ຄ່າເຊົ່າບ່ອນຂາຍເຄື່ອງ ໃນຕະຫຼາດດາວເຮືອງ ແພງຂຶ້ນຫຼາຍ

ພອນ ພູມມີທອນ
2024.10.10
ຄ່າເຊົ່າບ່ອນຂາຍເຄື່ອງ ໃນຕະຫຼາດດາວເຮືອງ ແພງຂຶ້ນຫຼາຍ ແມ່ຄ້າຂາຍເຄື່ອງທີ່ຕະຫຼາດດາວເຮືອງ ນະຄອນປາກເຊ ແຂວງຈຳປາສັກ, ເດືອນກໍລະກົດ 2023.
RFA

ໃນຕະຫລາດໃໝ່ປາກເຊ ແຂວງຈໍາປາສັກ ຫລື ເປັນທີ່ຮູ້ຈັກກັນດີ ຄື ຕະຫລາດດາວເຮືອງ ໄດ້ມີການເກັບຄ່າເຊົ່າ ບ່ອນຂາຍເຄື່ອງຊາວຄ້າຂາຍ ໃນລາຄາແພງ ໃນຍຸກເສດຖະກິດເງິນເຟີ້ ເງິນກີບອ່ອນຄ່ານີ້ ຈົນເຮັດໃຫ້ເກີດຫາງສຽງເຖິງ ຄວາມບໍ່ພໍໃຈ ເພື່ອຕ້ອງການ ໃຫ້ພາກລັດທີ່ກ່ຽວຂ້ອງ ລົງແກ້ໄຂ ເພາະບັນຫາດັ່ງກ່າວ ເກີດຂຶ້ນມາດົນແລ້ວ ແຕ່ກັບ ບໍ່ໄດ້ຮັບການແກ້ໄຂເທື່ອ, ຍ້ອນວ່າບໍ່ມີຜູ້ໃດກ້າຮຽກຮ້ອງ.

ເຊິ່ງຕະຫລາດດາວເຮືອງນີ້ ໄດ້ປ່ຽນຜູ້ໃໝ່ມາບໍລິການ ແທນດາວເຮືອງ ເຊິ່ງກໍເປັນຄົນລາວພາຍໃນແຂວງຈໍາປາສັກ ໂດຍການເກັບຄ່າເຊົ່າ ບ່ອນຂາຍເຄື່ອງ ຄິດໄລ່ຕາມອັດຕາແລກປ່ຽນເງິນຕາຕ່າງປະເທດ ປະມານ 100 ໂດລາສະຫະລັດ ຕໍ່ເດືອນ ເຊິ່ງເດືອນນຶ່ງຜູ້ເຊົ່າ ຈະເສັຍຄ່າເຊົ່າປະມານ 2 ລ້ານປາຍກີບ ສ່ວນຜູ້ເຊົ່າລາຍວັນ ແບບຄົນເຂດນອກ ເດີນທາງນໍາເອົາເຄື່ອງມາຂາຍ ແບບລາຍຍ່ອຍ ໜ້ອຍໆ ເຫັນວ່າກໍຖືກເກັບ 20,000 ກີບ ຕໍ່ໄລຍະຕອນເຊົ້າ ເຊິ່ງກໍຖືວ່າລາຄາແພງ, ດັ່ງ ແມ່ຄ້າ ໃນຕະຫລາດດາວເຮືອງ ນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ວັນທີ 10 ຕຸລານີ້ວ່າ:

ແມ່ນ ຫລາຍຄົນກະອັນນີ້ຢູ່ ໄປໂຈມຕີຫຍັງກະບໍ່ໄດ້ ໄລ່ເປັນເງິນຕ່າງປະເທດ ແລ້ວມາໄລ່ເປັນເງິນກີບ ເດືອນນຶ່ງບໍ່ແມ່ນຕົກຢູ່ 100 ຫລ່ຽນພຸ້ນເບາະ 2 ລ້ານກວ່າ ແຕ່ກ່ອນເຂົາໄລ່ເປັນເງິນກີບ ເດືອນນຶ່ງລ້ານ 5 ເຂົາບໍ່ສົນນໍາເຮົາດອກ ເຂົາເຊົ່າທີ່ແພງຫລາຍ ຜູ້ເຊົ່າກໍມີ ບໍ່ຂາຍຈັ່ງຊີ້ນ່າ ເຫັນຫລາຍຄົນ ບ້ານນອກມາຂາຍຜັກ ນັ່ງຂາຍຍ່ອຍໆໜ້ອຍໆໄດ໋ ເຂົາກໍຍັງເກັບນໍາລາວ 20,000 ຄ່າທີ່ນັ່ງຫັ້ນ ຕໍ່ຊ່ວງຕອນເຊົ້າໂລດແຫລະ.” 

