ປະຊາຊົນສວັນນະເຂດ ຕົກໃຈ ຄ່າໄຟຂຶ້ນ

ສາຂາ ຣັດວິສາຫະກິດ ໄຟຟ້າລາວ ແຂວງສວັນນະເຂດ
ສາຂາ ຣັດວິສາຫະກິດ ໄຟຟ້າລາວ ແຂວງສວັນນະເຂດ (ນັກຂ່າວພົລເມືອງ)

0:00 / 0:00

ໃນໄລຍະປິດບ້ານ ປິດເມືອງນີ້ ປະຊາຊົນຢູ່ ແຂວງສວັນນະເຂດ ຫຼາຍຄົນຕົກໃຈພາຍຫຼັງທີ່ເຫັນ ໃບບິນເກັບເງິນຄ່າໄຟຟ້າເດືອນ ເມສາ ສູງຂຶ້ນຫຼາຍ. ຄົນຈໍານວນນຶ່ງເວົ້າວ່າໃບບິນ ເກັບເງິນຄ່າໄຟຟ້າ ເຮືອນຂອງຕົນ ເພິ່ມຂຶ້ນເປັນ 15 ລ້ານຫາ 20 ປາຍລ້ານກີບ ຈາກທີ່ເຄີຍເສັຍ 1 ລ້ານ ຫາ 2 ລ້ານກີບ.

ຊາວລາວນາງນຶ່ງ ຢູ່ແຂວງສວັນນະເຂດ ເວົ້າວ່າ ຄ່າໄຟຟ້າເຮືອນຂອງຕົນ ໃນເດືອນເມສາ ທີ່ຜ່ານມານີ້ ແພງຂຶ້ນຫຼາຍ ຄື 10 ປາຍ ລ້ານກີບ ທຽບໃສ່ເດືອນມິນາ ທີ່ໄດ້ເສັຍ 4 ລ້ານ ປາຍກີບ ທັ້ງໆທີ່ຄອບຄົວຂອງຕົນ ກໍບໍ່ໄດ້ໃຊ້ໄຟຫຼາຍ ແລະ ຮ້ານອາຫານຂອງຕົນ ກໍຍັງປິດຢູ່, ແອກໍບໍ່ໄດ້ເປີດ, ໃຊ້ພຽງແຕ່ພັດລົມ ດັ່ງທີ່ນາງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 11 ພຶສພາ 2021 ນີ້ວ່າ:

”ໂຕເດືອນສີ່ປະມານ 10 ລ້ານນໍ ໂຕມິນານີ້ປະມານ 4 ລ້ານບໍ ແພງຂຶ້ນຫຼາຍໂພດ ແອ ເຮົາກໍບໍ່ໄດ້ເປີດ ມີແຕ່ພັດລົມເປີດຖ້າເປັນໄປ ໄດ້ຫລຸດຈັກເຄິ່ງນຶ່ງ ກໍຈະດີແດ່ຫັ້ນແຫຼະ ເພາະເຮົາກໍລໍາບາກ ເຫັນແຕ່ເພິ່ນໂພສ ຫັ້ນລະໃຫ້ໄປແຈ້ງຄືນຕື່ມ ເພິ່ນວ່າຄິດໄລ່ຜິດ ບໍ່ທັນ ໄດ້ຈ່າຍເທື່ອຄ່າໄຟຫັ້ນ ບາງທີມັນມີບັນຫາ ເຮົາກໍຈະໄດ້ເຂົ້າໄປ ໃຫ້ເພິ່ນເບິ່ງໃຫ້”

ນາງເວົ້າຕື່ມວ່າ ເບື້ອງຕົນກໍເຫັນທາງບໍຣິສັດໄຟຟ້າ ແຈ້ງການມາກ່ຽວກັບເຣື່ອງການຊໍາຮະ ຄ່າໄຟຟ້າຜ່ານທະນາຄານ, ເຣື່ອງການ ຄິດໄລ່ຄ່າໄຟຟ້າຜິດພາດ; ແລະວ່າຖ້າຄ່າໄຟຟ້າ ຂອງຕົນມີບັນຫາ ກໍຈະໄປພົວພັນກັບ ທາງບໍຣິສັດໄຟຟ້າ.

