ແຈ້ງການຍຸຕິຄິດໄລ່ ຄ່າໄຟຟ້າ ອັດຕຣາພິເສດ

ໄຊຍາ
2021.03.03
ແຈ້ງການຍຸຕິຄິດໄລ່ ຄ່າໄຟຟ້າ ອັດຕຣາພິເສດ ພະນັກງານ ຣັຖວິສາຫະກິຈ ໄຟຟ້າລາວ ອອກປະຕິບັດ ວຽກງານ
ພາບປະກອບ: ນັກຂ່າວພົລເມືອງ

ແຈ້ງການຍຸຕິການຄິດໄລ່ ຄ່າໄຟຟ້າແບບອັດຕຣາພິເສດ ຕາມນະໂຍບາຍຫຼຸດຜ່ອນ ຜົລກະທົບໃນໄລຍະການແຜ່ຣະບາດຂອງເຊື້ອ ພຍາດ COVID-19 ເມື່ອວັນທີ 02 ມີນາ ຜ່ານມານັ້ນ ໂດຍເນື້ອໃນຂອງແຈ້ງການ ຍັງບໍ່ທັນໄດ້ແຈ້ງຣາຍຣະອຽດ ອອກມາເທື່ອວ່າ ຈະເລີ່ມ ປະຕິບັດມື້ໃດກັນແທ້. ດັ່ງເຈົ້າໜ້າທີ່ຣັຖວິສາຫະກິຈ ໄຟຟ້າລາວ ທີ່ຂໍສງວນຊື່ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 3 ມີນາ ວ່າ.

"ເພິ່ນກະເອົາຣາຄາຄິດໄລ່ໂຕໃໝ່ນີ້ແຫຼະ, ຣາຄາໃໝ່ຣະອຽດແທ້ກໍຍັງ ບໍ່ເຂົ້າໃຈເທື່ອເນາະ ເພາະວ່າມັນຈະຂື້ນກັບນະຄອນຫຼວງພຸ້ນ. ຕາມແຈ້ງການນີ້ຍັງບໍ່ທັນຣະອຽດເທື່ອເນາະ."

ທ່ານໄດ້ກ່າວຕື່ມວ່າ ການເກັບຄ່າໄຟຟ້າ ຕາມນະໂຍບາຍຜ່ອນຜັນໃນໄລຍະ ການຣະບາດເຊື້ອພຍາດ COVID-19 ແມ່ນເລີ່ມແຕ່ ເດືອນເມສາ ປີກາຍຈົນມາເຖິງຕົ້ນປີ 2021 ນີ້.

ໃນຂນະທີ່ ເຈົ້າໜ້າທີ່ຫ້ອງການສຳນັກງານໃຫຍ່ ຣັຖວິສາຫະກິດໄຟຟ້າ ໄດ້ຊີ້ແຈງຕໍ່ກໍຣະນີ ດັ່ງກ່າວ ຕໍ່ເອເຊັຽເສຣີວ່າ ປັຈຈຸບັນ ພາກສ່ວນ ທີ່ກ່ຽວຂ້ອງກຳລັງ ຢູ່ໃນຣະຫວ່າງການ ຫາລືກັນ ຍັງບໍ່ສາມາດໃຫ້ຂໍ້ມູນ ຕໍ່ສື່ມວນຊົນໄດ້ເທື່ອ. ຖ້າມີຄວາມຄືບໜ້າ ຕໍ່ເຣື່ອງດັ່ງກ່າວ ທາງຫ້ອງການໄຟຟ້າລາວ ສຳນັກງານໃຫຍ່ຈະແຈ້ງ ຜ່ານເວັບໄຊຂອງ ຣັຖວິສາຫະກິດ ໄຟຟ້າລາວ.