ແມ່ຄ້າ ທ່ານນີ້ ໄດ້ກ່າວຕື່ມວ່າ ນອກຈາກເກັບຄ່າເຊົ່າແພງແລ້ວ ຍັງບໍ່ມີການຜ່ອນຜັນ ໃຫ້ຜູ້ເຊົ່ານໍາດ້ວຍ ເມື່ອເຖິງເວລາກໍານົດຈ່າຍຄ່າເຊົ່າ ຊາວຄ້າຂາຍ ຈະໄດ້ຂາຍ ຫລື ບໍ່ໄດ້ຂາຍກໍຕາມ ກໍຕ້ອງມີເງິນໄປຈ່າຍ ຄ່າເຊົ່າທີ່ ເຊິ່ງຕ່າງຈາກດາວເຮືອງ ທີ່ບໍລິການແຕ່ກ່ອນ ເພິ່ນມີການຜ່ອນຜັນ ໃຫ້ຊາວຄ້າຂາຍ ໃນຕະຫລາດໄດ້.

ກະຊິດີໃຈຢູ່ຄັນແມ່ນ ເຈ້ເຮືອງມາເຮັດຄືນ ເພາະວ່າລາວກໍມີຜ່ອນຜັນ ເຂົາບໍ່ທັນ ລາວກະໂຈະ ແບບ 4-5 ເດືອນ ຈັ່ງໄປເກັບຈັ່ງຊີ້ ແຕ່ທີເຂົານີ້ ບໍ່ໄດ້ເດ້ ຮອດວັນເກັບຕ້ອງເກັບ ຈັງຊີ້ນ່າ ຂາຍໄດ້ບໍ່ໄດ້ ກະຢ່າ ຂ້ອຍບໍ່ຈັກນໍາເຈົ້າ.”

ຂະນະດຽວກັນ ຊາວບ້ານໃນເມືອງປາກເຊ ທ່ານນຶ່ງ ກໍກ່າວວ່າ ໄດ້ຍິນເລື້ອງຫາງສຽງ ຜູ້ສໍາປະທານຕະຫລາດຜູ້ໃໝ່ ເກັບຄ່າເຊົ່າ ທີ່ບ່ອນຂາຍເຄື່ອງ ໃນຕະຫລາດດາວເຮືອງແພງຢູ່ ເຊິ່ງເຫັນວ່າ ເປັນບັນຫາມາດົນແລ້ວ ເບື້ອງຕົ້ນເຫັນວ່າຮ້ານນ້ອຍໆ ເກັບປະມານ 50,000 ກີບ ຫາ ແສນກີບ ກໍມີ ເຊິ່ງເຂົາເຈົ້າຄິດໄລ່ຕາມອັດຕາແລກປ່ຽນເງິນຕາ ຈຶ່ງເຮັດໃຫ້ແພງ ແລະຄົນລາວຜູ້ໃໝ່ ທີ່ເຂົ້າມາບໍລິການ ຕະຫລາດດາວເຮືອງນີ້ ບໍ່ມີການຜ່ອນຜັນ ໃຫ້ຊາວຄ້າຂາຍລາຍເດືອນ ນໍາດ້ວຍ ເມື່ອເຖິງວ່າຈ່າຍຄ່າເຊົ່າ ກໍຕ້ອງເອົາເງິນໄປຈ່າຍ.

