ເຣື້ອງທີ່ເກັບບັນທຶກໄວ້
2023-06-07
ບັນຫາສິ່ງແວດລ້ອມ ໃນ ສປປ ລາວ ນັບມື້ນັບຮຸນແຮງຂຶ້ນ ເນື່ອງຈາກ ມີການທໍາລາຍປ່າໄມ້, ນ້ໍາປົນເປື້ອນ ແລະ ການຖິ້ມຂີ້ເຫຍື້ອຊະຊາຍ ໂດຍສະເພາະ ຂີ້ເຫຍື້ອພລາສຕິກ ກາຍເປັນບັນຫາໃຫຍ່ ທີ່ຣັຖບານ ຈະຕ້ອງຮີບເລັ່ງ ຫາແນວທາງແກ້ໄຂ ຢ່າງເປັນຮູບປະທັມ ແລະ ມີຄວາມຍືນຍົງ ຕໍ່ໄປ.
2023-06-06
ມາເຖິງປັດຈຸບັນນີ້ ຄວາມໜາແໜ້ນ ຂອງປ່າໄມ້ຢູ່ລາວຫລຸດລົງຈາກປີ 1940 ທີ່ມີ 70% ມາເປັນ 40% ຍ້ອນຕັດໄມ້ທໍາລາຍປ່າ, ສ້າງເຂື່ອນໄຟຟ້າ, ເຂດອຸດສາຫະກັມ ແລະກະສິກັມ, ຂຸດຄົ້ນບໍ່ແຮ່, ຈູດປ່າເຮັດໄຮ່, ໄຟໃໝ້ປ່າທຸກປີ ແລະອື່ນໆ.
2023-06-03
ແມ່ນ້ຳ ສາຍຫຼັກ 10 ສາຍ ໃນ ເອເຊັຽ ລວມມີແມ່ນໍ້າຂອງ ທີ່ມີບົດບາດສໍາຄັນ ທາງເສຖກິຈ ແລະ ເພື່ອຄໍ້າປະກັນ ແຫຼ່ງພະລັງງານ ໃນ 16 ປະເທດ ທີ່ກໍາລັງ ປະສົບກັບບັນຫາ ຍ້ອນການປ່ຽນແປງ ຂອງສະພາບອາກາດ.
2023-06-02
ປະເທດລາວ ປະເຊີນກັບບັນຫາພັຍແຫ້ງແລ້ງ ແລະ ນໍ້າຖ້ວມທີ່ຮຸນແຮງຂຶ້ນ ໃນໄລຍະ 4-5 ປີ ມານີ້ ອັນເປັນຜົລສະທ້ອນ ມາຈາກ ການປ່ຽນແປງສະພາບ ຂອງດິນຟ້າອາກາດ ຂະນະທີ່ ທາງການລາວ ຮຽກຮ້ອງ ໃຫ້ນາໆປະເທດ ຊ່ວຍເຫຼືອລາວ ເພື່ອພັທນາດ້ານເສຖກິຈ-ສັງຄົມ ແບບຍືນຍົງ.
2023-06-02
ຣັຖບານ ເຢັຍຣະມັນ ມອບເງິນຊ່ອຍເຫຼືອ ໃຫ້ຣັຖບານລາວ ໃນໂຄງການ ຄຸ້ມຄອງປ່າໄມ້ ແລະ ສົ່ງເສີມ ຊີວິດການເປັນຢູ່ ຂອງປະຊາຊົນ ໃນເຂດພາກເໜືອ ຂອງລາວ ເຊິ່ງປ່າໄມ້ຖືກທຳລາຍຫຼາຍ, ສ່ວນນຶ່ງເກີດຈາກການທີ່ຊາວບ້ານ ຍັງໃຊ້ຊີວິດຕັດພັນ ກັບທັມມະຊາຕ, ແລະ ການທີ່ຊາວບ້ານ ບໍ່ມີອາຊີບທີ່ໝັ້ນ.
