ປ່າຂ່ານ້ຳຈືດຕາຍຢູ່ເມືອງໂຂງ

ສິດນີ
2015.04.07
F-MouangKhong ແມ່ນໍ້າຂອງ ທີ່ໃກ້ກັບ ປະເທດ ກັມພູຊາ
RFA

ພໍ່ບ້ານ ບ້ານ ຫາງຄອນ ເມືອງ ໂຂງ ແຂວງ ຈຳປາສັກ ໃນເຂດ ນ່ານນ້ຳ ສງວນ ປ່າຂ່າ ນ້ຳຈືດ ສະຖານທີ່ ທ່ອງທ່ຽວ ທາງ ພາກໃຕ້ ຂອງ ລາວ ເວົ້າວ່າ ເມື່ອ ວັນທີ 1 ເມສາ ປີ 2015 ຊາວບ້ານ ໄດ້ ພົບເຫັນ ປະຂ່າ ໂຕ ແມ່ ຫນັກ ປະມານ 223 ກິໂລກຣາມ ຍາວ ປະມານ 2 ແມັດ ກວ່າ ຕາຍ ໃນເຂດ ວັງນ້ຳ ສງວນ ປ່າຂ່າ ໃກ້ ກັບ ຊາຍແດນ ກຳພູຊາ. ດັ່ງ ທ່ານ ກ່າວວ່າ:

"ປະຊາຊົນ ເປັນຜູ້ ພົບເຫັນ ເພາະວ່າ ມັນໄຫລ ໄປ ຄ້າງ ຢູ່ທາງ ຝັ່ງ ກຳປູເຈັຽ ສາເຫດ ປາຕາຍ ກໍແມ່ນ ວ່າ ບໍ່ແມ່ນ ຕຶກ ຕາຍຍ້ອນ ປະຊາຊົນ ຕຶກແຫ ໃສ່ມອງ ກໍ ບໍ່ແມ່ນ ມັນຊີ່ ແມ່ນຕາຍ ຕາມ ຂ້າພະເຈົ້າ ຕີ ຣາຄາ ວ່າ ປານີ້ ມັນຕາຍ ຍ້ອນ ປະຊາຊົນ ຫາກີນ ແບບ ຜິດ ກົດຫມາຍ ແບບ ໃຊ້ ເອົາ ຫມໍ້ໄຟ ຊ໊ອດ ດູດເອົາ".

ທ່ານ ວ່າ ເຫດ ທີ່ ປາຂ່າ ຕາຍ ນັ້ນ ແມ່ນຍ້ອນ ປະຊາຊົນ ເອົາໄຟ ຊ໊ອດ ບໍ່ແມ່ນ ຕາຍຍ້ອນ ຖືກແຫ ຫຼື ມອງ ເພາະວ່າ ບໍ່ມີຮອຍ ແຫ ຫລື ມອງ ແລະ ບໍ່ມີຮອຍ ຖືກ ຣະເບີດ ຫລື ຖືກປືນ ຍິງ ແຕ່ ມີຮອຍ ຄ້າຍກັບ ຖືກ ໄຟ ຊ໊ອດ ຊຶ່ງ ການຕາຍ ຖືວ່າ ເຫັນ ເທື່ອ ທຳອິດ ຫລັງຈາກ ຫລາຍປີ. ຄັ້ງ ຫລ້າສຸດ ທີ່ ພົບເຫັນ ປາຂ່າ ຕາຍ ໃນເຂດ ນັ້ນ ແມ່ນ ປີ 1980.

ຕາມການ ສຳຣວດ ຂອງ ຊາວບ້ານ ຮ່ວມກັບ ອົງການ ອະນຸຮັກ ສັດປ່າ ສາກົນ ພົບວ່າ ປາຂ່າ ໃນວັງນ້ຳ ສງວນ ປາຂ່າ ທີ່ ເມືອງໂຂງ ໃນ ປັດຈຸບັນ ມີ ເຫຼືອຢູ່ ພຽງ ແຕ່ 9-10 ໂຕ ເທົ່ານັ້ນ, ເຮັດໃຫ້ ອົງການ ອະນຸຮັກ ສັດປ່າ ແລະ ຣັຖບານ ລາວ ຕັ້ງເຂດ ດັ່ງກ່າວ ເປັນ ວັງ ສງວນ ປ່າຂ່າ ໂດຍຫ້າມ ບໍ່ໃຫ້ ຄົນ ຫາປາ ໃນ ເຂດ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.