ໂຈະການບຸກເບີກທີ່ດິນ ຂອງບໍຣິສັດຈີນ ທີ່ບຸກລຸກດິນຊາວບ້ານ
2023.05.19

ຫ້ອງວ່າການປົກຄອງ ແຂວງອັດຕະປື ໄດ້ອອກແຈ້ງການໄປຍັງບໍຣິສັດ “ສີຊິນ ພັດທະນາກະສິກໍາ ຈໍາກັດ” ຂອງນັກລົງທຶນຈີນ ແລະບໍຣິສັດກອງແກ້ວພັທນາກະສິກໍາ ຈໍາກັດ ໃນມື້ວັນທີ 17 ພຶສພາ 2023 ນີ້ ໃຫ້ໂຈະຊົ່ວຄາວ ການບຸກເບີກທີ່ດິນ ຂອງຊາວບ້ານ ຢູ່ບ້ານໜອງຫີນ ແລະບ້ານໄຊດອນໂຂງ ເມືອງສນາມໄຊ ເພື່ອປູກກ້ວຍຫອມ ແລະໝາກຖົ່ວລຽນ ໃນເນື້ອທີ່ 300 ເຮັກຕ້າຣ໌ ເພື່ອແກ້ໄຂບັນຫາໃຫ້ແລ້ວກ່ອນ ຫຼັງຈາກທີ່ 2 ບໍຣິສັດດັ່ງກ່າວ ໄດ້ບຸກລຸກເນື້ອທີ່ດິນ ຂອງຊາວບ້ານ ຈາກເຈົ້າຂອງດິນ ໃນມື້ວັນທີ 13 ແລະ 14 ພຶສພານີ້ ທີ່ມີທັງການທໍາຮ້າຍຮ່າງກາຍ ແລະໃຊ້ປືນຂູ່ຊາວບ້ານນໍາດ້ວຍ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ເມືອງສນາມໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 19 ພຶສພານີ້ວ່າ ທ່ານບໍ່ຮູ້ຫຍັງເລີຍ ກ່ຽວກັບເຣື່ອງດັ່ງກ່າວ, ພຽງແຕ່ໄດ້ເຫັນແຈ້ງການ ໃຫ້ໂຈະ ຕາມທີ່ເຫັນໃນສື່ສັງຄົມອອນລາຍນ໌ ນັ້ນ ແລະທ່ານເອງ ກໍບໍ່ສາມາດໃຫ້ຣາຍລະອຽດ ຫຼື ເວົ້າຫຍັງຫຼາຍໄປກວ່ານີ້ໄດ້ ຍ້ອນເປັນເຣື່ອງທີ່ຢູ່ໃນ ຄວາມຮັບຜິດຊອບ ຂອງຂັ້ນແຂວງ.
“ບໍ່ຮູ້ຄືກັນເດີ ແຕ່ວ່າໂຕນີ້ເຫັນແຕ່ໃນເຟສ. ເຮົາກໍບໍ່ມີຄວາມກ່ຽວຂ້ອງ ແລ້ວເຮົາກໍບໍ່ສາມາດຮູ້ຂໍ້ມູນລະອຽດ ນໍາເຂົາເຈົ້າ. ເຮົາກໍບໍ່ສາມາດອະທິບາຍໄດ້.”
ນັກວິຊາການ ດ້ານການກະເສດຜູ້ນຶ່ງ ທີ່ເຄີຍໄດ້ໄປສົ່ງເສີມ ຊາວບ້ານປູກມັນຕົ້ນ ຢູ່ເຂດນັ້ນ ເວົ້າວ່າ ດີແທ້ ແມ່ນຢາກໃຫ້ທາງການ ແຂວງອັດຕະປື ສັ່ງໃຫ້ໂຈະຖາວອນ (ຍົກເລີກ), ບໍ່ໃຫ້ 2 ບໍຣິສັດດັ່ງກ່າວ ໄປລົງທຶນ ປູກກ້ວຍຫອມ ແລະໝາກຖົ່ວລຽນ ຢູ່ໃນເຂດນັ້ນ ເພື່ອບໍ່ໃຫ້ໄປຍາດພື້ນທີ່ ປູກມັນຕົ້ນຂອງຊາວບ້ານ ເນື່ອງຈາກຊາວບ້ານຢູ່ 2 ບ້ານທີ່ວ່ານັ້ນ ສ່ວນໃຫຍ່ປູກມັນຕົ້ນ ຂາຍເປັນຫຼັກ, ພໍມີລາຍໄດ້ເຂົ້າຄອບຄົວ.
