ຊາວບ້ານຢູ່ເມືອງຫີນບູນ ແຂວງຄໍາມ່ວນປະມານ 10 ປາຍບ້ານ ໄດ້ຮັບຜົນກະທົບທາງດ້ານສິ່ງແວດລ້ອມ-ສັງຄົມ ຢ່າງໜັກ ຈາກໂຄງການຂຸດຄົ້ນ ແຮ່ທາດຕ່າງໆ ທີ່ລັດຖະບານລາວ ເປັນຜູ້ ອະນຸຍາດ ຈໍານວນ 22 ບໍລິສັດ ໃນນັ້ນເປັນໂຄງການຂຸດຄົ້ນ ຮູບແບບປົກກະຕິ 18 ບໍລິສັດ ແລະ ໂຄງການຂຸດຄົ້ນ ຮູບແບບທົດລອງອີກ 4 ບໍລິສັດ.
ສໍາລັບຜົນກະທົບທີ່ເກີດຂຶ້ນນັ້ນ ເປັນຕົ້ນ ການບຸກເບີກປ່າ ຊະຊາຍ ແລ້ວບໍ່ຖົມດິນຄືນ ພາຍຫລັງການຂຸດຄົ້ນແລ້ວ, ການນໍາໃຊ້ແຫລ່ງນ້ໍາ ເຂົ້າໂຮງງານ ບໍ່ເປັນລະບົບ ເຮັດໃຫ້ເກີດນ້ໍາເສັຍ, ບາງບໍລິສັດ ປ່ອຍນ້ໍາເສັຍລົງສູ່ ແຫລ່ງນໍ້າທໍາມະຊາດ ກະທົບຕໍ່ສັດນໍ້າ-ສັດປ່າ ແລະ ການຫາຢູ່ຫາກິນ ຂອງຊາວບ້ານໃນ ພື້ນທີ່.
ດັ່ງ ຊາວບ້ານທ່ານນຶ່ງ ໃນເມືອງຫີນບູນ ແຂວງຄໍາມ່ວນ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 21 ສິງຫາ ນີ້ວ່າ:
"ຄັນວ່າເປັນນ້ໍາສາຍຫລັກ ລະແມ່ນຫາ (ປູ-ປາ) ບໍ່ໄດ້ແລ້ວ ຈຸດທີ່ໜັກໆນີ້ແຫລະ ບ່ອນບໍລິສັດຢູ່ ອັນບ້ານໃກ້ຄຽງນີ້ ຄືເຂົາເຮັດຄໍານັ້ນ ມັນຜົນກະທົບລົງໃສ່ ໄຮ່ນາຂະເຈົ້າຫັ້ນນ່າ ແຕ່ວ່າບໍລິສັດ ບໍ່ຢາກຮັບຜິດຊອບ ແຕ່ວ່າກະໃຫ້ສິ່ງແວດລ້ອມ ທາງຂັ້ນແຂວງ ເພິ່ນມາແກ້ໄຂແລ້ວແຫລະ ແຕ່ວ່າ ແກ້ໄຂປາຍເຫດນ່າ ແນວໃດມັນກະໄຫລລົງໃສ່ນ່ໍາປະແທ່ນຄືເກົ່າ ເພາະເຂົາປ່ອຍລົງຫລາຍແລ້ວ ເຂົາກະຄ້ານເວົ້າຫັ້ນແຫລະເນາະ."
ຊາວບ້ານຜູ້ນີ້ ຍັງກ່າວອີກວ່າ ສາຍນ້ໍາປະແທ່ນ ທີ່ເປັນສາຍນ້ໍາພຽງແຫ່ງດຽວ ທີ່ໄຫລຜ່ານໃນເຂດດັ່ງກ່າວ ແຕ່ກ່ອນຊາວບ້ານໃນເຂດດັ່ງກ່າວນີ້ ຈະຫາຢູ່ຫາກິນ ແລະ ນໍາໃຊ້ແຫລ່ງນ້ໍາທໍາການກະເສດ ໃນໄລຍະລະດູແລ້ງ ແຕ່ປັດຈຸບັນ ສາຍນ້ໍາປະແທ່ນ ບໍ່ສາມາດໃຊ້ໄດ້ຄືເກົ່າແລ້ວ ເພາະມີແຕ່ສານເຄມີ ແລະນ້ໍາເສັຍ ທີ່ເກີດຈາກໂຄງການຂຸດຄົ້ນແຮ່ທາດປ່ອຍອອກມາ ໂດຍບໍ່ມີການບໍາບັດ ໃຫ້ດີກ່ອນ.
