ເຣື້ອງທີ່ເກັບບັນທຶກໄວ້
2024-10-18
ການສໍາຫຼວດຕິດຕາມຄົວເຮືອນ ຮອບທີ 9 ຂອງທະນາຄານໂລກ ປະຈໍາລາວ ທີ່ໄດ້ດໍາເນີນໃນທົ່ວປະເທດ ໃນເດືອນພຶດສະພາ ຫາ ເດືອນມິຖຸນາ 2024 ລະບຸວ່າ ອັດຕາເງິນເຟີ້ໃນປັດຈຸບັນ ທີ່ຍັງສູງກວ່າ 26% ກໍາລັງເຮັດໃຫ້ ມາດຕະຖານຊີວິດການເປັນຢູ່ ຂອງປະຊາຊົນລາວ ໄດ້ຮັບຜົນກະທົບ ຕະຫຼາດແຮງງານ ມີການປັບປ່ຽນ.
2024-10-17
ຄົນຈີນ ທີ່ເລາະຕົວະຂາຍໂທລະສັບມືຖືປອມ ໃຫ້ຮ້ານຂາຍໂທລະສັບ, ຮ້ານຂາຍເຄື່ອງທົ່ວໄປ ແລະຕາມບ້ານຕ່າງໆ ຍັງບໍ່ຖືກທາງການລາວຈັບເທື່ອ.
2024-10-10
ຕະຫລາດໃໝ່ປາກເຊ ຢູ່ແຂວງຈໍາປາສັກ ເກັບຄ່າເຊົ່າບ່ອນຂາຍເຄື່ອງຈາກ ຊາວຄ້້າຂາຍ ໃນລາຄາແພງ ຈົນເຮັດໃຫ້ເກີດຫາງສຽງເຖິງຄວາມບໍ່ພໍໃຈ ເພື່ອຕ້ອງການ ໃຫ້ພາກລັດທີ່ກ່ຽວຂ້ອງ ລົງແກ້ໄຂ.
2024-10-09
ທະນາຄານລາວ ໄດ້ເປີດໃຊ້ ແອບພລິເຄຊັນ (Application) ໃຫ້ແລກເງິນຕາຕ່າງປະເທດ 3 ສະກຸນ ຄືເງິນໂດລ້າສະຫະລັດ, ເງິນບາດໄທ ແລະ ເງິນຢວນຈີນ ໂດຍຜ່ານລະບົບອອນລາຍນ໌ ເພື່ອແກ້ໄຂບັນຫາ ການແລກປ່ຽນ ນອກລະບົບ ໃຫ້ກັບເຂົ້າສູ່ລະບົບທະນາຄານ.
2024-10-09
ຄົນງານລາວ 11 ຄົນ ບໍ່ໄດ້ຮັບຄ່າຈ້າງຈາກນາຍທຶນຈີນ ເຈົ້າຂອງສວນກ້ວຍ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນລວມເປັນເງິນ ປະມານ 8 ລ້ານກີບ ເຊິ່ງພາຍຫຼັງມີການແຈ້ງຕໍ່ເຈົ້າໜ້າທີ່ທ້ອງຖິ່ນ ຈຶ່ງໄດ້ຮັບການແກ້ໄຂ.
2024-10-08
ມາຮອດປັດຈຸບັນ ບາງໂຄງການດ້ານຄົມມະນາຄົມ ທີ່ເຊື່ອມຕໍ່ລະຫວ່າງ ລາວ-ຫວຽດນາມ ຍັງສືບຕໍ່ໂຈະການກໍ່ສ້າງ ແບບບໍ່ມີກໍານົດ ນຶ່ງໃນນັ້ນແມ່ນ ໂຄງການກໍ່ສ້າງ ທາງດ່ວນ ຈາກເມືອງຫົວເມືອງ ແຂວງຫົວພັນ ຫາຊາຍແດນຫວຽດນາມ ຖືກໂຈະຢູ່.
2024-10-08
ລາຄາຜັກຫຼາຍຊະນິດ ຢູ່ນະຄອນຫຼວງວຽງຈັນ ປັບຂຶ້ນຍ້ອນພື້ນທີ່ກະສິກຳທີ່ປູກຜັກ ໃນນະຄອນຫຼວງວຽງຈັນ ຖືກນໍ້າຖ້ວມ ໃນເດືອນຜ່ານມາ ເຮັດໃຫ້ຜົນຜະລິດເສັຍຫາຍ, ຊາວຄ້າຂາຍ ຜັກຢູ່ຕະຫຼາດ ນະຄອນຫຼວງວຽງຈັນ ຕ້ອງໄດ້ນໍາເຂົ້າຜັກຈາກຈີນ ຫຼື ຕ່າງແຂວງ.
2024-10-08
ຊາວລາວຈໍານວນນຶ່ງ ຄາດຫວັງ ໃຫ້ຜົນສະທ້ອນ ຈາກກອງປະຊຸມ ຍອດອາຊ້ຽນ ແກ້ໄຂບັນຫາເງິນເຟີ້ ພາຍໃນປະເທດໄດ້ ຂະນະທີ່ ຊາວບ້ານອີກຈໍານວນນຶ່ງ ພັດມີຄວາມເຫັນວ່າ ກອງປະຊຸມດັ່ງກ່າວນີ້ ຈະບໍ່ທັນເປັນປະໂຫຍດຫຍັງ ຕໍ່ຊາວລາວ.
