ປະຊາຊົນ ຍັງລ່າ ສັດນໍ້າ-ສັດປ່າ ຂາຍຕາມຕລາດ

ສັດນໍ້າ ແລະສັດປ່າ ປະເພດຫວງຫ້າມ ແລະ ປະເພດຄຸ້ມຄອງ ຖືກລ່າຂາຍ ຊຶ່ງເຮັດໃຫ້ ບັນດາສັດທີ່ເຫຼືອຢູ່ ໃນປັດຈຸບັນ ມີຄວາມສ່ຽງສູງ ທີ່ຈະສູນພັນ ໃນຂະນະດຽວກັນ ເຈົ້າໜ້າທີ່ ຍັງກວດກາລາດຕາເວນ ໃຫ້ຄວາມຮູ້ ແກ່ປະຊາຊົນ ແລະບັງຄັບໃຊ້ກົດໝາຍ ຍັງບໍ່ທົ່ວເຖິງ.
ໄຊຍາ
2023.05.16
ປະຊາຊົນ ຍັງລ່າ ສັດນໍ້າ-ສັດປ່າ ຂາຍຕາມຕລາດ ຊາວບ້ານ ນຳສັດປ່າ ທີ່ຫວງຫ້າມ ມາວາງຂາຍຕາມຕລາດ (VD).
RFA

ຜແນກກະສິກັມ ແລະ ປ່າໄມ້ ແຂວງຄຳມ່ວນຍັງພົບເຫັນ ປະຊາຊົນລາວຈຳນວນນຶ່ງລ່າສັດນໍ້າ-ສັດປ່າປະເພດຫວງຫ້າມ ແລະປະເພດຄຸ້ມຄອງ ມາຂາຍຕາມຕລາດ ແລະແຄມທາງຊຶ່ງເຮັດໃຫ້ ບັນດາສັດນໍ້າ-ສັດປ່າ ທີ່ເຫຼືອຢູ່ໃນປັດຈຸບັນ ມີຄວາມສ່ຽງສູງ ທີ່ຈະສູນພັນ. ໃນຂະນະດຽວກັນເຈົ້າໜ້າທີ່ ກໍຍັງກວດກາ-ລາດຕາເວນ ໃຫ້ຄວາມຮູ້ແກ່ປະຊາຊົນ ແລະ ບັງຄັບໃຊ້ກົດໝາຍ ຍັງບໍ່ທົ່ວເຖິງ ແລະຍັງບໍ່ເຂັ້ມງວດເທົ່າທີ່ຄວນ.

ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງຄຳມ່ວນທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 15 ພຶສພາ ນີ້ວ່າ:

“ເພາະວ່າເຈົ້າໜ້າທີ່ ຂອງພວກເຮົາມັນກາໄປບໍ່ເຖິງຫັ້ນນ່າ ໄປບໍ່ຮອດ (ໄປກວດກາ) ມັນຈຳນວນໜ້ອຍເນາະ ປະຊາຊົນກາບໍ່ເປັນເຈົ້າການ ນຳກັນຫັ້ນນ່າບຸກຄົນທີ່ກະທຳຜິດ ເຂົາກາມາດຳເນີນຄະດີ ຕາມລະບຽບກົດໝາຍຫັ້ນແຫຼະ ສຶກສາອົບຮົມໄປຈັ່ງຊັ້ນແຫຼະ”

ທ່ານກ່າວຕື່ມວ່າ ໃນໄລຍະ 2-3 ປີມານີ້ການລ່າສັດນໍ້າ-ສັດປ່າ ປະເພດຫວງຫ້າມ ແລະປະເພດຄຸ້ມຄອງຢູ່ໃນເຂດປ່າ ສງວນແຫ່ງຊາຕ ນາກາຍ-ນໍ້າເທີນ ເພື່ອນຳມາຂາຍຕາມຕລາດ ແລະ ແຄມທາງຫຼາຍກ່ວາ 10 ກໍຣະນີ ໂດຍສັດທີ່ຖືກລ່າມາຂາຍ ຫຼາຍທີ່ສຸດກໍແມ່ນ ຟານ, ລີນ, ເໝັ້ນ, ແມວປ່າ, ນົກປ່າ ແລະ ອື່ນໆ ທີ່ລ່າມາໄດ້.

ພາຍຫຼັງພົບເຫັນ ປະຊາຊົນລ່າສັດນໍ້າ-ສັດປ່າ ມາຂາຍສ່ວນໃຫຍ່ ກໍຖືກກ່າວເຕືອນ ແລະສຶກສາອົບຮົມຕາມລະບຽບ ຂອງກົດໝາຍ ແຕ່ບໍ່ເຖີງຂັ້ນຈັບເຂົ້າຄຸກ ເນື່ອງຈາກປະຊາຊົນເລົ່ານັ້ນ ບໍ່ໄດ້ມີເຈດຕະນາລ່າສັດນໍ້າ-ສັດປ່າ ມາຂາຍເປັນທຸຣະກິຈ ຫຼື ເຮັດເປັນຂະບວນການ.

