ຫຼາຍພາກສ່ວນກັງວົນ ການຂຶ້ນຄ່າ ໄຟຟ້າ

ສຸພັດຕາ
2021.03.08
ຫຼາຍພາກສ່ວນກັງວົນ ການຂຶ້ນຄ່າ ໄຟຟ້າ ພະນັກງານ ຣັຖວິສາຫະກິຈ ໄຟຟ້າລາວ ອອກປະຕິບັດ ວຽກງານ ສ້ອມແປງ ສາຍສົ່ງກະແສໄຟຟ້າ.
ພາບປະກອບ: ນັກຂ່າວພົລເມືອງ

ຊາວລາວຫຼາຍຄົນ ແລະ ຜູ້ປະກອບການທຸຣະກິຈ ຫຼາຍພາກສ່ວນ ຮູ້ສຶກກັງວົນ ກ່ຽວກັບການປັບຂຶ້ນ ຣາຄາຄ່າໄຟຟ້າ ຂອງ ຣັຖວິສາຫະກິຈໄຟຟ້າລາວ ທີ່ແພງຂຶ້ນກວ່າຣາຄາເກົ່າ ແລະ ຈະເລີ່ມປະຕິບັດ ຕັ້ງແຕ່ເດືອນ ມິນາ ນີ້ເປັນຕົ້ນໄປ ເຊິ່ງຊາວລາວ ສ່ວນໃຫຍ່ ຮູ້ສຶກບໍ່ເຫັນດີນໍາ ເນື່ອງຈາກຫຼາຍຄົນ ຍັງປະສົບບັນຫາເຣື່ອງຣາຍໄດ້ ພາຍໃນຄອບຄົວຕໍ່າ ສືບເນື່ອງຈາກການ ແຜ່ຣະບາດຂອງເຊື້ອໂຄວິດ-19 ແຕ່ຄ່າໄຟຟ້າພັດແພງຂຶ້ນ, ດັ່ງຊາວລາວຄົນນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 08 ມິນາ ນີ້:

“ຂ້ອຍກະວ່າແພງຫັ່ນແຫຼະເວີ່ຍ ກະແພງແຫຼະ ເຮົາຣາຍຮັບຕໍ່າ ແລ້ວກະຄ່າຄອງຊີບແພງ, ແລ້ວມາບວກຄ່າໄຟແພງອີກ, ມັນກະ ແພງກວ່າເກົ່າ ມັນແພງຂຶ້ນໜ້ອຍນຶ່ງ ປະມານ 2 ເປີເຊັນ.”

ເຈົ້າຂອງທຸຣະກິຈຄລີນິກ ນາງນຶ່ງ ເວົ້າວ່າ ການປັບປຸງຄ່າໄຟຟ້າໃໝ່ ຕາມທີ່ຫາກໍອອກແຈ້ງການມາຫຼ້າສຸດນີ້ ຕົນກໍຄິດວ່າ ມີຣາຄາ ແພງເກີນໄປ, ເພາະຕາມປົກກະຕິແລ້ວ ທຸຣະກິຈຂອງຕົນ ໃຊ້ໄຟຟ້າຢູ່ຣະຫວ່າງ 151-300 ກິໂລວັດໂມງຕໍ່ເດືອນ ເສັຍຄ່າໄຟຟ້າ ຢູ່ທີ່ 710 ກີບ ຕໍ່ກິໂລວັດໂມງ ກາຍມາເປັນວ່າ ຕ້ອງໄດ້ເສັຍຄ່າໄຟຟ້າເພິ່ມຂຶ້ນ ເປັນ 800 ປາຍກີບຕໍ່ກິໂລວັດໂມງ:

“ສູງໃດ໋ ຕອນນັ້ນ 710 ກະວ່າສູງແລ້ວ, ບາດນີ້ມາຂຶ້ນ 800 ກວ່າ ກະສູງຫັ່ນແຫຼະ ປົກກະຕິໃຊ້ຄ່າໄຟເນາະ ເດືອນນຶ່ງຖ້າວ່າເຮົາມີ ແອ ຫັ່ນນະ ມັນກະຊິຖືກຢູ່ ແສນກວ່າກີບເນາະ, ແລ້ວບາດນີ້ ມາຂຶ້ນເປັນ 800 ກວ່າ ຄິດວ່າ ມັນຊິຂຶ້ນນໍາໃດ໋ນະ.”

