ຜູ້ປະກອບການ ຣົຖໂດຍສານ ຈໍານວນນຶ່ງ ຊອກຊື້ນໍ້າມັນ ໃສ່ຣົຖຍາກ

ສຸພັດຕາ
2022.05.17
ຜູ້ປະກອບການ ຣົຖໂດຍສານ ຈໍານວນນຶ່ງ ຊອກຊື້ນໍ້າມັນ ໃສ່ຣົຖຍາກ ຊາວລາວບັນດາເຜົ່າ ພວມເດີນທາງກັບພູມລຳເນົາ ໄລຍະພັກບຸນປີໃໝ່ລາວ ທີ່ຄິວຣົຖເມໂດຍສານສາຍໃຕ້ ໃນນະຄອນຫຼວງວຽງຈັນ (TS), ວັນທີ 13 ເມສາ 2022.
RFA

ປັດຈຸບັນ ຜູ້ປະກອບການຣົຖໂດຍສານປະຈໍາທາງ ຈໍານວນນຶ່ງ ທີ່ຕ້ອງແລ່ນຣົຖໂດຍສານໄປ ຫຼາຍແຂວງເປັນປະຈໍາ ພົບບັນຫາໃນການຊອກຊື້ນໍ້າມັນໃສ່ຣົຖຍາກ ແລະບາງປໍ້າ ກໍຍັງຈໍາກັດປະຣິມານໃນການໃສ່ນໍ້າມັນນໍາອີກ ເຊິ່ງບໍ່ຄວນເຮັດແບບນັ້ນ ເພາະຣົຖໂດຍສານປະຈໍາທາງ ຕ້ອງແລ່ນໄລຍະທາງໄກຫຼາຍຮ້ອຍກິໂລແມັດ ແລະຕາມເສັ້ນທາງຂອງແຕ່ລະແຂວງ ກໍບໍ່ໄດ້ມີປໍ້ານໍ້າມັນເປີດທຸກປໍ້າ.

ໂຕຢ່າງເຊັ່ນ: ຣົຖເມໂດຍສານຄັນໃຫຍ່ ຕ້ອງໃສ່ນໍ້າມັນເຕັມຖັງ ປະມານ 300 ລິດ ແຕ່ບາງປໍ້າ ໃຫ້ໃສ່ແຕ່ 100 ລິດເທົ່ານັ້ນ ເຊິ່ງກໍຢາກໃຫ້ພາກຣັຖ ແກ້ໄຂບັນຫານີ້ໃຫ້ນໍາດ້ວຍ ຄວນຈະມີນໍ້າມັນສໍາຮອງ ໃຫ້ສະເພາະຣົຖໂດຍສານປະຈໍາທາງ ເພື່ອບໍ່ໃຫ້ເກີດບັນຫາໃນການແລ່ນຣົຖໂດຍສານ ຫຼື ຣົຖໂດຍສານຕ້ອງຢຸດສະງັກກາງທາງ.

ດັ່ງຜູ້ປະກອບການຣົຖເມໂດຍສານ ຈາກວຽງຈັນ-ປາກເຊ ແຂວງຈໍາປາສັກ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 17 ພຶສພາ ນີ້ວ່າ:

“ຍັງມີບັນຫາຢູ່ ທີ່ວ່າຊອກຊື້ນໍ້າມັນຍາກ ເພິິ່ນບໍ່ສນອງນໍ້າມັນໃຫ້ເຕັມຖັງ ເຮົາຈະເດີນທາງໄປປາກເຊ ເຮົາຕ້ອງໃສ່ນໍ້າມັນປະມານ 300 ລິດ ເຮົາຈະໃສ່ໄດ້ແຕ່ 100 ລິດຕໍ່ປໍ້າ ແລະເຮົາກໍໄດ້ລຽນຄິວຍາວໆຊິຫັ້ນນ່າ ບາດນີ້ຣົຖເມເຮົາ ມັນເປັນຣົຖເມ ມັນເປັນຣົຖຄັນໃຫຍ່ ບາງປໍ້າກໍເຂົ້າບໍ່ສະດວກ ເຂົ້າບໍ່ໄດ້ເລີຍຫັ້ນນ່າ ເພິ່ນໜ້າຈະຊ່ວຍເຮົາ ມີນໍ້າມັນເປັນຂອງສະມາຄົມ ໃຫ້ສະເພາະໂດຍສານໄປໃສ່ນໍາກັນ.”