ກ່ຽວກັບເຣື່ອງນີ້ ຊາວລາວຜູ້ນຶ່ງ ໃນແຂວງຄຳມ່ວນກ່າວວ່າ ການຊື້-ຂາຍສັດນໍ້າ-ສັດປ່າ ຍັງພົບເຫັນຢູ່ຕລອດ ເວລາໂດຍສະເພາະ ເຂດເມືອງຫ່າງໄກສອກຫຼີກ ຫຼື ເຂດເມືອງທີ່ຍັງມີປ່າໄມ້ ຫຼາຍ ແລະການລ່າສັດນໍ້າ-ສັດປ່າ ກໍຖືເປັນວິຖີຊີວິດ ຂອງປະຊາຊົນລາວ ໃນບາງພື້ນທີ່. ເມື່ອຊາວບ້ານລ່າສັດໄດ້ ກໍຈະນຳໄປຂາຍຢູ່ຕາມຕລາດ ຫຼື ຕັ້ງຂາຍຢູ່ແຕມທາງ ຊຶ່ງບັນດາສັດນໍ້າ-ສັດປ່າ ທີ່ນຳມາຂາຍກໍຍັງເປັນທີ່ນິຍົມຂອງກຸ່ມຄົນເມືອງ ທີ່ມັກຈະຊື້ກິນຢູ່ຕລອດ ແລະ ທີ່ສຳຄັນ ຍັງສ້າງລາຍຮັບ ໃຫ້ຊາວບ້ານເລົ່ານັ້ນຫຼາຍສົມຄວນ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ຢູ່ໃນຕລາດທົ່ວໄປ ຢູ່ໃນບ້ານເຮົານີ້ໂຕທີ່ເປັນການບໍຣິໂພກ ຊີ້ນສັດປ່າຕ່າງໆ ບາງພື້ນທີ່ກາຍັງເຫັນຫຼາຍ ຢູ່ມັນກາຫຼີກລ້ຽງ ບໍ່ໄດ້ເນາະເພາະວ່າຍັງມີຜູ້ບໍຣິໂພກ ຢູ່ເນາະ ການລ່າມັນກາຕ້ອງເກີດຂຶ້ນ.

ຊາວລາວອີກຜູ້ນຶ່ງ ໃນແຂວງຄຳມ່ວນກ່າວວ່າ ບໍ່ໄດ້ຮູ້ສຶກແປກ ຫຼື ເສຍໃຈ ທີ່ຍັງມີການລ່າສັດນໍ້າ-ສັດປ່າມາກິນ ເນື່ອງຈາກປະຊາຊົນລາວ ທ່ົວໄປມັກນິຍົມກິນສັດນໍ້າ-ສັດປ່າ ຢູ່ແລ້ວຫາກນຳມາຂາຍ ກໍຕ້ອງຊື້ກິນເປັນເຣື່ອງປົກກະຕິ.

ດັ່ງຊາວບ້ານຜູ້ນີ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ເອີກິນມັນມີເຂົາການກິນແຫຼະ ສູ່ມື້ນີ້ນ່າມັນມີໃນຕລາດ ເຂົາກາຊື້ກິນເນາະມັນກາຄືໂຕງົວ ໂຕຄວາຍນີ້ ຄືກັນຫັ້ນແຫຼະ.

ທາງດ້ານເຈົ້າໜ້າທີ່ ຄຸ້ມຄອງເຂດປ່າສງວນແຫ່ງຊາຕ ນາຍກາຍ-ນໍ້າເທີນ ແຂວງຄຳມ່ວນກ່າວວ່າ ການຫ້າມ ຫຼື ການຍັງຄັບໃຊ້ກົດໝາຍ ຢ່າງເຂັ້ມງວດ ກັບປະຊາຊົນລາວ ທີ່ລ່າສັດນໍ້າ-ສັດປ່າ ມາຂາຍນັ້ນຫາກຈະດຳເນີນຄະດີ ໄປຕາມລະບຽບກົດໝາຍ ກໍສາມາດເຮັດໄດ້, ແຕ່ແນວທາງການປະຕິບັດ ໂຕຈິງ ທາງການລາວຈະບໍ່ດຳເນີນຄະດີ ຫາກບໍ່ແມ່ນກໍຣະນີ ຮຸນແຮງ ຫຼື ເຮັດເປັນຂະບວນການ.

