ປາຝາໄລແມ່ນສັດນໍ້າ ຄຸ້ມຄອງ

ໄຊຍາ
2020.09.30
f-khong ສາຍນໍ້າຂອງ ໃນເຂດທີ່ຕໍ່ໃສ່ ແດນ ກໍາພູຊາ ທີ່ມີການ ລັກລອບ ຖິ້ມລະເບີດ ເອົາປາ
RFA

ການຈັບປາຝາໄລ ຂອງຊາວບ້ານເມືອງໂຂງ ເມື່ອວັນທີ 19 ກັນຍາ 2020 ຜ່ານມາ ເຂົ້າຄ່າຍຜິດກົດໝາຍຄຸ້ ມຄອງສັດນໍ້າ-ສັດປ່າ ທີ່ໃກ້ ຈະສູນພັນ. ໂດຍປາຝາໄລກໍ່ແມ່ນນຶ່ງໃນປາ ທີ່ໄດ້ຮັບການຄຸ້ມຄອງ ແລະ ຫ້າມຈັບຢ່າງເດັດຂາດ. ເຈົ້າໜ້າທີ່ເມືອງໂຂງ ແຂວງຈຳປາສັກ ຜູ້ສງວນຊື່ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 29 ກັນຍາວ່າ: ຍັງບໍ່ທັນມີພາກສ່ວນໃດ ຣາຍງານມາຫາແຕ່ຖ້າເປັນຈິງແມ່ນຜິດກົດໝາຍ.

"ບໍ່ຮູ້ເດ້ບໍ່ເຫັນ ຄືບໍ່ເຫັນເພີ່ນຣາຍງານເຂົ້າມາ ເຂົາໃສ່ປາຝາໄດ້. ຢູ່ໃນກົດໝາຍເຮົາຜິດກົດໝາຍເນາະ ໄປຊ໊ອດ ໄປເບືອ ໄປຫຍັງຖ້າວ່າ ເຈົ້າໜ້າທີ່ພົບເຫັນກະມີ ການລົງໂທດ ປັບໃໝ ໜັກຫຼືເບົາແລ້ວແຕ່ ທາງອຳນາດການປົກຄອງ."

ທ່ານໄດ້ກ່າວຕື່ມວ່າ ປາຝາໄລ ເປັນປາທີ່ຫາຍາກ ແລະຈະສູນພັນເຊີ່ງ ໃນໄລຍະນີ້ຝົນຕົກໜັກ ເຮັດໃຫ້ນໍ້າຂື້ນປາຝາໄລ ອາດລອຍໄປ ກັບນໍ້າຈື່ງໄປຖືກມອງ ຂອງຊາວບ້ານ. ເບື້ອງຕົ້ນຄາດວ່າ ຈະບໍ່ສາມາ ເອົາຜິດກັບຊາວບ້ານໄດ້ ແລ້ວເພາະຊາວບ້ານ ຈະເອົາໄປກິນ ຫຼື ໄປຂາຍແລ້ວ. ຜ່ານມາເຈົ້າໜ້າທີ່ ກໍໄດ້ຕິດປ້າຍບອກໄວ້ ແລະ ມີການລົງໄປໂຄສະນາ ເປັນບາງເຂດ ເທົ່ານັ້ນ ເຊີ່ງອາດຈະເຮັດໃຫ້ ຊາວບ້ານ ຮັບຮູ້ບໍ່ທົ່ວເຖີງ ວ່າປາຝາໄລ ເປັນສັດຫວງຫ້າມ ແລະ ປັດຈຸບັນ ຍັງບໍ່ໄດ້ມີການສຳຣວດ ວ່າຍັງເຫຼືເທົ່າໃດ.

"ກາມີສູນຄົ້ນຄວ້າປະມົງ ກາລົງເຜີຍແຜ່ກົດໝາຍ ໃຫ້ຊາວບ້ານບາງເຂດ ເພີ່ນກາຮູ້ຢູ່. ການຈັບປາການຫາປາບາງເທື່ອ ມັນກາຖືກມອງ ຖືກຫຍັງຂອງຊາວບ້ານຫັ້ນນ່າ ມັນກາຊິບໍ່ທັນດີເນາະ. ຊິໄປໃສ່ໂທດ ກາບໍ່ໄດ້ເພາະວ່າ ເຂົາບໍ່ແມ່ນຕັ້ງໃຈ ຂອງເຂົາ. ເຂົາກາຊິມີການຊື້ ການຂາຍກັນຫັ້ນແຫຼະ."