ຍານາງເວົ້າຕື່ມວ່າ ເຖິງແມ່ນວ່າ ຕັ້ງແຕ່ເດືອນເມສາ ປີກາຍ ມາຮອດຕົ້ນປີ 2021 ທາງຣັຖວິສາຫະກິຈໄຟຟ້າລາວ ໄດ້ແຈ້ງວ່າ ມີນະໂຍບາຍຫຼຸດຜ່ອນ ຄ່າໄຟຟ້າ ໃຫ້ກໍຕາມ, ແຕ່ສະພາບໂຕຈິງແລ້ວ ເຫັນວ່າ ຕົນຍັງເສັຍຄ່າໄຟ ເທົ່າກັບໄລຍະກ່ອນໜ້ານັ້ນຢູ່ ບໍ່ຮູ້ສຶກວ່າຫຼຸດລົງ ແຕ່ຢ່າງໃດ ແລະກໍຮູ້ສຶກຕົກໃຈ ກັບການປັບປຸງ ຄ່າໄຟຟ້າຄັ້ງໃໝ່ ຫຼ້າສຸດນີ້.

ທາງດ້ານເຈົ້າຂອງໂຮງງານຜລິດນໍ້າກ້ອນແຫ່ງນຶ່ງ ກໍຍອມຮັບວ່າ ຣາຄາຄ່າໄຟຟ້າ ທີ່ປັບປຸງໃໝ່ນັ້ນ ມີຣາຄາສູງຂຶ້ນແທ້ ທັ້ງໆທີ່ ຣາຍໄດ້ໃນໄລຍະນີ້ ຢູ່ທີ່ 40 ລ້ານກີບ ຕໍ່ເດືອນ ຊຶ່ງຫຼຸດລົງກວ່່າແຕ່ກ່ອນ, ແຕ່ຖ້າເປັນໄປໄດ້ ກໍຢາກໃຫ້ພາກສ່ວນກ່ຽວຂ້ອງ ມີມາຕການຫຼຸດຄ່າໄຟຟ້າ ເພິ່ມຕື່ມ, ດັ່ງທ່ານກ່າວວ່າ:

“ຂະເຈົ້າແຈ້ງເດືອນນີ້ ຖືວ່າຣາຄາຂຶ້ນຕື່ມ, ຊ່ວງເດືອນນຶ່ງ ກໍ 40 ປາຍລ້ານ ກະຢາກໃຫ້ຫຼຸດຫັ້ນແຫຼະ.”

ໃນຂນະດຽວກັນ ຊາວລາວອີກຄົນນຶ່ງ ກໍຮູ້ສຶກເສັຍໃຈ ທີ່ຄ່າໄຟຟ້າຄ່ອຍໆແພງຂຶ້ນ ທັ້ງໆທີ່ຢູ່ລາວ ກໍມີໂຄງການເຂື່ອນຜລິດໄຟຟ້າ ຢູ່ເລື້ອຍໆ, ແຕ່ເປັນຫຍັງ ຄົນລາວຈຶ່ງເສັຍຄ່າໄຟ ແພງຢູ່ຄືເກົ່າ. ຈຶ່ງຢາກໃຫ້ພາກສ່ວນກ່ຽວຂ້ອງ ມີການພິຈາຣະນາເພີ່ມຕື່ມ ເພື່ອໃຫ້ສອດຄ່ອງເໝາະສົມ, ດັ່ງທີ່ທ່ານກ່າວວ່າ:

“ຄົນລາວເຮົາຮູ້ເນາະວ່າ ທີ່ຈິງຫັ້ນນະ ໄຟຟ້າເປັນບ່ອນທີ່ຜລິດຢູ່ລາວເລີຍ, ລະເປັນຫຍັງ ໄຟຟ້າມັນຄືແພງແທ້, ແຕ່ວ່າສາມາດ ສົ່ງອອກໄປຕ່າງປະເທດໄດ້, ແລ້ວເປັນຫຍັງ ໄຟຟ້າ ມັນຄືວ່າແພງແທ້ ລະບໍ່ເຂົ້າໃຈ ທັ້ງໆທີ່ ບາງເທື່ອເນາະ ສ້າງເຂື່ອນຫຼາຍຂຶ້ນ ແທນທີ່ຊິໄຟຟ້າຫຼຸດລົງ ຜລິດໄຟຟ້າຫຼາຍຂຶ້ນ ແຫ່ງມີແຕ່ຜົນເສັຍຫາຍ.”

ກ່ຽວກັບການປັບຣາຄາ ຄ່າໄຟຟ້າຂຶ້ນ ໃນປີ 2021 ນີ້ ເຈົ້າໜ້າທີ່ຣັຖວິສາຫະກິຈ ໄຟຟ້າລາວ ທ່ານນຶ່ງກ່າວວ່າ ສໍາລັບການປັບປຸງ ຄ່າໄຟຟ້າແບບໃໝ່ ກໍອີງຕາມໂຄງສ້າງໄຟຟ້າ ຂອງ ທາງການລາວ ທີ່ມີການປັບຂຶ້ນທຸກໆປີ ສ່ວນຣາຍຣະອຽດເພີ້ມຕື່ມ ຕ້ອງໃຫ້ ທາງຂຶ້ນເທິງ ເປັນຜູ້ຊີ້ແຈງ, ດັ່ງທ່ານກ່າວວ່າ:

“ແມ່ນແຫຼະເຈົ້າ ເພາະວ່າທຸກປີ ຂະເຈົ້າແຈ້ງວ່າ ມັນຂະຫຍັບບໍ່ຫຼາຍ ບໍ່ຫຼາຍເນາະ ຂະຫຍັບອັນນີ້ ເຮົາບໍ່ຮູ້ແນ່ໃຈ, ເພາະວ່າຂຶ້ນກັບ ທາງໃນນະ ຂຶ້ນກັບສາຂາທາງໃນພຸ້ນນະ ຕາມແຈ້ງການ.”

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ກະຊວງພະລັງການແລະບໍ່ແຮ່ ເພື່ອຖາມຄວາມເຫັນເພີ້ມຕື່ມ, ແຕ່ເຈົ້າໜ້າທີ່ ຜູ້ຮັບຊອບວຽກງານໄຟຟ້າ ບໍ່ສະດວກໃຫ້ສັມພາດ. ສໍາລັບໂຄງສ້າງ ຣາຄາຄ່າໄຟຟ້າ ແບບປັບປຸງໃໝ່ໃນທົ່ວປະເທດ ອີງຕາມ ແຈ້ງການ ຂອງກະຊວງພະລັງງານແລະບໍ່ແຮ່ ມີຣາຍຣະອຽດດັ່ງຕໍ່ໄປນີ້:

ໃຫ້ຜູ້ໃຊ້ໄຟຟ້າ ປະເພດທີ່ຢູ່ອາສັຍ ທີ່ໃຊ້ໄຟຟ້າ ຕັ້ງແຕ່ 0-25 ກິໂລວັດໂມງ ຕ້ອງເສັຍຄ່າໄຟຟ້າຣາຄາ 355 ກີບຕໍ່ກິໂລວັດໂມງ, ຈາກແຕ່ກ່ອນເຄີຍເສັຍ ຣາຄາ 348 ກີບ ຕໍ່ກິໂລວັດໂມງ.

ຜູ້ໃຊ້ໄຟຟ້າ ຕັ້ງແຕ່ 26-150 ກິໂລວັດໂມງ ຕ້ອງເສັຍຄ່າໄຟຟ້າ ຣາຄາ 422 ກີບ ຕໍ່ກິໂລວັດໂມງ, ຈາກແຕ່ກ່ອນເຄີຍເສັຍ ຣາຄາ 414 ກີບຕໍ່ກິໂລວັດໂມງ.

