ພະນັກງານລັດຖະກອນ ລາອອກຫຼາຍຂຶ້ນ ເນື່ອງຈາກ ອັດຕາເງິນເຟີ້ ທີ່ເພີ່ມສູງຂຶ້ນ

ຄົນລາວທີ່ຂ້າມໄປຝັ່ງໄທ ທີ່ດ່ານກວດຄົນເຂົ້າເມືອງໜອງຄາຍ, ວັນທີ 20 ກໍລະກົດ 2024.
ຄົນລາວທີ່ຂ້າມໄປຝັ່ງໄທ ທີ່ດ່ານກວດຄົນເຂົ້າເມືອງໜອງຄາຍ, ວັນທີ 20 ກໍລະກົດ 2024. (RFA)

0:00 / 0:00

ການສໍາຫຼວດຕິດຕາມຄົວເຮືອນ ຮອບທີ 9 ຂອງທະນາຄານໂລກ ປະຈໍາລາວ ທີ່ໄດ້ດໍາເນີນໃນທົ່ວປະເທດ ໃນເດືອນພຶດສະພາ ຫາ ເດືອນມິຖຸນາ 2024 ລະບຸວ່າ ອັດຕາເງິນເຟີ້ໃນປັດຈຸບັນ ທີ່ຍັງສູງກວ່າ 26% ກໍາລັງເຮັດໃຫ້ ມາດຕະຖານຊີວິດການເປັນຢູ່ ຂອງປະຊາຊົນລາວ ໄດ້ຮັບຜົນກະທົບ ຕະຫຼາດແຮງງານ ມີການປັບປ່ຽນ ຄົນງານລາວຈໍານວນຫຼາຍ ໄປຊອກເຮັດວຽກຢູ່ຕ່າງປະເທດ ໃນນີ້ແມ່ນເປັນກຸ່ມພະນັກງານລັດຖະກອນ ທີ່ໄດ້ລາອອກ ແລະໂຍກຍ້າຍໄປເຮັດວຽກຢູ່ຕ່າງປະເທດ ເປັນຕົ້ນ ປະເທດໄທ ແລະເກົາຫຼີໃຕ້ຂະນະທີ່ ອີກສ່ວນໜຶ່ງ ກໍ່ຍ້າຍໄປເຮັດຂະແໜງການອື່ນ ທີ່ຄ່າຕອບແທນສູງກວ່າ.

ມາເຖິງປັດຈຸບັນ ຈໍານວນຄົນງານລາວ ທີ່ເຮັດວຽກຢ່າງຖືກຕ້ອງຕາມກົດໝາຍ ຢູ່ປະເທດໄທ ເພີ່ມຂຶ້ນເປັນ 313,000 ຄົນ-ອີງຕາມງານລາຍງານ ຂອງທະນາຄານໂລກ ເມື່ອເດືອນກັນຍາ ທີ່ຜ່ານມາ.

ການລາອອກຈາກວຽກ ຂອງພະນັກງານລັດຖະກອນ ຍ້ອນວ່າ ລາຍຮັບຕໍ່ເດືອນຂອງລັດຖະກອນ ຍັງບໍ່ກຸ້ມກິນ ທ່າມກາງສະພາບເງິນເຟີ້ໃນປັດຈຸບັນ ຈຶ່ງຕ້ອງການໄປຊອກຫາວຽກເຮັດ ທີ່ໄດ້ຄ່າຕອບແທນສູງກວ່າ, ດັ່ງອະດີດພະນັກງານລັດຖະກອນ ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີ່ຕ້ອງການໄປເຮັດວຽກ ຢູ່ເກົາຫຼີໃຕ້ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ຕຸລາ 2024 ນີ້ວ່າ:

" ໄປສ້າງເສດຖະກິດຄອບຄົວຫັ້ນແຫຼະ ຢູ່ນີ້ມັນຄ່າຄອງຊີບແພງຫຼາຍຫັ້ນນ່າ ເງິນເດືອນລັດ ເງິນເດືອນຢູ່ນີ້ ມັນບໍ່ພໍກິນຫັ້ນແຫຼະ ກໍເລີຍຊິພາກັນແລ່ນໄປພຸ້ນຫັ້ນນ່າ ບໍ່ກຸ້ມ ເງິນເດືອນ 2 ລ້ານກີບ ເຮົາກະຕັດສິນໃຈແລ້ວເດ້ ຕັດສິນໃຈເດ້ອອກວຽກ ກໍ່ເລີຍຢຢາກໄປບ່ອນທີ່ໄກ ບ່ອນທີ່ຄ່າຕອບແທນອ່າວສູງແດ່ຫັ້ນນ່າ."