ທ່ານກ່າວຕື່ມວ່າ ປັດຈຸບັນນີ້ ຜູ້ປະກອບການຣົຖໂດຍສານຫຼາຍຄົນ ກໍໄດ້ແກ້ບັນຫາ ດ້ວຍການຊອກຊື້ນໍ້າມັນ ຈາກທາງນອກມາໃສ່ຣົຖ ເຊິ່ງລາຄາກໍຕ້ອງແພງກວ່າ ລາຄາປົກກະຕິໃນປໍ້າຢູ່ແລ້ວ ແຕ່ກໍຕ້ອງໄດ້ຊື້ ເນື່ອງຈາກຈໍາເປັນໃນການແລ່ນຣົຖປະຈໍາທາງ ແລະກໍຍັງມີຄວາມສ່ຽງ ທີ່ນໍ້າມັນນັ້ນຈະບໍ່ມີຄຸນນະພາບອີກນໍາອີກດ້ວຍ.

“ແມ່ນຍອມຊື້ນອກ ເພິ່ນຂາຍ ເພິ່ນກໍຂາຍແພງ ທັງບໍ່ແນ່ໃຈ ນໍ້າມັນນອກຈະໄດ້ມາຕຖານບໍ່ ຈະເຮັດໃຫ້ລະບົບຂອງຣົຖເຮົາ ມີບັນຫາບໍ່ຊິນ່າ ບາງເທື່ອນໍ້າມັນນອກ ມັນອາຈນໍ້າມັນບໍ່ສະອາດ ບໍ່ໄດ້ຜ່ານການກັ່ນຕອງ ຄືນໍ້າມັນບໍຣິສັດຫັ້ນນ່າ.”

ສ່ວນເຣື່ອງທີ່ທາງພາກຣັຖ ໄດ້ແຈ້ງການປັບຂຶ້ນ ລາຄາຄ່າຣົຖໂດຍສານ ໃຫ້ກັບບັນດາຣົຖໂດຍສານປະຈໍາທາງ ໃນທົ່ວປະເທດນັ້ນ ບັນດາຜູ້ປະກອບການຣົຖໂດຍສານຫຼາຍຄົນ ກໍຮູ້ສຶກດີໃຈ ທີ່ພາກຣັຖຍັງເຂົ້າໃຈບັນດາຜູ້ປະກອບການ ທີ່ເຮັດທຸຣະກິຈດ້ານຣົຖໂດຍສານ ທີ່ຕ້ອງແລ່ນຣົຖເປັນປະຈໍາໃນໄລຍະທີ່ລາຄານໍ້າມັນແພງນີ້ ເຖິງແມ່ນວ່າ ຈະບໍ່ຄຸ້ມຄ່າກໍຕາມ ກໍດີກວ່າບໍ່ປັບລາຄາຂຶ້ນໃຫ້.

ຂະນະທີ່ ຜູ້ປະກອບການຣົຖໂດຍສານປະຈໍາທາງ ທີ່ແລ່ນຣົຖ ຈາກນະຄອນຫຼວງວຽງຈັນ ໄປຫາແຂວງພາກໃຕ້ ອີກທ່ານນຶ່ງ ກໍໄດ້ກ່າວວ່າ ທຸກມື້ນີ້ ຢາກຈະຢຸດແລ່ນຣົຖໂດຍສານແລ້ວ ເນື່ອງຈາກນໍ້າມັນແພງ ແລະກໍໄດ້ບໍ່ຄຸ້ມຄ່າ ເພາະບາງເທື່ອ ລູກຄ້າກໍໜ້ອຍເກີນໄປ ແລະຫຼາຍຄົນ ກໍບໍ່ຄ່ອຍຢາກເດີນທາງໄປໃສມາໃສ ເນື່ອງຈາກລາຄາຄ່າຣົຖໂດຍສານກໍປັບຂຶ້ນອີກ.