“ແມ່ນເພິ່ນປູກມັນຕົ້ນຢູ່ຫັ້ນ ເພິ່ນປູກມັນຕົ້ນຫຼາຍ. ສນາມໄຊຫັ້ນ ຂຽວຈົນສຸດສາຍຕາ ພໍດີຊ່ວງຂ້ອຍລົງໄປແຂວງອັດຕະປືຫັ້ນ ຖືວ່າຂ້ອຍລົງໄປບ້ານ ໄປໂຄສະນາ ກ່ຽວກັບປຸ໋ຍອິຫຍັງຫັນນ່າ ຢູ່ເມືອງສນາມໄຊ ແຂວງອັດຕະປື.”
ປະຊາຊົນລາວຜູ້ນຶ່ງ ທີ່ຮູ້ຂ່າວນັ້ນ ກໍເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 19 ພຶສພານີ້ວ່າ ຕົນຮູ້ສຶກບໍ່ສະບາຍໃຈ ເປັນຫ່ວງ ທີ່ທາງການແຂວງອັດຕະປື ໄດ້ເຊັນອະນຸມັດໃຫ້ ບໍຣິສັດຈີນ ແລະບໍຣິສັດລາວ ໄປບຸກເບີກທີ່ດິນ ຊາວບ້ານຢູ່ເຂດດັ່ງກ່າວ ຊຶ່ງເບິ່ງແລ້ວ ເປັນການຂາຍດິນ ຂອງຊາວບ້ານ ໃຫ້ນັກລົງທຶນ ໂດຍບໍ່ສົນໃຈນໍາວ່າ ຊາວບ້ານ ຈະມີພື້ນທີ່ທໍາການຜລິດ ຫຼື ບໍ່.
“ກະເປັນຫ່ວງຢູ່ ເປັນແນວນນີ້ກະສະທ້ອນສັງຄົມເຮົາເນາະ. ໂອ໋ ຜູ້ໃຫຍ່ເປັນຜູ້ຂາຍ ແລ້ວຜູ້ນ້ອຍຫັ້ນບໍ່ຮູ້ເນາະ ຍຶດເປັນຂອງຣັຖ ແລ້ວໄປຕັດຂາຍເອົາເງິນ ປະຊາຊົນບ່ອນທໍາການຜລິດຫັ້ນ ບໍ່ມີ ກະຫາກບໍ່ຖືກປານໃດແລ້ວ.”
ທ່ານເວົ້າຕື່ມວ່າ ການທີ່ພະນັກງານຈີນ ໃຊ້ເຫຼັກຕີຊາວບ້ານ ເຮັດໃຫ້ບາດເຈັບ ແລະໃຊ້ປືນນາບຂູ່ຊາວບ້ານນັ້ນ ສະທ້ອນໃຫ້ເຫັນວ່າ ຄົນຈີນຈໍານວນນຶ່ງ ທີ່ເຂົ້າມາລາວ ບໍ່ໄດ້ຢ້ານກົວກົດໝາຍລາວ ແຕ່ຢ່າງໃດ ແລະ ຍັງໃຊ້ອໍານາດ ໄປໃນທາງທີ່ບໍ່ຖືກ ນໍາອີກ. ພ້ອມດຽວກັນນັ້ນ ທ່ານ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ພິຈາຣະນາຄືນ ກ່ຽວກັບເຣື່ອງດັ່ງກ່າວ ແລະຢາກໃຫ້ມີການສອບສວນ ຄົນຈີນຜູ້ນັ້ນນໍາດ້ວຍ, ຖ້າກວດສອບພົບວ່າ ຜູ້ກ່ຽວມີຄວາມຜິດແທ້ ກໍຢາກໃຫ້ດໍາເນີນຄະດີ ຫຼື ສົ່ງຕົວກັບຄືນໄປປະເທດຈີນ ແລະບໍ່ໃຫ້ເຂົ້າມາລາວອີກ.
