ຜູ້ປະກອບການ ຣົຖເມໂດຍສານ ພໍໃຈກັບການປັບຂຶ້ນ ຄ່າໂດຍສານ
2022.10.20

ເຈົ້າຂອງຣົຖເມໂດຍສານ ດີໃຈທີ່ກະຊວງ ໂຍທາທິການ ແລະຂົນສົ່ງ ປະກາດຂຶ້ນຄ່າໂດຍສານ ຣົຖເມປະຈໍາທາງ ໃນທົ່ວປະເທດ ເທື່ອໃໝ່ ໂດຍຈະເຣີ່ມຕັ້ງແຕ່ມື້ວັນທີ 19 ຕຸລານີ້ເປັນຕົ້ນໄປ ຍ້ອນຄ່ານໍ້າມັນເຊື້ອເພີງແພງຂຶ້ນ. ເວົ້າສະເພາະ ສໍາລັບຄ່າໂດຍສານຣົຖເມດ່ວນ ວີໄອພີ 1 (VIP 1) ລະຫວ່າງນະຄອນຫລວງວຽງຈັນ ແລະນະຄອນປາກເຊ ປັບຈາກ 230,000 ກີບ ຂຶ້ນເປັນ 290,000 ກີບຕໍ່ຖ້ຽວ ຄືຂຶ້ນປະມານ 26%.
ດັ່ງເຈົ້າຂອງຣົຖເມ ໂດຍສານ ສາຍໃຕ້ຜູ້ນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 20 ຕຸລານີ້ວ່າ:
“ກະດີໃຈ ກະສະມາຄົມເພິ່ນ ເຫັນໃຈຫັ້ນນ່າ ເພິ່ນເຫັນວ່າ ນໍ້າມັນຂຶ້ນ ນໍ້າມັນແພງ ຄ່າຄອງຊີພແພງຂຶ້ນຫັ້ນນ່າ ແລ້ວເພິ່ນກະປັບຂຶ້ນ ເພິ່ນປັບທຸກວັນ ຕາມໄລຍະທາງ ມັນໄລ່ຕາມກິໂລແມັດ ກະສົມມຸດ ວຽງຈັນ-ປາກເຊ ເນາະກະແຕ່ກີ້ ກໍເປັນ 2 ແສນ 3, ກະເທື່ອນີ້ ເປັນ 2 ແສນ 9.
ເຈົ້າຂອງຣົຖເມ ໂດຍສານສາຍໃຕ້ ອີກຜູ້ນຶ່ງກໍເວົ້າວ່າ ການປັບຂຶ້ນ ຄ່າໂດຍສານນັ້ນ ເປັນເຣື່ອງດີ ສໍາລັບຜູ້ປະກອບການ ຣົຖເມໂດຍສານ ທີ່ຈະສາມາດ ດໍາເນີນທຸຣະກິຈຕໍ່ໄປໄດ້ ເພາະລາຄານໍ້າມັນແພງຫລາຍ, ຈາກນະຄອນຫລວງວຽງຈັນ ໄປຫາ ນະຄອນປາກເຊ ທັງໄປ ແລະກັບ ຕ້ອງໄດ້ໃສ່ນໍ້າມັນຣົຖ 12 ລ້ານກີບ.
“ມັນກໍຢູ່ກັນໄດ້ ແຕ່ວ່ານໍ້າມັນ ມັນກະແພງ ຂ້ອຍໄປກັບນີ້ ມັນຖືກຢູ່ 12 ລ້ານພຸ້ນເດ໋, ເຄື່ອງຝາກ ມັນກໍເປັນແບບວ່າ ຕາມລໍາດັບໂຕນ້ອຍ ໂຕໃຫຍ່, ແກັດນ້ອຍ ກະຕົກ 50 ພັນພຸ້ນ, ແກັດໃຫຍ່ ຈັ່ງວ່າກັນອີກບາດນຶ່ງ.”
ເຈົ້າຂອງຣົຖເມ ໂດຍສານສາຍໃຕ້ ອີກຜູ້ນຶ່ງກໍເວົ້າວ່າ ການທີ່ທາງການ ປັບຂຶ້ນຄ່າໂດຍສານ ໃຫ້ນັ້ນ ເປັນເຣື່ອງດີ ສໍາລັບຜູ້ປະກອບການ ຣົຖເມໂດຍສານ, ແຕ່ອາຈເຮັດໃຫ້ ຈໍານວນຜູ້ໂດຍສານ ໜ້ອຍລົງ ເພາະຄ່າໂດຍສານ ແພງຂຶ້ນ ຂະນະທີ່ຫລາຍຄົນ ມີເງິນເດືອນໜ້ອຍ, ບໍ່ຈໍາເປັນແທ້ ກໍຈະບໍ່ເດີນທາງ.
“ແມ່ນແຫລະ ກະຍັງບໍ່ກຸ້ມຄືເກົ່າຫັ້ນແຫລະ ເພາະວ່າຄົນເຂົາ ກໍບໍ່ຄ່ອຍເດີນເດ໋ ຊ່ວງນີ້ ກະພະນັກງານເຂົາກະເງິນເດືອນໜ້ອຍ ຄືເຂົາເວົ້າເຂົາຈົ່ມວ່າ ເອີ ເງິນເດືອນບໍ່ຂຶ້ນ ຄ່າຣົຖກະແພງ ກະບໍ່ໄດ້ໄປ ບໍ່ໄດ້ມາ.”
ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນລາວ ຜູ້ນຶ່ງເວົ້າວ່າ ການຂຶ້ນຄ່າໂດຍສານ ທີ່ວ່ານັ້ນ ດີສໍາລັບເຈົ້າຂອງຣົຖໂດຍສານ ແຕ່ຈະສົ່ງຜົລກະທົບ ຕໍ່ປະຊາຊົນ ທີ່ມີຣາຍໄດ້ໜ້ອຍ, ຖ້າບໍ່ຈໍາເປັນແທ້ ພວກເຂົາເຈົ້າ ກໍຈະບໍ່ໄດ້ເດີນທາງ.
“ຮູ້ສຶກວ່າລາຄາ ມັນກໍແພງພໍສົມຄວນ ຫັ້ນແຫລະ ມັນສູງຂຶ້ນຫລາຍ ລາຄາມັນ ກະໂດດຂັ້ນຫັ້ນນ່າ ການໃຊ້ບໍຣິການ ມັນກໍຢາກຍາກແດ່ຫັ້ນນ່າ ໃນກໍຣະນີຈໍາເປັນນີ້ ລະມັນກໍຕ້ອງໃຊ້ນີ້ແຫລະ ເພາະວ່າ ມັນບໍ່ມີທາງເລືອກອື່ນຫັ້ນນ່າ ກະຕ້ອງຈໍາເປັນຫັ້ນແຫລະ ລາຄາແພງກໍໄດ້ສູ້ຫັ້ນແຫລະ ໂຕນີ້.”
ປະຊາຊົນລາວອີກຜູ້ນຶ່ງ ກໍເວົ້າວ່າ ໃນຍຸກທີ່ນໍ້າມັນແພງ, ຄ່າຄອງຊີພສູງ ແລະເງິນກີບອ່ອນຄ່າ ຫລາຍນີ້ ກໍເຂົ້າໃຈ ທີ່ທາງການປັບຂຶ້ນ ຄ່າໂດຍສາຍ, ແຕ່ໃນຖານະ ທີ່ເປັນປະຊາຊົນ ກໍເຮັດຫຍັງບໍ່ໄດ້, ມີແຕ່ຕ້ອງໄດ້ທໍາໃຈ ຍອມຮັບ.
“ມັນກໍຈົ່ມແດ່ໜ້ອຍນຶ່ງ ຫັ້ນແຫລະ ຈົມໄປກໍຈົ່ມທັມມະດາ ແຕ່ວ່າກໍເຂົ້າໃຈຢູ່ ນໍ້າມັນ ມັນກໍຂຶ້ນເນາະ ກໍເຫັນໃຈກັນຫັ້ນແຫລະ ເຮັດອັນໃດກໍຕາຍ ນໍ້າມັນ ມັນກໍຂຶ້ນແພງເດ໋ ແລ້ວກະເງິນກີບ ມັນກໍອ່ອນຄ່າລົງເດ໋.”
ອັດຕຣາ ຄ່າໂດຍສານໃໝ່ ສໍາລັບຣົຖເມ ໂດຍສານສາຍໃຕ້ ທີ່ທາງກະຊວງ ໂຍທາທິການ ແລະຂົນສົ່ງວາງອອກ ໃນມື້ວັນທີ 7 ຕຸລາ 2022 ຊຶ່ງໃນນັ້ນມີທັງຄ່າໂດຍສານ ຣົຖເມທັມມະດາ ແລະຣົຖເມດ່ວນ, ດັ່ງນີ້:
- ຣົຖເມທັມມະດາ ວຽງຈັນ-ປາກເຊ 240,000 ກີບ, ຈາກແຕ່ກ່ອນ 170,000 ກີບ, ຄືຂຶ້ນເຖິງ 70,000 ກີບ.
- ຣົຖເມດ່ວນ ວຽງຈັນ-ປາກເຊ ວີໄອພີ 1 (VIP 1) 290,000 ກີບ, ຈາກແຕ່ກ່ອນ 230,000 ກີບ ຄືຂຶ້ນເຖິງ 60,000 ກີບ.
- ຣົຖເມດ່ວນ ວຽງຈັນ-ປາກເຊ ວີໄອພີ 2 (VIP 2) 280,000 ກີບ, ຈາກແຕ່ກ່ອນ 200,000 ກີບ ຄືຂຶ້ນເຖິງ 80,000 ກີບ.
- ຣົຖເມທັມມະດາ ວຽງຈັນ-ສາຣະວັນ 230,000 ກີບ.
- ຣົຖເມດ່ວນ ວຽງຈັນ-ສາຣະວັນ ວີໄອພີ 1 (VIP 1) 300,000 ກີບ.
- ຣົຖເມດ່ວນ ວຽງຈັນ-ສາຣະວັນ ວີໄອພີ 2 (VIP 2) 280,000 ກີບ.
- ຣົຖເມທັມມະດາ ວຽງຈັນ-ສວັນນະເຂດ 170,000 ກີບ.
- ຣົຖເມດ່ວນ ວຽງຈັນ-ສວັນນະເຂດ ວີໄອພີ 1 (VIP 1) 220,000 ກີບ.
- ຣົຖເມດ່ວນ ວຽງຈັນ-ສວັນນະເຂດ ວີໄອພີ 2 (VIP 2) 200,000 ກີບ.