ດິນຊາວບ້ານຫຼາຍບ້ານ ຢູ່ເມືອງວຽງທອງ ຖືກເຂດບໍ່ແຮ່ຂອງບໍລິສັດຈີນ

ພອນ ພູມມີທອນ
2024.08.14
ດິນຊາວບ້ານຫຼາຍບ້ານ ຢູ່ເມືອງວຽງທອງ ຖືກເຂດບໍ່ແຮ່ຂອງບໍລິສັດຈີນ ແຜນທີເມືອງວຽງທອງ ແຂວງບໍລິຄຳໄຊ
Map: RFA. Created with Datawrapper

ປັດຈຸບັນ ບໍລິສັດ ຈະເລີນມີໄຊ ການຄ້າ ແລະ ພັດທະນາ ການລົງທຶນ ຈໍາກັດຜູ້ດຽວ ແລະ ບໍລິສັດ ຄຸນຊັບຈະເລີນ ການຄ້າ ແລະ ພັດທະນາ ການລົງທຶນ ກໍາຈັດຜູ້ດຽວ ທີ່ມີນັກລົງທຶນຈີນ ມີສ່ວນຮ່ວມ ໄດ້ເລີ້ມບຸກເບິກດິນ ເພື່ອຊອກຄົ້ນ-ສໍາລວດ ແຮ່ຄໍາ, ແຮ່ອັງຕິມອນ (Antimony) ແລະ ແຮ່ຕິດພັນ ຢູ່ຂອບເຂດຫລາຍບ້ານ ໃນເຂດເມືອງວຽງທອງ ແຂວງບໍລິຄໍາໄຊ ເຊິ່ງໄດ້ມີການກວມເອົາ ເນື້ອທີ່ດິນຂອງຊາວບ້ານ ຈໍານວນນຶ່ງ ແລະ ກໍໄດ້ມີການຊົດເຊີຍໄປໝົດແລ້ວ ແຕ່ບໍ່ໄດ້ ລະບຸຄັກແນ່ວ່າ ມີຊາວບ້ານ ໄດ້ຮັບຜົນກະທົບ ຈາກຄອບຄົວ, ດັ່ງ ຊາວບ້ານ ທີ່ຢູ່ໃນຂອບເຂດບ້ານ ທີ່ມີການຂຸດຄົ້ນແຮ່ ດັ່ງກ່າວ ໄດ້ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 14 ສິງຫາ ນີ້ວ່າ:

ຄົນຈີນຂຸດແຮ່ ອັງຕິມອນ ບໍ່ນີ້ແຫລະ ແຮ່ຄ້າຍຄືເຂົາເອົາໄປເຮັດ ໄມໂຄຣຊິບ ປະມານນັ້ນແຫລະ ເພິ່ນມີເອກກະສານ ແມ່ນຫຍັງ ເຂົາຊິເລີ້ມຂຸດຄົ້ນ ເຮັດຖອກ ເຮັດທາງ. ເຄັ່ຍອີ້ຫຍັງ ເຂົາເລີ້ມຂຸດແລ້ວ ແຕ່ບໍ່ຫລາຍ ເຂົາຊົດເຊີຍໝົດແລ້ວເດ້ ນ້ໍາຢ້າງ ແລ້ວກໍ ທ່າປັ້ນ ນາຫວ່າງໄຄ” 

   ໃນຂະນະທີ່ຊາວບ້ານ ອີກນາງນຶ່ງ ທີ່ຢູ່ໃນຂອບເຂດ ການຂຸດຄົ້ນແຮ່ ດັ່ງກ່າວນັ້ນ ກໍຍືນຍັນວ່າ ບໍລິສັດດັ່ງກ່າວ ກໍກໍາລັງລົງມື ເລີ້ມຂຸດຄົ້ນແຮ່ຕ່າງໆ ໃນເຂດບ້ານ ຂອງຍານາງ ແຕ່ກໍບໍ່ໄດ້ຖືກດິນ ຂອງຄອບຄົວເທື່ອ ແລະ ກໍບໍ່ຮູ້ຄັກແນ່ ຄືກັນວ່າ ເປັນແຮ່ທາດ ປະເພດໃດແດ່ ມີພຽງແຕ່ເຫັນຊື່ໆ ດັ່ງ ຍານາງກ່າວວ່າ:

ຜູ້ຂຸດຄົ້ນເບາະ ແມ່ນໆ ຢູ່ແຖວບ້ານນ້ອງນີ້ແຫລະ ຄົນຈີນ ຂຸດຄົ້ນຫັ້ນຫວາ ອັນນີ້ນ້ອງກະບໍ່ຮູ້ຄືກັນ” 

