ຣັຖບານລາວ ຂໍປາຂ່າ 1 ຄູ່ ຈາກຣັຖບານ ກັມພູຊາ ເພື່ອຂຍາຍພັນຕໍ່

ສຸພັດຕາ
2022.05.04
ຣັຖບານລາວ ຂໍປາຂ່າ 1 ຄູ່ ຈາກຣັຖບານ ກັມພູຊາ ເພື່ອຂຍາຍພັນຕໍ່ ປ່າຂ່າ ໃນແມ່ນໍ້າຂອງ ຢູ່ເມືອງໂຂງ ແຂວງຈຳປາສັກ (TP)
RFA

ຣັຖບານລາວ ຂໍປາຂ່ານໍ້າຈືດຄູ່ນຶ່ງ ຄື: ໂຕຜູ້ ນຶ່ງໂຕ ແລະໂຕແມ່ ນຶ່ງໂຕ ຈາກຣັຖບານ ກັມພູຊາ ເພືຶ່ອເອົາມາລ້ຽງ ແລະຂຍາຍພັນ ເພາະວ່າ ປາຂ່າຢູ່ລາວ ຕາຍໝົດແລ້ວ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບການຂຍາຍພັນປາຂ່ານໍ້າຈືດ ພາຍໃນປະເທດລາວ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 4 ພຶສພາ 2022 ນີ້ວ່າ:

ກ່ຽວກັບແຜນສືບຕໍ່ ອະນຸຮັກປາຂ່ານີ້ນ່າ ຂໍປາຂ່າ ຈາກກັມປູເຈັ້ຍນີ້ແຫຼະ ເພື່ອສືບຕໍ່ອະນຸກຮັກຫັ້ນນ່າ ຣັຖບານ ທັງສອງຣັຖບານ ເປັນຜູ້ສເນີ ໂຕນີກໍມີແຕ່ວ່າ ລໍຖ້າຄໍາຕອບທາງຝັ່ງກັມປູເຈັ້ຍ ຈັກສິວ່າ ຊິຂໍຜູ້ນຶ່ງ ແມ່ນຶ່ງແຫຼະ ເພື່ອນໍາມາປະສົມພັນ ນໍາມາລ້ຽງຢູ່ບ່ອນເຂດ ລະຫວ່າງ ເຂດຫາງຄອນ ຫາງສະດໍາ ຫພແລ້ວກໍທາງຝ່າຍດອນຍາງ ຂອງກັມປູເຈັ້ຍຫັ້ນແຫຼະ ມັນກໍມີວັງສງວນຮ່ວມກັນ.”

ໃນຂະນະດຽວກັນ ຊາວບ້ານຫຼາຍຄົນ ກໍເຫັນດີນໍາ ທີ່ທາງການລາວ ມີແນວທາງຂຍາຍພັນປາຂ່ານໍ້າຈືດຕື່ມ ແຕ່ຢ່າງໃດກໍຕາມ ພວກເຂົາເຈົ້າກໍຢາກໃຫ້ໜ່ວຍງານທີ່ກ່ຽວຂ້ອງ ບັງຄັບໃຊ້ກົດໝາຍ ບໍ່ໃຫ້ມີຜູ້ໃດເຂົ້າໄປຫາຢູ່ຫາກິນ ໃນພື້ນທີ່ ທີ່ປາຂ່າຢູ່ອາສັຍຢ່າງຈິງຈັງ ຍ້ອນທີ່ຜ່ານມາ ມີຄົນຈໍານວນນຶ່ງ ລັກລອບໃຊ້ເຄື່ອງມືຈັບປາ ແບບດັບສູນ ເຊິ່ງສົ່ງຜົລກະທົບໂດຍຕຣົງ ຕໍ່ການດໍາລົງຊີວິດຂອງປາຂ່ານໍ້າຈີືດ ແລະປານໍ້າຂອງ ຊະນິດອື່ນໆນໍາດ້ວຍ.

ດັ່ງຊາວບ້ານ ຢູ່ບ້ານຫາງຄອນ ເມືອງໂຂງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ຕ້ອງຫ້າມໂລດ ບ່ອນນີ້ບໍ່ໃຫ້ຄົນໄປຫາກິນເດັດຂາດ ມີແຕ່ຂີ່ເຮືອໄປເບິ່ງຈັ່ງຊັ້ນໄດ້ ບາດນີ້ການເບືອເມົາ ມືນເມົາປູປານານໍ້າ ບາງຄົນກໍເບືອປູປາ ຍິງປູຍິງປາ ຊ໊ອດປູຊ໊ອດປາ ມັນກະກະທົບຫຼາຍຢ່າງ ຕ້ອງຫ້າມ ໃຫ້ຄົນຫາປາໃນເຂດນີ້ ເບິດທຸກຄົນເລີຍ ຄັນໃຜຝ່າຝືນ ຈັບ ປັບໃໝ ແມ່ນໆ ວ່າມີຢູ່ໄດ້.”

