ໄຟຟ້າລາວ ເສັຽຫາຍ 200 ປາຍຕື້ ຍ້ອນຖືກລັກໃຊ້ໄຟ

2022.04.14
ໄຟຟ້າລາວ ເສັຽຫາຍ 200 ປາຍຕື້ ຍ້ອນຖືກລັກໃຊ້ໄຟ ສຳນັກງານ ຂອງໄຟຟ້ານະຄອນຫຼວງ ທີ່ຖນົນສາມແສນໄທ, ໃນນະຄອນຫຼວງວຽງຈັນ (TS) ວັນທີ 22 ມິຖຸນາ 2021
RFA

ໃນປີ 2021 ທີ່ຜ່ານມາ, ຣັຖວິສາຫະກິຈໄຟຟ້າລາວ ສູນເສັຽລາຍຮັບ 200 ປາຍຕື້ກີບ ຍ້ອນບັນຫາ ມີຜູ້ລັກດັດແປງ ໝໍ້ນັບໄຟ ເພື່ອໃຫ້ໂຕເລຂ ການໃຊ້ໄຟຟ້າ ໜ້ອຍກວ່າໂຕຈິງ ຫຼືສະແດງຜົລ ບໍ່ເປັນໄປຕາມຄວາມຈິງ ແລະ ການລັກໃຊ້ໄຟຟ້າ ໃນຫຼາຍຮູບແບບ, ເຊິ່ງທາງຣັຖວິສາຫະກິຈໄຟຟ້າລາວ ກໍສາມາດຈັບຜູ້ກະທຳຜິດ ໄດ້ຈຳນວນນຶ່ງ ພ້ອມກັບດຳເນີນຄະດີ ທັງທາງອາຍາ ແລະ ເສັຽຄ່າເສັຽຫາຍ ທາງແພ່ງ, ເຊິ່ງສ່ວນໃຫຍ່ ເກີດຢູ່ພາຍໃນນະຄອນຫຼວງວຽງຈັນ.

ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ເມສາ ນີ້ວ່າ:

“ເຮົາກໍກວດ ຊິເປັນຢູ່ໃນ 4 ໂຕເມືອງເນາະ ເປັນຢູ່ເມືອງ, ມີເມືອງໄຊທານີ,​ ເມືອງຫາດຊາຍຟອງ ຈະເປັນເມືອງໃຫຍ່ ທີ່ເຂົາເຈົ້າໃຊ້ໄຟ ຈຳນວນຫຼາຍ,​ ຫັ້ນນ່າ. ແມ່ນ ມີການດຳເນີນຄະດີ ມີສົ່ງຟ້ອງສານ ກະຫຼາຍຣາຍຢູ່.”

ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາ ສຳນັກງານໃຫຍ່ ຂອງຣັຖວິສາຫະກິຈໄຟຟ້າລາວ ເພື່ອສອບຖາມ ຂໍ້ມູນເພີ່ມຕື່ມ ກ່ຽວກັບຈຳນວນ ຜູ້ລັກດັດແປງ ໝໍ້ນັບໄຟ ແລະ ຜູ້ລັກໃຊ້ໄຟຟ້າ ທີ່ຖືກຈັບໄດ້ ແລະ ດຳເນີນຄະດີ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສາມາດໃຫ້ຣາຍລະອຽດຕື່ມໄດ້ ມີແຕ່ຢືນຢັນວ່າ ກຳລັງຢູ່ໃນລະຫວ່າງ ດຳເນີນຄະດີ ແລະ ຟ້ອງສານ ຈຳນວນນຶ່ງ.

ໃນຂະນະທີ່ ເຈົ້າໜ້າທີ່ຫ້ອງການ ຣັຖວິສາຫະກິຈໄຟຟ້າລາວ ປະຈຳແຂວງຫຼວງພຣະບາງ ກ່າວວ່າ ຢູ່ໃນແຂວງຫຼວງພຣະບາງເອງ ກໍສາມາດຈັບ ຜູ້ທີ່ລັກດັດແປງ ໝໍ້ນັບໄຟ ແລະ ລັກໃຊ້ໄຟຟ້າ ໄດ້ຈຳນວນຫຼາຍ ໃນໄລຍະທີ່ຜ່ານມາ,​ ເຊິ່ງຜູ້ທີ່ກະທຳຜິດ ມີທັງຊາວບ້ານທັມມະດາ ແລະ ຜູ້ປະກອບການໂຮງແຮມ-ເຮືອນພັກ ບາງແຫ່ງ, ໂດຍສາເຫດ ທີ່ເຮັດແນວດັ່ງກ່າວ ຍ້ອນບໍ່ຢາກເສັຽຄ່າໄຟຟ້າ ຈຳນວນຫຼາຍ.​

ດັ່ງທ່ານກ່າວວ່າ:

“ຊາວບ້ານທັມມະດາ ກະມີສ່ວນນຶ່ງ, ແຕ່ວ່າ ກວດພົບມານີ້ ໄດ້ 2 ລູກຄ້ານີ້ ມີເປັນປະເພດບ້ານພັກ-ໂຮງແຮມ. ມີລະບຽບ ມີມາຕການເນາະ, ຖ້າເຮົາກວດພົບ ເຮົາກໍມີການປັບໃໝແຫຼະເນາະ. ອັນ 2 ມາ, ກໍດຳເນີນຄະດີ ທາງເຈົ້າໜ້າທີ່ພ້ອມ.”

