ຄວາມໜາແໜ້ນ ຂອງປ່າໄມ້ໃນລາວ ຫຼຸດລົງເຫຼືອ 40% ໃນປັດຈຸບັນ

ຈຳປາທອງ
2023.06.06
ຄວາມໜາແໜ້ນ ຂອງປ່າໄມ້ໃນລາວ ຫຼຸດລົງເຫຼືອ 40% ໃນປັດຈຸບັນ ໂຄງການແຫ່ງນຶ່ງ ທີ່ກວມເອົາພື້ນທີ່ປ່າ ໃນແຂວງພາກເໜືອຂອງລາວ. ເດືອນ ຕຸລາ ປີ 2022.
RFA

ກະຊວງກະສິກັມ ແລະປ່າໄມ້ ຂອງລາວ ຣາຍງານເມື່ອບໍ່ດົນມານີ້ວ່າ ປັດຈຸບັນລາວ ມີປ່າໄມ້ປົກຄຸມພຽງ 40% ຂອງພື້ນທີ່ ທັງໝົດຂອງປະເທດ ຄືຫລຸດລົງຈາກປີ 1940 ທີ່ມີ 70%. ປ່າໄມ້ຫລຸດລົງກໍຍ້ອນວ່າ ປະເທດລາວ ມີການພັທນາໂຄງຮ່າງພື້ນຖານ ຫຼາຍດ້ານ ເຊັ່ນ ການສ້າງເຂື່ອນໄຟຟ້າ, ສ້າງເຂດອຸດສາຫະກັມ ແລະກະສິກັມ, ຂຸດຄົ້ນບໍ່ແຮ່, ການຕັດໄມ້ທໍາລາຍປ່າ, ນອກຈາກນັ້ນ ກໍມີການຖາງປ່າ, ຈູດປ່າ ເພື່ອເຮັດໄຮ່, ໄຟໃໝ້ປ່າທຸກປີ ແລະອື່ນໆ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຂັ້ນສູງທີ່ກ່ຽວຂ້ອງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ທ່ານນຶ່ງຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 6 ມິຖຸນານີ້.

ຄັນຈັດວ່າເປັນພື້ນທີ່ປ່າແທ້ໆຫັ້ນ ພວກເຮົາກໍບໍ່ຮອດ 70 ດອກ. ກະຫລຸດລົງ ມີເຣື່ອງລະບົບ ພື້ນຖານໂຄງລ່າງແດ່ ກໍຄືເສັ້ນທາງ ກັບສາຍສົ່ງໄຟຟ້າແດ່ ສ້າງເຂື່ອນໄຟຟ້າແດ່ ທັງລະບົບການຈັດທໍາ ການຜລິດນີ້ແດ່ ປະຊາຊົນກໍຍັງໄປບຸກລຸກ ບ່ອນໃໝ່ ທີ່ທໍາການຜລິດຫັ້ນກໍມີ.

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ຣັຖບານກໍໄດ້ສົ່ງເສີມ ການປູກຕົ້ນໄມ້ ແລະຟື້ນຟູປ່າ ເພື່ອເຮັດໃຫ້ມີປ່າໄມ້ປົກຄຸມປະເທດ ເພີ່ມຂຶ້ນເຖິງ 70% ຕາມນະໂຍບາຍ ຂອງພັກ-ຣັຖ, ແຕ່ນະໂຍບາຍນັ້ນ ກໍຍັງບໍ່ທັນໄດ້ສໍາເຣັດຕາມເປົ້າໝາຍເທື່ອ ເພາະຍັງມີສິ່ງທ້າທາຍ ແລະອຸປສັກຫຼາຍຢ່າງ ຊຶ່ງສ່ວນນຶ່ງກໍຍ້ອນບໍ່ມີງົບປະມານ.

ປູກໄມ້ທົດແທນນີ້ແຫຼະ ແຕ່ລະປີ ຢູ່ໃນນີ້ພວກເຮົາກະຕ້ອວງໄດ້ກ້າເບັ້ຽໄມ້ ມັນກໍລົງທຶນ ປົກປັກຮັກສາ ພວກເຮົາ ກໍຕ້ອງມີງົບງົບປະມານ ເບື້ອງຣັຖຫັ້ນນ່າ ກໍບໍ່ມີຫັ້ນແຫຼະ ມັນກໍເຮັດໄດ້ໜ້ອຍ ມັນກໍເລີຍບໍ່ໄດ້ຕາມແຜນ ສ່ວນໃຫຍ່ ກໍມີແຕ່ໃຫ້ພາກສ່ວນຕ່າງໆ ທີ່ລົງມາຊ່ວຍນໍາກັນ ງົບປະມານເລັກໆນ້ອຍໆ ເພື່ອກ້າເບັ້ຽແລ້ວກໍຢາຍ.

