ຊາວບ້ານ ລໍຖ້າຄ່າຊົດເຊີຍ ທີ່ດິນ ຈາກໂຄງການ ທາງດ່ວນ

ພອນ ພູມມີທອນ
2022.10.04
ຊາວບ້ານ ລໍຖ້າຄ່າຊົດເຊີຍ ທີ່ດິນ ຈາກໂຄງການ ທາງດ່ວນ ການກໍ່ສ້າງ ເສັ້ນທາງດ່ວນວຽງຈັນ ໝາຍເລກ 1 ເຂດເມືອງໄຊທານີ ນະຄອນຫຼວງວຽງຈັນ (TS), ເດືອນພຶສຈິກາ 2020.
RFA

ໂຄງການກໍ່ສ້າງທາງດ່ວນ ນະຄອນຫລວງວຽງຈັນ ໝາຍເລກ 1 ຈາກເຂດບຶງທາຕຫລວງ ຫາເຂດບ້ານດົງໝາກຄາຍ ເຊິ່ງຈະກວມເອົາເນື້ອທີ່ ເຂດເມືອງໄຊທານີ ແລະ ເມືອງໄຊເສດຖາ ໃນນະຄອນຫລວງວຽງຈັນນັ້ນ ໄດ້ມິດງຽບໄປ ເປັນເວລາເກືອບ 2 ປີແລ້ວ ເຊິ່ງຊາວບ້ານ 161 ຄອບຄົວ ທີ່ຈະຖືກຜົລກະທົບ ດ້ານທີ່ດິນ ຈາກໂຄງການນີ້ກ່າວວ່າ ບໍ່ມີພາກສ່ວນໃດ ເອີ້ນຊາວບ້ານໄປໂອ້ລົມ ເຣຶ່ອງເງິນຄ່າຊົດເຊີຍອີກເລີຍ.

ດັ່ງ ຊາວບ້ານທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 4 ຕຸລານີ້ວ່າ:

“ບໍ່ ບໍ່ເຫັນວ່າແລ້ວໄດ໋ ມິດຕັ້ງແຕ່ຄາວນັ້ນເລີຍ ມິດເລີຍ ໄປເລີຍ ຕັ້ງແຕ່ຄາວ 2 ປີ ຫລັງຫັ້ນລະມິດເລີຍ ມີແຕ່ເຂົາເຈົ້າ ຖົມຢູ່ຫລັງບ້ານຫັ້ນ ຫ່າງຈາກເຮົາປະມານ 20 ແມ້ຕ ຄືຊິປ່ຽນແລ້ວ ແລ້ວເຂົາກະບໍ່ສົນໃຈ ເຮົາກະໄປຕັ້ງເຮືອນ ໃສ່ເລີຍລະແລ້ວ.”

ໃນຂະນະດຽວກັນ ຊາວບ້ານທ່ານນຶ່ງກ່າວວ່າ ພາກສ່ວນທີ່ເຄີຍ ມາບຸກລຸກທີ່ດິນ ຂອງທ່ານພ້ອມທັງ ເອີ້ນເຣຶ່ອງຄ່າຊົດເຊີຍ ຈາກໂຄງການ ກໍ່ສ້າງທາງດ່ວນແຫ່ງນີ້ ກໍໄດ້ມິດງຽບໄປ ແລະ ບໍ່ໄດ້ມາເຄື່ອນໄຫວ ຫຍັງອີກເລີຍ ເປັນເວລາເກືອບ 2 ປີແລ້ວ ເຊິ່ງໃນຄວາມຄິດ ຂອງທ່ານເອງແລ້ວ ກໍເຫັນວ່າ ໃນໄລຍະທີ່ຜ່ານມາ ເຈົ້າໜ້າທີ່ຂັ້ນເມືອງ ກໍພະຍາຍາມປົກປ້ອງ ຜົລປໂຍດຂອງຊາວບ້ານຢູ່.

ດັ່ງທ່ານກ່າວວ່າ:

“ທາງການກໍ່ຊ່ວຍເຫລືອ ປະຊາຊົນຢູ່ ແຕ່ວ່າບໍຣິສັດເຂົາຊິເອົາ ປັຈຸບັນກໍ່ບໍ່ເອົາແລ້ວນ່າ ເຂົາຢຸດແລ້ວ ບໍ່ໄດ້ເຮັດຕໍ່ແລ້ວ ແຕ່ກ່ອນໜ້ານີ້ວ່າ ຊິສງວນໃຫ້ ຕອນນີ້ບໍ່ມີແລ້ວ.”

