ໃນທີ່ສຸດ ເຈົ້າຂອງສວນກ້ວຍຈີນ ຍອມຈ່າຍເງິນໃຫ້ຄົນລາວ 11 ຄົນ
2024.10.09
ບັນຫານາຍທຶນຈີນ ບໍ່ຈ່າຍຄ່າຈ້າງໃຫ້ແຮງງານລາວ ໂດຍຫລ້າສຸດ ເກີດຂຶ້ນ ຢູ່ບ້ານນາແຖ ເມືອງໄຊທານີ ນະຄອນຫລວງວຽງຈັນ ເຊິ່ງນາຍທຶນຈີນບໍ່ຍອມຈ່າຍຄ່າຈ້າງ ໃຫ້ແຮງງານລາວເຖິງ 11 ຄົນ ລວມເປັນເງິນປະມານ 8 ລ້ານປາຍກີບ ແຕ່ແຮງງານລາວທັງໝົດ ກໍໄດ້ໄປແຈ້ງບັນຫາ ຕໍ່ເຈົ້າໜ້າທີ່ທ້ອງຖິ່ນ ໃຫ້ຊ່ວຍແກ້ໄຂ ນາຍຈ້າງຈີນຈຶ່ງຍອມຈ່າຍ.
ເບື້ອງຕົ້ນ ຄົນງານລາວ ເປັນຄົນຕ່າງຖິ່ນ ທາງເຂດພາກເໜືອ ເຂົ້າມາເຮັດວຽກ ໃນສວນກ້ວຍແບບເໝົາ ໃນໄລຍະ 3-4 ເດືອນ ແຕ່ກັບເຮັດວຽກໄດ້ພຽງ 1 ອາທິດ ກໍບໍ່ຢາກເຮັດວຽກຕໍ່ໃຫ້ຄົບຕາມສັນຍາ ທາງສວນກ້ວຍເຂົາເຈົ້າຈຶ່ງບໍ່ຢາກຈ່າຍຄ່າຈ້າງໃຫ້ ເພາະທາງແຮງງານລາວ ຜິດສັນຍາຕາມທີ່ຕົກລົງກັນໄວ້, ດັ່ງ ເຈົ້າໜ້າທີ່ ທ້ອງຖິ່ນ ໃນເມືອງໄຊທານີ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 8 ຕຸລາ ນີ້ວ່າ:
“ບໍ່ແມ່ນວ່າບໍລິສັດບໍ່ຈ່າຍ ຄວາມໝາຍ ລັກສະນະຫັ້ນ ເຊັນສັນຍາກັນຈັ່ງຊີ້ນ່າ ວ່າ 3 ເດືອນ 4 ເດືອນຈັ່ງຊີ້ນ່າ ບາງຄົນພັດມາເຮັດວຽກໄດ້ອາທິດນຶ່ງ ທິດປາຍ ແລ້ວຢາກຫນີ ເຂົາລະບໍ່ຢາກໄລ່ໃຫ້ ພວກເຮົາກໍເອົາເຄີຍໃຫ້ ແລ້ວເຂົາກໍເອົາໃຫ້ ຊຸດນຶ່ງຫັ້ນເປັນເງິນຢູ່ 5 ລ້ານປາຍ 5 ຄົນ ແລ້ວຊຸດນັ້ນຫັ້ນນ່າ 3 ລ້ານປາຍ.”
ທ່ານກ່າວຕື່ມວ່າ ສວນກ້ວຍຢູ່ບ້ານນາແຖ ເມືອງໄຊທານີ ນະຄອນຫລວງວຽງຈັນ ມີ 2 ບໍລິສັດ ເຊິ່ງບໍລິສັດ ທີ່ບໍ່ຢາກຈ່າຍ ຄ່າຈ້າງໃຫ້ແຮງງານກຸ່ມດັ່ງກ່າວ ຊື່ ບໍລິສັດ ເຊິງຊັງຊິນ ໂດຍເລື້ອງນີ້ເກີດຂຶ້ນ ໃນໄລຍະເດືອນ ມີນາ 2024 ທີ່ຜ່ານມາແລ້ວ ເຊິ່ງບໍລິສັດເຂົ້າມາສໍາປະທານແຕ່ປີ 2018 ເນື້ອທີ່ ປະມານ 102 ເຮັກຕ້າ ແລະ ໝົດສໍາປະທານໃນເດືອນ ມີນາ 2024 ນີ້ ເປັນໄລຍະ ທີ່ເຂົາເຈົ້າໝົດສັນຍາສໍາປະທານພໍດີ ແຕ່ກໍໄດ້ແກ້ໄຂຮຽບຮ້ອຍໝົດແລ້ວ.
