ເຣື້ອງທີ່ເກັບບັນທຶກໄວ້
2021-03-18
ປ່າສງວນ ເຊປຽນ ແລະ ດົງຫົວສາວ ມາຮອດປັຈຈຸບັນ ປະຊາຊົນ ບຸກລຸກເພື່ອປູກມັນຕົ້ນ ປະມານ 3,000 ເຮັກຕ້າ. ຜ່ານມາເຈົ້າໜ້າທີ່ ໄດ້ຈັບປັບໃໝໃສ່ໂທດ ແຕ່ການບຸກລຸກປ່າ ກໍບໍ່ຫຼຸດລົງ. ຕໍ່ບັນຫາດັ່ງກ່າວ ກຳລັງມີການແກ້ໄຂ ໂດຍສະເພາະ ການຈັດສັນທີ່ດິນ ໃຫ້ປະຊາຊົນ ມີບ່ອນທໍາກິນ.
2021-03-17
ມີຄົນຈີນເຂົ້າມາຊື້ ທີ່ດິນຢູ່ລາວ ໂດຍສະເພາະທີ່ດິນ ຢູ່ໃກ້ເຂດໂຕເມືອງ ແລະໃກ້ໂຄງການ ພັທນາຕ່າງໆ.
2021-03-16
ເດັກນ້ອຍລູກຫຼານ ຂອງ ຜູ້ປະສົບພັຍ ເຂື່ອນແຕກ ຢູ່ ເມືອງສນາມໄຊ ແຂວງອັດຕະປື ເກືອບ 100 ຄົນ ທີ່ເກີດໃນປີ 2019 ຍັງບໍ່ໄດ້ຮັບ ເງິນອັດຕຣາກິນ ແລະ ເງິນອື່ນໆເທື່ອ.
2021-03-12
ຈີນ ໄດ້ສັມປະທານ ກໍ່ສ້າງ ແລະຄຸ້ມຄອງ ບໍຣິຫານ ສາຍສົ່ງໄຟຟ້າ ຢູ່ລາວ.
2021-03-12
ລາຄານ້ຳມັນຂຶ້ນ ເຮັດໃຫ້ ປະຊາຊົນລາວ ໄດ້ຮັບຜົນກະທົບ ໃນຂນະທີ່ ເຈົ້າໜ້າທີ່ຣັຖ ລະດັບສູງ ບໍ່ໄດ້ຮັບຜົນກະທົບ ຍ້ອນວ່າ ເຂົາເຈົ້າມີເງິນ ອັດຕຣານ້ຳມັນໃຊ້.
2021-03-11
ຣັຖບານລາວ ເຊີນນັກລົງທຶນຈີນ ເຂົ້າມາສ້າງ ເຂື່ອນ ແລະ ຂຸດຄົ້ນບໍ່ແຮ່ ໃນລາວ ແຕ່ຊາວລາວ ຢ້ານຈະເກີດ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ.
2021-03-11
ການພະນັນ ອອນລາຍ ແລະ ຫວຍເຖື່ອນ ປາບເທົ່າໃດ ກໍຍັງມີ ການລັກຂາຍ ລັກຊື້ ລັກເປີດ.
2021-03-10
ກ່ອນການເປີດບໍຣິການ ທາງຣົດໄຟລາວ-ຈີນ ຣາຄາທີ່ດິນ ແພງຂຶ້ນ, ຍ້ອນຄົໍນຈີນ ຫຼັ່ງໄຫຼເຂົ້າມາ, ພາກຂົນສົ່ງ ກະທົບໄປໜ້າ.
2021-03-10
ໜ່ວຍທຸຣະກິຈ ຂນາດນ້ອຍ ແລະ ຂນາດກາງ ທົ່ວປະເທດ ຫຼາຍກວ່າ 36% ມີຄວາມສ່ຽງ ທີ່ຈະປິດ ກິຈການ ແບບຖາວອນ.
2021-03-10
ສປປລາວ ຈະສາມາດ ຫລຸດພົ້ນຈາກຖານະ ການເປັນປະເທດ ດ້ອຍພັທນາ ໄດ້ໃນປີ 2026 ຕາມກົດເກນຂອງ ສຫະປະຊາຊາດ ແຕ່ນັກວິຊາການ ແລະ ປະຊາຊົນ ເວົ້າວ່າ, "ຍາກ" ຍ້ອນວ່າ ຍັງມີຄົນທຸກຍາກ ຫຼາຍຢູ່, ແລະ ການພັທນາພື້ນຖານໂຄງຮ່າງ ກໍຍັງບໍ່ທົ່ວເຖິງ, ຣະບົບການສຶກສາ ສາທາຣະນະສຸກ ແລະ ສາທາຣະນຸປະໂພກ ຕ່າງໆ ກໍຍັງບໍ່ຖືກ ພັທນາເທົ່າທີ່ຄວນ.
2021-03-08
ຣັຖບານລາວ ຢືມເງິນ ທະນາຄານໂລກ 10 ລ້ານ ໂດລາ ສະຫະຣັຖ ເພື່ອຄວບຄຸມ ແລະ ຕອບໂຕ້ ໂຄວິດ-19.
2021-03-08
ຊາວລາວ ແລະ ຜູ້ປະກອບການ ທຸຣະກິຈ ຫຼາຍພາກສ່ວນ ຮູ້ສຶກກັງວົນ ກ່ຽວກັບ ການປັບຂຶ້ນ ຣາຄາຄ່າໄຟຟ້າ ທີ່ແພງຂຶ້ນກວ່າເກົ່າ.
2021-03-05
ຄົນຫວ່າງງານ ຢູ່ລາວ ຫຼາຍກວ່າ 63 ພັນຄົນ ຊຶ່ງກໍມີຫຼາຍຄົນ ຢາກໃຫ້ ພາກຣັຖຊ່ວຍເຫລືອ ເງິນອຸດໜູນ ບໍ່ແມ່ນແຕ່ ຊ່ອຍເຫລືອຄົນ ທີ່ມີປະກັນສັງຄົມ.
2021-03-04
ອົງການກວດສອບ ແຫ່ງຣັດ ພາກເໜືອຂອງລາວ ກວດພົບຣາຍຮັບເພິ້ມ ທີ່ບໍ່ມອບເຂົ້າ ງົບປະມານ ຂອງຣັດ ເຖິງ 71 ຕື້ກີບ.
2021-03-03
ແຈ້ງການຍຸຕິ ການຄິດໄລ່ ຄ່າໄຟຟ້າ ແບບອັດຕຣາພິເສດ ຕາມນະໂຍບາຍຫຼຸດຜ່ອນ ຜົລກະທົບ ໃນໄລຍະ ການແຜ່ຣະບາດ ຂອງເຊື້ອພຍາດ COVID-19 ເມື່ອວັນທີ 02 ມີນາ ຜ່ານມາ.