ທ່ານກ່າວຕື່ມວ່າ ຢ່າງໃດກໍຕາມ, ໃນປັດຈຸບັນ ທາງຣັຖວິສາຫະກິຈໄຟຟ້າລາວ ກໍໄດ້ແຈ້ງການ ມາຍັງຣັຖວິສາຫະກິຈ ແລະ ໜ່ວຍໄຟຟ້າ ປະຈຳແຂວງຕ່າງໆ ເພື່ອໃຫ້ເພີ່ມມາຕການປ້ອງກັນ ແລະ ສະກັດກັ້ນ ຜູ້ທີ່ດັດແປງ ໝໍ້ນັບໄຟ ແລະ ຜູ້ທີ່ລັກໃຊ້ໄຟຟ້າ ແບບບໍ່ຜ່ານໝໍ້ນັບໄຟ ເພື່ອບໍ່ໃຫ້ ຣັຖວິສາຫະກິຈໄຟຟ້າລາວ ເສັຽຜົລປໂຍດ ຈຳນວນຫຼາຍອີກ.

ສ່ວນເຈົ້າໜ້າທີ່ ສູນບໍຣິການໄຟຟ້າຫຼາຍແຫ່ງ ທີ່ຂຶ້ນກັບ ຣັຖວິສາຫະກິຈໄຟຟ້າລາວ ກໍໄດ້ມີການອອກເລາະ ກວດກາການໃຊ້ໄຟຟ້າ ຕາມເຂດບ້ານຕ່າງໆ ຫຼາຍຂຶ້ນ ເພື່ອປ້ອງກັນ ບໍ່ໃຫ້ມີຜູ້ສວຍໂອກາດດັດແປງ ໝໍ້ນັບໄຟ ແລະ ລັກໃຊ້ໄຟຟ້າ ແບບບໍ່ຖືກຕ້ອງຕື່ມອີກ.

ດັ່ງເຈົ້າໜ້າທີ່ ປະຈຳສະຖານີໄຟຟ້າ ແຫ່ງນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ:

“ພວກສູນບໍຣິການ ເຂົາເຈົ້າອອກເລາະ ເຂົາເຈົ້າໜ້າຈະຮູ້ ເພາະວ່າລັກຟືນລັກໄຟນ່າ ຢູ່ສະຖານີ ມີແຕ່ບ່ອນຈ່າຍໄຟ ແມ່ນຫຍັງ, ຫັ້ນນ່າ. ເຮົາກະບໍ່ຮູ້ຄືກັນເດີ້ ຕ້ອງໄດ້ຖາມສູນບໍຣິການນ່າ ຈັ່ງຮູ້ນ່າ.”

ທາງດ້ານຊ່າງໄຟຟ້າ ທ່ານນຶ່ງ ກ່າວວ່າ ສຳລັບຜູ້ທີ່ດັດແປງ ໝໍ້ນັບໄຟ ແລະ ລັກໃຊ້ໄຟຟ້ານັ້ນ, ຫຼັກໆ ກໍເປັນຜູ້ທີ່ມີຈຸດປະສົງ ເພື່ອແນວໃດກໍຕາມ ໃຫ້ໂຕເອງເສັຽຄ່າໄຟຟ້າ ແບບໜ້ອຍທີ່ສຸດ, ເຊິ່ງຊາວບ້ານທົ່ວໄປ ກໍສາມາດເຮັດການດັດແປງ ໝໍ້ນັບໄຟ ໄດ້ເອງ ຄັນຖ້າວ່າມີຄວາມຮູ້ ທາງດ້ານລະບົບໄຟຟ້າ ຫຼືເປັນຜູ້ທີ່ເຄີຍຮຽນ ວິຊາໄຟຟ້າມາກ່ອນ.

ດັ່ງທ່ານກ່າວວ່າ:

“ສ່ວນຫຼາຍກະມີ ຕ້ອງເປັນ ຕ້ອງຮູ້ກ່ຽວກັບລະບົບ ຂອງໄຟຟ້າ. ແມ່ນ ຕ້ອງມີຄວາມຮູ້ທາງດ້ານໄຟຟ້າ ຈຶ່ງເຮັດໄດ້ ຄັນກວດສອບເຫັນ ເຂົາເຈົ້າຕ້ອງໄດ້ຈັບ ລະກະເຮັດຕາມກົດໝາຍ.”

