ການປ່ຽນແປງ ຂອງດິນຟ້າອາກາດ ສົ່ງຜົລກະທົບ ຕໍ່ການພັທນາປະເທດ

ພອນ ພູມມີທອນ
2023.06.02
ການປ່ຽນແປງ ຂອງດິນຟ້າອາກາດ ສົ່ງຜົລກະທົບ ຕໍ່ການພັທນາປະເທດ ໂຕເມືອງນະຄອນຫຼວງວຽງຈັນ ທີ່ປົກຄຸມດ້ວຍໝອກຄວັນ ໃນໄລຍະຫຼາຍເດືອນທີ່ຜ່ານມາ. ເດືອນ ເມສາ 2023.
RFA

ບັນດາຜູ້ນຳ ຈາກປະເທດເອເຊັຽ-ປາຊິຟິກ ລວມ 46 ປະເທດ ໄດ້ສະແດງຄວາມເປັນຫ່ວງວ່າ ຫລາຍປະເທດ ໃນເຂດເອເຊັຽ-ປາຊີຟິກ ກຳລັງໄດ້ຮັບຜົລກະທົບ ຈາກການປ່ຽນແປງສະພາບຂອງດິນຟ້າອາກາດ ແລະ ຮຽກຮ້ອງໃຫ້ແຕ່ລະປະເທດ ບັນລຸເປົ້າໝາຍ ດ້ານການປ່ຽນແປງ ດິນຟ້າອາກາດ. ໃນກອງປະຊຸມ ຄະນະກັມມາທິການເສຖກິຈ-ສັງຄົມ ປະຈຳເຂດເອເຊັຽ-ປາຊີຟິກ ຫລື ESCAP ຢູ່ນະຄອນຫລວງບາງກອກ ປະເທດໄທຍ ໃນມື້ວັນທີ 15 -19 ພຶສພາ 2023 ທີ່ຫາກໍຜ່ານມານີ້. ໃນກອງປະຊຸມນີ້ ທ່ານ ໂພໄຊ ໄຂຄຳພິທູນ, ຮອງຣັຖມົນຕຣີ ກະຊວງການຕ່າງປະເທດ ຂອງລາວ ທີ່ເຂົ້າຮ່ວມກອງປະຊຸມຄັ້ງດັ່ງກ່າວ ກໍໄດ້ຮຽກຮ້ອງໃຫ້ບັນດາ ປະເທດຕ່າງໆ ແລະ ອົງການຈັດຕັ້ງສາກົລ ຊ່ວຍສືບຕໍ່ໃຫ້ການສນັບສນູນ ແລະ ຊ່ວຍເຫລືອປະເທດລາວ ໃຫ້ບັນລຸເປົ້າໝາຍ ດ້ານການພັທນາທີ່ ຍືນຍົງ ພາຍໃນປີ 2023 ຕາມ ວາຣະສາກົລ ທີ່ອົງການສະຫະປະຊາຊາຕ ໄດ້ມີມະຕິ ອອກມາກ່ອນໜ້ານິີ້.

ເມື່ອເວົ້າສະເພາະ ປະເທດລາວແລ້ວ ກໍຖືເປັນນຶ່ງໃນປະເທດ ທີ່ໄດ້ຮັບຜົລກະທົບ ຈາກການປ່ຽນແປງ ຂອງດິນຟ້າອາກາດ ຫລາຍ ໂດຍຕ້ອງປະເຊີນກັບບັນຫານໍ້າຖ້ວມ ແລະ ພັຍແຫ້ງແລ້ງ ທີ່ເກີດຂຶ້ນທົ່ວປະເທດ. ພັຍທັມມະຊາຕ ນີ້ ກໍເຫັນວ່າ ມີທ່າທີ ທີ່ນັບມື້ນັບຮຸນແຮງ ແລະ ຖີ່ຂຶ້ນເລື້ອຍໆ.

ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 18 ພຶສພາ ທີ່ຜ່ານມານີ້ວ່າ:

“ສຳລັບ ປະເທດລາວ ມັນກໍມີ ໂດຍສະເພາະ ກະນໍ້າຖ້ວມ ແລ້ວ ກໍແຫ້ງແລ້ງ ລວມໆ ກໍຄື ການເພີ່ມຂຶ້ນ ຂອງອຸນນະພູມ ກໍຖືວ່າ ປ່ຽນແປງໄປຫລາຍຊົ່ວໄລຍະຜ່ານມາ ຮຸນແຮງຂຶ້ນຫລາຍ ຖີ່ຂຶ້ນ, ທົ່ວປະເທດຫັ້ນແຫລະເນາະ ແລ້ວ ແຕ່ລະພາກກໍມີບັນຫາເຊັ່ນດຽວກັນ. ບາງພາກ ອາດກະທົບໜ້ອຍ-ຫລາຍ ແຕກຕ່າງກັນ.”

ກ່ຽວກັບການປ່ຽນແປງ ຂອງດິນຟ້າອາກາດນີ້ ໃນປະເທດລາວ ກໍນັບມື້ນັບຮັບຮູ້ໄດ້ ເຖິງບັນຫາດັ່ງກ່າວ ໂຕຢ່າງທີ່ຈະແຈ້ງໃນປີນີ້ ກໍແມ່ນການສັງເກດ ຜ່ານອາກາດຮ້ອນອົບເອົ້າ ທີ່ຮຸນແຮງຂຶ້ນ ຢ່າງທີ່ບໍ່ເຄີຍມີມາກ່ອນ. ເມື່ອເດືອນເມສາ ຫາ ຕົ້ນເດືອນພຶສພາ ທີ່ຜ່ານມານິີ້ ຫລາຍແຂວງໃນລາວ ມີອຸນນະພູມ ສູງເກີນ 40 ອົງສາ ຈົນເຮັດໃຫ້ພືດຜົລ ທາງການກະເສດ ໄດ້ຮັບຜົລກະທົບ ອັນເປັນສິ່ງນຶ່ງ ທີ່ສະທ້ອນໃຫ້ເຫັນວ່າ ປະເທດລາວ ກໍໄດ້ຮັບຜົລກະທົບ ຈາກບັນຫາການປ່ຽນແປງ ຂອງດິນຟ້າອາກາດໂດຍຕົງ.

ດັ່ງ ຊາວສວນປູກມັນຕົ້ນ ຢູ່ເມືອງພຽງ ແຂວງໄຊຍະບູຣີ ທ່ານນຶ່ງ ກ່າວວ່າ:

“ກະທົບຫລາຍຫັນແຫລະ ອຸນນະພູມຫັ້ນ ວັດຄວາມຮ້ອນໄດ້ ດຽວນີ້ໄດ້ 40 ປາຍອົງສາ ຕອນມັນແລ້ງຢູ່ບ້ານອ້າຍ. ມັນຕົ້ນນີ້ແບ່ງເປັນເປີເຊັນ ຖືວ່າຕາຍເກືອບໝົດ ເພາະວ່າ ປີນີ້ ລຳມັນຕາຍໝົດ ເລີຍເອົາສາລີ ລົງແທນ.”

ນອກຈາກນີ້ ອຸດສາຫະກັມທ່ອງທ່ຽວ ຍັງໄດ້ຮັບຜົລກະທົບ ຍ້ອນບັນຫາມອກຄວັນ ທີ່ເກີດຂຶ້ນຈາກການຈູດໄຮ່ ແລະ ໄຟໄໝ້ປ່າ ຈົນເຮັດໃຫ້ສາຍການບິນ ຕ້ອງຍົກເລີກຖ້ຽວບິນ ເປັນຈຳນວນຫລາຍ ນີ້ຈຶ່ງເປັນເຣຶ່ອງເລັ່ງດ່ວນ ທີ່ຕ້ອງໄດ້ຮັບການແກ້ໄຂ ເພາະບັນຫາມອກຄວັນ ຈາກການຈູດໄຮ່ ຂອງປະຊາຊົນ ສະທ້ອນໃຫ້ເຫັນເຖິງສະຕິຮັບຜິດຊອບ ແລະ ຈິດສຳນຶກ ຕໍ່ການປົກປັກຮັກສາສິ່ງແວດລ້ອມ ທີ່ຍັງສູງບໍ່ພຽງພໍເທຶ່ອ.

