ເຂື່ອນຈີນປ່ອຍນໍ້າ ທາງການໄທຍ ເຕືອນຊາວບ້ານ ໃຫ້ຕຣຽມພ້ອມ

ໄຊຍາ
2022.05.13
ເຂື່ອນຈີນປ່ອຍນໍ້າ ທາງການໄທຍ ເຕືອນຊາວບ້ານ ໃຫ້ຕຣຽມພ້ອມ ຊາວບ້ານຂົນເຄື່ອງຂອງໜີນ້ຳ ເຫດການດັ່ງກ່າວ ເກີດຂຶ້ນຫຼັງຈາກທີ່ຈີນ ເພີ່ມປະຣິມານການປ່ອຍນ້ຳ ຈາກເຂື່ອນຈິ່ງຫົງ ຈາກ 970 ແມັດກ້ອນຕໍ່ວິນາທີ ເປັນ 1,626 ແມັດກ້ອນຕໍ່ວິນາທີ ນັບແຕ່ວັນທີ 21 ເມສາ 2022 ນີ.
RFA

ເຂື່ອນຈິ່ງຫົງຂອງຈີນໄດ້ປ່ອຍນໍ້າ ລົງທ້າຍເຂື່ອນລະຫວ່າງວັນທີ 9-11 ພຶສພານີ້ດ້ວຍປະຣິມານ 1,105 ແມັດກ້ອນຕໍ່ວິນາທີ ຊຶ່ງຈະສົ່ງຜົລໃຫ້ລະດັບແມ່ນໍ້າຂອງຢູ່ປະເທດລາວ ແລະ ໄທຍ ເພີ່ມສູງຂຶ້ນປະມານ 1.20 ຫາ 1.40 ແມັດ ລະຫວ່ງວັນທີ 11-19 ພຶສພາ 2022 ນີ້.

ຂະນະທີ່ຊາວບ້ານໃນເມືອງຫ້ວຍຊາຍ ແຂວງບໍ່ແກ້ວກ່າວວ່າຄືນວັນທີ 12 ແລະ ເຊົ້າວັນທີ 13 ພຶສພານີ້ຣະດັບແມ່ນໍ້າຂອງໄດ້ເພີ່ມສູງຂຶ້ນຢ່າງຜິດປົກກະຕິຊຶ່ງຊາວບ້ານໃນພື້ນທີ່ກໍຮູ້ດີວ່າຣະດັບນໍ້າທີ່ເພີ່ມສູງຂຶ້ນມາຈາກເຂື່ອນໃນປະເທດຈີນປ່ອຍນໍ້າ. ຢ່າງໃດກໍຕາມຊາວບ້ານໃນພື້ນທີ່ ບໍ່ໄດ້ຮັບການແຈ້ງເຕືອນ ຈາກທາງການລາວ ກ່ຽວກັບເຂື່ອນຂອງຈີນຈະປ່ອຍນໍ້າ ແຕ່ຊາວບ້ານຮູ້ວ່າແມ່ນໍ້າຂອງ ຂຶ້ນຍ້ອນປະສົບການແລະສັງເກດການໄຫຼຂອງນໍ້າ.

ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 13 ພຶສພາ ນີ້ວ່າ:

ນີ້ຂຶ້ນຫຼາຍເຕີບຢູ່ ມື້ນີ້ຂຶ້ນຫຼາຍຜິດປົກກະຕິ ບໍ່ມື້ນີ້ນ່າ ສ່ວນຫຼາຍປະຊາຊົນມັນບໍ່ຮູ້ອີ່ໂນ່ອີ່ເນ່ຫຍັງຫັ້ນ ກໍບໍ່ໄດ້ຕິດຕາມ ມັນກາບໍ່ຮູ້ຫຍັງແທ້ ແຕ່ວ່າບໍ່ແກ້ວເຮົາກໍເຂົາມີພູມີອັນນັ້ນຫຼາຍ.

ຊາວບ້ານຜູ້ນີ້ໄດ້ກ່າວຕື່ມວ່າ ຫາກເຂື່ອນຈີນຈະປ່ອຍນໍ້າ ກໍຢາກສເນີໃຫ້ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະທາງການລາວ ຄວນຈະແຈ້ງເຕືອນຊາວບ້ານ ໃຫ້ວ່ອງໄວເພື່ອໃຫ້ຊາວບ້ານ ໄດ້ຮັບຮູ້ຂໍ້ມູນຂ່າວສານ ແລະຕຣຽມພ້ອມທີ່ຈະຮັບມື ເພາະທີ່ຜ່ານມາຊາວບ້ານ ສ່ວນຫຼາຍມັກຈະໄດ້ຍິນສື່ຈາກໄທຍທີ່ຣາຍງານ ຜ່ານໂທຣະທັດ ແລະສື່ສັງຄົມອ໋ອນລາຍນ໌.

