ການພະນັນ ຫວຍເຖື່ອນ ຍັງຊື້ໄດ້ ຂາຍດີ
2021.03.11
ໃນໄລຍະເດືອນກຸມພາ ທີ່ຜ່ານມາ ມີການຣາຍງານວ່າ ເຈົ້າໜ້າທີ່ຕຳຣວດ ໄດ້ລົງປາບປາມທັງ ຮ້ານການພະນັນອອນລາຍ ແລະ ຫວຍເຖື່ອນ. ແຕ່ສະພາບໂຕຈິງ ທີ່ປະຊາຊົນເຫັນ ຍັງປະກົດວ່າມີການລັກລອບ ເປີດການພະນັນອອນລາຍ ແລະ ຫວຍເລກຈົດ ທັງຫວຍວຽດ, ໄທຍ, ມາເລເຊັຽ ແລະ ຈີນ. ໂດຍຫວຍດັ່ງກ່າວ ຈະອອກທຸກມື້ ແລະ ກໍມີຄົນລາວຊື້ທຸກມື້. ດັ່ງປະຊາຊົນຊາວ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 09 ມິນາ ວ່າ:
"ການພະນັນນີ້ພວກເລກ ຂອງວຽດນາມ ຫຼີິ້ນບາຄາຣ່າ ຄືສິຍາກມັນສິໄປ ເອົາເຂົາບໍ່ໄດ້ ເພາະວ່າພວກຫຼິ້ນ ອອນລາຍນີ້ຮ້ານ ອິນເຕີເນັດ ຖືກກົດໝາຍແລ້ວ, ແຕ່ວ່າເຈົ້າໜ້າທີ່ ລົງໄປ ກວດຫັ້ນບາງເທື່ອ ເຈົ້າຂອງຮ້ານກະເອົາເງິນໃຫ້ນ້ອຍນຶ່ງ ບໍ່ຢາກໃຫ້ ໄປລົບກວນ ແຂກທີ່ຫຼິ້ນຢູ່ຫັ້ນນ່າ."
ປະຊາຊົນແຂວງຈຳປາສັກ ເວົ້າວ່າ, ເຖິງຈະມີການປາບປາມ ການພະນັນອອນລາຍ ແລະ ຫວຍວຽດ ແຕ່ກໍມິດໄປພຽງຊົ່ວຄາວ ຈາກນັ້ນກໍເກີດຂຶ້ນມາໃໝ່ ຍ້ອນວ່າ ມັນການທໍາມາ ຫາກິນ ຖ້າບໍ່ໃຫ້ເຮັດກະບໍ່ຮູ້ວ່າ ຊິໄປເຮັດຫຍັງ.
"ມີຢູ່ຫັ້ນແລ້ວ, ກະຫວຍເຂົາກະຊື້ແລ້ວ ມັນມີຫວຍວຽດນາມນຳ, ອີຫຍັງ ກະຊື້ໝົດ ປາບແລ້ວກະເກີດຂຶ້ນອີກ ຄືເກົ່າຫັ້ນແຫຼະ. ມັນຢຸດເຂົາຄາວນຶ່ງ ມັນຂຶ້ນມາອີກ ການທໍາມາຫາກິນ ຫັ້ນນາ່ເນາະ, ມັນບໍ່ມີແນວຈະເຮັດ ເຂົາກະເຮັດໄປຫັ້ນແລ້ວ ຜູ້ທີ່ເຄີຍ ເຮັດວ່າຊັ້ນສະ."
ໃນແຂວງສວັນນະເຂດ ປະຊາຊົນກ່າວວ່າ ເຖິງວ່າເຈົ້າໜ້າທີ່ຈະຫ້າມ ບໍ່ໃຫ້ຂາຍຫວຍວຽດ ແຕ່ເຂົາກໍລັກຂາຍຖ້າຊື້ເງິນສົດບໍ່ໄດ້ ກໍແມ່ນຊື້ທາງອອນລາຍ. ອັນນີ້ມັນແມ່ນລາຍໄດ້ສ່ວນ ໂຕເຂົາ.
"ເຂົາກະແນະນຳບໍ່ໃຫ້ຂາຍຫວຍວຽດ ເຂົາກະບໍ່ຂາຍຫັ້ນແລ້ວ, ເຂົາລັກເຮັດ ລັກຂາຍ ຂາຍອີກຄືເກົ່າຫັ້ນແລ້ວ. ຊື້ຕາມອອນລາຍ ໄດ້ເຂົາກະຫາຣາຍໄດ້ສ່ວນໂຕເຂົາຫັ້ນແລ້ວ."
