ນໍ້າຖ້ວມ 3 ແຂວງພາກເໜືອ ສົ່ງຜົນກະທົບຕໍ່ຊັບສິນຂອງຊາວບ້ານ
2024.08.23

ປະມານວັນທີ 20-22 ເດືອນສິງຫາ ປີ 2024 ເກີດເຫດນໍ້າຖ້ວມ ໃນ 3 ແຂວງພາກເໜືອຂອງປະເທດລາວ ປະກອບດ້ວຍ ເມືອງເງິນ, ເມືອງຄອບ, ເມືອງຊຽງຮ່ອນ ແຂວງໄຊຍະບູລີ, ເມືອງວຽງພູຄາ ແຂວງຫຼວງນໍ້າທາ ແລະ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິິ້ງ ແຂວງບໍ່ແກ້ວ ເຮັດໃຫ້ເນື້ອທີ່ນາ, ສັດລ້ຽງ, ບ້ານເຮືອນ ແລະອື່ນໆ ຂອງປະຊາຊົນ ໄດ້ຮັບຜົນກະທົບຈໍານວນຫຼາຍ ຂະນະທີ່ ການຊ່ອຍເຫຼືອ ກໍ່ຍັງບໍ່ທົ່ວເຖິງເທົ່າທີ່ຄວນ.
ສະເພາະ ເມືອງເງິນ ເກີດນໍ້າຖ້ວມ 4 ບ້ານ ຄື ບ້ານແກ້ວດອນຄູນ, ບ້ານບີໝີ, ບ້ານກາງ ແລະ ບ້ານທອງ ທີ່ມີຫຼາຍກວ່າ 80 ຫຼັງຄາເຮືອນ ໄດ້ຮັບຜົນກະທົບ ແລະມີເນື້ອທີ່ທໍາການຜະລິດ 123 ເຮັກຕ້າ ໄດ້ຮັບຜົນກະທົບ ຈາກເຫດນໍ້າຖ້ວມດັ່ງກ່າວ, ຕາມຄວາມເວົ້າ ຂອງຊາວນາ ບ້ານບີໝີ ເມືອງເງິນ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 23 ສິງຫາ ນີ້ວ່າ:
“ມີແຕ່ເປັດ ມີແຕ່ໄກ່ ບາງສ່ວນກະໄຫຼໄປກັບນໍ້າ ບາງສ່ວນກະຍັງຢູ່ແບບນັ້ນແຫຼະ ຂະໜາດຢືນຢູ່ໃນເຮືອນ ກໍ່ຍັງພຽງເອິກ ພຽງຄໍແລ້ວ ກໍ່ໄດ້ໄປຢູ່ນໍ້າພີ່ນ້ອງ ຢ້ານແຕ່ປີໜ້ານີ້ ຊິອຶດຫິວເຂົ້ານ່າ ນາກໍ່ມີແຕ່ຢູ່ແຄມນໍ້າ ດຽວນີ້ ກໍ່ຖ້ວມໝົດເລີຍ ຂີ້ຕົມກໍ່ຖົມເຂົ້າ ກໍ່ຢ້ານແຕ່ເຂົ້າຫັ້ນຊິເນົ່າ ກໍ່ຍັງບໍ່ທັນມີໃຜມາຊ່ຶຍເຫຼືອ ກໍ່ມີແຕ່ເກັບຂໍ້ມູນໄປລ້າໆ ບໍ່ມີໃຜເຕືອນໄພລ່ວງໜ້າເລີຍ.”
ນາງກ່າວຕື່ມວ່າ ສັດລ້ຽງ ເກືອບ 100 ໂຕ, ໜອງປາ 30 ປາຍໜອງ ກໍ່ໄດ້ຮັບຄວາມເສັຍຫາຍ ແລະ ທົ່ງນາ ຢູ່ບ້ານບີໝີ ທີ່ມີເຂົ້າກໍາລັງມານ ກໍ່ຖືກນໍ້າປ່າໄຫຼຊຸ ຖ້ວມພາຍໃນ 1-2 ຊົ່ວໂມງ ໂດຍທີ່ຊາວບ້ານບໍ່ທັນໄດ້ຕັ້ງໂຕ ແລະບໍ່ໄດ້ຮັບການແຈ້ງເຕືອນ ຈາກທາງການລາວ ຈາກນັ້ນ ນໍ້າກໍ່ບົກແຫ້ງໄປໜ້ອຍໜຶ່ງ ແຕ່ຂີ້ຕົມກໍ່ຍູ້ຕົ້ນເຂົ້າລົ້ມເສັຍຫາຍ ຈົນເທົ່າເຖິງປັດຈຸບັນ ຍັງບໍ່ໄດ້ຮັບການຊ່ອຍເຫຼືອຈາກໃຜເທື່ອ ມີແຕ່ທາງການ ລົງມາຮິບໂຮມຂໍ້ມູນຜົນເສັຍຫາຍໄປກ່ອນ.