ຊາວບ້ານອີກທ່ານນຶ່ງ ໃນເມືອງຫີນບູນ ແຂວງຄໍາມ່ວນ ກ່າວວ່າ ນັບຕັ້ງແຕ່ລັດຖະບານລາວ ອະນຸຍາດໃຫ້ບໍລິສັດເອກກະຊົນ ເຂົ້ມາຂຸດຄົ້ນແຮ່ທາດຕ່າງໆ ກະໄດ້ສ້າງຄວາມເສັຍຫາຍຢ່າງໜັກ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ໂດຍສະເພາະແຫລ່ງນ້ໍາທໍາມະຊາດ ແລະ ພື້ນທີ່ ທໍາການກະເສດຂອງຊາວບ້ານ ເຊິ່ງເຕັມໄປດ້ວຍນໍ້າເປື້ອນ-ນໍ້າເສັຍ ແລະ ສານເຄມີ ຈາກການຂຸດຄົ້ນແຮ່ທາດ.
ຫລາຍປີມານີ້ ຊາວບ້ານທີ່ໄດ້ຮັບຜົນກະທົບ ກໍໄດ້ເຮັດໜັງສືຮ້ອງຮຽນ ໄປເຖິງ ສະພາປະຊາຊົນແຂວງຄໍາມ່ວນ, ຫ້ອງວ່າການປົກຄອງເມືອງ ແລະ ຫ້ອງວ່າການປົກຄອງແຂວງຄໍາມ່ວນ ລວມເຖິງ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ລົງພື້ນທີ່ ມາຕິດຕາມ-ກວດກາ ແລະ ຊ່ວຍແກ້ໄຂຜົນກະທົບທີ່ເກີດຂຶ້ນ ຈົນມາຮອດປັດຈຸບັນນີ້ ກະຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ.
ດັ່ງ ຊາວບ້ານທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
"ຜົນກະທົບຄືເກົ່າຫັ້ນແຫລະ ເຈົ້າ ບໍ່ມີການປ່ຽນແປງຫຍັງຫລາຍດອກ ມັນບໍ່ມີຜູ້ໃດຢາກເຮັດແທ້ ມີແຕ່ເວົ້າ ເຂົາມາເອົາເງິນແລ້ວ ເຂົາກະໄປ ມັນບໍ່ມີໃຜດອກຢາກເຮັດ ມັນກະມີຫລາຍຢ່າງຢູ່ ປະຊາຊົນກະເຮັດພໍປະຊາຊົນ ມັນກະເລີຍແກ້ຍາກ (ປູ-ປາ) ຫາ ກະບໍ່ມີດຽວນີ້ ມັນບໍ່ມີບ່ອນໃຫ້ຂະເຈົ້າຫາແຫລະ."ສ່ວນຊາວບ້ານອີກທ່ານນຶ່ງ ຢູ່ເມືອງຫີນບູນ ແຂວງຄໍາມ່ວນ ກ່າວວ່າ ທາງການລາວ ນັບແຕ່ສູນກາງ ແລະ ຂັ້ນແຂວງ ທີ່ມີສ່ວນກ່ຽວຂ້ອງທັງໝົດ ໃນການອະນຸຍາດໃຫ້ບໍລິສັດເອກກະຊົນ ເຂົ້າມາຂຸດຄົ້ນແຮ່ທາດ ແມ່ນບໍ່ໄດ້ເອົາໃຈໃສ່ຕໍ່ບັນຫາ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ, ບໍ່ສົນໃຈຊີວິດການເປັນຢູ່ ຂອງຊາວບ້ານໃນພື້ນທີ່ ວ່າຈະໄດ້ຮັບຄວາມເດືອດຮ້ອນ ແລະ ອຸກໃຈປານໃດ ຕໍ່ຜົນກະທົບທີ່ເກີດຂຶ້ນເລີຍ.
ດັ່ງຊາວບ້ານທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ມັນໄຫລລົງນ້ໍາປະແທ່ນແຫລະເນາະ ຜູ້ໃດມາກະ ອະລຸ້ມອະລວ່ຍ ເຕີມນ້ໍາມັນແດ່ ເຂົ້າຖຸງແລ້ວກະເມືອ ມັນບໍ່ເອົາຈິງເອົາຈັງຈັກແນວຫັ້ນນ່າ ເວົ້າຄວາມຈິງນີ້ແຫລະໄປ ມັນບໍ່ເຮັດແທ້ທໍາຈິງ ປາກບໍ່ໄດ້ ໄອບໍ່ດັງແຫລະ.”