ຢູ່ເມືອງຫຼວງນໍ້າທາ ກໍ່ມີພະນັກງານລັດຖະກອນ ໃນຂະແໜງການຕ່າງໆ ລາອອກຢູ່ຈໍານວນໜຶ່ງ ຍ້ອນສະພາບເງິນເຟີ້ ທີ່ສົ່ງຜົນຕໍ່ສະພາບ ເສດຖະກິດຄອບຄົວ ຂອງພວກເຂົາເຈົ້າ ປັດຈຸບັນ ລາຍຮັບພື້ນຖານ ຂອງພະນັກງານລັດຖະກອນ ລວມແລ້ວຈະຢູ່ທີ່ ປະມານ 2 ລ້ານກີບຕໍ່ເດືອນ, ດັ່ງພະນັກງານລັດຖະກອນ ຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ນາງໜຶ່ງ ກ່າວວ່າ:

" ກໍ່ຫາກມີຢູ່ ເຫັນເຂົາລາອອກຢູ່ ເປັນຍ້ອນເງິນເຟີ້ບໍ ຫຼືວ່າເປັນຍ້ອນ ເສດຖະກິດຄອບຄົວເຂົາເອງ ເງິນເດືອນພື້ນຖານ ກໍ່ປະມານ 1,600,000 ປາຍ 1,700,000 ຂຶ້ນເມືອ ແລ້ວມາບວກຄ່າຄອງຊີບອີກ 300,000 ຈຶ່ງຮອດ 2 ລ້ານ ເຫັນເຂົາລາອອກຢູ່ ແຕ່ເຂົາກໍຫາກບໍ່ໄປທາງໃດ ເຂົາກໍຫາເຮັດວຽກເຂົາເອງ."

ນາງກ່າວຕື່ມວ່າ ພະນັກງານລັດຖະກອນ ທີ່ຍັງເຮັດງານລັດຢູ່ ກໍ່ຢາກໃຫ້ລັດຖະບານ ເພີ່ມເງິນເດືອນໃຫ້ນໍາ ຍ້ອນລັດຖະກອນສ່ວນຫຼາຍ ຕ້ອງເຮັດສວນ ປາດຢາງເປັນອາຊີບເສີມ ເພື່ອຫາລາຍຮັບເພີ່ມ ຍ້ອນເງິນເດືອນອາຊີບ ຂອງພະນັກງານລັດນັ້ນ ຍັງບໍ່ສາມາດກຸ້ມຄອບຄົວໄດ້.

ຢູ່ເມືອງພຽງ ແຂວງໄຊຍະບູລີ ກໍ່ຍັງເຫັນປະກົດການ ພະນັກງານລັດຖະກອນລາອອກ ໂດຍມີທັງ ພະນັກງານທີ່ໄດ້ຮັບການບັນຈຸແລ້ວ ແລະທີ່ຍັງບໍ່ໄດ້ບັນຈຸ ໂດຍປະກົດການນີ້ ເກີດຂຶ້ນ ໃນໄລຍະທີ່ເງິນເຟີ້ເພີ່ມຂຶ້ນຫຼາຍ ສ່ວນໜຶ່ງ ຕັດສິນໃຈ ໄປເຮັດວຽກຢູ່ປະເທດໄທ ໂດຍໃຊ້ພາດສະປອດທ່ອງທ່ຽວ ເຂົ້າໄປຫາວຽກເຮັດງານທໍາ, ດັ່ງພະນັກງານລັດຖະກອນ ຢູ່ເມືອງພຽງ ແຂວງໄຊຍະບູລີ ທ່ານໜຶ່ງ ກ່າວວ່າ:

" ມີປະກົດການທີ່ວ່າ ເຂົາເຈົ້າລາອອກຫັ້ນມີຢູ່ ມັນກໍ່ມີລັດຖະກອນ ຈໍານວນໜຶ່ງແດ່ ແລ້ວກໍ່ມີແບບພວກທີ່ບໍ່ໄດ້ບັນຈຸຈໍານວນໜຶ່ງ ອັນນີ້ມັນຈະເປັນຫຼັງໂຄວິດຫັ້ນນ່າ ທີ່ວ່າ ເປັນຊ່ວງໄລຍະທີ່ວ່າເງິນເຟີ້ ເພີ່ມຂຶ້ນຫຼາຍຊິນ່າ."

