ຄົນຕ່າງປະເທດ ເປີດເຮືອນພັກ ໄລຍະສັ້ນ ທີ່ສງວນໄວ້ ໃຫ້ຄົນລາວ

ສຸພັດຕາ
2022.10.19
ຄົນຕ່າງປະເທດ ເປີດເຮືອນພັກ ໄລຍະສັ້ນ ທີ່ສງວນໄວ້ ໃຫ້ຄົນລາວ ຮູບໂຕຢ່າງ: ຮ້ານຂາຍເຄື່ອງ/ເຮືອນພັກ ໃນເຂດເມືອງຄູນ, ແຂວງຫຼວງພຣະບາງ, ເດືອນສິງຫາ 2022.
Photo: RFA

ມາຮອດປັດຈຸບັນ ທາງການລາວ ຍັງບໍ່ສາມາດຄວບຄຸມ ບໍ່ໃຫ້ຊາວຕ່າງປະເທດ ໂດຍສະເພາະຄົນຈີນ, ຄົນວຽດນາມ ແລະຄົນໄທຍ ເຂົ້າມາປະກອບກິຈການ ເຮືອນພັກໄລຍະສັ້ນໄດ້, ເຖິງແມ່ນວ່າ ຈະມີຂໍ້ກໍານົດໃຫ້ທຸຣະກິຈ ດັ່ງກ່າວນີ້ ເປັນອາຊີພສງວນ ຂອງຄົນລາວ ເຮັດໃຫ້ຊາວລາວ ເສັຍໂອກາດ ແລະຖືກຍາດແຍ່ງອາຊີພ.

ດັ່ງນາຍໜ້າ ຂາຍທີ່ດິນ ຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 19 ຕຸລາ 2022 ນີ້ວ່າ:

“ຖ້າເຈົ້າຮູ້ຄົນລາວເນາະ ຮູ້ຄົນລາວ ເຈົ້າເຊື່ອໃຈ ເຈົ້າກໍຂຽນຊຶ່ຄົນລາວເລີຍ ມີຫຼາຍ ມີທັງຄົນຈີນ, ຄົນຝຣັ່ງ, ຄົນໄທຍ ກໍມີຫຼາຍ. ໄດ້ ສ້າງບ້ານພັກ, ສ້າງຮ້ານອາຫານ, ສ້າງຕັ້ງແມ່ນຫຍັງກໍໄດ້ເບິດເດ້ ເປີດຮ້ານຂາຍເຄື່ອງ ກໍໄດ້ເບິດເດ້ ຂນາດໃຫຍ່ເລີຍ.”

ເຖິງແມ່ນວ່າ ທາງການລາວ ຈະບໍ່ອະນຸຍາດໃຫ້ ຄົນຕ່າງປະເທດ ເຂົ້າມາປະກອບກິຈການ ບາງປະເພດ ທີ່ເປັນອາຊີພ ສງວນຂອງຄົນລາວ ແຕ່ຢ່າງໃດກໍຕາມ ໃນສະພາບໂຕຈິງແລ້ວ ຄົນຕ່າງປະເທດ ໂດຍສະເພາະຄົນຈີນ, ຄົນວຽດນາມ ແລະຄົນໄທຍ ກໍຍັງນິຍົມເດີນທາງ ມາລົງທຶນ ເຮັດກິຈການດັ່ງກ່າວນີ້ ພາຍໃນປະເທດລາວ ດ້ວຍການນໍາໃຊ້ຊື່ ຂອງຄົນລາວ ໃນການດໍາເນີນການ ທາງກົດໝາຍ.

ດັ່ງເຈົ້າຂອງເຮືອນພັກ ຢູ່ເຂດບໍ່ເຕັນ ແຂວງຫຼວງນໍ້າທາ ນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຂອງຈີນກໍມີແມ່ນແຫຼະ ຂອງເຮົາເປັນຄົນລາວ ເຮົາເຮັດເອງ ດຽວນີ້ເປີດປະເທດ ແບບວ່າມັນເຂົ້າ-ອອກງ່າຍ ແລ້ວຂະເຈົ້າກໍເຂົ້າມາ ບາງບ່ອນຂະເຈົ້າກໍໃຫ້ເຮົາເຮັດໃບຕາດິນ ແລ້ວຂະເຈົ້າກໍຈະມາປະມູນເອົາຫັ້ນນ່າ ແລ້ວຂະເຈົ້າກໍຈະມາບໍຣິຫານຕໍ່ ຈັກປີນຶ່ງ ແລ້ວໃຫ້ເຮົາລາຄາເທົ່ານີ້ ແລ້ວເຮົາກໍເອີ່ໂອເຄ ແລ້ວເຂົາກໍຍ້າຍເຮົາອອກ ແລ້ວເຂົາກໍເຂົ້າມາບໍຣິຫານເອງ ກໍແລ້ວແຕ່ ມັນກໍມີທັງແບບຣາຍວັນ ຣາຍເດືອນແລ້ວແຕ່ຂະເຈົ້າຊິເຮັດ ຖ້າວ່າເຮົາມອບໃຫ້ຂະເຈົ້າ.”