ປັດຈຸບັນ ມີໂຄງການຂຸດຄົ້ນ ແຮ່ທາດຕ່າງໆ ລວມທັງໝົດ 22 ບໍລິສັດ ໃນນັ້ນ ໃນນັ້ນ ມີບໍ່ຂຸດຄົ້ນຂະຫນາດໃຫຍ່ ຈໍານວນ 3 ແຫ່ງ ຄື ບໍ່ໂພນຕີ້ວ, ບໍ່ແໜ່ງ, ບໍ່ໜອງຊື່ນ ສ່ວນໃຫຍ່ ແມ່ນເປັນເຂດ ສໍາປະທານຂອງບໍລິສັດ ຂຸດຄົ້ນແຮ່ກົ້ວ, ແຮ່ເຫລັກ, ແຮ່ສັງກະສີ ແລະ ແຮ່ຄໍາ ທີ່ລັດຖະບານລາວ ອະນຸຍາດເຂົ້າມາລົງທຶນ ເປັນຕົ້ນ ບໍລິສັດ ຈັກກະວານແຮ່ກົ່ວ ຂາອອກ-ຂາເຂົ້າ ຈໍາກັດ, ບໍລິສັດ ພັດທະນາແຮ່ກົ່ວ ລາວ-ຈີນ ຈໍາກັດ ຂອງນັກລົງທຶນຈີນ.
ທາງດ້ານເຈົ້າໜ້າທີ່ ຜະແນກຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນ ກ່າວວ່າ ບໍລິສັດສ່ວນໃຫຍ່ ຫາກະໄດ້ອະນຸຍາດ ໃຫ້ເຂົ້າຂຸດຄົ້ນແຮ່ທາດ ໃນໄລຍະປີ 2019-2020 ເປັນຕົ້ນມາ ທັງຮູບແບບສໍາປະທານ ແລະ ແບບທົດລອງ ພາຍຫລັງຂຸດຄົ້ນໄປແລ້ວ ກະສ້າງຄວາມເສັຍຫາຍ ຢ່າງໜັກ ຕໍ່ສິ່ງແວດລ້ອມ-ສັງຄົມ ໃນເຂດດັ່ງກ່າວ ໂດຍສະເພາະ ປ່າໄມ້ ແລະ ແຫລ່ງນ້ໍາຕາມທໍາມະຊາດ.
ໄລຍະທີ່ຜ່ານມາ ມີຊາວບ້ານໄດ້ຮ້ອງຮຽນ ມາແລ້ວຫລາຍເທື່ອ ແຕ່ກະບໍ່ສາມາດທີ່ຈະແກ້ໄຂ ຜົນກະທົບທີ່ເກີດຂຶ້ນໄດ້ ເພາະບໍ່ມີພາກສ່ວນໃດ ເອົາໃຈໃສ່ ແລະ ກະປ່ອຍໃຫ້ເລື້ອງມິດງຽບໄປລ້າໆ.
ດັ່ງ ເຈົ້າໜ້າທີ່ນາງນີ້ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ຄືເຮົາ ມັນກະບໍ່ເຫັນພ້ອມຫັ້ນນ່າ ເພາະວ່າ ມັນມີຜົນກະທົບຫລາຍ ມັນບໍ່ເໝາະສົມ ແລະ ບໍ່ສົມຄວນຫັ້ນນ່າ ທີ່ວ່າເຮົາຊິອະນຸມັດ ຫລືວ່າ ອະນຸຍາດ ເພາະມັນກະທົບຫລາຍແຫລະ ປະຊາຊົນຟ້ອງຮ້ອງຂຶ້ນມາຮອດສະພາ ຮອດທາງຜະແນກເຮົາ ແຕ່ວ່າ ທາງຂັ້ນເທິງ ຫລືວ່າທາງຜູ້ໃຫຍ່ນີ້ຊິວ່າແນວໃດ ເພິ່ນຊິມີ ທິດຊີ້ນໍາ ຫລືວ່າ ອັນໃດອີກແດ່ ຕໍ່ໄປຫັ້ນນ່າ.”
