ລາວຕັ້ງເປົ້າ ປູກຕົ້ນໄມ້ ໃຫ້ໄດ້ 3,400 ເຮັກຕ້າຣ໌, ແຕ່ຍັງຂາດງົບປະມານ
2023.05.30

ວັນທີ 1 ມິຖຸນາເປັນວັນປູກຕົ້ນໄມ້ ແຫ່ງຊາຕຂອງລາວ. ທ່ານ ບຸນປອນ ແສງທອງ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກັມ ແລະປ່າໄມ້ ກ່າວໃນມື້ວັນທີ 24 ພຶສພາວ່າ ປີນີ້ ທາງການລາວຈະລະດົມ ຂແນງການຕ່າງໆໃນທົ່ວປະເທດ ປູກຕົ້ນໄມ້ໃຫ້ໄດ້ຕາມແຜນທີ່ວາງໄວ້ 3,480 ເຮັກຕ້າຣ໌.
ກ່ຽວກັບເຣື່ອງນີ້ ປະຊາຊົນຢູ່ນະຄອນຫຼວງວຽງຈັນ ຜູ້ນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 29 ພຶສພານີ້ ໂດຍຕັ້ງເປັນທໍານອງ ຄໍາຖາມວ່າ ເຣື່ອງການປູກຕົ້ນໄມ້ ແມ່ນຈະໄດ້ ແຕ່ຈະມີຄົນໄປດູແລ ຢູ່ບໍ່?.
“ປູກຫັ້ນຊິໄດ້ຢູ່ດອກເນື້ອທີ່ຫັ້ນນ່າ ເພາະວ່າເຂົາເຈົ້າກໍແບ່ວລະບຸໄປ ແຕ່ລະແຂວງ ແຕ່ລະເມືອງເນາະ ປະເດັນຈະເປັນຫ່ວງວ່າ ປູກແລ້ວຫັນຫລັງຈາກໄປຊື່ໆ ຫັ້ນຫຼາຍກວ່າ ປູກແລ້ວໃຜເປັນຜູ້ໄປເບິ່ງ ໄຜເປັນຜູ້ໄປນັບວ່າຫລັງຈາກ 1 ປີແລ້ວເຫລືອຈັກຕົ້ນ ອັນນີ້ບໍ່ນ່າຈະມີ ບໍ່ມີອອກຂ່າວແລ້ວກໍບໍ່ມີຮູບປະທັມ ໃຫ້ໄດ້ເບິ່ງ.”
ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜແນກກະສິກັມ ແລະປ່າໄມ້ ແຂວງຫົວພັນນາງນຶ່ງ ກໍເວົ້າເຖິງເຣື່ອງການປູກຕົ້ນໄມ້ຢູ່ແຂວງຫົວພັນວ່າ ມີເປົ້າໝາຍປູກ 300 ເຮັກຕ້າຣ໌, ປັດຈຸບັນ ປູກໄມ້ພື້ນເມືອງ ແລະໄມ້ເສຖກິຈ ເປັນຕົ້ນໄມ້ໂລ່ງເລ່ງ, ໄມ້ຍຸງ ແລະ ໄມ້ດູ່ລາຍ.
“ໄມ້ໂລ່ງເລ່ງເນາະ ປະເພດໄມ້ລາຄາແພງນະ ໄມ້ຍຸງໄມ້ດູລາຍ ໄມ້ດູ່ຫຼາຍ ເຫັນກໍຫຼາຍນະ ຢູ່ສວນກ້າຂອງຂແນງປ່າໄມ້ຫັ້ນນ່າ.”
ທີ່ແຂວງຫຼວງພຣະບາງ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜແນກກະສິກັມ ແລະປ່າໄມ້ ຂອງແຂວງ ກໍເວົ້າເຖິງເປົ້າໝາຍຂອງການປູກຕົ້ນໄມ້ ຢູ່ແຂວງຫຼວງພຣະບາງປີນີ້ວ່າ ທາງການຕັ້ງເປົ້າໝາຍປູກຫຼາຍທີ່ສຸດ ຄືມີແຜນຈະປູກໃຫ້ໄດ້ 655 ເຮັກຕ້າຣ໌ ແລະທີ່ຜ່ານມາ ທາງແຂວງກໍໄດ້ປູກເພື່ອຟື້ນຟູ ສະພາບແວດລ້ອມ ຢູ່ເຂດຟື້ນຟູປ່າໄມ້ຂອງບ້ານທຸກປີ.
“ປູກທຸກປີ ສ່ວນຫຼາຍເຂົາກໍປູກໄມ້ຂົມຝາດ ໄມ້ສົ້ມຝາດ ໄມ້ແຕ້ກໍມີຈໍານວນນຶ່ງ ຂະເຈົ້າປູກຊ່ວຍຟື້ນຟູຊື່ໆນ່າ ຮັກສາສິ່ງແວດລ້ອມ ແຕ່ດຽວນີ້ທາງແຂວງຫຼວງພຣະບາງ ບໍ່ເຫັນເນັ້ນປູກໄມ້ດູ່ໄມ້ຂ່າ ແລ້ວປູກໄມ້ທັມມະຊາຕຫຼາຍກວ່າ ໄມ້ທ້ອງຖິ່ນ ໄມ້ເສຖກິຈ ເຮົາບໍ່ຢາກໃຫ້ປູກເນາະ ມັນເປັນໄມ້ນານໃຫຍ່ ເຮົາຈະປູກໄມ້ທັມມະຊາຕ ໄມ້ອຸດສາຫະກັມ ທີ່ວ່າມັນຊ່ວຍຟື້ນຟູປ່າໄດ້ໄວ ຈະປູກໂຕນັ້ນຫຼາຍກວ່າ.”