ດັ່ງ ນັກອະນຸຮັກສິ່ງແວດລ້ອມ ຊາວລາວ ທ່ານນຶ່ງ ກ່າວວ່າ:

“ໂຕນີ້ ກໍເປັນບັນຫາຮີບດ່ວນ ທີ່ຣັຖເພີ່ນຕ້ອງໄດ້ແກ້ໄຂເນາະ. ໄລຍະ ຣະດູແລ້ງຜ່ານມາ ປະເມີນແລ້ວ ສປປ ລາວ ໄດ້ຮັບຜົລກະທົບຫລາຍ ໂດຍສະເພາະພາກທ່ອງທ່ຽວ. ຖ້ຽວບິນຍົກເລີກ ຫລາຍສາຍການບິນຍົກເຫລີກ ສົ່ງຜົລກະທົບຫລາຍຢ່າງ.”

ໃນກອງປະຊຸມ ຄະນະກັມມາທິການເສຖກິຈ-ສັງຄົມ ປະຈຳເຂດເອເຊັຽ-ປາຊີຟິກ ຄັ້ງຫລ້າສຸດ ທີ່ນະຄອນຫລວງບາງກອກ ນີ້ ນຶ່ງໃນຂໍ້ຮຽກຮ້ອງ ຂອງບັນດາໂຕແທນຜູ້ນຳປະເທດ ເຫລົ່ານີ້ ຄື ການຫລຸດຜ່ອນ ການປ່ອຍ ອາຍແກັສ ຄາບອນ ດາຍອ໊ອກຊາຍ ເພື່ອ ສະກັດກັ້ນ ບໍ່ໃຫ້ໂລກຮ້ອນຂຶ້ນ ເຖິງ 1.5 ອົງສາ. ຫລ້າສຸດ ທີ່ນະຄອນຫລວງບາງກອກ ນີ້ ນຶ່ງໃນຂໍ້ຮຽກຮ້ອງ ຂອງບັນດາໂຕແທນຜູ້ນຳປະເທດເຫລົ່ານີ້ ຄືການເຊລຊຽດ ຫລັງຈາກປີ 2030, ແຕ່ຢູ່ ສປປ ລາວ ນັກອະນຸຮັກ ທ່ານດຽວກັນ ທີ່ຫາກໍໄດ້ກ່າວມາຂ້າງເທິງນີ້ ພັດເຫັນວ່າ ການຫລຸດຜ່ອນ ຍັງມີສິ່ງທ້າທາຍຢູ່ຫລາຍ ເປັນຕົ້ນ ແຮງກົດດັນທາງເສຖກິຈ ທີ່ປະຊາຊົນສ່ວນຫລາຍ ຍັງບໍ່ໄດ້ຫລຸດພົ້ນຈາກຄວາມທຸກຍາກ ແລະ ນະໂຍບາຍການຫລຸດຜ່ອນ ການຖາງປ່າເຮັດໄຮ່ ທີ່ຍັງບໍ່ມີປະສິດທະພາບ.

