ເຈົ້າໜ້າທີ່ປ່າໄມ້ຝຶກ ອົບຮົມ ກົດໝາຍ ປ່າໄມ້
2020.11.12
ກົມກວດກາປ່າໄມ້ ກະຊວງກະສິກັມ ແລະປ່າໄມ້ ແລະ ກອງກວດກາປ່າໄມ້ ແຂວງສາລະວັນ ຮ່ວມກັນຝຶກອົບຮົມ ວຽກງານການດໍາເນີນ ຄະດີອາຍາ ກັບຜູ້ກະທໍາຄວາມຜິດ ກ່ຽວກັບປ່າໄມ້ ແລະຊັພຍາກອນ ປ່າໄມ້ ແຕ່ມື້ວັນທີ 9 ຫາວັນທີ 13 ພຶສຈິກາ 2020 ໃຫ້ເຈົ້າໜ້າທີ່ ອົງການສືບສວນສອບສວນ ຂອງກອງກວດກາປ່າໄມ້ 6 ແຂວງພາກກາງ ແລະ ພາກໃຕ້ຂອງລາວ ເພື່ອເຮັດໃຫ້ມີຄວາມຮູ້ ກ່ຽວກັບ ກົດໝາຍ ໃນດ້ານການດໍາເນີນ ຄະດີອາຍາ.
ຄະດີທີ່ວ່ານີ້ ສ່ວນຫລາຍ ກ່ຽວຂ້ອງກັບການລັກລອບ ຕັດໄມ້ຂາຍ, ແຕ່ໃນປັດຈຸບັນ ຄະດີນີ້ກໍຫຼຸດລົງແລ້ວ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ກອງກວດກາປ່າໄມ້ ແຂວງສວັນນະເຂດ ຜູ້ຂໍບໍ່ອອກຊື່ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 12 ພຶສຈິກາ ນີ້ວ່າ:
“ມີ 6 ແຂວງ ກົດໝາຍປ່າໄມ້ ນີ້ແຫລະ ກ່ຽວກັບການດໍາເນີນຄະດີ ການທໍາຣາຍປ່າໄມ້ ຜູ້ທີ່ກະທໍາຄວາມຜິດ ກ່ຽວກັບການບຸກລຸກປ່າໄມ້ ທີ່ ບໍ່ໄດ້ຮັບອະນຸຍາດຖືກຕ້ອງ ເພື່ອເອົາມາດໍາເນີນຄະດີ ເປັນຄະດີອາຍາ ສ່ວນຫລາຍເປັນກຸ່ມນາຍທຶນ ນັ້ນແຫລະ ຕັດໄມ້ສົ່ງອອກຫັ້ນເນາະ ສ່ວນຫລາຍກໍລົດລົງແລ້ວ ການລັກລອບ.”
ທ່ານກ່າວຕື່ມວ່າ ນອກຈາກບັນຫານາຍທຶນບຸກລຸກ ປ່າໄມ້ແລ້ວ ກໍມີເຣື່ອງຊາວບ້ານ ຕັດຖາງປ່າ ເພື່ອທໍາການປູກຝັງ ເຊັ່ນປູກພືດຊນິດ ຕ່າງໆ. ແຕ່ມາດຽວນີ້ ກໍຫລຸດລົງແລ້ວ ຍ້ອນທາງການອອກແຈ້ງເຕືອນ ບໍ່ໃຫ້ຊາວບ້ານເຮັດ.
ແລະເຈົ້າໜ້າທີ່ກອງກວດກາປ່າໄມ້ ແຂວງອັດຕະປື ຜູ້ຂໍສງວນຊື່ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ບັນຫາ ຢູ່ແຂວງອັດຕະປື ນີ້ສ່ວນຫລາຍຈະເປັນ ເຣື່ອງຊາວບ້ານຕັດໄມ້ມາໃຊ້ ແບບບໍ່ໄດ້ຂໍ ອະນຸຍາດ ຍ້ອນຊາວບ້ານບໍ່ເຂົ້າໃຈ ບໍ່ຮູ້ຣະບຽບກົດໝາຍ ແຕ່ທາງ ເຈົ້າໜ້າທີ່ປ່າໄມ້ ກໍໄດ້ລາດຕະເວນກວດກາຢູ່:
“ການຊົມໃຊ້ໄມ້ ຂອງປະຊາຊົນ ທີ່ວ່າມັນບໍ່ຖືກຕ້ອງ ຕາມກົດຣະບຽບ ຂອງພວກເຮົາຊື່ໆ ເຣື່ອງການນໍາໃຊ້ ເຂົາກໍບໍ່ໄດ້ມາຜ່ານ ມີແຕ່ວ່າ ເຂົາໄປຕັດໂລດ ບໍ່ແມ່ນການຄ້າຂາຍ ປະຊາຊົນຍັງເຂົ້າໃຈ ບໍ່ທັນ ເຊື່ອມຊຶມ ຕໍ່ອໍານາດຣັຖເນາະ ກໍມີການກວດກາລາດຕະເວນ.”