“ນໍ້າມັນນໍາທາງ ເຂົາບໍ່ໄດ້ເປີດແດ່ປໍ້າ ບໍ່ຢາກກຸ້ມແດ່ ຂ້ອຍຍັງວ່າຈະຢຸດແລ່ນແລ້ວ ຄືພວກພະນັກງານເຂົາກະ ເງິນເດືອນເຂົາກະຕໍ່າ ເຂົາກະບໍ່ໄດ້ໄປສູ່ທຽວດຽວນີ້ ເພາະນໍ້າມັນກະຂຶ້ນ ຄ່າຣົຖກະແພງ.”

ສ່ວນຜູ້ປະກອບການ ຣົຖໂດຍສານປະຈໍາທາງ ທີ່ແລ່ນຣົຖຈາກນະຄອນຫຼວງວຽງຈັນ ໄປຫາແຂວງພາກເໜືອ ທ່ານນຶ່ງ ກໍໄດ້ກ່າວວ່າ ລູກຄ້າໃນໄລຍະນີ້ ກໍຖືວ່າມີ, ແຕ່ກໍບໍ່ໄດ້ຫຼາຍ ບາງເທື່ອກໍບໍ່ຄຸ້ມຄ່າກັບລາຄານໍ້າມັນ ແລະທຸຣະກິຈດ້ານການ ແລ່ນຣົຖໂດຍສານນີ້ ເຫັນຫຼາຍຄົນ ຢຸດແລ່ນໄປແລ້ວກໍມີ.

“ເບິ່ງໄປຕາມຄົນຫັ້ນແຫຼະ ບາງເທື່ອກະບໍ່ຄຸ້ມຄ່າວ່າຊັ້ນແຫຼະ ລາຄານໍ້າມັນເພິ່ນກໍແພງ ທຸຣະກິຈຣົຖ ເຂົາຈອດໄວ້ຫຼາຍແລ້ວແຫຼະ ບໍ່ໄດ້ແລ່ນ.”

ພ້ອມດຽວກັນນີ້ ເຈົ້າໜ້າທີ່ໂຍທາທິການແລະຂົນສົ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກໍໄດ້ກ່າວວ່າ ສໍາລັບເຣື່ອງການສໍາຮອງນໍ້າມັນ ໃຫ້ສະເພາະຣົຖໂດຍສານປະຈໍາທາງ ທາງການ ກໍຍັງບໍ່ໄດ້ມີແນວທາງແກ້ໄຂ ໃນສ່ວນນີ້ເທື່ອ ເຊິ່ງຜູ້ປະກອບການດ້ານຣົຖໂດຍສານ ຕ້ອງດໍາເນີນທຸຣະກິຈ ດ້ວຍການຮັບຜິດຊອບຕົນເອງຕາມກົດໝາຍ.

“ການເຄື່ອນໄຫວທຸຣະກິຈ ມັນໄປຕາມກົດໝາຍ ຂອງການດໍາເນີນທຸຣະກິຈ ທຶນຂອງການຜລິດທັງໝົດ ກະແມ່ນທຸຣະກິຈຫັ້ນແຫຼະ ກະຄືກັບກິຈການທົ່ວໆໄປ ເຂົາເຈົ້າກະດໍາເນີນກິຈການ ຄືກັນກັບຜູ້ດໍາເນີນກິຈການປະເພດອື່ນໆ ຄືຫ້າງຮ້ານທົ່ວໆໄປຫັ້ນແຫຼະ.”

