ທາງການລາວ ລົງນາມຂາຍໄຟຟ້າ ໃຫ້ບໍຣິສັດຈີນ

ໄຊຍາ
2022.03.16
ທາງການລາວ ລົງນາມຂາຍໄຟຟ້າ ໃຫ້ບໍຣິສັດຈີນ ສຳນັກງານ ຂອງໄຟຟ້ານະຄອນຫຼວງ ທີ່ຖນົນສາມແສນໄທ, ໃນນະຄອນຫຼວງວຽງຈັນ (TS) ວັນທີ 22 ມິຖຸນາ 2021
RFA

ໃນວັນທີ 11 ມີນາທີ່ຜ່ານມາ ຣັຖວິສາຫະກິຈໄຟຟ້າລາວ ແລະ ບໍຣິສັດ China Southern Power Grid ຫລື CSG ຂອງປະເທດຈີນ ໄດ້ສຳເຣັດການ ຊື້-ຂາຍ ໄຟຟ້າໃນລະບົບແຮງດັນ 115 ກິໂລໂວນພ້ອມທັງຜັນຂຍາຍຂອບຄວາມຮ່ວມມື ພາຍໃຕ້ການແລກປ່ຽນ ພລັງງານໄຟຟ້າ ຜ່ານລະບົບແຮງດັນ 500 ກິໂລໂວນຈາກ ເມືອງນາໝໍ້ ແຂວງອຸດົມໄຊ ໄປຫາແຂວງ ຢູນານ ປະເທດຈີນ ຊຶ່ງເປັນການຍົກລະດັບຄວາມຮ່ວມມື ລະຫວ່າງ ລາວ-ຈີນ ມີບູລິມະສິດເໜືອກ່ວາ ຄວາມຮ່ວມມືລະຫວ່າງລາວກັບ ປະເທດອ້ອມຂ້າງ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຣັຖວິສາຫະກິຈ ໄຟຟ້າລາວເພື່ອສອບຖາມຂໍ້ມູນ ແລະຣາຍລະອຽດເພີ່ມຕື່ມ ກ່ຽວກັບການລົງນາມ ຊື້-ຂາຍ ໄຟຟ້າດັ່ງ ກ່າວແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂໍສງວນການໃຫ້ຂໍ້ມູນ ຜ່ານທາງໂທລະສັບ ແລະ ໃຫ້ເອກະສານເຂົ້າໄປພົວພັນ.

ຢ່າງໃດກໍຕາມ ເຈົ້າໜ້າທີ່ລາວທ່ານນຶ່ງ ທີ່ຕິດຕາມຂ່າວດັ່ງກ່າວ ໃຫ້ຄວາມເຫັນວ່າ ການທີ່ຣັຖວິສາຫະກິຈໄຟຟ້າລາວ ແລະ ບໍຣິສັດຈີນລົງນາມຊື້-ຂາຍໄຟຟ້າໃນຄັ້ງນີ້ຖືວ່າມີຄວາມຈຳເປັນຢ່າງຫຍີ່ງຍ້ອນຣັຖວິສາຫະກິຈໄຟຟ້າລາວໄດ້ປະສົບບັນຫາທາງດ້ານໜີ້ສິນແລະຫລຸບທຶນມາຫລາຍປີຈຶ່ງຕ້ອງມີການຂາຍໄຟຟ້າສ່ວນນຶ່ງໃຫ້ແກ່ຈີນເພື່ອ ຫາຣາຍໄດ້ເຂົ້າປະເທດ.

ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 16 ມີນາ ນີ້ວ່າ:

ໄຟຟ້າລາວຮ່ວມມືກັບຈີນ ແຕ່ວ່າເຣື່ອງແຕ່ລະເຂື່ອນຫັ້ນ ມັນມີແລ້ວເຂື່ອນຈີນມາສ້າງ ແມ່ນຫຍັງຫັ້ນກາ 2-3 ເຂື່ອນດ້ານດີກໍການຮ່ວມມືການລົງທຶນ ປັບປຸງເຮັດໃຫ້ໄຟຟ້າ ລາວນີ້ຄ່ອຍຫລຸດຜ່ອນໜີ້ສິນ ລົງໄປ.

ທ່ານໄດ້ກ່າວຕື່ມວ່າ ໃນຂະນະດຽວກັນການລົງນາມ ຊື້-ຂາຍ ໄຟຟ້າດັ່ງກ່າວກໍອາດ ຈະເກີດຜົລກະທົບໃນດ້ານລົບຄັນວ່າ ເກີດຊ່ອງຫວ່າງໃນການຮ່ວມມືດັ່ງກ່າວຍ້ອນ ອາດຈະເຮັດໃຫ້ໄຟຟ້າລາວຂາດທຶນ ໄດ້ເນື່ອງຈາກການ ຊື້-ຂາຍ ໄຟຟ້າກໍເປັນທຸຣະກິຈ ປະເພດນຶ່ງທີ່ຕ່າງຝ່າຍຕ້ອງ ສແວງຫາຜົລປໂຍດໃຫ້ຫລາຍທີ່ສຸດ ຄືກັນກັບເຮັດທຸຣະກິຈປະເພດອື່ນ.

