ເຣື້ອງທີ່ເກັບບັນທຶກໄວ້
2022-10-26
ທາງການລາວ ແລະ ອຳນາດການປົກຄອງ ຂັ້ນເມືອງ, ເມືອງກິມຊອນ ປະເທດເກົາຫລີໃຕ້ ຫາລືເຣຶ່ອງແຮງງານ ດ້ານການກະເສຕ ຂະນະທີ່ຄົນງານລາວ ຍິ່ງມີຄວາມກະຕືລືລົ້ນ ຢາກໄປເຮັດວຽກ ຢູ່ເກົາຫລີໃຕ້ຫລາຍຂຶ້ນ.
2022-10-26
ຮ້ານຮັບຊື້ເຫລັກເສດແຫ່ງນຶ່ງ ຂອງແຂວງວຽງຈັນ ຖືກກວດຄົ້ນ ພ້ອມທັງດຳເນີນຄະດີ ຕໍ່ເຈົ້າຂອງຮ້ານດັ່ງກ່າວ ໃນຂໍ້ຫາຮັບຊືຶ້ຂອງໂຈນ, ເພາະວ່າ ທາງຮ້ານ ໄດ້ຮັບຊື້ເຫລັກເສົາໄຟຟ້າ ທີ່ເປັນຊັພສິນ ຂອງຣັຖວິສາຫະກິຈ ໄຟຟ້າລາວ ຊຶ່ງຖືກກຸ່ມຄົນຂີ້ລັກ ລັກມາຂາຍ ໃຫ້ທາງຮ້ານ.
2022-10-26
ທາງການລາວ ຈັດງານສເລີມສລອງ ວັນອາຫານໂລກ, ຂະນະທີ່ບັນຫາ ການຄໍ້າປະກັນ ສບຽງອາຫານ ພົບພໍໍ້ກັບສິ່ງທ້າທາຍ ຫລາຍຂຶ້ນ ເນື່ອງຈາກ ການປ່ຽນແປງ ທາງດ້ານດິນຟ້າອາກາດ, ແລະ ພັຍພິບັດທັມມະຊາຕ ສົ່ງຜົລກະທົບ ຕໍ່ຜົລຜລິຕ ຂອງຊາວນາ ເຮັດໃຫ້ຂາດແຄນ ສະບຽງອາຫານ.
2022-10-24
ທະນາຄານແຫ່ງ ສປປ ລາວ ໄດ້ປະກາດນໍາໃຊ້ ທະນະບັດ ໃບ 10,000 ກີບ ແລະ 20,000 ກີບ ຮູບແບບປັບປຸງໃໝ່ ຂະນະທີ່ ຊາວລາວສ່ວນຫຼາຍ ຢາກໃຫ້ເລັ່ງແກ້ໄຂ ບັນຫາເງິນເຟີ້ ຫຼາຍກ່ອນ.
2022-10-24
ຣັຖບານ ສປປ ລາວ ອອກດໍາຣັຖ ວ່າດ້ວຍພົລເມືອງ ກິດຕິມະສັກ ສໍາລັບຄົນ ຕ່າງປະເທດ ທີ່ມີອາຍຸແຕ່ 18 ປີຂຶ້ນໄປ, ໄດ້ມອບທຶນ ໃຫ້ຣັຖບານ ແຕ່ 5 ແສນໂດລ້າຣ໌ ສະຫະຣັຖຂຶ້ນໄປ ແລະໄດ້ນຳທຶນ ເຂົ້າປະເທດລາວ ແຕ່ 1 ລ້ານໂດລ້າຣ໌ຂຶ້ນໄປ, ເປັນຜູ້ມີຄວາມຮູ້, ຄວາມສາມາດ ດ້ານວິຊາສະເພາະ ຂັ້ນຊ່ຽວຊານ ລະດັບປະຣິນຍາ ເອກຂຶ້ນໄປ ສາມາດ ຂໍເປັນ ພົລເມືອງ ກິດຕິມະສັກ ຂອງ ສປປ ລາວໄດ້.
2022-10-24
ຄົນງານລາວ ຮຽກຮ້ອງໃຫ້ ທາງການລາວ ຊ່ອຍຄຸ້ມຄອງ ສິດຜົລປໂຍດ ຢ່າງເຂັ້ມງວດ ແລະ ຂໍໃຫ້ຈຳກັດ ຄົນຈີນ ທີ່ເຂົ້າມາເຮັດວຽກທຳມາຫາກິນ ຢູ່ລາວ ຫລາຍເກີນໄປ.
2022-10-23
ເກົາຫລີໃຕ້ ມີແຜນຮັບເອົາ ຄົນງານລາວ ເຂົ້າໄປເຮັດວຽກ ຢ່າງຖືກຕ້ອງ ຕາມກົດໝາຍ ເພື່ອຊ່ອຍແກ້ໄຂ ຄວາມຫຍຸ້ງຍາກ ດ້ານສເຖກິຈ ແລະ ອັຕຣາ ຫວ່າງງານ ໃນສປປລາວ.
2022-10-21
ສຳນັກຂ່າວ ເອເຊັຽທາມສ໌ ໄດ້ຣາຍງານວ່າ ປະເທດລາວ ຍັງຕິດກັບດັກໜີ້ ຂອງຈີນ ຍ້ອນວ່າ ໜີ້ສິນຂອງປະເທດລາວ ຍິ່ງສູງຂຶ້ນ.