ຊາວບ້ານອີກຜູ້ນຶ່ງໃນເມືອງຕົ້ນເຜິ້ງກ່າວວ່າຕອນເຊົ້າຂອງວັນທີ 13 ພຶສພາ ຣະດັບແມ່ນໍ້າຂອງໄດ້ເພີ່ມຂຶ້ນສູງແທ້ແລະຂ້ອນຂ້າງຈະໄຫຼແຮງແຕ່ຊາວບ້ານໃນພື້ນທີ່ກໍພາກັນເກັບມ້ຽນເຄື່ອງຂອງແລະເຮືອປະມົງໄວ້ບ່ອນປອດພັຍແລ້ວຍ້ອນຊາວບ້ານທຸກຄອບຄົວກໍອາສັຍປະສົບການໃນການທັມມາຫາກິນຕາມແມ່ນໍ້າຂອງຈຶ່ງຮູ້ສະຖານະການນໍ້າຂຶ້ນ-ນໍ້າລົງ.

ດັ່ງຊາວບ້ານຜູ້ນຶ່ງໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 13 ພຶສພາ ນີ້ວ່າ:

ໂອ້! ຂຶ້ນຫຼາຍແທ້ເດ້ ທາງເຮົາແທ້ບໍ່ມີບັນຫາດອກ ໃຫຍ່ປານໃດກໍບໍ່ມີບັນຫາ ບໍ່ມີຜົລກະທົບ ແຕ່ທາງລຸ່ມບໍ່ແນ່ແຕ່ທາງເທິງ ເຮົານີ້ບໍ່ເປັນຫຍັງດອກຫຼາຍກາບໍ່ຖ້ວມດອກ.

ສ່ວນຄົນໄທຍທີ່ອາສັຍຢູ່ເມືອງຊຽງແສນ ແຂວງຊຽງຮາຍກ່າວວ່າກໍໄດ້ຮັບການແຈ້ງເຕືອນ ຈາກທາງການໄທຍແລ້ວວ່າ ລະດັບແມ່ນໍ້າຂອງຈະເພີ່ມສູງຂຶ້ນ ຍ້ອນເຂື່ອນຈີນປ່ອຍນໍ້າ ຊຶ່ງຊາວບ້ານ ແລະຜູ້ປະກອບການຕ່າງໆ ທີ່ອາສັຍຢູ່ຕາມແຄມແມ່ນໍ້າຂອງ ກໍພາກັນຕື່ນໂຕແລະ ເກັບມ້ຽນເຄື່ອງຂອງໄວ້ຢ່າງປອດພັຍ ຕາມການແຈ້ງເຕືອນ. ຂະນະທີ່ການປ່ອຍນໍ້າອອກຈາກເຂື່ອນຈີນ ໃນຄັ້ງນີ້ເຮັດໃຫ້ລະດັບແມ່ນໍ້າຂອງເພີ່ມສູງຂຶ້ນຫຼາຍ ແລະຂ້ອນຂ້າງຈະໄຫຼແຮງ ກວ່າຮອບທີ່ຜ່ານມາ ປະມານກາງເດືອນເມສານີ້.

ດັ່ງຊາວບ້ານໃນເມືອງຊຽງເສນ ແຂວງຊຽງຮາຍ ປະເທດໄທຍກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ພຶສພາ ນີ້ວ່າ:

ເພີ່ມເຈົ້າ ກຳລັງເພີ່ມຂຶ້ນເລື້ອຍໆ ແຕ່ຮູ້ສຶກວ່າຮອບນີ້ ຈະເພີ່ມຂຶ້ນຫຼາຍ ຫຼາຍກ່ວາຮອບທີ່ແລ້ວ ການຕຣຽມພ້ອມຮັບມື ຄືເກົ່າເຈົ້າ ຕ້ອງຄອຍສັງເກດຕລອດ.