ສ່ວນຊາວບ້ານ ອີກທ່ານນຶ່ງກ່າວວ່າ ເຖິງແມ່ນວ່າ ພາກສ່ວນທີ່ເຄີຍ ມາບຸກລຸກທີ່ດິນ ຂອງທ່ານ ພ້ອມທັງພະຍາຍາມໂອ້ລົມ ເພື່ອຈະເອົາທີ່ດິນຂອງທ່ານ ກວມເຂົ້າໂຄງການ ກໍ່ສ້າງທາງດ່ວນແຫ່ງນີ້ ໄດ້ມິດງຽບໄປກໍ່ຕາມ ແຕ່ກໍ່ຍັງເຊື່ອວ່າ ທາງໂຄງການ ກໍຍັງມີແຜນ ທີ່ກວມເອົາດິນ ຂອງຊາວບ້ານຢູ່ ຄືເກົ່າ ພຽງແຕ່ບໍ່ໄດ້ມີການເຄື່ອນໄຫວ ໃນໄລຍະນີ້ຊື່ໆ.

ດັ່ງທ່ານກ່າວວ່າ:

“ຊ່ວງນີ້ເພີ່ນຍັງມິດຢູ່ນ່າ ເພີ່ນກະຍັງຫາວິທີເອົາຫັ້ນແຫລະ ຍັງລະດົມຫັ້ນແຫລະກະຊິເອົາ ຍັງບໍ່ຮູ້ວ່າເພີ່ນຊິເຮັດວິທີໃດຕໍ່ ແຕ່ວ່າປີໃໝ່ນີ້ ກະຫລາຍຄົນ ກະຊິໄດ້ປຸກເຮືອນປຸກຫຍັງແລ້ວ.

ກ່ຽວກັບເຣຶ່ອງນີ້ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ຜແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ແລະ ເຈົ້າໜ້າທີ່ ຂອງບໍຣິສັດທາງດ່ວນ ວຽງຈັນໝາຍເລກ 1 ຈຳກັດ ເພຶ່ອສອບຖາມ ຄວາມຄືບໜ້າ ຂອງໂຄງການນີ້ ແຕ່ບໍ່ມີເຈົ້າໜ້າທີ່ ຜູ້ໃດສະດວກໃຫ້ສັມພາດ.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ນາງນຶ່ງກ່າວວ່າ ໂຄງການກໍ່ສ້າງທາງດ່ວນ ນະຄອນຫລວງວຽງຈັນ ໝາຍເລກທີ 1 ຍັງຢູ່ໃນແຜນການ ຕາມປົກກະຕິ ແຕ່ສາເຫດທີ່ໄດ້ມິດງຽບໄປ ເປັນເວລາດົນນານນັ້ນ ຍ້ອນເຈົ້າຂອງໂຄງການ ດັ່ງກ່າວນີ້ ໄດ້ຮັບນະໂຍບາຍ ຫລາຍຢ່າງຈາກຣັຖບານຕື່ມອີກ ດັ່ງນັ້ນໜ່ວຍງານ ທີ່ກ່ຽວຂ້ອງຍັງຕ້ອງໄດ້ ມີການຄົ້ນຄວ້າ ແລະ ຜ່ານການພິຈາຣະນາ ຂອງພາກສ່ວນທີ່ກ່ຽວຂ້ອງ ອີກຕື່ມ ແລະ ຍັງຄາດການບໍ່ທັນໄດ້ ເທຶ່ອວ່າ ໂຄງການນີ້ຈະເຣີ່ມ ລົງມືກໍ່ສ້າງເມື່ອໃດ.

ດັ່ງຍານາງ ກ່າວວ່າ:

“ຂ້ອນຂ້າງບໍ່ທັນຄືບໜ້ານ່າ ເພາະວ່າມີການຂໍນະໂຍບາຍ ຈາກພາກ-ຣັຖ ຫລາຍກໍເລີຍວ່າຢູ່ໃນຂັ້ນຕອນຄົ້ນຄວ້າ ເຣຶ່ອງນະໂຍບາຍທີ່ ພັກ-ຣັຖ ຕ້ອງໃຫ້ຕ້ອງຜ່ານ ສະພາອີ່ຫຍັງຕ່າງໆ ຂ້ອນຂ້າງດົນເຕີບ.