ໃນຂນະດຽວກັນ ຊາວບ້ານຜູ້ນຶ່ງ ທີ່ຂໍບໍ່ອອກຊື່ ຢູ່ແຂວງອັດຕະປື ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ເຣື່ອງການລັກຕັດໄມ້ມາຂາຍ ກໍຍັງມີຢູ່ ແຕ່ກໍຫລຸດລົງຫລາຍແລ້ວ ຍ້ອນທາງການມີກົດໝາຍ ທີ່ເຂັ້ມງວດຂຶ້ນ ແຕ່ບັນຫາທີ່ເກີດຂຶ້ນ ໃນປັດຈຸບັນ ແມ່ນເຣື່ອງຊາວບ້ານ ຕັດໄມ້ຖາງປ່າ ເພື່ອບຸກເບີກພື້ນທີ່ ປູກຝັງ ຫລາຍກວ່າການຕັດໄມ້ຂາຍ:
“ປ່ຽນແປງຫລາຍແລ້ວ ດຽວນີ້ມັນກໍມີມາຕການ ມີກົດໝາຍທີ່ເຮັດມາເພື່ອຄວບຄຸມ ການຕັດໄມ້ທໍາຣາຍປ່າ ການສົ່ງອອກໄມ້ແຕ່ວ່າກໍຍັງມີ ແຫຼະ, ຍັງປາສຈາກບໍ່ໄດ້ ເຣື່ອງບັນຫາການຖາງປ່າ ເຮັດໄຮ່ຫັ້ນແຫຼະ ຫລັກໆມັນບໍ່ແມ່ນລັກສນະ ທີ່ວ່າຕັດໄມ້ມາຂາຍ.”
ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບການຝຶກອົບຮົມ ໃນຄັ້ງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງກົມກວດກາ ປ່າໄມ້ ກະຊວງກະສິກັມ ແລະປ່າໄມ້ ທີ່ນະຄອນຫລວງວຽງຈັນ ແຕ່ ທາງເຈົ້າໜ້າທີ່ ຍັງບໍ່ສາມາດທີ່ຈະໃຫ້ ຄໍາເຫັນໄດ້.
ໃນຣະຫວ່າງວັນທີ 9 ຫາວັນທີ 13 ພຶສຈິກາ ນີ້ ກົມກວດກາປ່າໄມ້ ຮ່ວມກັບກອງກວດກາປ່າໄມ້ ແຂວງສາລະວັນ ຈັດຊຸດອົບຮົມດ້ານ ກົດໝາຍ ເຣື່ອງການດໍາເນີນຄະດີອາຍາ ຕໍ່ຜູ້ກະທໍາຜິດ ກ່ຽວກັບປ່າໄມ້ ແລະ ຊັພຍາກອນປ່າໄມ້ ໃຫ້ເຈົ້າໜ້າທີ່ປ່າໄມ້ 6 ແຂວງພາກກາງ ແລະ ພາກໃຕ້ຂອງລາວ ຄື ແຂວງຄໍາມ່ວນ, ສວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ແຂວງອັດຕະປື.
ການຈັດຊຸດອົບຮົມໃນຄັ້ງນີ້ ແນ່ໃສ່ເຮັດ ໃຫ້ພະນັກງານປ່າໄມ້ ຮູ້ກົດໝາຍໃນການດໍາເນີນຄະດີ ອາຍາ ຕໍ່ຜູ້ກະທໍາຜິດ, ຮູ້ຫລັກການ ພື້ນຖານ ແລະຂັ້ນຕອນຂອງການດໍາເນີນຄະດີ, ຮູ້ການສເນີຄະດີໃຫ້ອັຍການ ປະຊາຊົນແຂວງ, ການປະຕິບັດຄໍາຕັດສິນຂອງສານ, ຮູ້ວິທີການກັກຕົວ ຜູ້ຖືກກ່າວຫາ ແລະອື່ນໆ.