ຢູ່ເມືອງຊຽງຮ່ອນ ກໍ່ມີ 301 ຄອບຄົວ ໃນ 9 ບ້ານ ທີ່ໄດ້ຮັບຜົນກະທົບ ຈາກນໍ້າຖ້ວມ ໃນວັນທີ 20 ເດືຶອນສິງຫາ ທີ່ຜ່ານມາ ເວົ້າສະເພາະບ້ານຄໍ້າ ເຂົ້າທີ່ກໍາລັງມານ ກໍ່ຖືກນໍ້າຖ້ວມ ແລະເຂົ້າຊຸດນີ້ ຖ້າຫາກອອກຜົນຜະລິດ ກໍ່ຈະບໍ່ໄດ້ເຕັມເມັດເຕັມໜ່ວຍ ຫຼືຈະກາຍເປັນເຂົ້າສີດໍາ ແລະເຂົ້າເນົ່າແທນ ຍ້ອນວ່າ ນໍ້າຍັງສືບຕໍ່ຖ້ວມຂັງຢູ່ ແລະບາງຄົນ ຈະບໍ່ໄດ້ເຂົ້າກິນໃນປີນີ້ເລີຍ, ດັ່ງຊາວບ້ານ ບ້ານຄໍ້າ ກ່າວວ່າ:
“ຄອບຄົວໜຶ່ງ ມັນເຮັດຈ້າງເຂົາຊໍ້ານ່າ ສົມມຸດວ່າ ໄດ້ເຂົ້າມາແລ້ວ ກໍ່ມາແບ່ງ 3 ບໍ ເຈົ້າຂອງນາຫັ້ນ ໄດ້ 1 ຜູ້ເຮັດຫັ້ນ ໄດ້ 2 ດຽວນີ້ມັນຄື ຈະບໍ່ໄດ້ແລ້ວແຫຼະ ເຂົ້າຫັ້ນນ່າ ຕາມໄດ້ຍິນຂ່າວນີ້ ເມືອງຄອບເນາະ ເຮືອນເປ່ເພ ເຮືອນໄຫຼຫັ້ນນ່າ ຄົນກໍ່ຫາຍຄົນໜຶ່ງເກາະ ທາງຂັ້ນເທິງເພີ່ນແຈ້ງໃຫ້ ອັນປະຊາຊົນຢູ່ພາຍໃນບ້ານ ແຕ່ລະບ້ານ ຈົດເສັຍຫາຍເນື້ອທີ່ເທົ່າໃດ.”
ສາເຫດ ທີ່ເກີດນໍ້າຖ້ວມ ຢູ່ເມືອງຊຽງຮ່ອນ ກໍ່ຍ້ອນວ່າ ຝົນຕົກຕິດຕໍ່ກັນຫຼາຍມື້ ເຮັດໃຫ້ ນໍ້າສາຍຫຼັກ ຂອງເມືອງ ເປັນຕົ້ນ ນໍ້າມ່າວ, ນໍ້າຄ່ອມ, ນໍ້າແໜ່ນ ໄຫຼໃສ່ກັນ ແລ້ວເຮັດໃຫ້ ລະດັບນໍ້າເພີ່ມຂຶ້ນ ໄຫຼເຂົ້າຖ້ວມເນື້ອທີ່ທໍາການຜະລິດ ແລະເຮືອນຊານຂອງປະຊາຊົນ ທີ່ອາໄສຢູ່ເຂດຕໍ່າ ແລະ ຢູ່ລຽບຕາມແຄມນໍ້າ.
ໃນມື້ວັນທີ 23 ເດືອນສິງຫາ 2024 ທາງການເມືອງຊຽງຮ່ອນ ໄດ້ນໍາກໍາລັງທະຫານ ແລະພະນັກງານ ເຂົ້າໄປຂົນເຄື່ອງຂອງຊ່ວຍປະຊາຊົນ ແລະອະນາໄມຊ່ອຍປະຊາຊົນແລ້ວ ພ້ອມທັງ ໄດ້ມອບເຄື່ອງຊ່ອຍເຫຼືອຈໍານວນໜຶ່ງ, ດັ່ງເຈົ້າໜ້າທີ່ ເມືອງຊຽງຮ່ອນ ນາງໜຶ່ງ ກ່າວວ່າ:
“ໄທເຮົາໄດ້ເອົາກໍາລັງ ໄດ້ເອົາພະນັກງານໃນການຂົນເຄື່ອງຂົນຂອງຂຶ້ນ ດຽວນີ້ ພວກເຮົາກໍ່ຊ່ວຍອະນາໄມ ດຽວນີ້ ກໍ່ເຂົ້າສູ່ພາວະປົກກະຕິແລ້ວເດີ້ ມື້ນີ້ ເຈົ້າເມື້ອງ ກໍ່ໄປມອບຈໍານວນໜຶ່ງ ເຄື່ອງຊ່ວຍເຫຼືອບັນເທົາທຸກຫັ້ນແຫຼະ ມັນບໍ່ຊຸຫໍ້ຊຸເຮືອນໄປນ່າ ນໍ້າຖ້ວມນໍ້າຍຶ່ງຂຶ້ນຊື່ໆເນາະ.”