ຂະນະດຽວກັນ ເຈົ້າໜ້າທີ່ອຸດສາຫະກັມ ແລະການຄ້າ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກໍກ່າວວ່າ ເຣື່ອງການສນອງນໍ້າມັນ ໃນປະເທດລາວນີ້ ທີ່ຜ່ານມາ ຣັຖບານ ກໍພຍາຍາມແກ້ໄຂຢູ່ ໂດຍບໍ່ໃຫ້ນໍ້າມັນຂາດຕລາດ ເຊິ່ງປັດຈຸບັນ ກໍຖືວ່າຍັງມີໃຊ້ຢູ່ ແຕ່ຍັງບໍ່ປົກກະຕິ ເພາະການນໍາເຂົ້ານໍ້າມັນ ມີປະຣິມານໜ້ອຍລົງ ເຮັດໃຫ້ບໍ່ພຽງພໍຕໍ່ການຊົມໃຊ້ ຂອງຄົນໃນສັງຄົມ ເທົ່າທີ່ຄວນ.

“ການສນອງນີ້ ກະຖືວ່າ ເບື້ອງຕົ້ນກະຍັງຖືວ່າ ບໍ່ທັນເຕັມ 100 ຄືເມື່ອກ່ອນຫັ້ນແຫຼະເນາະ ໂຕຢ່າງ 1,000 ປໍ້າ ກະເອົາມາສນອງຢູ່ປະມານ 300-400 ປໍ້າ ໂຕຢ່າງຊື່ໆແດ່ນີ້ນ່າ ນໍ້າມັນນ່າເພິ່ນບໍ່ໃຫ້ຂາດ ແຕ່ວ່າກະແນ່ນອນ ປາສຈາກບໍ່ໄດ້ ເຣື່ອງຄວາມແອອັດ ເພາະວ່າຊົມໃຊ້ຫຼາຍນີ້ນ່າ ແນ່ນອນລາຄານໍ້າມັນກໍມີການເໜັງຕີງ.”

ກ່ຽວກັບບັນຫານໍ້າມັນບໍ່ພຽງພໍ ຕໍ່ການຊົມໃຊ້ໃນສັງຄົມ ແລະມີລາຄານໍ້າແພງນີ້ ບໍ່ແມ່ນພຽງແຕ່ລາຄາຣົຖໂດຍສານ ທີ່ປັບລາຄາຂຶ້ນເທົ່ານັ້ນ ຍັງມີສິນຄ້າອື່ນໆຫຼາຍປະເພດ ຕາມທ້ອງຕລາດ ກໍປັບລາຄາຂຶ້ນນໍາດ້ວຍ ເນື່ອງຈາກສ່ວນໃຫຍ່ ປະເທດລາວ ນໍາເຂົ້າສິນຄ້າ ຈາກຕ່າງປະເທດ.

ແລະເມື່ອວັນທີ່ 6 ພຶສພາ 2022 ຜ່ານມານີ້ ຜແນກຖແລງຂ່າວວັທນະທັມ ແລະທ່ອງທ່ຽວ ນະຄອນຫຼວງວຽງຈັນ ຍັງໄດ້ແຈ້ງການວ່າ ນັບແຕ່ວັນທີ່ 1 ມິຖຸນາ 2022 ນີ້ເປັນຕົ້ນໄປ ແຫຼ່ງທ່ອງທ່ຽວ ຫໍພຣະແກ້ວ, ວັດສີສະເກດ ແລະພຣະທາດຫຼວງ ທີ່ເປັນມໍຣະດົກແຫ່ງຊາດ ຈະເກັບຄ່າເຂົ້າຊົມ ໃນລາຄາໃໝ່ ໂດຍປີ້ເຂົ້າຊົມຄົນລາວ ຈະປັບຂຶ້ນເປັນລາຄາ 5,000 ກີບຕໍ່ຄົນ ຈາກແຕ່ກ່ອນ 3,000 ກີບຕໍ່ຄົນ ສ່ວນຄົນຕ່າງປະເທດ ຈະປັບຂຶ້ນເປັນ 30,000 ກີບຕໍ່ຄົນ ຈາກແຕ່ກ່ອນ 10,000 ກີບຕໍ່ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.