ຢ່າງໃດກໍ່ຕາມ ກໍ່ມີພະນັກງານລັດຖະກອນ ອີກຈໍານວນໜຶ່ງ ທີ່ຍັງບໍ່ໄດ້ລາອອກຈາກວຽກລັດ ແຕ່ກໍ່ມີຄວາມສົນໃຈ ຢາກໄປເຮັດວຽກຢູ່ຕ່າງປະເທດນໍາ ແຕ່ຍັງບໍ່ສາມາດເຮັດໄດ້ ຍ້ອນຍັງບໍ່ມີຊ່ອງທາງທີ່ຖືກຕ້ອງ ຂະນະທີ່ ບາງສ່ວນ ກໍ່ຍັງບໍ່ກ້າອອກຈາກວຽກ, ດັ່ງພະນັກງານລັດຖະກອນ ຢູ່ເມືອງປາກອູ ແຂວງຫຼວງພະບາງ ທ່ານໜຶ່ງ ກ່າວວ່າ:

" ກະຫາກມີ ມີໆ ສ່ວນຫຼາຍກໍ່ມີ ແຕ່ກໍ່ຍັງຖືວ່າ ຍັງບໍ່ມີແນວທາງທີ່ໄປໄດ້ ບາງຄົນກໍ່ມີຊ່ອງທາງ ສອງກໍ່ຄື ບາງຄົນກະ ບໍ່ຢາກອອກວຽກແດ່ ກໍ່ມີຫຼາຍປັດໄຈ."

ປະກົດການ ພະນັກງານລັດຖະກອນ ລາອອກຈາກວຽກ ເລີ່ມປະກົດໃຫ້ເຫັນ ຕັ້ງແຕ່ເດືອນສິງຫາ ປີ 2023 ໃນຕອນໜຶ່ງ ທີ່ທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ກ່າວໃນກອງປະຊຸມ ສະພານະຄອນຫຼວງວຽງຈັນ ວ່າ ການແກ້ໄຂບັນຫາ ຊີວິດການເປັນຢູ່ ຂອງພະນັກງານ ລັດຖະກອນ ໃນສະພາບປັດຈຸບັນນັ້ນ ມີຄວາມຫຍຸ້ງຍາກ ເພາະມັນເປັນ ບັນຫາລວມຂອງຊາດ. ພະນັກງານ-ລັດຖະກອນຫຼາຍຄົນ ລາອອກຈາກການເປັນພະນັກງານລັດຖະກອນ.

ເພື່ອແກ້ໄຂບັນຫາດັ່ງກ່າວ ທາງລັດຖະບານ ກໍ່ໄດ້ປັບປຸງເງິນເດືອນຂັ້ນຕໍ່າ ຂອງພະນັກງານລັດຖະກອນ ໃຫ້ຢູ່ທີ່ 1,700,000 ກີບ ແລະເພີ່ມເງິນອຸດໜຸນຄ່າຄອງຊີບ ໃຫ້ອີກ 150,000 ກີບ ລວມເປັນ 1,850,000 ກີບ/ເດືອນ ຕໍ່ມາ ກໍ່ໄດ້ມີແຜນການ ຈະຂຶ້ນເງິນເດືອນຂັ້ນພື້ນຖານ ເປັນ 2,000,000-2,500,000 ກີບ ພາຍໃນປີ 2025 ອີງຕາມຄໍາກ່າວ ຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ທີ່ກ່າວໃນກອງປະຊຸມສະພາແຫ່ງຊາດລາວ ໃນເດືອນມິຖຸນາ ທີ່ຜ່ານມາ.