ສ່ວນການເກັບເງິນຄ່າໄຟຟ້ານັ້ນ ທາງເຈົ້າໜ້າທີ່ແຈ້ງວ່າ ໃນງວດທີ່ຈະມາເຖິງນີ້ຈະເຮັດບິນ ເກັບເງີນແບບໃໝ່ໂດຍມີບາຣ໌ໂຄດ ໃຫ້ຜູ້ຊົມໃຊ້ສາມາດ ສະແກນຣາຍຣະອຽດ ຂອງການນໍາໃຊ້ ແລະ ໃຫ້ຊ່ອຍໃຫ້ປອດພັຍ ຫຼາຍຂຶ້ນ.

"ຊິເຮັດບິນໃໝ່ ບິນຣຸ້ນເກົ່ານີ້ຊິບໍ່ເອົາ ເຮັດເປັນແບບເຈັ້ຽ A4 ມີສະແກນບາຣ໌ໂຄດ ຕາມທີ່ເພິ່ນໂຄສະນາຫັ້ນແຫຼະ, ມັນຈະມີຂໍ້ມູນ ຣະອຽດໃຫ້ປະຊາຊົນສາມາດເຂົ້າໄດ້ທຸກອັນ ວ່າຊິສະ."

ຜ່ານມາບັນຫາ ຣາຄາໄຟຟ້າຈະເປັນປະເດັນຮ້ອນ ຂຶ້ນມາທຸກປີ ໂດຍສະເພາະຍາມຮ້ອນ ປະຊາຊົນໃຫ້ຄຳເຫັນວ່າຄ່າໄຟຟ້າຍັງ ແພງຢູ່ໃນໄລຍະ COVID-19. ສ່ວນແຈ້ງການທີ່ ອອກມານີ້ປະຊາຊົນ ຍັງເປັນກັງວົນຢ້ານວ່າ ຄ່າໄຟຟ້າຂຶ້ນຣາຄາ. ເພາະໃນ ໄລຍະນະໂຍບາຍການຣະບາດ ກໍບໍ່ເຫັນວ່າ ຄ່າໄຟຟ້າຈະແຕກຕ່າງກັບ ໄລຍະປົກກະຕິ ພໍຊໍ່າໃດ.

"ຈັ່ງວ່າຂະເຈົ້າແຈ້ງມາ ຈັ່ງຊິວ່າຍົກເລີກແລ້ວ ທີ່ວ່ານະໂຍບາຍຊ່ວງ COVID ກະຕ້ອງຂຶ້ນແຫຼະ, ປະຊາຊົນທຸກຄົນຕ້ອງຄິດຄືກັນ ຂ້ອຍຄືກັນກະຕ້ອງວ່າມັນ ຕ້ອງຂື້ນແນ່ນອນ 100% ຢູ່ແລ້ວ. ພາກັນງົງຢູ່ແລ້ວນະໂຍບາຍ ທີ່ຜ່ານມາຄ່າໄຟຟ້າ ກະສໍ່າເກົ່າ ຖ້າ ເບິ່ງເດືອນ 3 ເດືອນ 4 ເດືອນ 5 ໂອ."

ການປ່ຽນຮູບແບບການເກັບຄ່າໄຟຟ້າໃໝ່ນີ້ ຖ້າຂຶ້ນຣາຄາບໍ່ຫຼາຍ ກະພໍຍອມຮັບໄດ້ແຕ່ຖ້າປັບແບບ ໃຊ້ຫົວໜ່ວຍຕາມໝວດການ ຊົມໃຊ້ດັ່ງໄລຍະທີ່ໃຊ້ກາຍ 150 ກິໂລວັດໂມງ ຕໍ່ເດືອນແລ້ວຄູນ 710 ບາດດຽວ ໂຕນີ້ຈະເຮັດໃຫ້ຜູ້ຊົມໃຊ້ ຕ້ອງຈ່າຍໃນຣາຄາທີ່ສູງ.

"ຄັນວ່າຍົກເລີກ ແຕ່ວ່າປັບຂຶ້ນບໍ່ຫຼາຍນີ້ກະຍັງເປັນທີ່ພໍໃຈຢູ່. ແຕ່ວ່າຄັນ ປັບແບບຊ່ວງທີ່ວ່າໃຊ້ກາຍ 150 ກິໂລວັດຕໍ່ເດືອນແລ້ວ ໃຫ້ຄູນ 710 ບາດດຽວໂຕນັ້ນລະ ອັນຕະຣາຍ ຄັ້ນເພິ່ນຈະກັບແບບນັ້ນ."