ຫລ້າສຸດນີ້ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ເດີນທາງໄປຕິດຕາມ-ກວດກາ ບັນດາໂຄງການຂຸດຄົ້ນແຮ່ທາດຕ່າງໆ ຢູ່ເມືອງຫີນບູນ ແຂວງຄໍາມ່ວນ ໃນມື້ວັນທີ 17 ສິງຫາ 2024 ທີ່ຜ່ານມາ ແລະ ທ່ານໄດ້ແນະນໍາ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ໃນແຂວງຄໍາມ່ວນ ແກ້ໄຂບັນຫາ ລວມເຖິງ ກໍານົດຂອບເຂດພື້ນທີ່ສໍາປະທານ ໃຫ້ລະອຽດຈະແຈ້ງ ແລະມີແບບແຜນ ໃນການຈັດຕັ້ງ ປະຕິບັດ ຢ່າງເຄັ່ງຄັດ ໃນການຮັກສາສິ່ງແວດລ້ອມ.
ເມື່ອເດືອນສິງຫາ ທີ່ຜ່ານມາ ກະຊວງພະລັງງານ ແລະ ບໍ່ແຮ່ ກໍໄດ້ສະເໜີ ໃຫ້ບັນດາບໍລິສັດເອກກະຊົນ ທີ່ເຂົ້າມາຂຸດຄົ້ນແຮ່ທາດຕ່າງໆ ໃນເມືອງຫີນບູນ ແຂວງຄໍາມ່ວນ ໄດ້ເອົາໃຈໃສ່ ໃນການຮັກສາສິ່ງແວດລ້ອມ ແລະ ແກ້ໄຂເລື້ອງການບໍາບັດ ນ້ໍາເປື້ອນ-ນ້ໍາເສັຍ ກ່ອນຈະປ່ອຍລົງສູ່ ສາຍນ້ໍາປະແທ່ນ ແລະ ແຫລ່ງນ້ໍາຕາມທໍາມະຊາດອື່ນໆ ໃຫ້ສໍາເລັດ ພາຍໃນປີ 2025 ນີ້.
ກ່ອນໜ້ານີ້ ທ່ານ ຄໍາພັນ ພົມມະທັດ ປະທານ ອົງການກວດກາແຫ່ງລັດ ເຄີຍກ່າວລາຍງານຕໍ່ກອງປະຊຸມ ສະມັຍສາມັນ ເທື່ອທີ່ 6 ຂອງສະພາແຫ່ງຊາດ ຊຸດທີ 9 ໃນມື້ວັນທີ 7 ພືກສະຈິກາ ປີ 2023 ທີ່ຜ່ານມາວ່າ ສ່ວນຫລາຍ ໂຄງການຂຸດຄົ້ນແຮ່ທາດ ທີ່ໄດ້ຮັບອະນຸຍາດ ໃຫ້ຂຸດຄົ້ນ ບໍ່ມີການປະເມີນ ຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ, ບົດສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ, ແຜນປິດ-ເປີດບໍ່ ແລະ ອື່ນໆ ຈຶ່ງເຮັດໃຫ້ລະບົບການຄຸ້ມຄອງ ແລະ ຄວາມຮັບຜິດຊອບ ຕໍ່ ຜົນໄດ້-ຜົນເສັຍ ຂອງແຕ່ລະໂຄງການ ເກືອບວ່າ ບໍ່ສາມາດກວດສອບໄດ້ ຕາມກົດໝາຍ.
ປັດຈຸບັນ ລັດຖະບານລາວ ໄດ້ອະນຸຍາດ ໃຫ້ບໍລິສັດເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ຂຸດຄົ້ນແຮ່ທາດ ແລະ ກິດຈະການ ໂຮງງານປຸງແຕ່ງແຮ່ທາດ ຈໍານວນ 1,143 ບໍລິສັດ ມີ 1,336 ໂຄງການ ສໍາປະທານເນື້ອທີ່ໄປແລ້ວ ປະມານ 30% ຂອງເນື້ອທີ່ທົ່ວປະເທດ, ອີງຕາມລາຍງານ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ເມື່ອທ້າຍປີ 2023 ທີ່ຜ່ານມາ.
ສ່ວນແຮ່ທາດ ທີ່ລັດຖະບານລາວ ອະນຸຍາດ ໃຫ້ມີການລົງທຶນຫລາຍທີ່ສຸດ ຄື ຄໍາ, ທອງ, ເງິນ, ນິແກນ, ກົ່ວ, ຖ່ານຫີນ, ຫີນກາວ, ເຫລັກ,ແກ້ວປະເສີດ, ເກືອກາລີ, ສັງກະສີ, ຫີນປູນ ແລະ ອື່ນໆ.