ໃນຂະນະທີ່ນັກວິຊາການ ດ້ານທຸຣະກິຈທ່ານນຶ່ງໃຫ້ຄວາມເຫັນວ່າ ການທີ່ຣັຖວິສາຫະກິຈໄຟຟ້າລາວ ໄດ້ລົງນາມກັບທາງບໍຣິສັດຈີນນັ້ນ ກໍເປັນຜົລດີຕໍ່ດ້ານນຳຣາຍໄດ້ເຂົ້າສູ່ ປະເທດແຕ່ໃນທາງດຽວກັນກໍຈຳເປັນຕ້ອງ ສນອງໄຟຟ້າໃຫ້ແກ່ປະຊາຊົນ ໃນທົ່ວປະເທດໃຫ້ມີໄຟຟ້າ ໃຊ້ຄົບຖ້ວນທຸກບ່ອນນຳດ້ວຍ.

ດັ່ງທ່ານໄດ້ກ່າວວ່າ:

ຂາຍເຂົາກາດີແທ້ໄຟຟ້າຢູ່ລາວ ມັນເຫລືອໃຊ້ແລ້ວນີ້ ເພິ່ນຜລິດນີ້ຜລິດຂາຍໄປຈີນ ໄປໄທຍລາວຜລິດຄູ່ມື້ນີ້ນ່າ ແຕ່ວ່າຣັຖບານລາວເລັ່ງລັດ ໃຫ້ບໍຣິສັດໄຟຟ້າ ສົ່ງກະແສໄຟຟ້າໄປເຂດພູດອຍ ເຂດຫຍຸ້ງຍາກສັບສົນຫັ້ນນ່າ ມີແຕ່ໂຕນີ້ຫັ້ນເດ້ເຫັນເພິ່ນເວົ້າມາ.

ສ່ວນຊາວບ້ານຢູ່ເມືອງນາໝໍ້ ແຂວງອຸດົມໄຊນາງນຶ່ງກໍບໍ່ຮູ້ສຶກດີໃຈ ປານໃດທີ່ຣັຖວິສາຫະກິຈໄຟຟ້າລາວຈະຂາຍໄຟຟ້າໃຫ້ແກ່ ບໍຣິສັດຈີນຍ້ອນຢູ່ເຂດເມືອງນາໝໍ້ ຍັງມີບາງບ້ານທີ່ຍັງຂາດໄຟຟ້າໃຊ້ຢູ່ ແລະພາກສ່ວນທີ່ກ່ຽວຂ້ອງ ກໍບໍ່ມີແຜນຕໍ່ສາຍໄຟຟ້າ ໄປຫາບ້ານດັ່ງກ່າວ ຈຶ່ງເຫັນວ່າຄວນນຳກະແສໄຟຟ້າ ໃນປະເທດໃຫ້ແກ່ຊາວບ້ານ ໄດ້ຊົມໃຊ້ໄຟຟ້າໃຫ້ທົ່ວເຖິງກ່ອນ ແລ້ວຈຶ່ງຄ່ອຍສົ່ງຂາຍໃຫ້ຈີນ.

ດັ່ງຍານາງ ກ່າວວ່າ:

ໄຟຟ້າໃຊ້ຫລາຍແລ້ວ ຍັງບໍ່ໄດ້ແຕ່ບ້ານຊົນເຜົ່າພູຊາຫັ້ນ ມັນໜ້ອຍຫລັງຄາເຮືອນ ແລ້ວເຂົາບໍ່ລົງໃຫ້ຂະເຈົ້າ ບໍ່ລົງໄຟໃຫ້ເຂົານ່າແລ້ວ ກໍເຂດນອກກໍບໍ່ຮູ້ນ່າເຂດມີມີໄຟໃຊ້.

ສ່ວນຊາວບ້ານ ຢູ່ເມືອງງອຍ ແຂວງຫລວງພຣະບາງ ທ່ານນຶ່ງກ່າວວ່າ ສຳລັບບ້ານຂອງລາວເອງ ກໍຢູ່ໃກ້ກັບເຂື່ອນໄຟຟ້າ ນໍ້າອູແຫ່ງນຶ່ງທີ່ເປັນເຂື່ອນຂອງຈີນ ແຕ່ກໍຍັງເຫັນວ່າຊາວບ້ານ ໃນທ້ອງຖິ່ນພັດບໍ່ໄດ້ປໂຍດ ແນວໃດຈາກການຜລິດໄຟຟ້າ ຂອງເຂື່ອນດັ່ງກ່າວ ຈຶ່ງຄິດວ່າໜ້າຈະສົ່ງໄຟຟ້າ ໄປຂາຍໃຫ້ຈີນຫລາຍກວ່າ.