   ໃນຂະນະດຽວກັນ ກໍມີຊາວບ້ານອີກຫລາຍຄົນ ທີ່ຍັງບໍ່ທັນຮູ້ເທື່ອວ່າ ຈະມີການຂຸດຄົ້ນແຮ່ ຢູ່ໃນເຂດບ້ານ ຂອງຕົນ ເພາະວ່າທາງຂັ້ນບ້ານ ກໍບໍ່ໄດ້ໃຫ້ຂໍ້ມູນ ຢ່າງຄັກແນ່ເທື່ອ ຈຶ່ງບໍ່ຮູ້ເທື່ອວ່າ ໃນອະນາຄົດ ການຂຸດຄົ້ນແຮ່ນັ້ນ ຈະສົ່ງຜົນກະທົບ ຕໍ່ພວກເຂົາເຈົ້ານໍາບໍ່.

ດັ່ງ ຊາວບ້ານອີກນາງນຶ່ງ ກ່າວວ່າ:

ໄທເຮົາກະບໍ່ຮູ້ນ່າ ຂ້ອຍກະບໍ່ຮູ້ນ່າ ຂ້ອຍກະຢູ່ທາງອື່ນມາຢູ່ ຂ້ອຍກະມາແຕ່ປາກຊັນພຸ້ນ ຂ້ອຍມາເຮັດສວນຢາງ ແມ່ນຫຍັງຢູ່ນີ້ ຢູ່ໂຮງເລື່ອຍນໍາເພິ່ນ ຢູ່ທ່າແພນີ້” 

   ວິທຍຸ ເອເຊັຍເສຣີ ໄດ້ຕິດຕໍ່ໄປຫາ ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງວຽງທອງ ແລະ ຜະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍຣິຄໍາໄຊ ເພິ່ນສອບຖາມ ລາຍລະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ຜູ້ຮັບຜິດຊອບ ຍັງບໍ່ສະດວກໃຫ້ຂໍ້ມູນໄດ້.

  ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ຢູ່ເມືອງວຽງທອງ ທ່ານນຶ່ງ ທີ່ຂໍສະຫງວນຊື່ ແລະ ສຽງ ກ່າວວ່າ: 

ກ່ຽວກັບໂຄງການ ຂຸດຄົ້ນແຮ່ດັ່ງກ່າວນີ້ ທາງຂັ້ນການນໍາ ກໍບໍ່ໄດ້ໃຫ້ຂໍ້ມູນ ແກ່ທາງໜ່ວຍງານ ຂອງທ່ານເທື່ອ ຈຶ່ງບໍ່ຮູ້ລາຍລະອຽດຄັກແນ່ ແລະ ບໍ່ສາມາດໃຫ້ຄໍາເຫັນ ຫຍັງຕື່ມໄດ້ ຈົນກວ່າຈະມີ ການຖະແຫລ່ງຂ່າວ ການຂຸດຄົ້ນນັ້ນ ແບບເປັນທາງການ ອີກເທື່ອນຶ່ງ” 

   ນອກຈາກນີ້ ກໍມີຊາວບ້ານ ອີກຈໍານວນນຶ່ງ ທີ່ໍໄດ້ຖ່າຍວີດີໂອ ເຫດການ ທີ່ມີການບຸກເບີກ ເນື້ອທີ່ດິນດັ່ງກ່າວ ເພື່ອຂຸດຄົ້ນແຮ່ ໃນເຂດນັ້ນພ້ອມກັບ ໄດ້ສະແດງຄວາມກັງວົນວ່າ ການທີ່ນັກລົງທຶນຈີນ ເຂົ້າມາຂຸດຄົ້ນແຮ່ ກໍຢ້ານວ່າ ໃນຕໍ່ໄປ ຈະບໍ່ເຫລືອສັບພະຍາກອນ ທໍາມະຊາດ ໃຫ້ແກ່ບັນດາລູກຫລານ ໃນທ້ອງຖິ່ນ. 

   ກ່ອນໜ້ານັ້ນ ເມື່ອວັນທີ 31 ຕຸລາ ປີ 2023 ຢູ່ຫ້ອງວ່າການປົກຄອງ ເມືອງວຽງທອງ ກໍໄດ້ຈັດກອງປະຊຸມເຜີຍແຜ່ ເນື້ອໃນບົດສັນຍາວ່າ ດ້ວຍການສໍາລວດແຮ່ຄໍາ, ແຮ່ອັງຕິມອນ ແລະ ແຮ່ຕິດພັນ ຢູ່ເມືອງວຽງທອງ ຂອງບໍລິສັດ ຈະເລີນມີໄຊ ການຄ້າ ແລະ ພັດທະນາ ການລົງທຶນ ຈໍາກັດຜູ້ດຽວ ໃນເນື້ອທີ່ 80 ກິໂລແມັດມົນທົນ ຢູ່ບ້ານສົບນາ,ບ້ານໂພນຄໍາ, ບ້ານນ້ໍາງອນ ແລະ ບ້ານນ້ໍາຢ້າງ ແລະ ຂອງບໍລິສັດ ຄູນຊັບຈະເລີນ ການຄ້າ ແລະ ພັດທະນາການລົງທຶນ ຈໍາກັດຜູ້ດຽວ ໃນເນື້ອທີ່ 199.87 ກິໂລແມັດມົນທົນ ຢູ່ບ້ານນ້ໍາຕ້ອງ, ບ້ານທ່າເດື່ອ ແລະ ບ້ານໂພນໂຮມ ໂດຍກໍານົດໄລຍະເວລາ ຂຸດຄົ້ນເປັນເວລາ 2 ປີ. 