ສ່ວນອີກ 1 ບໍລິສັດ ຊື່ ບໍລິສັດ ຈາລຸ້ຍ ຂອງຈີນ ເຊັ່ນກັນ ຫາກໍເຂົ້າມາສໍາປະທານ ໃນປີ 2023 ທີ່ຜ່ານມາ ເນື້ອທີ່ປະມານ 110 ປາຍ ເຮັກຕ້າ ກໍຍັງບໍ່ພົບບັນຫາອັນໃດ.
ຂະນະທີ່ ຄົນງານລາວສວນກ້ວຍແຫ່ງນຶ່ງ ກໍກ່າວວ່າ ກໍລະນີ ທີ່ນາຍຈ້າງ ບໍ່ຈ່າຍຄ່າແຮງງານ ທີ່ຜ່ານມາກໍມີເກີດຂຶ້ນ ສາເຫດທີ່ເຂົາເຈົ້າ ບໍ່ຢາກຈ່າຍຄ່າຈ້າງໃຫ້ແຮງງານລາວ ກໍເປັນຍ້ອນ ນໍາໂຕແຮງງານລາວເອງ ທີບາງຄົນ ບໍ່ເຮັດວຽກຕາມກໍານົດສັນຍາ ທີ່ຕົກລົງກັນແຕ່ທໍາອິດ, ສ່ວນໃຫຍ່ ຈະອອກຈາກວຽກກ່ອນກໍານົດ ໂດຍບໍ່ຢາກເຮັດຕໍ່ ໃຫ້ຈົບທີ່ຮັບເໝົາ.
“ແຕ່ກ່ອນນະ ມີ ເຈົ້າບໍ່ເຮັດວຽກ ຮອດກໍານົດທີ່ວ່າກໍານົດກັນຫັ້ນນ່າ ສໍາເຮັດຈ່າຍໝົດ ແຕ່ວ່າຄັນເຈົ້າເມື່ອກ່ອນ ກະເງິນສ່ວນນຶ່ງ ຖືວ່າໂມຂະ ບາງຄົນເຂົາບໍ່ຢາກເຮັດ ເຮັດມື້ນຶ່ງ ເຂົາກໍນອນ ແລ້ວກະຫົວໜ້າບໍ່ຢາກເອົາຫັ້ນນ່າ ແຕ່ດຽວນີ້ບໍ່ມີແລ້ວ ຖ້າຄັນເຮັດແນວນັ້ນ ຄົນຈະບໍ່ເຮັດວຽກນໍາ ຄົນຈະຫນີໝົດ.”
ບັນຫາເລື້ອງດັ່ງກ່າວນີ້ ເຈົ້າໜ້າທີ່ແຮງງານ ໃນນະຄອນຫລວງວຽງຈັນ ທ່ານນຶ່ງ ກໍກ່າວວ່າ ທີ່ຜ່ານມາ ກໍຍັງບໍ່ມີລາຍງານຂຶ້ນມາຂ້າງເທິງວ່າ ມີສວນກ້ວຍຈີນ ບໍ່ຈ່າຍເງິນຄ່າຈ້າງແຮງງານລາວ. ສ່ວນໃຫ່ຍ ຖ້າເກີດ ໃນກໍລະນີນີ້ ທາງຂັ້ນເມືອງ ຈະເປັນຄົນແກ້ໄຂກ່ອນ ຖ້າແກ້ໄຂບໍ່ໄດ້ ຄ່ອຍລາຍງານຫາຂັ້ນເທິງ ໃຫ້ລົງໄປແກ້ໄຂ.
“ຕອນເຂົາເຂົ້າມາ ເຂົາກໍບໍ່ໄດ້ແຈ້ງເມືອງຢູ່ແລ້ວ ເຂົາເຈົ້າຈະມາ ນໍາສາຍເຂົາເຈົ້າເອງເນາະ ແຕ່ວ່າຄັນເກີດກໍລະນີນີ້ຂຶ້ນນີ່ ມາຫາເມືອງຫັ້ນ ເມືອງກໍແກ້ໃຫ້ ກະຊ່ວຍເຫລືອໄດ້ຢູ່ ກໍບໍ່ມີບັນຫາດອກ ແກ້ບໍ່ໄດ້ ນະຄອນຫລວງເຮົາຈັ່ງລົງໄປ.”