ເຖິງແມ່ນວ່າທາງການລາວ ແລະທາງການກັມພູຊາ ຈະມີການປຶກສາຫາລືກັນ ກ່ຽວກັບການຂຍາຍພັນປາຂ່ານໍ້າຈືດ ພາຍໃນຂົງເຂດແມ່ນ້ໍາຂອງ ຂອງປະເທດລາວ ແຕ່ມາຮອດປັດຈຸບັນ ໜ່ວຍງານທີ່ກ່ຽວຂ້ອງ ຍັງບໍ່ສາມາດຢັ້ງຢືນໄດ້ຢ່າງຄັກແນ່ວ່າ ປາຂ່ານໍ້າຈືດ ທີ່ຈະນໍາມາລ້ຽງເພື່ອຂຍາຍພັນນັ້ນ ຈະສາມາດດໍາຣົງຊີວິດຕາມທັມມະຊາດ ຢູ່ທາງເບື້ອງລາວໄດ້ຫຼືບໍ່ ຍ້ອນລະບົບນິເວດພາຍໃນແມ່ນໍ້າຂອງ ມີການປ່ຽນແປງຢ່າງຫຼວງຫຼາຍ ໃນໄລຍະຫຼາຍປີຜ່ານມາ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ການອະນຸຮັກສັດປ່າ ທ່ານນຶ່ງ ກ່າວວ່າ:

ເພາະພັນ ຫຼືເອົາມັນມາວາງໄວ້ຝັ່ງເຮົາ ເວົ້າເຣື່ອງທາງວິທາຍາສາດຫຼາຍໆຢ່າງເນາະ ວ່າຊິເຮັດຈັ່ງໃດ ທີ່ວ່າໃຫ້ມັນຢູ່ແບບໂດຍທັມມະຊາດ ໂດຍທີ່ເຮົາບໍ່ໄດ້ເປັນຄົນທີ່ຈັບມັນມາຫັ້ນນ່າ ຫຼືວ່າ Ecosystem ບ້ານເຮົາມັນບໍ່ໄດ້ຫັ້ນນ່າ ຢູ່ຝັ່ງລາວບໍ່ໄດ້ ມັນກໍຊິຕາຍໄປຊື່ໆ.”

ທີ່ຜ່ານມາ ນັກອະນຸຮັກ ແລະໜ່ວຍງານທີ່ກ່ຽວຂ້ອງ ພຍາຍາມອະທິບາຍວ່າ ການສູນພັນ ຂອງປາຂ່ານໍ້າຈືດຂອງລາວນັ້ນ ເປັນຍ້ອນການປ່ຽນແປງ ທາງດິນຟ້າອາກາດ ແລະບໍ່ມີຄວາມກ່ຽວຂ້ອງແນວໃດ ກັບໂຄງການເຂື່ອນໄຟຟ້າດອນສະໂຮງ ເຊິ່ງຕັ້ງຢູ່ເທິງລໍາຫ້ວຍສະໂຮງ ບໍຣິເວນເຂດສີພັນດອນ ເມືອງໂຂງ ແຂວງຈໍາປາສັກ ແຕ່ຢ່າງໃດກໍຕາມ ຊາວບ້ານຈໍານວນນຶ່ງ ພັດເຫັນວ່າ ການເປີດໃຊ້ງານ ເຂື່ອນໄຟຟ້າດອນສະໂຮງນັ້ນ ເຮັດໃຫ້ລະບົບນິເວດ ແລະການຂຶ້ນລົງຂອງນໍ້າຂອງ ເປັນໄປຢ່າງຜິດທັມມະຊາດ.