   ທາງດ້ານຜູ້ມີຄວາມຮູ້ ດ້ານແຮ່ທາດ ທ່ານນຶ່ງກ່າວວ່າ ສໍາລັບແຮ່ອັງຕິມອນ ກໍກໍາລັງເປັນແຮ່ທາດ ຊະນິດນຶ່ງ ທີ່ນັກລົງທຶນຈີນ ໄດ້ໃຫ້ຄວາມສົນໃຈຫລາຍ ແລະ ກໍມີການຮັບຊື້ຢູ່ຫລາຍແຂວງ ຂອງລາວ ເພື່ອນໍາໄປສົ່ງຂາຍ ທີ່ປະເທດຈີນ ແຕ່ຍັງບໍ່ຮູ້ຄັກແນ່ວ່າ ໄດ້ນໍາໄປຜະລິດຫຍັງແດ່. ດັ່ງ ທ່ານກ່າວວ່າ:

 “ໂອ ຮັບຊື້ແລ້ວບໍ່ ແຕ່ວ່າສົ່ງຮອດແຕ່ວຽງຈັນ ຂອ້ຍກະບໍ່ຮູ້ນໍາຄົນຈີນ ບໍ່ໄດ້ຖາມເຂົາເອົາໄປເຮັດຫຍັງ ແຮ່ບໍ່ຮອດ 100% ແຮ່ອັງຕິມອນນ່າ ມີແຕ່ເຂົາຕ້ອງການຊື່ໆ ຕ້ອງການຊື້ ມີແຕ່ວ່າ ເອົາມາສົ່ງຮອດວຽງຈັນ ແລ້ວເຂົາເຈົ້າເອົາ”

    ແລະ ຊາວບ້ານຢູ່ຫລາຍແຂວງຂອງລາວ ເປັນຕົ້ນ ຢູ່ແຂວງຫລວງນ້ໍາທາ ກໍມີການຂຸດຄົ້ນ ແຮ່ອັງຕິມອນ ເພື່ອນໍາໄປຂາຍ ໃຫ້ກັບນັກລົງທຶນຈີນ ທີ່ຕັ້ງໂຮງງານ ຢູ່ພາຍໃນແຂວງ ໃນລາຄາປະມານ ກິໂລກຣາມລະ 35,000 ກີບ .ຈາກນັ້ນຜູ້ຮັບຊື້ ກໍນໍາໄປຂາຍຕໍ່ ທີ່ປະເທດຈີນ. ດັ່ງ ຊາວບ້ານ ຢູ່ແຂວງຫລວງນ້ໍາທາ ທ່ານນຶ່ງກ່າວວ່າ:

 “ມີໂອ ມີຄົນຈີນຢາກຊື້ຫລາຍ ຊື້ຕາມເກດ ຕາມເປີເຊັນມັນໄດ໋. ບໍ່ຮູ້ນໍາເຂົາແຫລະ ມີແຕ່ວ່າ ເຂົາເຈົ້າຊື້ໄປເຮັດຫຍັງ ເຂົາມີໂຮງງານນ່າ ມີໂຮງງານຢູ່ ແລ້ວເພິ່ນກໍຜລິດ ແລ້ວສົ່ງໄປຈີນ” 

   ສໍາລັບແຮ່ອັງຕິມອນ ມີລັກສະນະ ເປັນຫີນສີຂາວ ທີ່ມີຄວາມຄ້າຍຄືກັບ ສີເງິນ ເຊິ່ງເປັນແຮ່ທາດ ຊະນິດນຶ່ງ ທີ່ປະເທດຈີນ ມີຄວາມຕ້ອງການຫລາຍ ເພື່ອໄປນໍາໃຊ້ ໃນອຸດສາຫະກໍາ ຜະລິດລົດຍົນ ແລະ ອື່ນໆ ລວມທັງເອົາໄປນໍາໃຊ້ ໃນອຸດສາຫະກຳ ເຫລັກ ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.