ຊາວບ້ານ ຢູ່ເມືອງຫລາ ໄດ້ຮັບຜົລກະທົບ ຈາກການສຳຣວດບໍ່ຄຳ ຂອງບໍຣິສັດຈີນ
2022.05.11

ປັດຈຸບັນ ປະຊາຊົນຢູ່ບ້ານປາງສົມ ເມືອງຫລາ ແຂວງອຸດົມໄຊກັງວົນນໍາເຣື່ອງ ຜົລກະທົບ ທີ່ອາຈະເກີດຂຶ້ນຈາກການສໍາຣວດບໍ່ຄໍາຂອງບໍຣິສັດຈີນ ພາຍຫລັງທີ່ໄດ້ມີການເຊັນສັນຍາວ່າ ດ້ວຍການສໍາຣວດແຮ່ຄໍາ ຢູ່ເຂດບ້ານປາງສົມ ແລະບ້ານໃໝ່ ເມືອງຫລາ ແຂວງອຸດົມໄຊ ລະຫວ່າງຍານາງ ຄໍາຈັນ ວົງແສນບຸນ ຮອງຣັຖມົນຕຣີກະຊວງແຜນການ ແລະການລົງທຶນ, ຍານາງ ຈັນສະຫວາດ ບຸບຜາ ຮອງຣັຖມົນຕຣີກະຊວງພະລັງງານ ແລະບໍ່ແຮ່ ກັບທ່ານ ຊູ ຈ້າວ (Xu Chao) ຮອງປະທານບໍຣິສັດ ບໍລິການທີ່ປຶກ ສາທີ່ປຶກສາ ລາວນໍ້າຄໍາ ດ້ານແຮ່ທາດຈໍາກັດຂອງຈີນ ແລະທ່ານ ສຸບິນ ກອງພິບພະວົງ ຮອງຜູ້ອໍານວຍການຣັຖວິສາຫະກິຈ ພັທນາແຮ່ທາດລາວ ທີ່ນະຄອນຫລວງວຽງຈັນ ໃນມື້ວັນທີ 4 ພຶສພາ 2022ນີ້, ອີງຕາມການຣາຍງານຂອງ ໜັງສືພິມ ວຽງຈັນ ທ້າມສ໌ (Vientiane Times) ພາສາລາວ.
ຄວາມກັງວົນຂອງປະຊາຊົນ ທີ່ວ່ານັ້ນມີຂຶ້ນ ຍ້ອນຢ້ານບໍ່ມີແຫລ່ງນໍ້າທັມມະຊາດ ເພື່ອດື່ມ ແລະໃຊ້ ເຊັ່ນຫ້ວຍ. ພາຍຫລັງທີ່ບໍຣິສັດບໍລິການທີ່ປຶກສາທີ່ປຶກສາ ລາວນໍ້າຄໍາ ດ້ານແຮ່ທາດຈໍາກັດຂອງຈີນ ເຂົ້າມາສໍາຣວດແຮ່ຄໍາ ໃນເຂດຫ້ວຍປາງສົມ, ເຂດພູແທນ ແລະສ້າງເຮືອນພັກ, ເຈາະນໍ້າບາດານໃນເຂດສໍາຣວດ ໃຫ້ຄົນງານຂອງຕົນໃຊ້ ອີງຕາມຄໍາເວົ້າຂອງຊາວບ້ານປາງສົມ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 11 ພຶສພານີ້ວ່າ:
“ຄືປົກກະຕິເນາະ ເອົາຢູ່ຫ້ວຍທີ່ໃຊ້ທຸກປີ ບາດນີ້ຈີນ ເຂົາມາເຈາະເອົານໍ້າໄປໃຊ້ ເຂົາກໍເຈາະນໍ້າບາດານເນາະ ບາດນໍ້າຢູ່ບ່ອນຫົວງາມບໍ່ມີເນາະ ຍ້ອນວ່າຈີນມາເຈາະນໍ້າຫ້ວຍ ກໍບໍ່ມີ ມີກະມີໜ້ອຍ ບໍ່ພຽງພໍ ຍາມຝົນຕົກກໍໃຊ້ນໍ້າໃນ... ຍາມຝົນບໍ່ຕົກກໍແລ່ນໄປເອົາຢູ່ຫ້ວຍ ຢູ່ໄກໆພຸ້ນ ຫຍຸ້ງຍາກ ບາງມື້ກໍທຽວກັບບ້ານໄປເອົາຢູ່ບ້ານພຸ້ນ ນໍ້າກິນກໍຕ່າງເອົາຢູ່ກັບບ້ານ ເອົາຂຶ້ນມາໃສ່ຕຸກນໍ້າຕື່ມ.”