ຜູ້ປະກອບການເຮືອນພັກ ກໍເຫັນວ່າການປ່ຽນຮູບແບບບໍ່ສຳຄັນ ເທົ່າກັບການປັບຣາຄາໃຫ້ ມັນເໝາະສົມກັບສະພາບປັຈຈຸບັນ ເພາະສະພາບເສຖກິຈຕົກລົງ ແລະ ປະຊາຊົນປະສົບ ກັບບັນຫາເຣື່ອງຣາຍໄດ້.

"ກະຢາກໃຫ້ເພິ່ນຫຼຸດຫັ້ນແຫຼະ, ເພາະດຽວນີ້ຣາຍຮັບຂ້ອຍ ກະບໍ່ມີບໍ່ຄ່ອຍໄດ້ ແຂກກະບໍ່ຫຼາຍ, ຄັນເພິ່ນນະໂຍບາຍດີຄັນທາງ ຣັຖບານເພິ່ນມີນະໂຍບາຍດີ ຫຼຸດກວ່ານີ້ ກະຍິ່ງດີ ຫັ້ນແຫຼະ. ກະຖືວ່າມັນກະສູງຢູ່ ຫັ້ນນ່າ ກະບໍ່ຫຼຸດມັນກະເທົ່າເກົ່າແຫຼະ ເດືອນນຶ່ງກະສໍ່າເກົ່າ ຫັ້ນແຫຼະ."

ເມື່ອເດືອນກໍຣະກະດາປີກາຍ ຫ້ອງວ່າການສຳນັກງານ ນາຍົກຣັຖມົນຕຼີ ເຫັນດີໃຫ້ປະຕິບັດ ນະໂຍບາຍຫຼຸດຄ່າໄຟຟ້າໃນໄລຍະ ການຣະບາດຂອງເຊື້ອພຍາດ COVID-19 ສຳລັບ ພາກທີ່ ຢູ່ອາສັຍ ນັບແຕ່ເດືອນເມສາ ຫາ ເດືອນທັນວາ ປີ 2020. ຕາມການສເນີຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ແລະໄດ້ຂຍາຍເວລາ ຮອດຕົ້ນປີ 2021.

ໃນແຈ້ງການສະບັບດັ່ງກ່າວ ຣະບຸວ່າຜູ້ໃຊ້ໄຟຟ້າແຕ່ 0-150 ກິໂລວັດໂມງ ຕໍ່ເດືອນ ໃຫ້ຄູນ 355ກີບ. ສ່ວນໃຊ້ແຕ່ 151-461 ກິໂລວັດໂມງຕໍ່ເດືອນ ໃຫ້ຄູນ 355 ກີບ. ສ່ວນທີ່ເຫຼືອ ໃຫ້ ຄູນ 710 ກີບຣາຄາດຽວ.

ອີງຕາມໂຄງສ້າງຂອງຣາຄາ ໄຟຟ້ານັບແຕ່ປີ 2020-2025 ໄດ້ຣະບຸວ່າ ສຳລັບການຄິດໄລ່ ຄ່າໄຟຟ້າໃນປີ 2021 ນີ້. ຜູ້ໃຊ້ໄຟຟ້າ ແຕ່ 0-150 ກິໂລວັດໂມງຕໍ່ເດືອນໃຫ້ຄູນ 359ກີບ. ສ່ວນຜູ້ໃຊ້ໄຟຟ້າແຕ່ 150 ກິໂລວັດໂມງຂຶ້ນໄປໃຫ້ຄຸນ 717 ກີບ. ສ່ວນໃນປີຕໍ່ໆ ໄປອັດຕຣາອາດຈະເພີ່ນຂຶ້ນເຣື້ອຍ ໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.