ຂະນະທີ່ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ກໍ່ມີຝົນຕົກຕິດຕໍ່ກັນຫຼາຍມື້ ຈົນມາຮອດວັນທີ 21 ສິງຫາ ເຮັດໃຫ້ລໍານໍ້າຫຼາຍສາຍ ເປັນຕົ້ນ ນໍ້າຟ້າ, ນໍ້າຈຸກ, ນໍ້າລະແວະ, ນໍ້າເງິນ, ນໍ້າສິງ ມີລະດັບນໍ້າເພີ່ມຂຶ້ນ ແລ້ວໄຫຼເຂົ້າຖ້ວມ ເນື້ອທີ່ທໍາການຜະລິດ ແຕ່ບໍ່ໜັກປານໃດ ຈຶ່ງເຮັດໃຫ້ເທົ່າເຖິງປັດຈຸບັນ ຊາວບ້ານບໍ່ເຫັນທາງການ ເຂົ້າມາເອົາຂໍ້ມູນຜົນເສັຍຫາຍ ຫຼື ໃຫ້ການຊ່ອຍເຫຼືອໃດໆ, ດັ່ງຊາວນາ ບ້ານວຽງໃໝ່ ນາງໜຶ່ງ ກ່າວວ່າ:
“ປັດຈຸບັນ ກະຍັງຕົກແຢະໆຢູ່ນີ້ແຫຼະ ຖ້ວມທົ່ງນໄຮ່ທົ່ງນາຫັ້ນ ບໍ່ເສັຍຫາຍຫຼາຍ ແຕ່ວ່າມັນກໍ່ໃຫຍ່ ກໍ່ໃຫຍ່ຂຶ້ນ ບຶດໜຶ່ງມັນກໍ່ແຫ້ງລົງ ມັນກໍ່ບໍ່ໄດ້ລົ້ມ ບໍ່ໄດ້ອັນນັ້ນ ເຂົ້າຍັງກັບຄືຢູ່ ສໍາລັບຢູ່ເມືອງວຽງພູຄາ ຖືວ່າບໍ່ເຫັນຂັ້ນເທິງ ລົງມາເທື່ອນ່າ ແບບວ່າ ບໍ່ເສັຍຫາຍຫຼວງຫຼາຍ ເພີ່ນບໍ່ລົງມາຫຸ ຖ້າວ່າ ຕໍາ ຫຼືວ່າ ແຮງກວ່ານີ້ ຕື່ມ 2-3 ຄືນນີ້ (ນໍ້າ) ຊິຫຼາຍຕື່ມ.”
ສ່ວນຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກໍ່ເກີດເຫດນໍ້າຖ້ວມກະທັນຫັນ ໃນວັນທີ 20 ສິງຫາ ທີ່ຜ່ານມາ ເຮັດໃຫ້ ລົດຈັກ, ລົດເກ໋ງ, ລົດຕູ້ ໄດ້ຮັບຄວາມເສັຍຫາຍ, ດັ່ງຄົນຂັບລົດ ຂົນສົ່ງຄົນເຂົ້າ-ອອກ ພາຍໃນເຂດດັ່ງກ່າວ ທ່ານໜຶ່ງ ກ່າວວ່າ:
“ຖ້ວມຢູ່ທາງຕົ້ນເຜິ້ງຫັ້ນ ສຸດໆ ແບບວ່າ ດ່ານປະຕູ 1 ນ່າ ມັນຈະຖ້ວມແຕ່ບ່ອນຫັ້ນບ່ອນດຽວຊື່ໆ ປະມານສໍ່າແອວໜຶ່ງນ່າ ຕົກແຮງໜ້ອຍໜຶ່ງ ມັນກໍ່ເຊົາແລ້ວເນາະ ຝົນກໍ່ເນາະ ບາງຄົນກະລົດເອົາບໍ່ໄດ້ນ່າ ມັນນໍ້າເຂົ້າເນາະ ແຕ່ວ່າ ຄົນບໍ່ເປັນຫຍັງ ມັນມີທະຫານ ກັບຕໍາຫຼວດໄປ ໄປເອົາລົດ ເອົາມິຫຍັງອອກມານ່າເຈົ້າ”
ຫຼ້າສຸດນີ້ ກົມອຸຕຸນິຍົມ ແລະອຸທົກກະສາດ ແຈ້ງເຕືອນ ວັນທີ 23-24 ສິງຫາ ໃຫ້ລະວັງຝົນຕົກໜັກ ດິນເຈື່ອນ, ຕົ້ນໄມ້ໃຫຍ່ຫັກລົ້ມ, ນໍ້າຖ້ວມໄຫຼຊຸ, ນໍ້າຖ້ວມຍຶ່ງ ແລະທາງສັນຈອນຂາດ ຢູ່ແຂວງໄຊຍະບູລີ, ຫຼວງພະບາງ, ບໍ່ແກ້ວ, ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ວຽງຈັນ ແລະ ແຂວງຫຼວງນໍ້າທາ ຍ້ອນຝົນ ຍັງສືບຕໍ່ພັດຜ່ານ ຢູ່ເຂດພາກເໜືອ ຂອງປະເທດລາວ.