ຕໍ່ກໍຣະນີດັ່ງກ່າວ ເຈົ້າໜ້າທີ່ຕຳຣວດນະຄອນຫຼວງ ໄດ້ກ່າວເຖິງການແກ້ໄຂບັນຫາ ຫວຍເຖື່ອນ ຕໍ່ເອເຊັຽເສຣີວ່າ, ທາງກົມຕຳຣວດ ໃຫຍ່ ກໍມີການປະຊຸມກັນແລ້ວ ເພື່ອປາບປາມ ການພະນັນອອນລາຍ ແລະຫວຍເຖື່ອນທັງວຽດແລະໄທຍ, ຕອນນີ້ກຳລັງສຶກສາຂໍ້ມູນ ເພາະກຸ່ມພວກນີ້ ປາບປາມໄດ້ຍາກ ຖ້າເຂົາເຈົ້າລຶບຂໍ້ມູນ ອອກກໍຈັບບໍ່ໄດ້.
"ເພິ່ນມີແຜນອອກມາແລ້ວ, ແລ້ວການໄດ້ຝຶກອົບຮົມກັນແລ້ວ ປັຈຈຸບັນກຳລັງເຣີ່ມປະຕິບັດ ໃນແຕ່ລະເມືອງ ກະມີແຕ່ວ່າຫຼາຍ ຮູບແບບ, ເຮົາກະຍັງບໍ່ຮູ້ຣະອຽດ ແຕ່ວ່າພວກເຮົາ ກຳລັງສຶກສາຂໍ້ມູນ ມັນມີຊ່ອງທາງໃດແດ່ ໂດຍສະເພາະແມ່ນ ຫວຍໄທຍ, ຫວຍວຽດ ເຣື່ອງຍາກມັນກະຍາກ ກວ່າທັມມະດາ, ເວົ້າເຣື່ອງຂໍ້ມູນ ຄັນເຂົາທຳລາຍໄປ ມັນກໍຈະບໍ່ມີ."
ເຈົ້າໜ້າທີ່ຕຳຣວດ ແຂວງຈຳປາສັກ ກໍໄດ້ຢັ້ງຢືນໃນແຂວງ ກໍມີການຫຼິ້ນການພະນັນອອນລາຍ ແລະຂາຍຫວຍເຖື່ອນ ໂດຍສະເພາະ ເປີດເປັນຮ້ານບໍຣິການອິນຕີເນັດ ແຕ່ພາຍໃນ ຊໍ້າພັດ ລັກຫຼິ້ນການພະນັນອອນລາຍ. ນອກຈາກນີ້ຮ້ານດັ່ງກ່າວ ສ່ວນຫຼາຍນາຍທຶນ ຄົນວຽດເປັນຜູ້ໜູນຫຼັງ.
"ມັນກະມີຢູ່ຜູ້ລັກເຮັດ ມັນກະບໍ່ໝົດດອກ, ມັນກໍແບບອາຊກັມທົ່ວໄປຫັ້ນແລ້ວ, ກະບໍ່ແມ່ນແຄ່ເຂົາເປີດເກມ ແບບເຂົາເປີດເປັນ ອິນເຕີເນັດແຕ່ມັນກໍສວຍໂອກາດໃຊ້ມາເຮັດອອນລາຍ ແນວອື່ນ. ກະມີຄົນວຽດ ຄົນລາວບາງເທື່ອມັນກະໃຊ້ ທະບຽນຄົນລາວ ມັນຜິດກົດໝາຽກະກວດລ້າງ ກະເຮັດບົດບັນທຶກ ບໍ່ໃຫ້ເຮັດໃຫ້ຢຸດເຊົາ ກະດຳເນີນຕາມກົດໝາຍ."
ອີງຕາມການຣາຍງານຂອງກົມຕຳຣວດໃຫຍ່ ກະຊວງປ້ອງກັນຄວາມສງົບໃນວັນທີ 25 ກຸມພາ ຜ່ານມາວ່າ, ຈາກການປາບປາມ ການຂາຍຫວຍເຖື່ອນ ກໍຍັງມີຈຳນວນຫຼາຍຢູ່ ສາມາດຈັບໄດ້ 420 ກໍຣະນີເປັນຕົ້ນການຂາຍຫວຍໄທຍ, ຫວຍວຽດ, ຫວຍມາເລເຊັຽ ແລະ ຫວຍຈີນ ແບບຈົດຂາຍ ແລະ ການຂາຍຜ່ານທາງອອນລາຍ.
ນອກຈາກນີ້ຈາກກການກວດກາ ຮ້ານອິນເຕີເນັດ 497 ຮ້ານ ບໍ່ມີໃບອະນຸຍາດ 76 ຮ້ານ ສ່ວນຫຼາຍລັກເປີດ ການພະນັນອອນລາຍ. ເຊັ່ນໃຫ້ບໍຣິການຕູ້ເກມ SLOT MACHINE, ລັກລອບນຳເຂົ້າມາເປີດ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ເຮັດໃຫ້ເປັນບ່ອນ ມົ້ວສຸມ ຢາເສບຕິດ ອະບາຍມຸກ ຕ່າງໆ.