ເຣື້ອງທີ່ເກັບບັນທຶກໄວ້
2024-08-27
ເພື່ອຟື້ນຟູປະຊາກອນເສືອໂຄ່ງ ໃນທຳມະຊາດ ຂອງ ສປປ ລາວ ລວມເຖິງການບໍລິຫານ-ຄຸ້ມຄອງກິດຈະກຳຕ່າງໆ ທີ່ກ່ຽວກັບເສືອໂຄ່ງ ລັດຖະບານ ຈຶ່ງຮ່ວມມືກັບອົງການທອງທຶນ ອະນຸລັກທຳມະຊາດໂລກ ປະຈຳລາວ ປະກາດແຜນດຳເນີນງານເສືອໂຄງແຫ່ງຊາດ ປີ 2025-2035.
2024-08-26
ເຂື່ອນໄຊຍະບູລີ ລະບາຍນ້ໍາ ໃນລະດູຝົນ ເຮັດໃຫ້ນ້ໍາຖ້ວມ ເນື້ອທີ່ດິນການກະເສດ ຂອງພໍ່ແມ່ປະຊາຊົນ ຈາກນັ້ນ ເມື່ອນ້ໍາຫລຸດລົງ ກໍເຮັດໃຫ້ປາກະຊັງ ແຄມແມ່ນ້ໍາຂອງ ຕາຍ ແລະ ເສັຍຫາຍ ເປັນຈໍານວນຫລາຍ.
2024-08-26
ຊາວເມືອງຊຽງຮ່ອນ ແຂວງໄຊຍະບູລີ 1,300 ປາຍຄົນ ໄດ້ຮັບຜົນກະທົບຫຼາຍ ຈາກໄພນໍ້າຖ້ວມ ໃນມື້ວັນທີ 20 ແລະ 21 ສິງຫານີ້ ລວມເຖິງຖ້ວມເນື້ອທີ່ການຜະລິດ ແລະບ້ານເຮືອນຂອງປະຊາຊົນ 300 ປາຍຄອບຄົວ.
2024-08-23
ກອງປະຊຸມ ວ່າດ້ວຍການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເໜັ້ນໜັກໃສ່ການພັດທະນາ ເສດຖະກິດ ຫຼາຍກວ່າ ການປົກປັກຮັກສາສິ່ງແວດລ້ອມ ແລະຄວາມຍືນຍົງ ຂອງແມ່ນ້ຳຂອງ.
2024-08-23
ກົມຄຸ້ມຄອງບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກແຈ້ງການເຖີງບໍລິສັດລົງທຶນຂຸດຄົ້ນແຮ່ທາດທົ່ວປະເທດໃຫ້ເພີ່ມມາດຕະການກວດກາອ່າງບັນຈຸສານເຄມີ ອ່າງຫາງແຮ່ ອ່າງດັກຝຸ່ນຕົມໃນຂອບເຂດໂຄງການໃນໄລຍະລະດູຝົນເພື່ອຮັບປະກັນຄວາມປອດໄພ.
2024-08-23
ເກີດເຫດນໍ້າຖ້ວມ ໃນ 3 ແຂວງທາງພາກເໜືອ ຂອງປະເທດລາວ ປະກອບດ້ວຍ ແຂວງໄຊຍະບູລີ, ແຂວງຫຼວງນໍ້າທາ ແລະ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິິ້ງ ແຂວງບໍ່ແກ້ວ ເຮັດໃຫ້ເນື້ອທີ່ນາ, ສັດລ້ຽງ, ບ້ານເຮືອນ ແລະອື່ນໆ ຂອງປະຊາຊົນ ໄດ້ຮັບຜົນກະທົບຈໍານວນຫຼາຍ.
2024-08-22
ປະຊາຊົນ ທີ່ຢູ່ລຸ່ມເຂື່ອນໄຟຟ້ານໍ້າງື່ມ 4 ຖືກສັ່ງຫ້າມບໍ່ໃຫ້ເຮັດການກະເສດ ຕາມແຄມນໍ້າງື່ມມາແລ້ວ ຕັ້ງແຕ່ມີເຂື່ອນນີ້ມາ ຍ້ອນຢ້ານຜົນກະທົບຈາກລະດັບນໍ້າງື່ມ ທີ່ຂຶ້ນ-ລົງບໍ່ປົກກະຕິ ເມື່ອມີການລະບາຍນໍ້າອອກຈາກເຂື່ອນ.
