົ້ນ ໂຄງການກໍ່ສ້າງທາງດ່ວນແຫ່ງນີ້ ມີໄລຍະທາງປະມານ 485 ກິໂລແມັດ ແລະໃຊ້ງົບປະມານກໍ່ສ້າງປະມານ 9 ຕື້ໂດລາສະຫະຣັຖ ແຕ່ຍັງບໍ່ມີຂໍ້ມູນວ່າ ໃຜຈະເປັນຜູ້ລົງທຶນກໍ່ສ້າງ ມີພຽງຣະບຸວ່າ ເປັນໂຄງການແບບ Build-Operate-Transfer (BOT) ຫຼືເມື່ອໝົດອາຍຸສັມປະທານແລ້ວ ເອກະຊົນຈຶ່ງມອບໃຫ້ແກ່ຣັຖບານລາວ.

ກ່ອນໜ້ານີ້ ທາງການລາວ ໄດ້ອະນຸມັດແຜນກໍ່ສ້າງທາງດ່ວນອີກຫຼາຍແຫ່ງ ເປັນຕົ້ນໂຄງການກໍ່ສ້າງທາງດ່ວນ ຈາກຊາຍແດນລາວ-ຈີນ ເຂດບໍ່ເຕັນ ແຂວງຫຼວງນໍ້າທາ ຫາຊາຍແດນລາວ-ໄທຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄລຍະທາງ 176 ກິໂລແມັດ ຊຶ່ງປັດຈຸບັນ ກໍາລັງຢູ່ໃນລະຫວ່າງການສໍາຣວດ ແລະໄກ່ເກັ່ຽກັບຊາວບ້ານ ທີ່ຈະໄດ້ຮັບຜົລກະທົບ ແຕ່ຍັງບໍ່ໄດ້ຣະບຸໄລຍະເວລາທີ່ຈະລົງມືກໍ່ສ້າງເທື່ອ.

ແລະກ່ອນໜ້ານັ້ນ ທາງການລາວ ຍັງໄດ້ອະນຸມັດໂຄງການກໍ່ສ້າງທາງດ່ວນລາວ-ຈີນ ຕອນເໜືອ ໄລຍະທີ່ 2 ຈາກເມືອງວັງວຽງ ແຂວງວຽງຈັນ ຫາແຂວງຫຼວງພຣະບາງ, ໄລຍະທີ່ 3 ຈາກແຂວງຫຼວງພຣະບາງ ຫາແຂວງອຸດົມໄຊ ແລະໄລຍະທີ່ 4 ຈາກແຂວງອຸດົມໄຊ ຫາເຂດບໍ່ເຕັນ ຊາຍແດນລາວ-ຈີນ ແຂວງຫຼວງນໍ້າທາ ຊຶ່ງໄດ້ສໍາເຣັດການສໍາຣວດ ແລະອອກແບບແລ້ວ ຮວມເຖິງໄດ້ສໍາເຣັດ ເຮັດການປະເມີນຜົລກະທົບໃນເບື້ອງຕົ້ນ ໂດຍຄາດວ່າຈະໃຊ້ເວລາ 10 ປີ ຈຶ່ງຈະກໍ່ສ້າງສໍາເຣັດ.