ດັ່ງທ່ານກ່າວຕື່ມວ່າ:

“ມັນຄືສິ່ງທ້າທາຍ ອັນໃຫຍ່ຫລວງ ເພາະວ່າ ປຣິມານຄວາມຕ້ອງການມັນຕົ້ນ ຈາກຈີນນີ້ ເພີ່ມຂຶ້ນທຸກມື້ໆ. ສະນັ້ນ ການຖາງປ່າ ເພື່ອປູກມັນຕົ້ນ ມັນກໍຍິ່ງເພີ່ມທະວີຂຶ້ນ. ມັນເປັນແຮງກົດດັນ ທາງເສຖກິຈເນາະ ຊຶ່ງວ່າ ຣັຖບານບໍ່ສາມາດໄປຄຸ້ມຄອງໄດ້ ເພາະວ່າມັນເປັນໂອກາດ ຂອງປະຊາຊົນໂດຍຕົງ ທີ່ປະຊາຊົນ ສາມາດມີລາຍຮັບໄດ້ ຈາກການປູກມັນຕົ້ນຂອງເຂົາເຈົ້າເອງ.”

ນອກຈາກນີ້ ລາຄານໍ້າມັນເຊຶ້ອເພີງ ທີ່ສູງຂຶ້ນ ຍັງເຮັດໃຫ້ປະຊາຊົນ ຕ້ອງຫັນໄປໃຊ້ໄມ້ ເພື່ອນຳມາເປັນຟືນດັງໄຟ ເຮັດໃຫ້ເກີດການປ່ອຍ ອາຍແກ໊ສຄາບອນ ໃນພາກຄົວເຮືອນສູງຂຶ້ນ. ສິ່ງນີ້ຍັງບໍ່ລວມເຖິງ ການປ່ອຍ ອາຍແກ໊ສຄາບອນ ໃນພາກອຸດສາຫະກັມ ທີ່ມີການຜລິດຕລອດປີ.

ປຈຸບັນ ການຄຸ້ມຄອງການປ່ຽນແປງ ດິນຟ້າອາກາດ ກະຊວງສັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ກຳລັງຢູ່ໃນຂັ້ນຕອນຮິບໂຮມຂໍ້ມູນ ເພື່ອປະເມີນຄວາມອ່ອນໄຫວ ຂອງພື້ນທີ່ຕ່າງໆ ເພື່ອນຳມາຮ່າງເປັນແຜນງານ ປັບໂຕແຫ່ງຊາຕ ຫລື National Adaption Plan (NAP) ເພື່ອຮັບມື ແລະ ຫລຸດຜ່ອນຜົລກະທົບ ຈາກການປ່ຽນແປງດິນຟ້າອາກາດ ໂຕຢ່າງ ວຽກງານດ້ານການປັບໂຕ ທີ່ເຄີຍເຮັດນັ້ນ ເປັນຕົ້ນ ການພັທນາແກ່ນພັນພືດ ທີ່ທົນຕໍ່ສະພາບອາກາດ ໃນວຽກງານກະສິກັມ ແລະ ການກໍ່ສ້າງໂຄງຮ່າງພື້ນຖານ ໃຫ້ສາມາດຮັບມື ກັບພັຍນໍ້າຖ້ວມ ແລະ ສະພາບອາກາດ ທີ່ປ່ຽນແປງໄດ້.

ດັ່ງເຈົ້າໜ້າທີ່ ຜູ້ທີ່ຮູ້ກ່ຽວກັບເຣຶ່ອງນີ້ ກ່າວວ່າ:

“ວຽກງານກະສິກັມ ເຂົາກໍຈະພັທນາແນວພັນພືດ ທີ່ວ່າທົນກັບນໍ້າຖ້ວມບໍ່ ຫລື ທົນກັບແຫ້ງແລ້ງ ລວມໄປເຖິງ ການກໍ່ສ້າງໂຄງ ຮ່າງພື້ນຖານ. ຄື ນໍ້າຖ້ວມນີ້ ກໍມີໂຄງການກໍ່ສ້າງທໍ່ລະບາຍນໍ້າ ຕົວຢ່າງຄື ຂອງເກົ່າ ມັນບໍ່ສາມາດໄຫລໄດ້ດີ ເຮົາກໍໄປເອົາງົປມານ ເອົາອິຫຍັງໄປກໍ່ສ້າງ ເພື່ອໃຫ້ຜ່ອນ ພັຍນໍ້າຖ້ວມຫັ້ນ.”