2024-10-07
ຄົນລາວຈຳນວນໜຶ່ງ ເດີນທາງໄປເຮັດວຽກ ໄລຍະຍາວດ້ານກະສິກຳຢູ່ປະເທດຢີ່ປຸ່ນ ຍ້ອນໄດ້ລາຍໄດ້ດີ ຂະນະດຽວກັນຜູ້ທີ່ໄດ້ຮັບຄັດເລືອກ ໃຫ້ເດີນທາງໄປເຮັດວຽກຢູ່ປະເທດຢີ່ປຸ່ນ ຈະຕ້ອງໄດ້ຮຽນຮູ້ພາສາຢີ່ປຸ່ນຂັ້ນພື້ນຖານກ່ອນ ເຊິ່ງຖືເປັນອຸປະສັກໜຶ່ງ ທີ່ເຮັດໃຫ້ຄົນງານລາວ ບາງຄົນພາດໂອກາດນີ້.
2024-10-07
ສູນກາງສະຫະພັນ ກໍາມະບານລາວ ກົມປົກປ້ອງແຮງງານ ກຽມລົງເກັບກໍາຂໍ້ມູນ ສໍາຫຼວດຄ່າຄອງຊີບ ຂອງພະນັກງານ-ລັດຖະກອນ ເພື່ອເປັນຂໍ້ມູນ ໃນການສະເໜີໃຫ້ລັດຖະບານລາວ ພິຈາລະນາ ໃນການເພີ່ມຄ່າຄອງຊີບ ແລະສະຫວັດດີການ ໃຫ້ພະນັກງານ-ລັດຖະກອນ.
2024-10-07
ບາງໂຄງການ ຂອງເຂດພັດທະນາເສດຖະກິດໃໝ່ ສີທັນດອນ ຢູ່ເມືອງໂຂງຈໍາໂຂງ ແຂວງຈໍາປາສັກ ເລີ່ມກັບມາຄືນມາດຳເນີນການອີກຄັ້ງ ພາຍຫຼັງທີ່ໄດ້ຢຸດໄປໄລຍະໜຶ່ງ ແຕ່ຊາວບ້ານ ຢູ່ເມືອງໂຂງ ອີກຈໍານວນໜຶ່ງເຫັນວ່າ ການລົງທຶນຂອງນັກລົງທຶນຈີນ ບາງໂຄງການຍັງບໍ່ທັນຈ່າຍຄ່າຊົດເຊີຍໝົດ.
2024-10-04
ລາວ ແລະເກົາຫຼີໃຕ້ ເຊັນບົດບັນທຶກ ຮ່ວມມືໃນເຂດກະສິກໍາ ແລະການພັດທະນາຊົນນະບົດ ໃນຮູບແບບໃໝ່ ໂດຍສະເພາະ ການຜະລິດກະສິກໍາ ການພັດທະນາຄວາມສາມາດ ໃຫ້ແກ່ພະນັກງານວິຊາການ, ການນໍາໃຊ້ນະວັດຕະກໍາ ແລະເຕັກໂລໂລຊີທີ່ທັນສະໄໝ.
2024-10-03
ໃນເດືອນກັນຍາ ລະດັບເງິນເຟີ້ ໃນລາວ ຫລຸດລົງ 21.7% ແຕ່ຊາວລາວ ກໍຍັງໄດ້ຮັບຜົນກະທົບ ໃນເລື່ອງຄ່າຄອງຊີບ ແລະ ສິນຄ້າແພງຄືເກົ່າ ບໍ່ໄດ້ມີທ່າອຽງຈະຫລຸດລົງ ຂະນະທີ່ ແມ່ຄ້ານາງນຶ່ງ ກໍກ່າວວ່າ ລັດຖະບານ ຍັງບໍ່ສາມາດຄວບຄຸມລາຄາສິນຄ້າໄດ້ເທື່ອ.
2024-10-03
ADB ປະຈໍາລາວ ຄາດການວ່າ ເສດຖະກິດລາວປີ 2024 ເຕີບໂຕ 4 ເປີເຊັນ ຊຶ່ງການເຕີບໂຕນີ້ ມາຈາກຂະແໜງໄຟຟ້າເຊັ່ນ ເຂື່ອນ ແລະ ພະລັງງານລົມ ສ່ວນວ່າ ຂະແໜງການລົງທຶນອື່ນໆ ຍັງບໍ່ທັນຟື້ນຕົວດີເທົ່າທີ່ຄວນ.
2024-10-02
ທາງການລາວ ອອກແຈ້ງການ ໃຫ້ນາຍຈ້າງ ຈ່າຍເງິນອຸດໜຸນຄ່າຄອງຊີບ ໃຫ້ແກ່ຄົນງານ ເພື່ອໃຫ້ພວກຂະເຈົ້າ ມີລາຍໄດ້ຕໍ່ເດືອນບໍ່ຕ່ໍາກ່ວາ 2,500,000 ກີບ/ຄົນ ແຕ່ຄົນງານລາວ ເຫັນວ່າ ຍັງໜ້ອຍຫລາຍ ແລະ ຕ້ອງການໄປເຮັດວຽກຢູ່ຕ່າງປະເທດ.