ດັ່ງທ່ານກ່າວວ່າ:

ເຄື່ອນໄຟຟ້າມີຫລາຍຢູ່ເຂດເມືອງງອຍກາຊິສອງເຂື່ອນພຸ້ນແຫລະເນາະແຕ່ເຮົາບໍ່ໄດ້ໃດ້ໃຊ້ສົ່ງສາຍໄປຈີນທາງຣົຖໄຟຫັ້ນແຫລະກາບໍ່ຮູ້ນຳຂະເຈົ້າແນ່ເດີ້.

ທາງດ້ານເຈົ້າໜ້າທີ່ ອົງກອນທີ່ບໍ່ຂຶ້ນກັບຣັຖບານ ໃນປະເທດໄທຍທ່ານນຶ່ງກ່າວວ່າ ພາຍຫລັງຈາກຮູ້ຂ່າວດັ່ງກ່າວ ກໍຮູ້ສຶກກັງວົນຫລາຍຍ້ອນ ການທີ່ຣັຖວິສາຫະກິຈໄຟຟ້າລາວ ໄດ້ລົງນາມ ຊື້-ຂາຍ ໄຟຟ້າກັບບໍຣິສັດຈີນນັ້ນ ຍິ່ງສະແດງໃຫ້ເຫັນວ່າ ອາດມີການກໍ່ສ້າງເຂື່ອນໃສ່ແມ່ນໍ້າຂອງ ໃນລາວຫລາຍຂຶ້ນ ໃນອະນາຄົດ ເພື່ອສົ່ງຂາຍໄຟຟ້າໃຫ້ຈີນຫລາຍຂຶ້ນ ແລະຈະສົ່ງຜົລກະທົບຕໍ່ແມ່ນໍ້າຂອງ ຕື່ມອີກຢ່າງມະຫາສານ.

ດັ່ງທ່ານກ່າວວ່າ:

ທ່ານກ່າວວ່າ ແນ່ນອນວ່າຈະຕ້ອງ ມີການກໍ່ສ້າງເຂື່ອນເພີ່ມຂຶ້ນ ເມື່ອມັນມີເຂື່ອນຫລາຍ ເຣື່ອງຂອງກະແສນໍ້າ ເຣື່ອງແມ່ນໍ້າຂອງກໍຈະປ່ຽນໄປ ຮວມເຖິງລະບົບນິເວດ ຂອງແມ່ນໍ້າຂອງ ມັນກໍຈະບໍ່ເປັນໄປຕາມທັມຊາດ ທີ່ນີ້ເຣື່ອງຄວາມເປັນຢູ່ຂອງຊາວບ້ານ ເຣື່ອງວິຖີຊີວິດເຣື່ອງການຫາປາ ກໍອາດຈະຕ້ອງຈົບລົງ.

ການລົງນາມ ຊື້-ຂາຍ ໄຟຟ້າລະຫວ່າງ ລາວ-ຈີນ ໃນມື້ດັ່ງກ່າວ ເກີດໃນລະຫວ່າງກອງປະຊຸມ ຄະນະກັມການຮ່ວມມື ດ້ານພລັງງານ ລາວ-ຈີນ ຄັ້ງທີ 2 ລະຫວ່າງກະຊວງພລັງງານ ແລະບໍ່ແຮ່ ຂອງລາວ ແລະ ອົງການພລັງງານ ແຫ່ງຊາດຂອງຈີນ. ຊຶ່ງການລົງນາມດັ່ງກ່າວ ໃນການ ຊື້-ຂາຍ ໄຟຟ້າຂອງທັງສອງປະເທດ ແມ່ນຢູ່ພາຍໃຕ້ບົດບັນທຶກ ຄວາມເຂົ້າໃຈຮ່ວມມື ດ້ານພລັງງານໃນປີ 2017.

ທ່ານ ຈຽງ ຈ່າຍຕົງ ເອກອັກຄະຣັຖທູດ ຈີນປະຈຳປະເທດລາວກ່າວ ໃນພິທີລົງນາມດັ່ງກ່າວວ່າ ປະເທດລາວອຸດົມສົມບູນ ໄປດ້ວຍຊັພຍາກອນ ດ້ານການຜລິດໄຟຟ້າ. ທົ່ວປະເທດລາວ ມີກຳລັງການຜລິດໄຟຟ້າ ພລັງງານນໍ້າທັງໝົດເກືອບ 10,000 ເມກາວັຕ ແລະ ມີການ ຜລິດໄຟຟ້າ ສະເລັ່ຍຕໍ່ປີຫລາຍກວ່າ 50 ຕື້ກິໂລວັຕຕໍ່ຊົ່ວໂມງ ແຕ່ຄວາມສາມາດໃນການຳໃຊ້ງານນັ້ນ ບໍ່ພຽງພໍຢ່າງຮ້າຍແຮງ ເຮັດໃຫ້ແຫລ່ງນໍ້າແລະໂຮງງານຜລິດໄຟຟ້າ ຫລາຍແຫ່ງຖືກປະຖີ້ມໄວ້ ເປັນບ່ອນຮ້າງ. ອີງຕາມການຣາຍງານ ຂອງສຳນັກຂ່າວ ໂກລໂບ້ລ໌ ທາມສ໌ (Global Times).

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.