ສ່ວນເຣື່ອງການລັກລອບ ຕັດໄມ້ທໍາລາຍປ່າ ນັ້ນ ທ່ານກໍບອກວ່າ ຫລຸດໜ້ອຍຖອຍລົງແລ້ວ, ແຕ່ຈະມີເຂດຄຸ້ມຄອງ ທີ່ທາງພາກຣັຖ ເພິ່ນອະນຸຍາດໃຫ້ຊາວບ້ານ ຕັດໄມ້ໄດ້ ເພື່ອນໍາໄປປຸກສ້າງເຮືອນ, ໂຮງຮຽນ, ຫ້ອງການ ຫລື ສ້າງສິ່ງທີ່ເປັນປໂຍດ ແຕ່ຕ້ອງໄດ້ຮັບອະນຸຍາດ ຈາກທາງການ, ເຮັດຖືກຕ້ອງຕາມກົດໝາຍ.

ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ ຢູ່ແຂວງບໍ່ແກ້ວ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວເຖິງ ສາເຫດທີ່ເຮັດໃຫ້ປ່າໄມ້ ໃນລາວຫລຸດລົງນັ້ນວ່າ ຍ້ອນເກີດໄຟໄໝ້ປ່າທຸກປີ ບາງແຂວງກໍໄໝ້ໜັກ, ປ່າໄມ້ເສັຍຫາຍຫຼາຍ ແລະການປູກຕົ້ນໄມ້ທົດແທນ ກໍບໍ່ໄດ້ຜົລປານໃດ ເພາະບໍ່ມີງົບປະມານໃນການຮັກສາ.

ປີນີ້ຈະໄໝ້ໜັກເນາະ ຢູ່ເຂດພາກເໜືອເຮົານີ້ເນາະ ການປູກໄມ້ສ່ວນຫຼາຍ ເຮົາກໍປູກຂະບວນນ່າ ບໍ່ຄ່ອຍໄດ້ຜົລປານໃດ ຂາດງົບປະມານຫັ້ນແຫຼະ ຈະໄປຟື້ນຟູ ບໍຣິສັດ ຮັກສາມັນ.

ທ່ານກ່າວຕື່ມວ່າ ສາເຫດທີ່ເຮັດໃຫ້ປ່າໄມ້ ຫລຸດລົງ ສ່ວນນຶ່ງກໍແມ່ນຍ້ອນ ຍັງມີຊາວບ້ານ ຂຍາຍພື້ນທີ່ການຜລິດ, ການພັທນາໂຄງຮ່າງ ພື້ນຖານຂອງຣັຖ ແລະຣັຖໃຫ້ບໍຣິສັດຕ່າງໆ ສັມປະທານທີ່ດິນ.

ການຂຍາຍທີ່ດິນ ຜລິດກະສິກັມ ນີ້ແຫຼະ ພື້ນທີ່ໂຄງລ່າງແກ່ເນາະ ການສັມປະທານບໍ່ເນາະ ການບຸກເບີກທີ່ດິນ ກະສິກັມ ນີ້ແດ່ເນາະ ທັງຊາວບ້ານແດ່ ທັງບໍຣິສັດ ການລົງທຶນແດ່ເນາະ.

ກ່ຽວກັບເຣື່ອງທີ່ວ່ານີ້ ຊາວບ້ານໃນແຂວງໄຊຍະບູຣີຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສ ຣີໃນມື້ວັນທີ 6 ມິຖຸນານີ້ວ່າ ປ່າໄມ້ຢູ່ລາວຫລຸດລົງ ກໍຍ້ອນຫຼາຍປັດໄຈ ຊຶ່ງສ່ວນນຶ່ງກໍຍ້ອນໄຟໄໝ້ປ່າ, ຣັຖໃຫ້ສັມປະທານທີ່ດິນ ແກ່ຊາວຈີນ ເພື່ອຕັ້ງໂຮງງານ ແລະເກັບຊື້ຜົລປູກ, ຊາວບ້ານຂຍາຍພື້ນທີ່ການຜລິດ.

ມັນກໍມີຫຼາຍຢ່າງຫັ້ນແຫຼະ ອັນນຶ່ງມັນກໍໄຟຟໝ້ລາມປ່າແດ່ ກ່ຽວກັບການຜລິດນີ້ແຫຼະ ພໍ່ແມ່ປະຊາຊົນບຸກລຸກເຂົ້າໄປປີລະເລັກ ລະໜ້ອຍ ຫັ້ນແຫຼະ ເນື່ອງຈາກຈີນຫັ້ນແຫຼະເພິ່ນມາຕັ້ງໂຮງງານ ເກັບຊື້ໝາກເດືອຍ ເກັບຊື້ໝາກສາລີເກັບຊື້ພືດ ຕ່າງໆຫັ້ນແຫຼະແລ້ວເຂົາເຈົ້າ ບໍ່ມີດິນ. ດິນບໍ່ພໍ ແຕ່ກ່ອນມັນບໍ່ມີຫຍັງຜລິດ ເປັນສິນຄ້າ ແລະເຂົາບໍ່ເຮັດຫຼາຍ.