ສ່ວນຊາວເມືອງໂຂງ ໄດ້ໃຫ້ຄວາມເຫັນຕໍ່ການຈັບປາຝາໄລ ວ່າຕ້ອງການໃຫ້ເຈົ້າໜ້າທີ່ ກ່ຽວຂ້ອງເຂັ້ມງວດກັບກົດໝາຍໃນການຄຸ້ມຄອງ ສັດນໍ້າຫຼາຍກ່ວານີ້. ຄວນລົງສຳຣວດວ່າປາຝາໄລ ມີຈຳນວນ ເທົ່າໃດ ແລະ ຄວນເຮັດເປັນເຂດອະນຸຮັກປາຝາໄລໄວ້. ເຊີ່ງໃນອານາ ຄົດອາດຈະສ້າງ ເປັນຈຸດ ທ່ອງທ່ຽວໄດ້.

"ຄວນກວດສອບວ່າມັນມີຫຼາຍ ບໍ່ໃຫ້ອະນຸຮັກໄວ້ ເປັນວັງສະຫງວນຂອງ ປາຝາໄລ ຫາກບ່ອນນັ້ນມັນມີປາຝາໄລ ຫຼາຍມັນຈະເຮັດໃຫ້ ເປັນແຫຼ່ງລາຍໄດ້ ຂອງປະຊາຊົນ. ຖ້າເຮົາເຮັດຄືຄ້າຍ ໆ ຄືປາຂ່າກາມີ ລາຍໄດ້ ຂອງຊາວເມືອງເຂົາເຈົ້າຫັ້ນແຫຼະ ເພາະປາຝາໄລ ເຮົາກາບໍ່ຮູ້ວ່າ ມີນ້ອຍມີຫຼາຍ."

ທ່ານໄດ້ກ່າວຕື່ມວ່າກາບໍ່ຮູ້ວ່າປາຝາໄລ ທີ່ຈັບໄດ້ແມ່ນຢູ່ບ້ານໃດ ເຊີ່ງກໍເຂົ້າໃຈວ່າຊາວບ້ານ ຫາລ້ຽງຄອບຄົວ ແຕ່ປາຊນິດອື່ນ ກໍຍັງຫາ ໄດ້ຢູ່ຄວນຈະອະນຸຮັກ ປາຝາໄລໄວ້ ແລະ ຄົນຫາ ປາ ກໍຕ້ອງຮູ້ຢູ່ແລ້ວ ວ່າປາຝາໄລ ເປັນສັດນໍ້າຄຸ້ມຄອງ ຄວນຈະແຈ້ງໃຫ້ເຈົ້າໜ້າ ກ່ຽວຂ້ອງ ເພື່ອ ໃຫ້ລົງມາກວດກາ ແລະ ປ່ອຍກັບຄືນສູ່ທັມມະຊາດ.

ສ່ວນຊາວບ້ານເມືອງໂຂງ ໃຫ້ຄວາມເຫັນວ່າເຈົ້າໜ້າທີ່ ຄວນລົງກວດກາ ຢ່າງເຂັ້ມງວດຫຼາຍ ກ່ວານີ້ເພາະປີທີ່ ຜ່ານມາກໍເຄີຍເຫັນຊາວ ບ້ານຈັບໄດ້ແຕ່ ໂຕບໍ່ໃຫຍ່.ໃນໄລຍະທີ່ມີຝົນຕົກຣັກ ນໍ້າຂື້ນເຊີ່ງປີນີ້ກໍ ເຫັນວ່າຈັບໄດ້ ອີກ 1 ໂຕ ທີ່ເຂົາແຊລົງອອນລາຍ. ຕາມຄວາມ ເປັນຈີງແລ້ວ ກໍຄວນອະນຸຮັກໄວ້ ໃຫ້ລູກຫຼານເບີ່ງ ບໍ່ຄວນເອົາໄປກິນ ເພາະ ປົກກະຕິປາຝາໄລ ບໍ່ມີໃຜນິ ຍົມກິນ.

"ແຖວເມືອງໂຂງ ສ່ວນຫຼາຍຢູ່ທາງດອນ ເຂົາເຈົ້າຈະມັກໄດ້ ປາຝາໄລ ນີ້ ນ່າໂຕໃຫຍ່ໆ ແບບນັ້ນນ່າໃສ່ມອງ ໃສ່ແຫ ແລ້ວມັນຕິດກັບ ເຂົາເຈົ້າ ມາມັນກາຂື້ນຢູ່ກັບບາງຄົນ. ບາງຄົນກາ ເອົາໄປກິນ ຫຼືວ່າເອົາໄປຂາຍ ເນາະ ບໍ່ຄ່ອຍມີສູນ ດອກມັນກາຈະຢູ່ໃນ ນໍ້າຈືດ ທັມດາຂອງບ້ານເຮົານີ້ແຫຼະ ຄັນເຮົາບໍ່ອະນຸຮັກ ໄວ້ມັນກາໝົດຫັ້ນແຫຼະ ມັນກາດັບສູນພັນ."