ທາງດ້ານຊາວບ້ານ ຫລາຍຄົນ ຢູ່ນະຄອນຫລວງວຽງຈັນ ໂດຍສະເພາະຜູ້ທີ່ ຕ້ອງໃຊ້ຣົຖສັນຈອນ ໄປມາໃນແຕ່ລະມື້ ກໍ່ລໍຖ້າໃຫ້ໂຄງການ ກໍ່ສ້າງທາງດ່ວນ ດັ່ງກ່າວເກີດຂຶ້ນ ເນື່ອງຈາກວ່າ ຈະສາມາດແກ້ໄຂບັນຫາຣົຖຕິດ ໃນເຂດ ນະຄອນຫລວງວຽງຈັນ ໄດ້ໃນລະດັບນຶ່ງ ຫາກມີທາງດ່ວນເກີດຂຶ້ນໃນນະຄອນຫລວງວຽງຈັນ.

ດັ່ງຜູ້ປະກອບການ ຂັບຣົຖແທັກຊີ້ ທ່ານນຶ່ງກ່າວວ່າ:

“ໂອອັນນີ້ ກະຖ້າມັນເກີດຂຶ້ນ ໄດ້ກະມີຜົລດີແຫລະ ຕໍ່ການສັນຈອນເດີນທາງ ສະດວກສບາຍເນາະ ຣົຖກະບໍ່ຕິດອີກເນາະ ເພາະວ່າທາດຫລວງ ໄອເຕັກນີ້ຈຸດສຸມເດ້ ບໍ່ຍິນຂ່າວເລີຍນ່າ ຖືວ່າມິດໄປເລີຍ ມີແຕ່ທາງດ່ວນ ວຽງຈັນ-ວັງວຽງ ນີ້ແຫລະ.”

ຕາມແຜນການ ຂອງໂຄງການກໍ່ສ້າງ ທາງດ່ວນ ນະຄອນຫລວງວຽງຈັນ ໝາຍເລກ 1 ຈະກວມເອົາເນື້ອທີ່ດິນ ຂອງຊາວບ້ານເກືອບ 300 ເຮັກຕ້າຣ໌ ໃນນັ້ນປະກອບດ້ວຍດິນ ຂອງຊາວບ້ານທັງໝົດ 268 ຄອບຄົວ ໃນຂອບເຂດ 21 ບ້ານ ຢູ່ເມືອງໄຊທານີ ແລະ ເມືອງ ໄຊເສດຖາ ເຊິ່ງກ່ອນໜ້ານີ້ ກໍ່ມີຊາວບ້ານ ຈຳນວນ 107 ຄອບຄົວ ທີ່ໄດ້ຮັບເອົາເງິນຄ່າຊົດເຊີຍ ໄປແລ້ວ, ແຕ່ອີງຕາມຣາຍງານ ຂອງທ່ານເຈົ້າຄອງ ນະຄອນຫລວງວຽງຈັນ ເມື່ອປີ 2020 ໄດ້ຣະບຸວ່າ ຈະມີຜູ້ໄດ້ຮັບຜົລກະທົບ ຈາກໂຄງການນີ້ ທັງໝົດ 906 ຄອບຄົວ.

ໂຄງການກໍ່ສ້າງ ທາງດ່ວນ ນະຄອນຫລວງວຽງຈັນ ໝາຍເລກ 1 ຂອງບໍຣິສັດ ທາງດ່ວນ ວຽງຈັນໝາຍເລກ 1 ຈຳກັດ ມີມູນຄ່າ ປະມານ 200 ລ້ານໂດລ້າຣ໌ສະຫະຣັຖ ໂດຍຈະເຣີ່ມກໍ່ສ້າງ ຈາກເຂດເສຖກິຈ ບຶງທາຕຫລວງ ບ້ານດົງໝາກຄາຍ ໃນໄລຍະທາງ 15 ກິໂລແມັດ ແຕ່ຫລ້າສຸດນີ້ ກໍຍັງບໍ່ທັນມີກຳນົດເທຶ່ອວ່າ ຈະລົງມືກໍ່ສ້າງ ແລະ ສຳເຣັດເມື່ອໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.