ພ້ອມດຽວກັນນັ້ນ ທ່ານກໍເວົ້າເຖິງເຣື່ອງງົບປະມານ ໃນການປູກຕົ້ນໄມ້ ຢູ່ແຂວງຫຼວງພຣະບາງນີ້ວ່າ ມີຢູ່ ໂດຍຊຸກຍູ້ໃຫ້ທັງພາກຣັຖ, ພາກເອກກະຊົນ ແລະປະຊາຊົນປູກ ແຕ່ງົບປະມານ ໃນການຮັກສາ ໃນການຕິດຕາມກວດກາ ຫລັງຈາກປູກແລ້ວ ແມ່ນບໍ່ມີພຽງພໍ.
“ງົບປະມານນີ້ກໍບໍ່ພຽງພໍ ເວົ້າເຣື່ອງລົງຕິດຕາມກວດກາ ສໍາຄັນແມ່ນຕົວງົບປະມານລົງກວດກາບໍ່ພຽງພໍ ປູກນີ້ແຕ່ລະປີກໍພໍປູກໄດ້ ແຕ່ສໍາຄັນເຣື່ອງຮັກສານີ້ແຫຼະ ມັນບໍ່ມີ ເຣື່ອງປູກພາກຣັຖ ມີງົບ ປະມານກໍໄດ້ລົງກວດກາຄືນເນາະ ບາງພາກສ່ວນບໍ່ມີງົບປະມານ ປູກແລ້ວບໍ່ໄດ້ຕິດຕາມເນາະ ອາໄສແຕ່ເປີເຊັນລອດຕາຍເທົ່າໃດ ກໍເຫລືອສໍ່ານັ້ນເນາະ.”

ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜແນກກະສິກັມ ແລະປ່າໄມ້ ທ່ານດຽວກັນນີ້ ແລ້ວແມ່ນວ່າ ແຂວງຫຼວງພຣະບາງ ມີພື້ນທີ່ປ່າໄມ້ປົກຫຸ້ມ 65%, ຕາມເປົ້າໝາຍຕ້ອງການໃຫ້ມີ 70% ພາຍໃນປີ 2025, ແຕ່ເຖິງຢ່າງໃດກໍຕາມ ທ່ານກໍຍັງເຊື່ອວ່າ ທາງການແຂວງຈະບັນລຸໄດ້ເປົ້າໝາຍນັ້ນ ຖ້າມີການປູກ ແລະຮັກສາປ່າໄມ້ຢ່າງຕໍ່ເນື່ອງທຸກປີ ຕາມແຜນການປູກຕົ້ນໄມ້ທີ່ວາງໄວ້.
ນອກຈາກແຂວງຫຼວງພຣະບາງ ແລະແຂວງຫົວພັນ ຄືທີ່ເວົ້າມານັ້ນແລ້ວ ນະຄອນ ຫຼວງວຽງຈັນ ກໍມີເປົ້າໝາຍປູກຕົ້ນໄມ້ໃຫ້ໄດ້ໃນເນື້ອທີ່ 101 ເຮັກຕ້າຣ໌, ແຂວງຈໍາປາສັກ 85 ເຮັກຕ້າຣ໌, ສວັນນະເຂດ 75 ເຮັກຕ້າຣ໌, ຜົ້ງສາລີ 65 ເຮັກຕ້າຣ໌, ໄຊຍະບູຣີ 40 ເຮັກຕ້າຣ໌, ອຸດົມໄຊ 38 ເຮັກຕ້າຣ໌, ບໍ່ແກ້ວ 35 ເຮັກຕ້າຣ໌ ແລະແຂວງອື່ນໆອີກ. ປັດຈຸບັນ ພື້ນທີ່ປ່າໄມ້ປົກຫຸ້ມ ເນື້ອທີ່ໃນລາວ ຍັງມີເຫລືອຢູ່ປະມານ 14.7 ລ້ານເຮັກຕ້າຣ໌ ຄິດເປັນອັດຕຣາສ່ວນ 68%, ອີງຕາມຣາຍງານ ຂອງກະຊວງກະສິກັມ ແລະປ່າ ໄມ້ ແລະລ່າສຸດ ຄືເມື່ອເດືອນພຶສຈິກາ 2022 ທີ່ຜ່ານມາ, ທາງການລາວກໍກຽມຮ່າງຍຸທສາດ ປ່າໄມ້ສະບັບໃໝ່ ເພື່ອສນີໃຫ້ສະພາແຫ່ງຊາຕ ຮັບຮອງ ໂດຍມີເປົ້າໝາຍຈະເຮັດໃຫ້ເນື້ອທີ່ປ່າໄມ້ ປົກຫຸ້ມໃຫ້ໄດ້ 70% ພາຍໃນປີ 2035 ຄືເລື່ອນເວລາອອກໄປຕື່ມອີກ ເທື່ອນຶ່ງ.