ຊາວບ້ານຜູ້ນີ້ເວົ້າຕື່ມວ່າ ບໍຣິສັດດັ່ງກ່າວໄດ້ເຂົ້າມາສໍາຣວດແຮ່ຄໍາ, ດິນ ແລະຫິນ ທີ່ຂຸດເຈາະນັ້ນ ເຮັດໃຫ້ສວນຊາຂອງຊາວບ້ານເສັຍຫາຍ ໂດຍທີ່ບໍ່ໄດ້ຮັບຄ່າຊົດເຊີຍ ຍ້ອນຂັ້ນເທິງເວົ້າວ່າ ມັນເປັນຜົລເສັຍຫາຍທີ່ບໍ່ຫລາຍ ແລະວ່າ ທາງບໍຣິສັດນີ້ຈະສ້າງຜົລປໂຍດໃຫ້ບ້ານ ເປັນຕົ້ນສ້າງທາງເຂົ້າບ້ານໃຫ້.
ຢູ່ເມືອງຫລານີ້ ນອກຈາກຊາວບ້ານບ້ານປາງສົມແລ້ວ ຊາວບ້ານ ບ້ານທາດເຫລັກ ທີ່ຢູ່ໃນເຂດຫ້ວຍປາງສົມ ຊຶ່ງບໍຣິສັດເຂົ້າມາສໍາຣວດແຮ່ຄໍາ ກໍກັງວົນນໍາເຣື່ອງດິນໄຮ່, ດິນສວນຂອງພວກຕົນ ທີ່ຈະເສັຍໃຫ້ບໍຣິສັດຈີນ ຊຶ່ງຈະຂຸດຄົ້ນ ແລະປຸງແຕ່ງແຮ່ຄໍາໃນອະນາຄົດ.
ດັ່ງປະຊາຊົນບ້ານ ທາດເຫລັກເວົ້າໃນມື້ດຽວກັນນີ້ວ່າ:
“ສົມມຸດເຂົາປັກຫລັກໝາຍເອົາ ແລ້ວກໍສິບໍ່ໄດ້ໄປເຮັດໄຮ່ ສິບໍ່ມີບ່ອນຫັ້ນນ່າ ສິມີຜົນກະທົບໂຕນັ້ນ ປີນີ້ລະເຂົາເຈົ້າໄປແທກ ຕາມທີ່ເຂົາເຈົ້າຂຸດດິນຫັ້ນ ແຕ່ວ່າໄປຈຸດດຽວຫັ້ນ ຈຸດອື່ນບໍ່ໄປ ທາງເມືອງຫລາເຂົາເອີ້ນວ່າເຂດພູແທນເນາະ.”
ແລະຊາວບ້ານ ບ້ານປາງສົມອີກຜູ້ນຶ່ງ ກໍເວົ້າວ່າ ປະຊາຊົນຈໍານວນນຶ່ງກໍກັງວົນ ນໍາຜົລກະທົບຕໍ່ແຫລ່ງນໍ້າທໍາມະຊາດ ທີ່ຈະປົນເປື້ອນສານພິດເຄມີ ຄືນໍ້າໃນຫ້ວຍ ທີ່ຊາວບ້ານໃຊ້ ແລະເປັນບ່ອນຫາຢູ່ຫາກິນ ຍ້ອນທາງບໍຣິສັດລັກປ່ອຍນໍ້າເສັຍ ລົງມາໃສ່ຫ້ວຍ.
“ເພາະເຂົາເຈົ້າ ເວລາເຂົາເຈົ້າລ້າງແຮ່ຊາຍ ນໍ້າມັນຈະຂຸ່ນລົງຫ້ວຍຫັ້ນ ແລ້ວກໍໄຫລມາຫານໍ້າທ່າ ຂອງເຮົາ ລ້າງມັນກໍຂຸ່ນ ທຸກມື້ນີ້ກໍຍັງຂຸ່ນຢູ່ ຈັກແມ່ນຝົນຕົກຫລືວ່າ ຈັກແມ່ນເຂົາລັກປ່ອຍ ອັນບ່ອນອ່າງລ້າງຫັ້ນ ມັນຕ້ອງໄດ້ລ້າງເດ໋ ເຂົາເຈົ້າຂຸດຄົ້ນຫັ້ນເຂົາເຈົ້າລ້າງ.”