ເຖິງຢ່າງໃດກໍຕາມ ຖ້າຫາກເປັນໄປໄດ້ ຢາກໃຫ້ທາງການຊ່ອຍຫລຸດຄ່າໄຟຟ້າ ລົງ 50% ກໍຈະເປັນການດີ ເພາະຣາຍໄດ້ຂອງຕົນ ໃນໄລຍະນີ້ຫລຸດລົງ ແລະຫຼາຍຄົນກໍເປັນຄືກັນ ຄືລໍາບາກ.

ປະຊາຊົນລາວຢູ່ແຂວງສວັນນະເຂດ ອີກຜູ້ນຶ່ງເວົ້າວ່າຄ່າໄຟຟ້າ ເດືອນເມສາ ທີ່ຜ່ານມານີ້ ເຮືອນຂອງຕົນຕົກຢູ່ທີ່ 6 ແສນປາຍກີບຄື ແພງກວ່າເດືອນມິນາ ທີ່ໄດ້ຈ່າຍ 4 ແສນກີບ ແລະວ່າເຮືອນຂອງຕົນຢູ່ກັນພຽງ 2 ຄົນ, ບໍ່ໄດ້ໃຊ້ໄຟຟ້າຫຼາຍ, ຖ້າຫາກເປັນໄປໄດ້ ກໍຢາກໃຫ້ທາງການຊ່ອຍ ຫລຸດຄ່າໄຟຟ້າລົງ 30%, ແຕ່ກໍບໍ່ເຫັນຫລຸດຈັກເທື່ອ, ມີແຕ່ເພິ່ມຂຶ້ນ ນໍາເລຶື້ອຍໆ ດັ່ງທີ່ທ່ານກ່າວວ່າ:

”ຄ່າໄຟເຮົາເດືອນນີ້ ມັນຕົກຢູ່ 6 ແສນປາຍໃດ໋ ແພງຂຶ້ນ 2 ແສນເດ ປົກກະຕິເຮົາເສັຍ 4 ແສນ ເຕັມທີເດ ຢູ່ເຖົ້າສອງຄົນ ນໍ້າໃນ ເຮົາກໍບໍ່ໄດ້ໃຊ້ເທົ່າໃດ ຮວຍຢາກໃຫ້ຫລຸດຫັ້ນແຫຼະ 30% ກໍຍັງດີນະ ບໍ່ຫລຸດຈັກເທື່ອ ມີແຕ່ເພິ່ມຂຶ້ນເລື້ອຍໆ ບໍ່ໄດ້ເຂົ້າໄປພົວພັນ ເຂົາເຈົ້າ ບໍ່ຮູ້ຈັກວິທີຈະເຮັດຫັ້ນນະ.”

ແລະຊາວແຂວງສວັນນະເຂດ ອີກຜູ້ນຶ່ງກໍເວົ້າວ່າ ຄ່າໄຟຟ້າ ເດືອນເມສາ ທີ່ຜ່ານມານີ້ ເຮືອນຂອງຕົນກໍໄດ້ຈ່າຍຫຼາຍຂຶ້ນຄືກັນຄື 3 ແສນປາຍກີບ, ແຕ່ເດືອນມິນາ ໄດ້ຈ່າຍພຽງ 2 ແສນປາຍກີບ. ຕົນຄິດວ່າ ຫລືເປັນຍ້ອນສ່ວນນຶ່ງ ຕົນໄດ້ເປີດແອ ເພາະອາກາດ ມັນຮ້ອນ ແລະວ່າໃນໄລຍະປິດບ້ານ ປິດເມືອງຢູ່ນີ້ ຫຼາຍຄົນກໍບໍ່ມີຣາຍໄດ້, ດັ່ງນັ້ນທາງການຄວນ ຈະຫລຸດຄ່າໄຟຟ້າລົງໃຫ້ຫຼາຍ ດັ່ງທີ່ທ່ານກ່າວວ່າ:

”ເດືອນສີ່ປະມານ 3 ແສນ 10 ປາຍພັນນີ້ແຫຼະ ເດືອນສາມປະມານ 2 ແສນປາຍ ເຮົາກໍມາຄິດວ່າ ມັນເປັນອາກາດຮ້ອນເຮົາເປີດ ແອ ແດ່ມັນກະຂຶ້ນມາຫັ້ນນະ ເຮົາຄິດວ່າແນວນັ້ນ ກະຕົກໃຈຢູ່ແດ່ລະນໍ ເພາະເຮົາມັນບໍ່ມີຣາຍໄດ້ ອີ່ຫຍັງເດຊັ້ນນະ ຊ່ວງກັກໂຕ ອີ່ຫຍັງແດ່ຫັ້ນນະ ກໍຢາກໃຫ້ຫລຸດຫຼາຍຫັ້ນແຫຼະ.”

ກ່ຽວກັບເຣື່ອງທີ່ວ່ານີ້ ຣັຖວິສາຫະກິດໄຟຟ້າລາວ ແຂວງສວັນນະເຂດ ໄດ້ອອກແຈ້ງການ ໃນມື້ວັນທີ 9 ພຶສພາ 2021 ກ່ຽວກັບ ເຣື່ອງການຊໍາຮະຄ່າໄຟຟ້າ ຜ່ານທະນາຄານ ແລະ ເຣື່ອງການຄິດໄລ່ຄ່າໄຟຟ້າ ຜິດພາດ ທີ່ເຮັດໃຫ້ຄ່າໄຟຟ້າ ຂຶ້ນຜິດປົກກະຕິຫຼາຍ ຊຶ່ງປັດຈຸບັນໄດ້ຖືກແກ້ໄຂແລ້ວ ດັ່ງທີ່ທ່ານກ່າວວ່າ:

”ມີແຕ່ຕາມໃບແຈ້ງການ ໂຕນີ້ຜູ້ທີ່ໃຊ້ BCEL one ແລ້ວຣະບົບເຮົາກໍາລັງ ປັບປຸງຢູ່ແລ້ວ ມັນອອກຢູ່ຖືກບໍ່ຫຍັງ ເຂົາເຈົ້າກໍຈະເຫັນ ຫັ້ນນະ ມາຮອດມື້ນີ້ເພິ່ນໄດ້ແປງຣະບົບແລ້ວ ຄືວ່າໂຕວັນທິດມັນຖືກຄືນໝົດແລ້ວ.”

ທ່ານເວົ້າຕື່ມວ່າ ສໍາລັບນະໂຍບາຍຫລຸດຄ່າໄຟຟ້າ 3% ນັ້ນ ທາງແຂວງສວັນນະເຂດ ຈະເລິ່ມປະຕິບັດ ໃນເດືອນພຶສພານີ້. ອີງຕາມ ເອກກະສານຂອງຣັຖວິສາຫະກິດ ໄຟຟ້າລາວ ວັນທີ 26 ເມສາ ທີ່ຜ່ານມາ, ໄດ້ສນີໄປຍັງຣັຖບາລ ເພື່ອຂໍໃຫ້ພິຈາຣະນາ ຊ່ອຍເຫຼືອ ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກມາຕການປິດບ້ານ ປິດເມືອງ ຢູ່ຫຼາຍແຂວງ ທົ່ວປະເທດ ໂດຍສເນີໃຫ້ຫຼຸດຄ່າໄຟຟ້າ ສະເພາະ ທີ່ຢູ່ອາສັຍ 3% ຂອງຈໍານວນເງິນ ໃນໃບບິນຄ່າໄຟຟ້າ 3 ເດືອນ ຄືແຕ່ເດືອນພຶສພາ ໄປເຖິງເດືອນ ກໍຣະກະດາ 2021 ນີ້.