ນັກກົດໝາຍລາວທ່ານນຶ່ງ ກ່າວເຖິງກໍຣະນີ ທີ່ພະນັກງານຈີນ ທໍາຮ້າຍຮ່າງກາຍ ຊາວບ້ານນັ້ນວ່າ ເປັນເຣື່ອງຜິດກົດໝາຍ ແນ່ນອນ, ຜູ້ເສັຍຫາຍ ສາມາດແຈ້ງຄວາມ ຕໍ່ເຈົ້າໜ້າທີ່ຕໍາຣວດໄດ້ ແລະເມື່ອກວດສອບພົບວ່າ ຄົນຈີນຜູ້ນັ້ນ ມີຄວາມຜິດແທ້ ສາມາດສົ່ງຕົວກັບຄືນ ໄປປະເທດຈີນໄດ້ ຕາມບົດບັນທຶກຄວາມເຂົ້າໃຈ ກັນລະຫວ່າງ 2 ປະເທດນີ້.
“ຄັນກໍຣະນີມັນເປັນ ຄວາມຈິງ ມັນກະຜິດຫັ້ນແຫຼະ ໃຜກໍບໍ່ມີສິດທິໄປທໍາຮ້າຍຮ່າງກາຍ ຂອງໃຜດອກ ຕາມກົດໝາຍ ຂອງລາວຫັ້ນນ່າ. ທຸກຄົນ ມັນກະຢູ່ພາຍໃຕ້ກົດໝາຍ ທັງໝົດຫັ້ນແຫຼະເນາະ. ຄັນເຂົາເຮັດຜິດແມ່ນໄທເຮົາ ກະມີ MOU ກະຕ້ອງໄດ້ສົ່ງກັບໂລດ.”
ເມື່ອວັນທີ 18 ພຶສພານີ້ ທ່ານ ສຸລິຈັນ ພອນແກ້ວ, ຫົວໜ້າຫ້ອງວ່າການ ປົກຄອງແຂວງອັດຕະປື ໄດ້ໃຫ້ສຳພາດ ໜັງສືພິມ ລາວພັທນາ ວ່າ ສໍາລັບທີ່ດິນບ່ອນທີ່ເກີດເຫດນັ້ນ ແມ່ນເຂດປ່າປ້ອງກັນ ທີ່ຊາວບ້ານເຂົ້າໄປບຸກລຸກ ເພື່ອປູກມັນ ຕົ້ນ, ເປັນຊາວບ້ານຈາກເມືອງປາກຊ່ອງ ແຂວງຈໍາປາສັກ. ທີ່ຜ່ານມາ ອໍານາດການປົກຄອງບ້ານ ເຄີຍຫ້າມມາແລ້ວຫຼາຍເທື່ອ, ແຕ່ຊາວບ້ານ ຍັງບຸກເບີກພື້ນທີ່ ປູກມັນຕົ້ນຢູ່ເລື້ອຍໆ ແລະທີ່ຜ່ານມາ ຄອບຄົວຊາວບ້ານ ດັ່ງກ່າວ ໄດ້ຮັບຄ່າຊົດເຊີຍ ຈາກທັງ 2 ບໍຣິສັດນັ້ນແລ້ວ. ສ່ວນເຣື່ອງທີ່ວ່າ ບໍຣິສັດ ບຸກເບີກພື້ນທີ່ ເກີນຂອບເຂດ ທີ່ໄດ້ສັມປະທານ ຫຼື ບໍ່ນັ້ນ ແມ່ນຍັງຢູ່ໃນຂັ້ນຕອນ ຂອງການກວດສອບຄືນຢູ່.
ທ່ານກ່າວຕໍ່ໄປ ເຖິງທັງບໍຣິສັດ ສີຊິນ ພັດທະນາກະສິກໍາ ຈໍາກັດ ແລະບໍຣິສັດ ກອງແກ້ວ ພັດທະນາກະສິກໍາ ຈໍາກັດວ່າ ໄດ້ຮັບສັມປະທານພື້ນທີ່ 300 ເຮັກຕ້າຣ໌ ຢູ່ໃນເຂດດັ່ງກ່າວ ເພື່ອປູກກ້ວຍຫອມ ແລະໝາກຖົ່ວລຽນ ເປັນເວລາ 25 ປີ, ພາຍ ຫລັງໝົດອາຍຸ ສັມປະທານແລ້ວ ກໍຈະສົ່ງມອບດິນນັ້ນ ຄືນໃຫ້ແຂວງອັດຕະປື.