2024-08-22
ຊາວບ້ານຈໍານວນໜຶ່ງຢູ່ບ້ານປະຈະຕຽນ (ຄຸ້ມລອຍນໍ້າ) ແລະ ບ້ານລະເບົານໍ້າ ເມືອງນອງ ແຂວງສະຫວັນນະເຂດຈຳນວນ 487 ຄົນ ຍີງ 249 ຄົນ, ມີ 74 ຫຼັງຄາເຮືອນ, 83 ຄອບຄົວທີ່ຕ້ອງໂຍກຍ້າຍບ່ອນຢູ່ອາໄສຈາກໂຄງການກໍ່ສ້າງເຂື່ອນໄຟຟ້າເຊລະນອງ 1 ປະສົບບັນຫາຂາດເຂີນນໍ້າກິນ ນໍ້າໃຊ້ໃນລະດູແລ້ງຍ້ອນບໍລິເວນບ້ານຈັດສັນ ທີ່ຊາວບ້ານຍ້າຍໄປຢູ່ນັ້ນ ເປັນບໍລິເວນພູ, ບໍ່ມີແຫຼ່ງນໍ້າທີ່ພຽງພໍ.
2024-08-21
ເນື່ອງຈາກວ່າ ເຂື່ອນໄຊຍະບູລີ ມີການລະບາຍນ້ຳອອກຈາກເຂື່ອນ ຈຶ່ງເຮັດໃຫ້ລະດັບນໍ້າ ໃນແມ່ນໍ້າຂອງ ແລະລໍານໍ້າສາຂາ ຂອງແຂວງໄຊຍະບູລີ ສູງຂຶ້ນປະມານ 2 ແມັດ ບວກກັບຝົນຕົກໜັກ ເຮັດໃຫ້ນໍ້າຖ້ວມຜົນລະປູກຂອງປະຊາຊົນ ຕາມແຄມຂອງບາງສ່ວນ ຊຶ່ງພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນໃຫ້ການຊ່ອຍເຫຼືອ.
2024-08-21
ຊາວບ້ານ ຢູ່ເມືອງຫີນບູນ ແຂວງຄຳມ່ວນ ໄດ້ຮັບຜົນກະທົບ ທາງດ້ານສິ່ງແວດລ້ອມ-ສັງຄົມ ຢ່າງໜັກ ຈາກໂຄງການຂຸດຄົ້ນ ແຮ່ທາດຕ່າງໆ ທີ່ລັດຖະບານ ອະນຸຍາດ.
2024-08-16
ເຂື່ອນນໍ້າທາ 1, ຂະໜາດ 186 ເມກາວັດຂອງຈີນ ຕັ້ງຢູ່ລະຫວ່າງແຂວງບໍ່ແກ້ວ ແລະຫຼວງນໍ້າທາ ປ່ອຍນໍ້າ ກະທົບໃສ່ 37 ບ້ານ-10,500 ປາຍຄົນ ຍ້ອນເຕືອນໃຫ້ຮູ້ຊ້າໂພດ.
2024-08-15
ຊາວລາວ ຈຳນວນນຶ່ງ ໃນແຂວງເຊກອງ ແລະ ແຂວງອັດຕະປື ທີ່ເສັຍດິນ ໃຫ້ໂຄງການ ພະລັງງານລົມ ມອນຊູນ ບໍ່ຍອມຮັບເອົາ ເງິນຄ່າຊົດເຊີຍ ເພາະເຫັນວ່າ ຕໍ່າເກີນໄປ.
2024-08-14
2 ບໍລິສັດ ເອກກະຊົນ ທີ່ມີສ່ວນຮວ່ມ ຂອງນັກລົງທຶນຈີນ ເລີ້ມບຸກເບີກດິນ ເພື່ອຂຸດຄົ້ນ ແຮ່ທາດຕ່າງໆ ຢູ່ເມືອງວຽງທອງ ແຂວງບໍລິຄຳໄຊ ທີ່ກວມເອົາທີ່ດິນ ຂອງຊາວບ້ານຈຳນວນນຶ່ງ.
2024-08-12
ຄະນະຜູ້ບໍລິຫານ ເຂື່ອນໄຟຟ້າ ໃນລາວ ຫຼາຍແຫ່ງ ເອົາໃຈໃສ່ ຄວາມປອດໄພ ຂອງເຂື່ອນ ຫຼາຍຂຶ້ນ ແລະ ໃນຍາມຝົນ ຖືເປັນໄລຍະ ທີ່ທົດສອບ ການຄຸ້ມຄອງເຂື່ອນ ເປັນຢ່າງດີ ພາຍຫຼັງທີ່ມີບົດຮຽນລາຄາແພງ ຈາກເຫດການ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ເມື່ອປີ 2018 ນັ້ນ.
2024-08-12
ປະຊາຊົນ ຢູ່ຕາມເຂດຊົນນະບົດ ບໍ່ມີຄວາມໝັ້ນຄົງທາງດ້ານຊັບພະຍາກອນນໍ້າ ຍ້ອນຍັງບໍ່ສາມາດເຂົ້າເຖີງນໍ້າສະອາດໄດ້ ຢ່າງທົ່ວເຖິງ ບາງເຂດບໍ່ມີນໍ້າກິນ, ນໍ້າໃຊ້ ລວມເຖິງນໍ້າໃນການເຮັດການຜະລິດ.