ອີງຕາມກົດໝາຍວ່າດ້ວຍ ການປະມົງມາຕຣາ 38 ຣະບຸວ່າ ຫ້າມບຸກຄົນທີ່ຢູ່ໃນ ສປປ ລາວ ນໍາໃຊ້ເຄື່ອງມືຫາປາ ທີ່ເປັນການກີດຂວາງ ທາງເດີນຂອງສັດນໍ້າເຊັ່ນ ອວນ, ມອງ, ກວາດ, ລີ້, ຈິບ, ໂຕ່ງ ຮວມເຖີງ ມາຕຣາ 11 ຣະບຸວ່າບໍ່ອະນຸຍາດ ໃຫ້ນໍາໃຊ້ປາ ແລະ ສັດນໍ້າ ປະເພດຫວຫ້າມ ຍົກເວັ້ນແຕ່ໄດ້ຮັບອະນຸຍາດ ຈາກຣັຖບານ ບໍ່ວ່າຈະເປັນສັດ ທີ່ຍັງມີຊີວິດ ຫຼື ຊາກສົບກໍຖືວ່າຜິດກົດໝາຍ ອາຍາຣະບຸ ໄວ້ໃນມາຕຣາ 331 ໂດຍຫ້າມບໍ່ໃຫ້ມີ ການລ້າສັດ ປະເພດຫວງຫ້າມຈະຖືກໂທດຕິດຄຸກ 3 ເດືອນຫາ 2 ປີ ແລະປັບໄໝແຕ່ 3 ລ້ານກີບ ຫາ 10 ລ້ານກີບ.

ໃນຂນະທີ່ປາຝາໄລ ຂື້ນທະບຽນໃນບັນຊີສັດນໍ້າ ຫວງຫ້າມ ແຕ່ປີ 2008. ນອກຈານີ້ ຍັງມີ ປາບຶກ, ປາກວາງ, ປາເລີມ, ປາຂ່າ, ປາໄຫຼ ໄຟຟ້າ, ປາເສືອ ແລະ ປາແມວ ປາເລົ່ານີ້ ແມ່ນສັດນໍ້າປະເພດ ຫວງຫ້າມ ຫຼືບັນຊີ 1 .

ສຳລັບສັດນໍ້າແລະສັດປ່າ ໃນບັນຊີປະເພດ 1 ເປັນສັດປະເພດຫວງຫ້າມຕາມກົດໝາຍວ່າ ດ້ວຍສັດນໍ້າແລະສັດປ່າ, ສັດປະເພດນີ້ເປັນ ສັດທີ່ຫາຍາກ, ໃກ້ຈະສູນພັນ, ມີຄຸນຄ່າສູງແລະ ມີຄວາມສຳຄັນ ເປັນພິເສດຕໍ່ການພັທນາ ເສຖກິດ-ສັງຄົມ, ສີ່ງແວດລ້ອມ ແລະ ການ ສຶກສາຄົ້ນຄວ້າ ທາງດ້ານວິທຍາສາດ, ສັດຈຳພວກນີ້ຕ້ອງໄດ້ ຮັບການຄຸ້ມຄອງ, ກວດກາ, ອະນຸຮັກ, ປົກປັກຮັກສາ ແລະ ພັທນາ.

ສ່ວນການນໍາໃຊ້ ນັ້ນຕ້ອງໄດ້ຮັບ ອະນຸຍາດຈາກຣັຖບານ ອີງຕາມມາຕຣາ 24 ການລ້າສັດ ນໍ້າແລະສັດປ່າ ຂອງກົດໝາຍວ່າດ້ວຍ ກົດໝາຍສັດນໍ້າ ແລະ ສັດປ່າປະເພດຫວງຫ້າມ ທີ່ໄດ້ກຳນົດໄວ້ ໃນບັນຊີທີ 1 ແມ່ນບໍ່ອະນຸຍາດ ໃຫ້ຫາຫຼືລ້າຢ່າງເດັດຂາດ ເວັ້ນເສັຍແຕ່ ກໍຣະນີຈຳ ເປັນເພື່ອການສຶກສາ ຄົ້ນຄວ້າ ແລະ ການຂຍາຍພັນ, ແຕ່ຕ້ອງໄດ້ຮັບອະນຸຍາດ ຈາກ ຣັຖບານ.

ຖ້າວ່າສັດກໍ່ຄວາມເສັຍຫາຍ ຫຼວງຫຼາຍ ຕໍ່ຊັບສີນຂອງບຸກຄົນ ແລະ ການຈັດຕັ້ງຕ້ອງໄດ້ຣາຍງານ ຕໍ່ອົງການປົກຄອງເມືອງ, ເທສບານ, ເພື່ອພິຈາຣະນາແກ້ໄຂ.ສຳລັບສັດທີ່ກຳລັງທຳລາຍ ,ກໍ່ກວນອາລະວາດ ຄົນຫຼືເປັນພັຍອັນຕະລາຍ ຕໍ່ຊີວິດຂອງຄົນເອງ ແກ້ໄຂຢ່າງທັນ ການແລເສຈຶ່ງຣາຍງານ ຕໍ່ການຈັດຕັ້ງທີ່ ກ່ຽວຂ້ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.