ດັ່ງຊາວບ້ານ ຢູ່ບ້ານຫາງສະດໍາ ເມືອງໂຂງ ທ່ານນຶ່ງ ກ່າວວ່າ:

ອຸປະສັກ ມັນກໍມີຫຼາຍຢ່າງຫັ້ນແຫຼະ ກໍຄືມັນຢູ່ກ້ອງເຂື່ອນໄຟຟ້າ ບໍ່ໄກໆ ຕອນສະໂຮງ ພາໃຫ້ນໍ້າແຮງຫັ້ນແຫຼະ ບ່ອນຟາກກັມປູເຈັ້ຍ ມັນຊິມີນໍ້າວົນ ນໍ້າມັນສິນີ້ງ ນໍ້ານີ້ງ ມັນບໍ່ເອີ້ນນໍ້າໄຫຼ ເວລາມັນສິອອກມາຫຼີ້ນ ຫຼືສິອອກມາລອຍຫຼີ້ນ ມັນສິອອກມາລອຍຢູ່ຝັ່ງລາວເຮົານໍາແນ່ ຝັ່ງກັມປູເຈັ້ຍແນ່ ແຕ່ກີ້ ນໍ້າມັນບໍ່ທັນມີເຂື່ອນ ມັນກໍໄຫຼສໍ່າໃດ ມັນກໍຢູ່ໄດ້ ບາດນີ້ເຂົາມາເຮັດເຂື່ອນໃສ່ແລ້ວ ມັນກໍຢາກຢູ່ຍາກໜ້ອຍນຶ່ງ.”

ນັບແຕ່ປີ 2009 ຫາຕົ້ນປີ 2021 ທີມງານລາດຕະເວນ ຫຼືເຈົ້າໜ້າທີ່ຄຸ້ມຄອງວັງອະນຸຮັກປາຂ່າ ກວດພົບປາຂ່ານໍ້າຈືດ 4 ໂຕ ໃນນັ້ນ ໃນປີ 2021 ມີປາຂ່າ 2 ໂຕ ໄຫຼໄປຕາຍຢູ່ບ້ານວັງມ່ວງ ແລະບ້ານພະລະຄັນ ເມືອງຫ້ວຍມ່ວງ ຕາແສງ ພະລະຄັນ ປະເທດກັມພູຊາ ໂດຍທາງການລາວ ບໍ່ໄດ້ເຂົ້າຮ່່ວມພິສູດການຕາຍຂອງປາຂ່ານັ້ນ ຍ້ອນທາງການກັມພູຊາ ບໍ່ໄດ້ປະສານງານມາ ແລະຫຼ້າສຸດນີ້ ເມື່ອວັນທີ່ 14 ເດືອນກຸມພາ ທີ່ຜ່ານມາ ພັດມີປາຂ່ານໍ້າຈືດ ໄຫຼໄປຕາຍຢູ່ເມືອງ ສະຕືງເຕັ້ງ ປະເທດກັມພູຊາ ອີກ 1 ໂຕ ເຊິ່ງຖິືໄດ້ວ່າ ເປັນປ່າຂ່ານໍ້າຈືດ ໂຕສຸດທ້າຍຂອງປະເທດລາວ ເນື່ອງຈາກປາຂ່າອີກໂຕ 1 ທາງການລາວ ບໍ່ສາມາດຕິດຕາມໄດ້ວ່າ ຫາຍສາບສູນໄປຢູ່ໃສ ມາເປັນເວລາດົນນານ ພ້ອມທັງສັນນິຖານວ່າ ອາດຕາຍໄປແລ້ວ ຫຼືໄຫຼລົງໃຕ້ ໄປຢູ່ປະເທດກັມພູຊາ.

ອີງຕາມບົດຣາຍງານ ຂອງຜແນກກະສິກັມແລະປ່າໄມ້ ແຂວງຈໍາປາສັກ ລະບຸວ່າ ໃນໄລຍະທີ່ຜ່ານມາ ວຽກງານດ້ານການຄຸ້ມຄອງ ແລະອະນຸຮັກປາຂ່ານໍ້າຈືດ ແລະປາພື້ນເມືອງ ຊະນິດອື່ນໆ ໃນຂົງເຂດສີພັນດອນ ໄດ້ຮັບທຶນສນັບສນູນ ຈາກຫຼາຍພາກສ່ວນ ໂດຍສະເພາະ ງົບປະມານຄ່ານໍ້າມັນເຮືອ ໃນການກວດກາລາດຕະເວນທາງນໍ້າ ແຕ່ມາຮອດເດືອນທັນວາ ປີ 2020 ໂຄງການດັ່ງກ່າວນີ້ໄດ້ສິ້ນສຸດລຸງ ເຮັດໃຫ້ໜ່ວຍງານທີ່ກ່ຽວຂ້ອງ ບໍ່ສາມາດປະຕິບັດວຽກງານໄດ້ຄືເກົ່າ ຍ້ອນປະສົບບັນຫາຂາດເຂີນງົບປະມານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.