2023-06-01
ແຫຼ່ງທ່ອງທ່ຽວ “ຂຸນກອງແລງ” ຂອງບໍຣິສັດ ອິນທຣາໂຄໂປເຣຊັນ ຈໍາກັດ ຜູ້ດຽວຢູ່ເຂດບ້ານນາຄີ ເມືອງຫີນບູນ ແຂວງຄໍາມ່ວນ ໄດ້ຮັບການປັບປຸງຊັກຊ້າ ແລະບໍ່ຮູ້ວ່າຈະເປີດໃຫ້ບໍຣິການ ໄດ້ເມື່ອໃດ ຂະນະທີ່ປະຊາຊົນ ຮຽກຮ້ອງໃຫ້ມີການເລັ່ງ ພັທນາພື້ນທີ່ ເພາະຈະເປັນສ່ວນນຶ່ງ ຂອງລາຍໄດ້ ໃຫ້ກັບຊາວບ້ານ ນຳ.
2023-05-31
ມາຮອດປັດຈຸບັນ ຣັຖບານລາວ ໄດ້ອະນຸຍາດໃຫ້ນັກທຸຣະກິຈຈີນ 108 ບໍຣິສັດ ເຂົ້າມາຂຸດຄົ້ນບໍ່ແຮ່ ພາຍໃນປະເທດລາວ ແລະໃນນີ້ ຢູ່ໃນໄລຍະ ການຊອກຄົ້ນ ແລະ ສຳຣວດ 54 ບໍຣິສັດ ລວມ 59 ກິຈການ ສ່ວນທີ່ເຫຼືອ ຢູ່ໃນໄລຍະການເຮັດບົດວິພາກ ເສຖກິຈ-ເທັກນິກ ແລະ ຂຸດຄົ້ນປຸງແຕ່ງ 54 ບໍຣິສັດ.
2023-05-30
ທາງການລາວ ວາງເປົ້າໝາຍປູກຕົ້ນໄມ້ ທົ່ວປະເທດໃຫ້ໄດ້ກວ່າ 3,400 ເຮັກຕ້າຣ໌ ແລະມີແຜນ ຈະເຮັດໃຫ້ເນື້ອທີ່ປ່າໄມ້ປົກຫຸ້ມ ຂອງປະເທດ ໃຫ້ໄດ້ 70% ພາຍໃນປີ 2035, ແຕ່ບໍ່ມີງົບປະມານ ທີ່ຈະຮັກສາຕົ້ນໄມ້ ພາຍຫຼັງຈາກປູກແລ້ວ.
2023-05-25
ການປົກປ້ອງສັດປ່າ ຢູ່ໃນເຂດອຸທະຍານ ແຫ່ງຊາຕ ນໍ້າແອດ-ພູເລີຍ ມີຂໍ້ຈຳກັດຫຼາຍດ້ານ ເຊັ່ນຍ້ອນງົບປະມານ ແລະຈຳນວນ ເຈົ້າໜ້າທີ່ ທີ່ຄຸ້ມຄອງບໍ່ພຽງພໍ, ໃນຂະນະທີ່ ເຂດອຸທະຍານແຫ່ງນີ້ ກວມເອົາເນື້ອທີ່ ປະມານ 410,720 ເຮັກຕ້າຣ໌.
2023-05-24
ເຈົ້າໜ້າທີ່ ຂອງແຂວງຫົວພັນ ກຳລັງເລັ່ງກວດສອບ ສາເຫດ ທີ່ເຮັດໃຫ້ປາຕາຍ ຈຳນວນຫຼາຍ ໃກ້ກັບຈຸດ ກຳລັງກໍ່ສ້າງ ເຂື່ອນໄຟຟ້ານໍ້າຊໍາ 3, ແຕ່ໃນເບື້ອງຕົ້ນ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ປະກາດຫ້າມ ນຳເອົາປາຕາຍເຫຼົ່ານັ້ນໄປກິນ ເພາະອາດເປັນອັນຕຣາຍ ເນື່ອງຈາກຍັງບໍ່ຮູ້ສາເຫດ.