ແຕ່ກ່ອນ ມັນຂອງດາວເຮືອງເນາະ ບາດນີ້ ດາວເຮືອງລະມອບໃຫ້ຜູ້ໃໝ່ເຮັດ ມັນບໍ່ຄືຜູ້ເກົ່າເດ້ ເພິ່ນປະມູນໄດ້ ເພິ່ນກະ ລາວໆແຕ່ກ່ອນກໍຄ້າໄມ້ຢູ່ ຮ້ານນ້ອຍໆ ເພິ່ນເກັບລາຍວັນເດ້ ຮ້ານນ້ອຍໆເພິ່ນເກັບ 50 ພັນ ທໍ່ໃດນີ້ແຫລະ ແສນແມ່ນຫຍັງນີ້ ຂ້ອຍໄດ້ຍິນແຕ່ເຂົາວ່າຊື່ໆ ດອກ ມັນໄລ່ເງິນຄືທຸກມື້ ມັນກໍແພງຂຶ້ນແຫລະ ລາຄາມັນຂຶ້ນ ຜ່ອນບໍ່ໄດ້ເດ້ພວກນີ້.” 

ພ້ອມດຽວກັນນີ້ ເຈົ້າໜ້າທີ່ທ້ອງຖິ່ນ ໃນເມືອງນະຄອນປາກເຊ ທ່ານນຶ່ງກໍກ່າວວ່າ ກໍໄດ້ຍິນຫາງສຽງຢູ່ ວ່າຕະຫລາດດາວເຮືອງ ເຂົາເຈົ້າມີການເກັບຄ່າເຊົ່າແພງ ແຕ່ຫລ້າສຸດນີ້ ເຈົ້າແຂວງຜູ້ໃໝ່ ກໍໄດ້ລົງກວດກາ ແລະ ນໍາເລື້ອງລາຄາຄ່າເຊົ່າ ໄປພິຈາລະນາໃໝ່ຢູ່. ປັດຈຸບັນນີ້ ຊາວຄ້າຂາຍຫລາຍຄົນ ກໍຢຸດເຊົາຂາຍຢູ່ຕະຫລາດດາວເຮືອງກໍມີ ແລະ ໄປຄ້າຂາຍ ຕະຫລາດເຂດນອກ ແທນ.

ເຈົ້າແຂວງເພິ່ນມາໃໝ່ ເພິ່ນກໍລົງກວດຢູ່ແລ້ວ ກະລົງປັບປຸງເລື້ອງລາຄາ ກະຈົ່ມຫັ້ນແລ້ວ ບາງຄົນກໍຍັງເຊົາຂາຍກະມີ ບາດນີ້ ເສດຖະກິດ ມັນວິກິດຢູ້ທຸກມື້ຈັ່ງຊີ້ ເຂົາກໍບໍ່ເຂົ້າດາວເຮືອງ ກໍຂາຍຢູ່ຕະຫລາດເຂດນອກເມືອງ.” 

ວິທຍຸ ເອເຊັຍເສຣີ ໄດ້ພະຍາຍາມຕິດຕໍ່ ເຈົ້າໜ້າທີ່ການຄ້າ ທີ່ກ່ຽວຂ້ອງ ເພື່ອຈະສອບຖາມ ເຖິງການແກ້ໄຂ ແຕ່ຍັງບໍ່ສາມາດຕິດຕໍ່ໄດ້.

ເຖິງຢ່າງໃດກໍຕາມ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ກໍໄດ້ລົງເຄື່ອນໄຫວ ຢູ່ຕະຫລາດໃໝ່ປາກເຊ ໃນວັນທີ 7 ຕຸລາ 2024 ທີ່ຜ່ານມານີ້ ເພື່ອຕິດຕາມການ ຊື້-ຂາຍໂຕຈິງ ຂອງຜູ້ປະກອບການ ກໍໄດ້ພົບບັນຫາດັ່ງກ່າວ ເຖິງຫາງສຽງລາຄາຄ່າເຊົ່າ ໂດຍທ່ານຈະນໍາໄປພິຈາລະນາແກ້ໄຂ. ນອກຈາກນີ້ ຍັງພົບບັນຫາ ຄວາມບໍ່ສະອາດ ຄວາມບໍ່ເປັນລະບຽບ ແລະ ບັນຫາອື່ນໆ ອີກຫລາຍຢ່າງ ທີ່ຈະຕ້ອງປັບປຸງ ໃຫ້ດີຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.