ໃນໄລຍະ ການແຜ່ຣະບາດ ຂອງເຊື້ອໂຄວິດ-19 ນັກລົງທຶນຊາວຈີນ ທີ່ເຂົ້າມາປະກອບກິຈການ ເຮືອນພັກ, ໂຮງແຮມ ຢູ່ພາຍໃນແຫຼ່ງທ່ອງທ່ຽວ ໃນປະເທດລາວ ເປັນຕົ້ນ ນະຄອນຫຼວງພຣະບາງນັ້ນ ໄດ້ຫຼຸດລົງເປັນຈໍານວນຫຼາຍ ຈົນມາຮອດປັດຈຸບັນ ນັກລົງທຶນກຸ່ມດັ່ງກ່າວນີ້ ພັດຍັງບໍ່ທັນກັບມາ ດໍາເນີນກິຈການຄືເກົ່າ  ຍ້ອນລູກຄ້າຫຼັກ ຂອງພວກເຂົາເຈົ້າ ເປັນຄົນຈີນ ເຊິ່ງທາງການຈີນ ຍັງບໍ່ທັນມີນະໂຍບາຍ ເປີດປະເທດ ຢ່າງເປັນທາງການເທື່ອ ແຕ່ຢ່າງໃດກໍຕາມ ຖ້າຫາກຣັຖບານຈີນ ເປີດປະເທດ ນັກລົງທຶນຊາວຈີນ ຈະເຂົ້າມາລົງທຶນ ພາຍໃນປະເທດລາວ ຄືເກົ່າຢ່າງແນ່ນອນ.

ດັ່ງຄົນຂັບຣົຖຂົນສົ່ງ ໂດຍສານ ຢູ່ພາຍໃນແຫຼ່ງທ່ອງທ່ຽວ ມໍຣະດົກໂລກຫຼວງພຣະບາງ ທ່ານນຶ່ງກ່າວວ່າ:

“ເອີ່ ກໍມີຢູ່ ມັນຈະເປັນຫຸ້ນສ່ວນຫຼາຍປະເທດ ຫຸ້ນສ່ວນກັນ ມີໄທຍກໍມີ ຂອງດາຣາໄທຍກໍມີ ຂອງນັກລົງທຶນຈາກສິງກະໂປ, ມາເລ, ໄທຍກໍມີ ວຽດນາມກໍມີ. ອໍ້ ຈີນບໍ່ມີ, ຈີນ ຍັງບໍ່ທັນເປີດປະເທດ. ຈີນບໍ່ທັນມາ ມີແຕ່ສ່ວນຫຼາຍ ເປັນນັກທ່ອງທ່ຽວ ຊາວໄທຍ.”

ອີງຕາມຂໍ້ຕົກລົງ ວ່າດ້ວຍສະຖານທີ່ພັກເຊົາ ໂຮງແຮມຂອງກະຊວງ ຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ລະບຸວ່າ ທາງການລາວ ບໍ່ອະນຸຍາດໃຫ້ ຄົນຕ່າງປະເທດ ເຂົ້າມາເຮັດທຸຣະກິຈ ເຮືອນພັກໄລຍະສັ້ນ ພາຍໃນປະເທດລາວໄດ້ ເນື່ອງຈາກເປັນອາຊີພ ສງວນຂອງຄົນລາວ ສ່ວນຄົນຕ່າງປະເທດ ທີ່ມີຄວາມປະສົງ ເຂົ້າມາເຮັດທຸຣະກິຈ ດັ່ງກ່າວນີ້ ຈະຕ້ອງມີມູນຄ່າ ການລົງທຶນຕັ້ງແຕ່ 100,000 ໂດລ້າຣ໌ສະຫະຣັຖຂຶ້ນໄປ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ນາງນຶ່ງ ກ່າວວ່າ:

“ຄັນລະດັບລົງທຶນ ລະດັບ 100 ຫ້ອງ ຂຶ້ນເມືອ 100 ຫ້ອງ ທຶນຈົດທະບຽນ 500,000 ຫຼຽນ 40 ຫ້ອງ ຫາ 99 ຫ້ອງ ລະສາມາດ ຄົນຕ່າງປະເທດເຮັດໄດ້ 10 ຫ້ອງອັນນີ້ນ່າ 10 ຫ້ອງ 10 ປາຍຫ້ອງຂຶ້ນໄປ ບໍ່ຮອດ 40 ນີ້ນ່າ ຄົນລາວ ໄວ້ໃຫ້ຄົນລາວອັນນ່າ ການເຄື່ອນໄຫວ ທີ່ພັກເຊົ່າໄລຍະສັ້ນນີ້ ແມ່ນສງວນທຸຣະກິຈ ເຮືອນພັກ, ຣີສອດ, ໂຮງແຮມ ລະດັບ 3 ດາວລົງມາ ລະແມ່ນເປັນຂອງຄົນລາວ ຢູ່ໃນນິຕິກັມຫັ້ນນ່າ ລະບຸໄວ້ຊັດເຈນແລ້ວ.”

ຍານາງກ່າວຕື່ມວ່າ ການເປີດໃຫ້ບໍຣິການ ເຮືອນພັກໄລຍະສັ້ນ ພາຍໃນປະເທດລາວ ແບ່ງອອກເປັນ 3 ຂນາດ ຄື:

  • ຂນາດນ້ອຍ ເປີດໃຫ້ບໍຣິການບໍ່ກາຍ 40 ຫ້ອງ
  • ຂນາດກາງ ເປີດໃຫ້ບໍຣິການ ລະຫວ່າງ 40-99 ຫ້ອງ ມີມູນຄ່າການລົງທຶນ ປະມານ 100,000 ໂດລ້າຣ໌ ສະຫະຣັຖ ແລະ
  • ຂນາດໃຫຍ່ ເປີດໃຫ້ບໍຣິການແຕ່ 100 ຫ້ອງຂຶ້ນໄປ ມີມູນຄ່າການລົງທຶນ 500,000 ໂດລ້າຣ໌ສະຫະຣັຖ.

ທາງການລາວ ຈະອະນຸຍາດໃຫ້ ຊາວຕ່າງປະເທດ ສາມາດເຮັດກິຈການ ເຮືອນພັກ, ໂຮງແຮມ ໄດ້ສະເພາະຂນາດກາງ ແລະຂນາດໃຫຍ່ເທົ່ານັ້ນ. ທີ່ຜ່ານມາ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ບໍ່ອະນຸຍາດໃຫ້ ຊາວຕ່າງປະເທດ ຊື້ທີ່ດິນພາຍໃນປະເທດລາວໄດ້ ສະນັ້ນ ສໍາລັບນັກລົງທຶນ ຕ່າງປະເທດ ທີ່ຕ້ອງການເຮັດທຸຣະກິຈ ເຮືອນພັກໄລຍະສັ້ນ ຂນາດໃຫຍ່ ສາມາດແລ່ນເອກສານ ຂໍສັມປະທານທີ່ດິນ ຈາກທາງການລາວໄດ້.

ດັ່ງເຈົ້າໜ້າທີ່ ຫ້ອງການສະພາ ທະນາຍຄວາມ ຢູ່ແຂວງທາງເໜືອ ຂອງປະເທດລາວ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວວ່າ:

“ຄົນຕ່າງປະເທດ ມາເປີດບໍຣິການເຣື່ອງ ເຮັດເຮືອນເຊົ່າເນາະ ມີຂັ້ນຕອນໃນການ ປະກອບເອກສານ ຕາມຂັ້ນຕອນ ຫັ້ນແຫຼະ ຄົນຕ່າງປະເທດ ຂໍ້ຫ້າມ ມັນຫ້າມບໍ່ໃຫ້ຊື້ດິນຊື່ໆນ່າ ແລ້ວຊິມາເຊົ່າສັມປະທານບໍ ຫຼືຊິມາດໍາເນີນທຸຣະກິຈ ແນວໃດກໍໄດ້ ຄືຢູ່ທ້ອງຖິ່ນນີ້ ສ່ວນຫຼາຍ ຄົນຕ່າງປະເທດນີ້ ກໍເຮັດເຮືອນເຊົ່າເດ້ ໂຮງແຮມເດ້ ກໍໄດ້ຫັ້ນນ່າ ມັນຈະມີສັນຍາ ສັມປະທານ ກັບພາກຣັຖເດ້ ເຊົ່າທີ່ດິນຕອນນັ້ນ ມັນອີກຈັກປີໆ.”