ຜູ້ໃຊ້ໄຟຟ້າ ຕັ້ງແຕ່ 151-300 ກິໂລວັດໂມງ ຕ້ອງເສັຍຄ່າໄຟຟ້າ ຣາຄາ 815 ກີບ ຕໍ່ກິໂລວັດໂມງ, ຈາກແຕ່ກ່ອນເຄີຍເສັຍ ຣາຄາ 799 ກີບ ແລະຜູ້ທີ່ໃຊ້ໄຟຟ້າ ຫຼາຍກວ່າ 500 ກິໂລວັດໂມງຂຶ້ນໄປ ຕ້ອງໄດ້ເສັຍຄ່າໄຟຟ້າ ຣາຄາ 1,019 ກີບ ຕໍ່ກິໂລວັດໂມງ ຈາກແຕ່ກ່ອນເຄີຍເສັຍ ຣາຄາ 999 ກີບຕໍ່ກິໂລວັດໂມງ.

ສ່ວນຜູ້ທີ່ໃຊ້ໄຟຟ້າ ປະເພດທີ່ບໍ່ແມ່ນທີ່ຢູ່ອາສັຍ ກໍໄດ້ຮັບການຄິດໄລ່ຣາຄາ ຄ່າໄຟຟ້າ ທີ່ແຕກຕ່າງອອກໄປ ເປັນຕົ້ນ: ທຸຣະກິຈທົ່ວໄປ ເສັຽຄ່າໄຟຟ້າແບບໃໝ່ຣາຄາ 1,123 ກີບຕໍ່ກິໂລວັດໂມງ ຈາກແຕ່ກ່ອນເຄີຍເສັຍຣາຄາ 1,101 ກີບ, ທຸຣະກິຈບັນເທິງເສັຽຄ່າໄຟຟ້າ ແບບໃໝ່ ຣາຄາ 1,487 ກີບ ຕໍ່ກິໂລວັດໂມງ ຈາກແຕ່ກ່ອນ ເຄີຍເສັຍ 1,458 ກີບ ແລະ ອຸດສາຫະກັມປຸງແຕ່ງ ເສັຍຄ່າໄຟຟ້າ ແບບໃໝ່ ຣາຄາ 795 ກີບ ຕໍ່ກິໂລວັດໂມງ ຈາກແຕ່ກ່ອນ ຣາຄາ 779 ກີບ ຕໍ່ກິໂລວັດໂມງ.

ເມື່ອປີກາຍ ທາງການລາວ ໄດ້ມີມາຕການຄິດໄລ່ຄ່າໄຟຟ້າ ແບບອັດຕຣາພິເສດ ຕາມນະໂຍບາຍ ຫຼຸດຜ່ອນຜົລກະທົບ ໃນໄລຍະ ການແຜ່ຣະບາດ ຂອງເຊື້ອໂຄວິດ-19, ຫຼັງຈາກ ໄດ້ປະຕິບັດມາ ຕັ້ງແຕ່ເດືອນເມສາ ປີ 2020 ຈົນຮອດຕົ້ນປີ 2021 ໂດຍຜູ້ໃຊ້ ໄຟຟ້າ ຕັ້ງແຕ່ 0 ຫາ 150 ກິໂລວັດໂມງຕໍ່ເດືອນ ໃຫ້ຄູນໃສ່ 355 ກີບ ຕໍ່ກິໂລວັດໂມງ ແລະຜູ້ໃຊ້ໄຟຟ້າ ຕັ້ງແຕ່ 151- 461 ກິໂລວັດໂມງ ຕໍ່ເດືອນ ໃຫ້ຄູນ 355 ກີບ ສໍາລັບ 150 ກິໂລວັດໂມງ ທໍາອິດ ແລະສ່ວນທີ່ເຫຼືອ ໃຫ້ຄູນ 710 ກີບ ຕໍ່ກິໂລວັດໂມງ ແລະຜູ້ທີ່ໃຊ້ໄຟຟ້າ ຕັ້ງແຕ່ 462 ກິໂລວັດໂມງຂຶ້ນໄປ ໃຫ້ຄູນ 710 ກີບ ຕໍ່ກິໂລວັດໂມງ ຣາຄາດຽວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.