ກ່ຽວກັບເຣື່ອງນີ້ກຸ່ມຮັກຊຽງຂອງ ແຂວງຊຽງຮາຍກ່າວວ່າ ການປ່ອຍນໍ້າຂອງເຂື່ອນຈີນ ແມ່ນໄດ້ສົ່ງຜົລກະທົບຕໍ່ປະຊາຊົນທ້າຍເຂື່ອນ ຢ່າງໜັກໜ່ວງທຸກຄັ້ງ ເພາະຄັ້ງຫຼ້າສຸດປ່ອຍອອກມາເມື່ອໄລຍະເດືອນເມສາທີ່ຜ່ານ ມາກໍໄດ້ສົ່ງຜົລກະທົບຕໍ່ຊາວບ້ານ ທີ່ທຳມາຫາກິນຢູ່ແຄມແມ່ນໍ້າຂອງ ຖືກນໍ້າຖ້ວມຊັບສິນເສັຽຫາຍໄປຈຳນວນນຶ່ງ.

ນອກຈາກນີ້ການປ່ອຍນໍ້າ ຂອງເຂື່ອນຈີນຍັງກະທົບຕໍ່ ວິຖີຊີວິດຂອງຊາວບ້ານ ແລະລະບົບນິເວດຂອງແມ່ນໍ້າຂອງ ທັງໄຄ, ປາ ແລະ ພືດຜັກຕ່າງໆ ທີ່ຊາວບ້ານປູກໄວ້ ຕ້ອງປະເຊີນກັບສະພາບນໍ້າ ຂຶ້ນ-ນໍ້າລົງຈາກເຂື່ອນຢ່າງຕໍ່ເນື່ອງ.

ດັ່ງຊາວບ້ານກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ປະເທດໄທຍກ່າວຕໍ່ວິທຍຸເອເຊັຽເສຣີ ວັນທີ 13 ພຶສພາ ນີ້ວ່າ:

ແທ້ຈິງແລ້ວ ມັນຕ້ອງໄປເບິ່ງເຣື່ອງຣະດູການ ແລ້ວກໍລະດັບນໍ້າໃນໄລຍະນັ້ນຄວນຈະໃຫ້ເຂື່ອນໂຕສຸດທ້າຍຫຼືເຂື່ອນຈິ່ງຫົງນີ້ເປັນຄວບຄຸມນໍ້າເພື່ອຈະໃຫ້ນໍ້າເປັນປົກກະຕິໃຫ້ໃກ້ຄຽງກັບທັມຊາດຫຼາຍທີ່ສຸດ.ພໍບໍ່ມີການເດີນເຮືອນໍ້າເປັນປົກກະຕິນໍ້າມັນນີ້ງຊາວບ້ານກໍມີລາຍໄດ້ຈາກໄຄ ຈາກປາ ແຕ່ພໍນໍ້າມັນສວິງ ຂຶ້ນລົງແບບນີ້ເຫັນເລີຍວ່າທຸກຢ່າງມັນຈົບເລີຍ.

ການປ່ອຍນໍ້າຂອງເຂື່ອນຈີນໃນຄັ້ງນີ້ ສຳນັກງານຊັບພະຍາກອນນໍ້າ ແຫ່ງຊາດຂອງໄທຍໄດ້ຣະບຸວ່າ ແຂວງຊຽງຮາຍ, ແຂວງບໍ່ແກ້ວ ແລະ ແຂວງຫຼວງພຣະບາງ ລະດັບຈະເພີ່ມສູງຂຶ້ນຕໍ່ເນື່ອງ ລະຫວ່າງວັນທີ 11-15 ພຶສພາ 2022 ປະມານ 1.20 – 1.40 ແມັດ. ສ່ວນ ແຂວງຕ່າງໆ ທັງໃນລາວ ແລະໄທຍທີ່ຢູ່ທ້າຍເຂື່ອນໄຊຍະບູຣີ ລົງໄປລະດັບນໍ້າຈະເພີ່ມສູງຂຶ້ນ ລະຫວ່າງວັນທີ 11-19 ພຶສພາ 2022 ປະມານ 1.20 – 1.50 ແມັດ ໂດຍຂຶ້ນກັບການບໍຣິຫານຈັດການ ຂອງເຂື່ອນໄຊຍະບູຣີ. ໂດຍໃຫ້ຊາວບ້ານທັງລາວ ແລະ ໄທຍ ເຝົ້າລະວັງ ຢ່າງໃກ້ຊິດແລະຕຣຽມພ້ອມ ຮັບມືກັບຜົລກະທົບ ທີ່ອາດຈະເກີດຂຶ້ນຈາກການປ່ຽນແປງ ຂອງລະດັບນໍ້າໃນໄລຍະເວລາດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.