ເຖິງແມ່ນວ່າ ທາງການລາວ ຈະບໍ່ອະນຸຍາດໃຫ້ ຊາວຕ່າງປະເທດ ດໍາເນີນກິຈການ ເຮືອນພັກ ໄລຍະສັ້ນຂນາດນ້ອຍໄດ້ ແຕ່ຢ່າງໃດກໍຕາມ ພັດຍັງມີນັກລົງທຶນ ຊາວຈີນ ແລະຊາວວຽດນາມ ຫຼາຍຄົນ ນໍາໃຊ້ຊື່ຂອງຄົນລາວ ເພື່ອດໍາເນີນກິຈການ ລັກສະນະດັ່ງກ່າວນີ້ຢູ່ ໂດຍສະເພາະ ໃນພື້ນທີ່ເຂດ ນະຄອນຫຼວງວຽງຈັນ, ດັ່ງຊາວ ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ:

“ແຕ່ວ່າ ມັນຕ້ອງອອກຊື່ຄົນລາວ ຄົນຕ່າງປະເທດມັນບໍ່ໄດ້ ແຕ່ຖ້າວ່າ ເປັນຄົນຕ່າງປະເທດເຮັດ ເຮົາກໍເບິ່ງຕາມສະຖານທີ່ ທີ່ວ່າຊິເອົາເປັນດິນ ຂອງຄົນລາວບໍ ຫຼືວ່າ ຄົນຕ່າງປະເທດນີ້ ຊື້ດິນຕ່າງຫາກບໍ ເວົ້າເຣື່ອງທຸຣະກິຈນີ້ ມັນກະ ຄົນຕ່າງປະເທດນີ້ ຕ້ອງເປັນຜູ້ທີ່ວ່າມາລົງທຶນ ແຕ່ວ່າອອກຊື່ ຂອງຄົນລາວ ອອກໃບອະນຸຍາດ ຂອງຄົນລາວ ແຕ່ວ່າຄົນຕ່າງປະເທດ ເປັນຜູ້ລົງທຶນ.”

ອີງຕາມແຈ້ງການ ກ່ຽວກັບບັນຊີ ປະເພດທຸຣະກິຈ ສງວນໄວ້ສໍາລັບພົລເມືອງລາວ ສບັບປັບປຸງ ປີ 2015 ທີ່ລະບຸວ່າ ມີວຽກງານທີ່ຖືກສງວນໄວ້ ສໍາລັບຄົນລາວ ຈໍານວນ 37 ອາຊີບ ໃນນີ້ ກວມເອົາທຸຣະກິຈ ເຮືອນພັກ ໄລຍະສັ້ນ ນໍາດ້ວຍ.

ສໍາລັບນັກລົງທຶນ ຊາວຕ່າງປະເທດ ທີ່ເຂົ້າມາດໍາທຸຣະກິຈ ໃນຂແນງອາຊີພ ທີ່ສງວນໄວ້ສໍາລັບຄົນລາວ ຈະຖືກເຮັດບົດບັນທຶກ ພ້ອມສົ່ງຂໍ້ມູນໂດຍລະອຽດ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເພື່ອດໍາເນີນການ ແລະສົ່ງໂຕຜູ້ກ່ຽວກັບຄືນປະເທດ ແລະສໍາລັບຄົນລາວ ທີ່ອະນຸຍາດໃຫ້ ຊາວຕ່າງປະເທດ ເຊົ່າສະຖານທີ່ ດໍາເນີນທຸຣະກິຈ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກມາຕການທາງວິນັຍ ແລະດໍາເນີນຄະດີ ຕາມກົດໝາຍ ຂອງປະເທດລາວຕໍ່ໄປ, ອີງຕາມຄໍາແນະນໍາ ເລຂທີ 0651/ອກ.ກພຄນ ລົງວັນທີ 12 ມິຖຸນາ 2019 ຂອງກະຊວງອຸດສາຫະກັມ ແລະການຄ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.