ສ່ວນ ສວນກ້ວຍ ທີ່ໝົດສັນຍາສໍາປະທານໄປແລ້ວ ດິນສວນຕົງນີ້ ຈະບໍ່ໄດ້ປ່ອຍໃຫ້ຮົກຮ້າງ ເຊິ່ງຊາວບ້ານກໍຈະນໍາດິນ ໄປປູກພືດຢ່າງອື່ນແທນ ເພາະເປັນດິນຂອງຊາວບ້ານທີ່ຖືກສໍາປະທານຈາກນາຍທຶນ ເຊັ່ນ ຫັນໄປປູກ ມັນຕົ້ນ ປູກເຂົ້າ ປູກທົ່ວຫລຽນ ເຊິ່ງທີ່ຜ່ານມາ ກໍບໍ່ມີຜົນກະທົບ ດ້ານສານເຄມີ ເຖິງແມ່ນວ່າ ສວນກ້ວຍຈີນຈະໃຊ້ສານເຄມີກໍຕາມ ແຕ່ກໍໃຊ້ຈະຢູ່ໃນຂອບເຂດທີ່ກໍານົດ ເພາະທາງການລາວ ກໍມີການຄວມຄຸມຢູ່, ດັ່ງ ເຈົ້າໜ້າທີ່ ກະສິກໍາ ແລະ ປ່າໄມ້ ໃນນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວວ່າ:
“ປູກກ້ວຍຫລາຍໆ ຜົນກະທົບວ່າໄປ ປ່ອຍດິນຮ້າງ ມີສານເຄມີຕົກຄ້າງ ບໍ່ມີ ເຂົາເຈົ້າກໍໄຖດີໆ ແລ້ວຫັນໄປປູກພືດອື່ນໆ ປະຊາຊົນເຂົາເຈົ້າ ກໍໄປປູກມັນຕົ້ນ ປູກທຸລຽນຫັ້ນເດ້ ເຂົ້າ ມັນກໍງາມແມ່ນຫຍັງຕົ້ວ ເລື້ອງອຸດສາຫະກໍາ ມັນກໍຈໍາເປັນຕ້ອງ ໄດ້ໃຊ້ແດ່ຫັ້ນນ່າ ປຸ໋ຍເຄມີ ພວກຢາປາບ ສັດຕູພືດ ກໍຕ້ອງໃຊ້ ແຕ່ວ່າບົນພື້ນຖານລັດພວກເຮົາ ກໍມີການຄຸ້ມຄອງເດ້.”
ເຖິງຢ່າງໃດກໍຕາມ ໃນໄລຍະເດືອນ ກັນຍາ ປີ 2021 ກໍມີເຫດການ ນາຍຈ້າງສວນກ້ວຍຈີນ ບໍ່ຈ່າຍຄ່າຈ້າງ ໃຫ້ແຮງງານລາວ ເປັນຕົ້ນ ຢູ່ແຂວງອັດຕະປື ມີແຮງງານລາວ 2 ຄົນ ຄືທ້າວທິດ ແລະ ທ້າວອ້ອມ ອາຍຸ 21 ປີ ເປັນຊາວບ້ານ ບ້ານນາຈະລຸ້ນ ເມືອງມະຫາໄຊ ແຂວງຄໍາມ່ວນ ໄດ້ໄປເຮັດວຽກໃນສວນກ້ວຍຈີນ ຢູ່ແຂວງອັດຕະປື ແຕ່ມາຮອດເດືອນ ກໍລະກົດ 2021 ໄດ້ພາກັນຢ່າງອອກຈາກສວນກ້ວຍ ເພື່ອກັບບ້ານ ໃນວັນທີ 21 ກັນຍາ 2021 ຍ້ອນນາຍຈ້າງຈີນ ບໍ່ຈ່າຍຄ່າແຮງງານໃຫ້. ເບື້ອງຕົ້ນ ນາຍຈ້າງໃຫ້ຄ່າຈ້າງ ເງິນຄ່າແຮງ ປະມານ 50,000 ກີບຕໍ່ມື້ ແຕ່ກັບບໍ່ໄດ້ຈັກກີບ ຈົນຢ່າງມາຮອດແຂວງສາລະວັນ ກໍມີຜູ້ໃຈບຸນ ໃຫ້ຄວາມຊ່ວຍເຫລືອ.