2022-10-21
ຊາວສວນຢາງພາຣາ ໃນຫຼາຍແຂວງ ທາງພາກເໜືອ ຂອງປະເທດລາວ ຍັງປະສົບບັນຫາ ລາຄາຢາງພາຣາ ຕົກຕໍ່າ ແລະລາຄາບໍ່ເປັນເອກພາບກັນ ຕາມທີ່ສະມາຄົມ ຢາງພາຣາ ໄດ້ນໍານົດໄວ້, ແຕ່ພໍ່ຄ້າ, ແມ່ຄ້າຄົນກາງ ຊື້ໃນລາຄາ ປະມານ 8,000 ກີບຕໍ່ກິໂລກຣາມ ຊຶ່ງຖືກກົດລາຄາລົງ.
2022-10-21
ພະນັກງານຣັຖ ວິສາຫະກິຈ ນໍ້າປະປາ ແຂວງຈໍາປາສັກ ມີທັງຜູ້ໄດ້ຮັບ ເງິນເດືອນຊ້າ ແລະໄດ້ຕາມເວລາ ແຕກຕ່າງກັນ ຊຶ່ງຢູ່ບາງເມືອງຊ້າ ເຖິງ 6-7 ເດືອນກໍມີ ຂະນະທີ່ ພະນັກງານ ທີ່ໄດ້ຮັບ ຄວາມເດືອດຮ້ອນ ຈາກການຈ່າຍເງິນເດືອນຊ້າ ບໍ່ກ້າຮ້ອງຮຽນ ເນື່ອງຈາກ ບໍ່ຢາກຖືກໄລ່ອອກ.
2022-10-21
ຣັຖບານລາວ ຫ້າມບໍ່ໃຫ້ຮ້ານ ທີ່ເປັນໂຕແທນ ແລກປ່ຽນເງິນຕຣາ ຂາຍເງິນຕຣາ ຕ່າງປະເທດ, ແຕ່ໃນພາກປະຕິບັດຕົວຈິງ ມາຮອດປັດຈຸບັນ ຮ້ານແລກປ່ຽນເງິນ ກໍຍັງເປີດດຳເນີນ ການແລກປ່ຽນ ເງິນຕຣາ ຕ່າງປະເທດ ໄດ້ຕາມປົກກະຕິ.
2022-10-20
ເຈົ້າຂອງຣົຖເມ ໂດຍສານ ພໍໃຈ ທີ່ທາງການລາວ ປະກາດຂຶ້ນຄ່າ ໂດຍສານ ໃນທົ່ວປະເທດ ທັງຣົຖດ່ວນ ແລະ ຣົຖທັມມະດາ ເພາະນໍ້າມັນແພງຂຶ້ນຫລາຍ ເຊັ່ນວຽງຈັນ-ປາກເຊ ຂຶ້ນຈາກ 230,000 ກີບ ເປັນ 290,000 ກີບຕໍ່ຖ້ຽວ ຂະນະທີ່ປະຊາຊົນ ຈະໃຊ້ບໍຣິການຣົຖເມ ໂດຍສານ ສະເພາະ ເວລາຈຳເປັນ ເທົ່ານັ້ນ.
2022-10-20
ແຂວງສວັນນະເຂດ ຈັດຕລາດນັດ ຈ້າງງານ ເພື່ອຫລຸດຜ່ອນ ຈໍານວນຄົນຫວ່າງງານ ພາຍໃນແຂວງ ແຕ່ຊາວໜຸ່ມລາວ ບໍ່ສົນໃຈພໍເທົ່າໃດ ຍ້ອນໄດ້ເງິນເດືອນໜ້ອຍ ບໍ່ກຸ້ມກິນ, ພວກເຂົາເຈົ້າ ຢາກໄປເຮັດວຽກ ຢູ່ຕ່າງປະເທດ ເປັນຕົ້ນປະເທດໄທຍ.
2022-10-19
ຍັງມີຊາວຕ່າງ ປະເທດຈໍານວນນຶ່ງ ເຂົ້າມາປະກອບກິຈການ ເຮືອນພັກ ໄລຍະສັ້ນ ໃນ ສປປ ລາວ ເຮັດໃຫ້ຄົນລາວ ເສັຍໂອກາດ ແລະຖືກຍາດແຍ່ງອາຊີພ ທີ່ສງວນໄວ້ ໃຫ້ສະເພາະຄົນລາວ ແລະມາຮອດປັດຈຸບັນ ທາງການລາວ ຍັງບໍ່ສາມາດ ຄວບຄຸມໄດ້ເທື່ອ ໂດຍສະເພາະ ກຸ່ມຄົນຈີນ, ຄົນວຽດນາມ ແລະຄົນໄທຍ.
2022-10-18
ກ່ອນທີ່ຈະມີການ ຈັດກອງປະຊຸມ ສໄມສາມັນ ເທື່ອທີ 4 ຂອງສະພາ ແຫ່ງຊາຕ ຊຸດທີ 4 ໃນທ້າຍປີ 2022, ປະຊາຊົນ ຢາກໃຫ້ມີການ ອະພິປາຍ ການແກ້ໄຂບັນຫາ ປາກທ້ອງ ຂອງປະຊາຊົນ ແລະ ເຣື່ອງຖນົນ ຫົນທາງທີ່ເປ່ເພ.