ທ່ານກ່າວຕື່ມວ່າ ສິ່ງທ້າທາຍໃນການຈັດຕັ້ງ ແລະ ດຳເນີນການ ແຜນການປັບໂຕແຫ່ງຊາຕ ແມ່ນບັນຫາດ້ານບຸຄລາກອນ ແລະ ງົປມານ ທີ່ຍັງມີຢ່າງຈຳກັດ ເລີຍເຮັດໃຫ້ການຈັດຕັ້ງປະຕິບັດແຜນງານ ແກ້ໄຂບັນຫາການປ່ຽນແປງ ດິນຟ້າອາກາດ ຍັງເປັນໄປຢ່າງຊ້າ.

ໃນປະເທດລາວ ຍຸທສາດ ເພື່ອຫລຸດຜ່ອນການປ່ອຍອາຍແກັສ ຄາບອນ ດາຍອ໊ອກຊາຍ ເພື່ອຫລຸດຜ່ອນ ຜົລກະທົບຈາກການປ່ຽນແປງ ດິນຟ້າອາກາດ ທີ່ຢູ່ໃນແຜນງານແຫ່ງຊາຕ ເພື່ອແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ລະຫວ່າງ ປີ 2015-2030 ນັ້ນ ໄດ້ແກ່:

  1. ຍຸທສາຕ ເນື້ອທີ່ປົກຫຸ້ມປ່າໄມ້ ທີ່ຕັ້ງເປົ້າໝາຍເອົາໄວ້ ເພື່ອເພີ່ມເນື້ອທີ່ປ່າໄມ້ປົກຫຸ້ມ ໃຫ້ໄດ້70% ພາຍໃນປີ 2025 ເຊິ່ງຫຼ້າສຸດ ຣັຖບານລາວ ມີແຜນກຽມຮ່າງຍຸທສາຕປ່າໄມ້ ສະບັບໃໝ່ ເພື່ອເລື່ອນເປົ້າໝາຍ ໄປເປັນປີ 203
  2. ຍຸທສາດ ພັທນາພະລັງງານໝູນວຽນ ເພື່ອເພີ່ມອັດຕຣາສ່ວນ ການໃຊ້ພະລັງງານໝູນວຽນ ໃຫ້ເຖິງ30% ແລະ ເພີ່ມອັດຕຣາສ່ວນ ການໃຊ້ພະລັງງານຊີວະພາບ ໃຫ້ໄດ້ເຖິງ 10% ຂອງຄວາມຕ້ອງການເຊື້ອເພີງ ໃນການເດີນທາງ ພາຍໃນປີ
  3. ໂຄງການ ເພີ່ມການນໍາໃຊ້ໄຟຟ້າ ໃນພື້ນເຂດຊົນນະບົດ.
  4. ນໍາໃຊ້ການຂົນສົ່ງ ຢ່າງຍືນຍົງ, ດ້ວຍການສ້າງເຄືອຂ່າຍຖນົນ ແລະ ເພີ່ມການໃຊ້ລະບົບ ການຂົນສົ່ງມວນຊົນ.
  5. ກໍ່ສ້າງໂຄງການ ເຂື່ອນໄຟຟ້າຂນາດໃຫຍ່ ເພື່ອສົ່ງອອກ ພະລັງງານສະອາດ ໄປຍັງປະເທດເພື່ອນບ້ານ ເປັນຕົ້ນແມ່ນ ໄທຍ ແລະ ວຽດນາມ.
  6. ສຸດທ້າຍ ແມ່ນການນໍາໃຊ້ແຜນການດໍາເນີນງານ ດ້ານການປ່ຽນແປງ ດິນຟ້າອາກາດ ເປັນຕົ້ນ: ການເບິ່ງແຍງ ການປະເມີນຄວາມສໍາເຣັດ ຂອງນະໂຍບາຍຕ່າງໆ.

ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.