ແນວທາງ ປະຕິບັດ ຂອງທາງການ ກໍພະຍາຍາມໃຫ້ກ່າວເຕືອນ ແລະໃຫ້ຄວາມຮູ້ ແກ່ປະຊາຊົນເລົ່ານັ້ນເພື່ອທີ່ຈະໃຫ້ ປະຊາຊົນໃນພື້ນທີ່ ໄດ້ປົກປັກຮັກສາ ທັງສັດນໍ້າ-ສັດປ່າ ແລະ ປ່າໄມ້ໃຫ້ຄົງຢູ່ໃນປະເທດຢ່າງຍືນຍົງ. ສ່ວນສາເຫດຫຼັກ ທີ່ຍັງມີປະຊາຊົນລາວ ລ່າສັດນໍ້າ-ສັດປ່າ ມາກິນ ແລະ ຂາຍກໍມາຈາກຄວາມທຸກຍາກ, ຂາດອາຊີບ ແລະ ລາຍໄດ້ຢ່າງໝັ້ນຄົງ ເຮັດໃຫ້ປະຊາຊົນເລົ່ານັ້ນ ຕ້ອງດິ້ນຮົນຊອກຫາຂອງປ່າຂອງດົງ ແລະລ່າສັດໄປຂາຍ ເພື່ອຫາເງິນມາຊື້ເຄື່ອງ-ຊື້ຂອງ ຫຼື ສົ່ງລູກຮຽນ ຊຶ່ງເປັນບັນຫາສະທ້ອນ ທາງການລາວ ທີ່ມີການພັທນາດ້ານຕ່າງໆ ຍັງເຂົ້າບໍ່ເຖິງ.

ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ອັນນີ້ມັນກາວ່າ ບໍ່ໄດ້ເນາະບາງເທື່ອນີ້ ເຮົາຊິເຮັດແຕ່ກົດໝາຍ ມັນກາບໍ່ໄດ້ເນາະເພາະວ່າ ມັນບໍ່ມີການສົ່ງເສີມເນາະ ຈັດສັນອາຊີບຫຼາຍຫັ້ນນ່າ ບໍ່ມີເງິນມັນກາຫຍຸ້ງຍາກ ຢູ່ໃດ.

ຫຼ້າສຸດໃນວັນທີ 03 ພຶສພາ 2023 ຜ່ານມາ ເຈົ້າໜ້າທີ່ຜແນກກະສິກັມ ແລະ ປ່າໄມ້ ແຂວງຄຳມ່ວນກໍໄດ້ລົງພື້ນທີ່ ໄປຕລາດບ້ານໂຄກສະຫວ່າງ ເມືອງຍົມມະລາດເພື່ອໂອ້ລົມ ກັບຊາວບ້ານ ແລະຮຽກຮ້ອງໃຫ້ຊາວບ້ານ ທຸກຄົນຫ້າມລ່າສັດນໍ້າ-ສັດປ່າ ມາຂາຍເພື່ອບໍ່ໃຫ້ສັດນໍ້າ-ສັດປ່າ ເລົ່ານັ້ນສູນພັນໄປ.

ກະຊວງກະສິກັມ ແລະ ປ່າໄມ້ ໄດ້ຣາຍງານໃຫ້ຮູ້ວ່າ ນັບແຕ່ປີ 2015-2019 ທາງການລາວສາມາດກວດຍຶດສັດນໍ້າ-ສັດປ່າ ທີ່ມີຊີວິດຢູ່ປະມານ 1,300 ກ່ວາໂຕ ເປັນຕົ້ນ ໝີ, ລີງ, ງູ, ເຕົ່າ, ນົກປ່າ, ໝີ ແລະ ສັດນໍ້າ-ສັດປ່າທີ່ຖືກຂ້າຕາຍ ແລະກວດຍຶດໄດ້ ມີທັງໝົດ 60 ກ່ວາຊະນິດ ນໍ້າໜັກຫຼາຍກ່ວາ 13 ຕັນ ສ່ວນຫຼາຍຈະເປັນຟານ, ແມວປ່າ, ນົກ, ລີ່ນ ແລະເໝັ້ນ.

ກົດໝາຍ ວ່າດ້ວຍສັດນໍ້າ-ສັດປ່າມາຕຣາ 331 ລະບຸວ່າ ການລ່າສັດທີ່ຜິດກົດໝາຍ ປັບເປັນ 2 ເທົ່າ ຂອງມູນຄ່າສັດ ທີ່ຖືກລ່າ ພ້ອມຕິດຄຸກ 2-5 ປີ. ມາຕຣາ 334 ລະບຸວ່າຮ້ານຄ້າ ຫຼື ການຄອບຄອງສັດນໍ້າ ແລະ ສັດປ່າ ຄຸ້ມຄອງປັບໃໝ 3-10 ລ້ານກິບພ້ອມຕິດຄຸກ 3 ເດືອນ- 5 ປີ. ມາຕຣາ 337 ລະບຸວ່າບຸກຄົນໃດ ທີ່ກ່ຽວຂ້ອງກັບການລ່າສັດ, ຍຶດ, ກັກຂັງ, ຂ້າ, ຂົນສົ່ງ ຫຼື ຊື້-ຂາຍ ສັດປ່າຫາຍາກແລະມີຄ່າ ຫຼືຂົນສົ່ງເພື່ອການຄ້າ ຜລິດຕະພັນ ທີ່ແປຮູບຈາກສັດປ່າ ເລົ່ານັ້ນປັບໃໝ 10-50 ລ້ານກີບພ້ອມຕິດຄຸກ 6 ເດືອນ ຫາ 3 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.