2023-05-23
ທາງການລາວ ເດີນໜ້າພັທນາໂຄງການ ເຂື່ອນໄຟຟ້າ ພູງອຍ ໃນແຂວງຈຳປາສັກ ຊຶ່ງເປັນເຂື່ອນຂນາດໃຫຍ່ ທີ່ຈະສ້າງໃສ່ແມ່ນໍ້າຂອງ ເພື່ອສນອງໄຟຟ້າ ໃຫ້ກັບປະເທດໄທຍ ແລະ ປັດຈຸບັນໂຄງການດັ່ງກ່າວ ຢູ່ລະຫວ່າງ ການປະກອບຄຳຄິດ-ຄຳເຫັນ ຈາກຜູ້ມີສ່ວນໄດ້ສ່ວນເສັຍ ສະບັບສຸດທ້າຍ ຄັ້ງທີ 2.
2023-05-19
ເກີດຂໍ້ຂັດແຍ່ງ ທາງດ້ານທີ່ດິນ ລະຫວ່າງ ບໍຣິສັດຈີນ, ບໍຣິສັດລາວ ທີ່ຖືກກ່າວຫາວ່າ ບຸກລຸກດິນຂອງຊາວບ້ານ ແລະ ພະນັກງານ ຂອງບໍຣິສັດ ໄດ້ທຳຮ້າຍຮ່າງກາຍຊາວບ້ານ ສະນັ້ນທາງການແຂວງອັດຕະປື ຈຶ່ງສັ່ງໃຫ້ ໂຈະການບຸກເບີກຊົ່ວຄາວ ພາຍຫຼັງ ເຣື່ອງນີ້ກາຍເປັນປະເດັ່ນດັ່ງ ໃນສື່ສັງຄົມອອນລາຍນ໌.
2023-05-16
ມີກຸ່ມຄົນຈີນ ທີ່ເປັນພະນັກງານ ຂອງບໍຣິສັດ “ສີຊີນ ພັດທະນາກະສິກຳ ຈໍາກັດຜູ້ດຽວ” ຂອງນັກລົງທຶນຈີນ ໄດ້ເຂົ້າມາບຸກລຸກ ທີ່ດິນຂອງຊາວບ້ານ ຢູ່ບ້ານໜອງຫີນ ເມືອງສນາມໄຊ ແຂວງອັດຕະປື ແລະ ທໍາຮ້າຍຊາວບ້ານ 2 ຄົນ ທີ່ເປັນເຈົ້າຂອງທີ່ດິນ.
2023-05-16
ສັດນໍ້າ ແລະສັດປ່າ ປະເພດຫວງຫ້າມ ແລະ ປະເພດຄຸ້ມຄອງ ຖືກລ່າຂາຍ ຊຶ່ງເຮັດໃຫ້ ບັນດາສັດທີ່ເຫຼືອຢູ່ ໃນປັດຈຸບັນ ມີຄວາມສ່ຽງສູງ ທີ່ຈະສູນພັນ ໃນຂະນະດຽວກັນ ເຈົ້າໜ້າທີ່ ຍັງກວດກາລາດຕາເວນ ໃຫ້ຄວາມຮູ້ ແກ່ປະຊາຊົນ ແລະບັງຄັບໃຊ້ກົດໝາຍ ຍັງບໍ່ທົ່ວເຖິງ.
2023-05-11
ສະພາບອາກາດ ແຫ້ງແລ້ງ ໄດ້ສົ່ງຜົລເຮັດໃຫ້ ແຫຼ່ງທ່ອງທ່ຽວ ນ້ຳຕົກ ໄດ້ຮັບຜົລກະທົບ ເຊິ່ງນ້ຳຕົກຕາດແສ້ ແລະ ຕາດກວາງຊີ ທີ່ມີຊື່ສຽງ ຂອງແຂວງຫຼວງພຣະບາງ ກໍໄດ້ຮັບຜົລກະທົບນີ້ນຳ ຂະນະທີ່ນັກທ່ອງທ່ຽວ ຢຸດການເດີນທາງ ໄປທ່ຽວນ້ຳຕົກ ໃນໄລຍະນີ້ ເຮັດໃຫ້ທຸຣະກິຈທີ່ກ່ຽວພັນ ກັບແຫຼ່ງທ່ອງທ່ຽວ ຖືກກະທົບ.