ໃນຂະນະດຽວກັນ ກໍມີຊ່າງໄຟຟ້າ ອີກຈຳນວນນຶ່ງ ທີ່ຖືກຈັບ ຍ້ອນໄປຮັບຈ້າງ ດັດແປງໝໍ້ນັບໄຟ ໃຫ້ແກ່ຊາວບ້ານ ຕາມເຮືອນຕ່າງໆ ເພື່ອແລກກັບຄ່າຈ້າງ ຈຳນວນຫຼາຍ, ເຊິ່ງເປັນການນຳຄວາມຮູ້ ໄປໃຊ້ໃນທາງທີ່ຜິດ ແລະ ເຖິງແມ່ນວ່າ ຈະຮູ້ໂທສ ທາງດ້ານກົດໝາຍກໍຕາມ, ແຕ່ກໍສ່ຽງ ທີ່ຈະຝ່າຝືນ ເຮັດແນວດັ່ງກ່າວ.

ດັ່ງຊາວບ້ານ ທ່ານນຶ່ງ ກ່າວວ່າ:

“ແຖວວຽງຈັນ ເພິ່ນຈັບດຳເນີນຄະດີຕລອດ. ພວກທີ່ຈັບໄດ້ ມັນເປັນສ່ວນບຸກຄົນ ແບບຫາຮັບຈ້າງ ດັດແກ້ໝໍ້ ມີຄົນຈ້າງ, ຫັ້ນນ່າ. ຖືວ່າເພິ່ນເດັດຂາດເລີຍ ຖ້າວ່າດັດແປງໝໍ້ໄຟຟ້າ ຫຼືວ່າໝໍ້ນັບໄຟຫັ້ນ.”

ຢ່າງໃດກໍຕາມ, ໃນຂໍ້ກຳນົດ ວ່າດ້ວຍການປະຕິບັດ ມາຕການ ຕໍ່ຜູ້ລັກກະແສໄຟຟ້າ ແລະ ດັດແປງ ໝໍ້ນັບໄຟ ໄດ້ລະບຸວ່າ ຕ້ອງຖືກດຳເນີນຄະດີອາຍາ ຫຼືໃຊ້ຄ່າເສັຽຫາຍ ທາງແພ່ງ ຂຶ້ນຢູ່ກັບມູລຄ່າເສັຽຫາຍ ແຕ່ລະກໍຣະນີ ວ່າໜັກຫຼືເບົາ, ໂດຍຈະຖືກຄິດໄລ່ ຄ່າປັບໃໝ ຕາມໄລຍະເວລາ ທີ່ລັກໃຊ້ກະແສໄຟຟ້າ,​ ເຊິ່ງລະບຸ ຢູ່ໃນຂໍ້ກຳນົດ ສບັບດັ່ງກ່າວນີ້. ສ່ວນພະນັກງານ ຣັຖວິສາຫະກິຈໄຟຟ້າລາວ ເປັນຜູ້ກະທຳຜິດເອງ ຫຼືມີສ່ວນພົວພັນ ກັບການດັດແປງ ໝໍ້ນັບໄຟ ແລະ ລັກໃຊ້ກະແສໄຟຟ້າ ແມ່ນຈະຖືກປົດອອກ ຈາກການຈັດຕັ້ງ ຂອງຣັຖວິສາຫະກິຈໄຟຟ້າລາວ, ໂດຍບໍ່ໄດ້ຮັບນະໂຍບາຍໃດໆ ແລະ ຖືກສົ່ງດຳເນີນຄະດີ ຕາມກົດໝາຍ.

ແລະ ສຳລັບພົລເມືອງດີ ທີ່ແຈ້ງຂໍ້ມູນ ການດັດແປງ ໝໍ້ນັບໄຟ ຫຼືລັກໃຊ້ໄຟຟ້າ ກໍຈະໄດ້ຮັບເງິນສ່ວນແບ່ງ ຕັ້ງແຕ່ 50 ຫາ 100% ຂອງມູລຄ່າປັບໃໝ ຈາກຜູ້ກະທຳຜິດນັ້ນ,​ ເຊິ່ງໃນປີ 2021 ຣັຖວິສາຫະກິຈໄຟຟ້າລາວ ໄດ້ຈ່າຍເງິນຣາງວັນ ໃຫ້ແກ່ພົລເມືອງດີ ທັງໝົດ ປະມານ 5 ລ້ານກີບ, ອີງຕາມຂໍ້ມູນ ຈາກຣັຖວິສາຫະກິຈໄຟຟ້າລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.