ທ່ານກ່າວຕື່ມວ່າ ຊາວບ້ານປາງສົມ ແລະບ້ານທາດເຫລັກ ຈໍານວນນຶ່ງໄດ້ໄປອອກແຮງງານ ຂຸດດິນ ຕາມທີ່ບໍຣິສັດຈ້າງ, ແຕ່ລະຄົນໄດ້ຮັບຄ່າຈ້າງມື້ລະ 50 ພັນກີບ. ແຕ່ສໍາລັບວຽກທີ່ຕ້ອງໄດ້ຍ່າງຂຶ້ນພູສູງ ແລະແດດຮ້ອນ ທີ່ໄດ້ຮັບຄ່າແຮງງານຜູ້ລະ 70-80 ພັນ ຕໍ່ມື້ນັ້ນ ຊາວບ້ານສ່ວນໃຫຍ່ບໍ່ສູ້ຈະໄປເຮັດຍ້ອນວ່າ ມັນບໍ່ຄຸ້ມຄ່າ ຊຶ່ງຂະນະນີ້ທາງບໍຣິສັດກໍາລັງພິຈາລະນາເຣື່ອງຄ່າແຮງງານນີ້ຢູ່. ເວົ້າເຣື່ອງຜົລກະທົບຕໍ່ຊາວບ້ານ ບ້ານປາງສົມ ທີ່ບໍ່ມີແຫລ່ງນໍ້າກິນ, ນໍ້າໃຊ້ ຊຶ່ງໄດ້ເກີດຂຶ້ນ ຍ້ອນທາງບໍຣິສັດບໍ່ໄດ້ສ້າງຝາກັ້ນບໍ່ໃຫ້ດິນ, ຫິນ, ຕະກອນ ຕົກໃສ່ແຫຼ່ງນໍ້າ ທີ່ຢູ່ທາງລຸ່ມນັ້ນ ທາງເຈົ້າໜ້າທີ່ຂັ້ນແຂວງຍັງບໍ່ຮູ້ ແລະວ່າເຂດນັ້ນເປັນເຂດສໍາຣວດ ຊຶ່ງອາຈຍັງບໍ່ມີເຂດປ້ອງກັນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 11 ພຶສພານີ້ວ່າ:
“ແຕ່ວ່າຕົວທີ່ບໍ່ແມ່ນເຂດຂຸດຄົ້ນ ມັນເຂດສໍາຣວດ ອາຈບໍ່ມີເຂດປ້ອງກັນເທື່ອ ຕົວຂຸດເຈາະທົ່ວໄປຫັ້ນ ແຕ່ວ່າເຂດອະນຸຍາດຂຸດຄົ້ນແລ້ວ ມາຕຖານອອກແບບ ຕາມມາຕຖານຂອງ ກະຊວງບໍ່ແຮ່ເພິ່ນຈຶ່ງອະນຸມັດ.”
ທ່ານກ່າວຕື່ມວ່າ ພື້ນທີ່ສໍາຣວດແຮ່ຄໍາຢູ່ເຂດບ້ານຫ້ວຍປາງສົມກວ້າງ ຕ້ອງໄດ້ລໍຖ້າໃຫ້ບໍຣິສັດຈີນປັກຫລັກໝາຍ ບ່ອນທີ່ຈະຈະຂຸດຄົ້ນ ແລະປຸງແຕ່ງແຮ່ຄໍາກ່ອນ ທາງກະຊວງແຜນການ ແລະການລົງທຶນ ຈຶ່ງຈະອະນຸຍາດໃຫ້ບໍຣິສັດຈີນຂຸດຄົ້ນ ແລະປຸງແຕ່ງແຮ່ຄໍາໄດ້ ແລະຈະຕ້ອງໄດ້ເວົ້າເຖິງຄ່າຊົດເຊີຍ ຄວາມເສັຍຫາຍໃຫ້ຊາວບ້ານນໍາດ້ວຍ.
“ເຂດໂຕສໍາຣວດຊອກຄົ້ນ ເນື້ອທີ່ມັນຈະກວ້າງເນາະ ແຕ່ວ່າຄັນວ່າເຂດທີ່ເພິ່ນຈະອະນຸຍາດຫັ້ນ ທາງກະຊວງແຜນການແລະການລົງທຶນ ເພິ່ນໃຫ້ປັກຫລັກໝາຍ ກໍອະນຸຍາດເຂດນັ້ນ ສໍາຣວດລະອຽດເພື່ອທົດແທນຄວາມເສັຽຫາຍ.”
ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາເຈົ້າໜ້າທີ່ ເມືອງຫລາ ເພື່ອຂໍຮູ້ຣາຍລະອຽດຕ່າງໆ, ແຕ່ບໍ່ສາມາດຕິດຕໍ່ໄດ້.
ຂະນະນີ້ຢູ່ໃນຂັ້ນຕອນ ຂອງການສໍາຣວດວ່າ ບ່ອນໃດມີແຮ່ຄໍາ, ຍັງບໍ່ທັນໄດ້ປັກຫລັກໝາຍ ເພື່ອທີ່ຈະໄດ້ຂຸດຄົ້ນ ແລະປຸງແຕ່ງແຮ່ຄໍາເທື່ອ ອີງຕາມຂໍ້ມູນຈາກພາກສ່ວນທີ່ກ່ຽວຂ້ອງ ຂອງແຂວງອຸດົມໄຊ.