20221016_103425.jpg

ໂຄງການແຫ່ງນຶ່ງ ທີ່ກວມເອົາພື້ນທີ່ປ່າ ໃນແຂວງພາກເໜືອຂອງລາວ. ເດືອນ ຕຸລາ ປີ 2022. ຮູບພາບ: RFA

ຢູ່ແຂວງຫຼວງພຣະບາງ ຊາວບ້ານຜູ້ນຶ່ງ ກໍເວົ້າເຖິງເຣື່ອງການພັທນາໂຄງຮ່າງພື້ນຖານ ໃນລາວປັດຈຸບັນວ່າ ເພີ່ມໄວຂຶ້ນຕໍ່ເນື່ອງ ຊຶ່ງກໍແນ່ນອນວ່າ ມັນເຮັດໃຫ້ຕົ້ນໄມ້ຫາຍໄປນໍາ, ແຕ່ກໍເຫັນພາກຣັຖ ເພິ່ນສົ່ງເສີມໃຫ້ປູກໄມ້ທົດແທນຢູ່ ແລະທີ່ຜ່ານມາ ກໍໄດ້ຍິນຊາວບ້ານ ເວົ້າວ່າ ມີການລັກລອບຕັດໄມ້ ທໍາລາຍປ່າກັນຢູ່ຈໍານວນນຶ່ງ ແລະເຈົ້າໜ້າທີ່ ກໍບໍ່ເຫັນວ່າຈະເອົາໃຈໃສ່ ໃນເຣື່ອງນີ້ເທົ່າທີ່ຄວນ.

ຊາວບ້ານ ຢູ່ແຂວງນີ້ ຜູ້ນຶ່ງກໍເວົ້າເຖິງເຣື່ອງເນື້ອທີ່ປ່າໄມ້ ຫລຸດລົງ ໃນປັດຈຸບັນວ່າ ສ່ວນນຶ່ງກໍເປັນຍ້ອນຊາວບ້ານ ຈໍານວນນຶ່ງ ຍັງລັກຕັດໄມ້ຊະຊາຍ, ລັກຂາຍໄມ້, ແຕ່ກໍມີການປູກໄມ້ຢູ່.

ປູກໄມ້ເນາະ ຖືວ່າປ້ອງກັນໃນອະນາຄົດ ຕໍ່ໜ້າຫັ້ນນ່າ ກໍຍ້ອນປະຊາຊົນບາງຄອບຄົວ ເຂົາຍັງຕັດໄມ້ຊະຊາຍ ທໍາລາຍປ່າໄມ້ຫັ້ນນ່າ ສ່ວນຫຼາຍເຂົາລັກປໍ້າ ລັກຂາຍຫັ້ນນ່າ ບໍ່ເອົາໃຈໃສ່ດອກດຽວນີ້ ເຂົາປະລະໜ້າທີ່ກັນ.
ແຕ່ເຖິງຢ່າງໃດກໍຕາມ ຣັຖບານກໍມີແຜນແມ່ບົດ ໃນການຈັດສັນປ່າໄມ້ ໃນທົ່ວປະເທດໄປຮອດປີ 2030. ພາຍໃຕ້ແຜນດັ່ງກ່າວ ຣັຖບານຈະຈັດໃຫ້ ເປັນເຂດປ່າສງວນເຖິງ 4.7 ລ້ານເຮັກຕ້າຣ໌, ປ່າອະນຸຮັກ 8.2 ລ້ານເຮັກຕ້າຣ໌, ປ່າຜລິດ 3.1 ລ້ານເຮັກຕ້າຣ໌ ແລະພື້ນທີ່ເຮັດການກະສິກັມ 5 ແສນເຮັກຕ້າຣ໌. ເປົ້າໝາຍກໍຄືການຮັກສາ ພື້ນທີ່ປ່າໄມ້ປະມານ 16.5 ລ້ານເຮັກຕ້າຣ໌ ແລະເພີ່ມປ່າປົກຄຸມ ເປັນ 70% ໃນທົ່ວປະເທດພາຍໃນປີ 2030 ແລະໃນມື້ວັນທີ 1​ ມິຖຸນາ 2023 ນີ້ ຣັຖບານລາວ ກໍມີແຜນປູກຕົ້ນໄມ້ໃນທົ່ວປະເທດ ໃຫ້ໄດ້ 3,484,000 ເບັ້ຍ ໃນເນື້ອທີ່ 3,480 ເຮັກຕ້າຣ໌.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.