ລາວ ຈະພົ້ນຈາກ ການດ້ອຍພັທນາ ປີ 2026

ສິດນີ
2021.03.10
ລາວ ຈະພົ້ນຈາກ ການດ້ອຍພັທນາ ປີ 2026 ການພັທນາໂຄງຮ່າງພື້ນຖານ ຖນົນຫົນທາງ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ
ພາບປະກອບ: ນັກຂ່າວພົລເມືອງ

ຄະນະກັມມາທິການດ້ານນະໂຍບາຍການພັທນາ ສະຫະປະຊາຊາດ ທີ່ນະຄອນເຈເນວາ ປະເທດສວິສແລັນ ໄດ້ສເນີໃຫ້ ສປປລາວ ຫລຸດພົ້ນຈາກຖານະການເປັນ ປະເທດດ້ອຍພັທນາ ໃນປີ 2026 ຈາກທີ່ກຳນົດເດີມປີ 2024 ຍ້ອນເຫັນວ່າ ສະພາບການຣະບາດ ຂອງໂຄວິດ-19 ໃນປີ 2020 ທີ່ສົ່ງຜົລຕໍ່ເສຖກິດ ມະຫາພາກຢ່າງຫນັກຫນ່ວງ ກໍຈົບລົງແລ້ວ ແລະ ການເຕີບໂຕຂອງເສຖກິດລາວ ກໍຈະຂຍາຍໂຕຂຶ້ນ, ດັ່ງເຈົ້າຫນ້າທີ່ ສະຫະປະຊາຊາດ ປະຈຳ ສປປລາວ ທ່ານນຶ່ງກ່າວຕໍ່ເອເຊັຽເສຣີວ່າ:

"HQ ຂອງ UN ຢູ່ ເຈນີວາ ຂະເຈົ້າ RECOMMEND ວ່າ ລາວ GRAUDAUATE ແລ້ວແຕ່ປີ 2026 ນີ້ແມ່ນຕົວ RECOMMENTATION ຂອງ UN GRADUATION ຊື່ໆ, ແຕ່ຣັຖບານ ເພິ່ນກະ ACKNOWLEDGE ຕົວ RECOMMENDATION ນັ້ນແຫຼະເນາະ ແຕ່ວ່າປີ 2026 ເປັນວ່າຈັ່ງໃດຊິ GRADUATE ແທ້ບໍ ເຮົາກະຍັງຖ້າມາ ຮອດໃກ້ໆນີ້ກ່ອນ."

ທ່ານກ່າວຕື່ມວ່າ ການປະເມີນສະຖານະພາບ ປະເທດດອ້ຍພັທນາຂອງລາວ ເທື່ອນີ້ ນັບເປັນເທື່ອທີສອງ ໂດຍເທື່ອທຳອິດຖືກ ປະເມີນໃນປີ 2018 ຊື່ງ ສປປລາວ ສາມາດບັນລຸໄດ້ 2 ໃນ 3 ເງື່ອນໄຂ ແຕ່ການປະເມີນເທື່ອນີ້ ສປປລາວ ສາມາດບັນລຸໄດ້ຄົບ ທັງສາມ ເງື່ອນໄຂ ທີ່ ອົງການ ສະຫະປະຊາຊາດ ກຳນົດໄວ້ ຄື;

1- ດັຊນີ ຣາຍໄດ້ຂັ້ນຕ່ຳ ຕໍ່ຫົວຄົນ ຫລື (GNI) ປະມານ 1,230 ໂດລາ ສປປລາ່ວ ສາມາດບັນລຸໄດ້ 1,996 ໂດລາ ຕໍ່ຫົວຄົນ.

2- ດັຊນີ ຊັພຍາກອນມະນຸດ ຫລື (HAI) ທີ ສະຫະປະຊາຊາດ ກຳນົດໄວ້ 66 ຄະແນນ ແລະ ລາວ ຢູ່ໃນຣະດັບ 77,2 ຄະແນນ ແລະ ສາມ- ດັຊນີຄວາມບອບບາງ ທາງດ້ານເສຖກິດ ຫລື (EVI) ທີ່ ສະຫະປະຊາຊາດ ກໍານົດໄວ້ 32 ຄະແນນ ຫລື ຕ່ຳກວ່າ ແລະ ລາວ ໄດ້ 26,6 ຄະແນນ ຈຶ່ງຖືວ່າ ລາວ ຢູ່ໃນຖານະ "ໄລຍະຂ້າມຜ່ານ ແລະ ກະຕຽມ” ຫລື (PREPARATION PERIOD) ພາຍໃນ 5 ປີຂ້າງຫນ້າ ລາວ ຕ້ອງຮັກສາສະເຖັຽຣະພາບ ທາງດ້ານເສຖກິດໃຫ້ໝັ້ນຄົງ ຫລື ດີກວ່າເກົ່າ ສປປລາວ ກໍຈະສາມາດຫລຸດພົ້ນ ຈາກການເປັນປະເທດດ້ອຍພັທນາ ໄດ້ໃນປີ 2026.

ເຈົ້າຫນ້າທີ່ກະຊວງຕ່າງປະເທດລາວ ທ່ານນຶ່ງເວົ້າວ່າເມື່ອ ສປປລາວ ຖືກປະເມີນສະຖານະປະເທດ ດ້ອຍພັທນາຜ່ານທັງສາມ ເງື່ອນໄຂ ທີ່ສະຫະປະຊາຊາດ ກຳນົດໄວ້ ເຮັດໃຫ້ໃນ ປັດຈຸບັນ ລາວຢູ່ໃນຖານະ “ໄລຍະຂ້າມຜ່ານແລະ ກະຕຽມ” ຫລື (PREPARATION PERIOD) ຊຶ່ງເປັນໄລຍະເວລາ ທີ່ລາວ ຕ້ອງໄດ້ຮັກສາໄວ້ ສະເຖັຽຣະພາບ ທາງດ້ານເສຖກິດ ໃຫ້ຄົງທີ່ ຫລືດີກວ່າເກົ່າ ແລະ ອົງການສະຫະປະຊາຊາດ ກໍຈະປັບສະຖານະພາບ ສປປລາວ ຂຶ້ນເປັນປະເທດ ກຳລັງພັທນາໄດ້ໃນປີ 2026 ຢ່າງເປັນທາງການ.

ຄືໃນປີ 2021 ນີ້ ເຮົາຖືກປະກາດວ່າເຮົານີ້ຜ່ານ 3 ຂໍ້ເນາະ ເຂົາຄາດຫມາຍວ່າເຮົາຊິຜ່ານທັງ 3 ເພາະວ່າ ຂະເຈົ້າບໍ່ໄດ້ຮັບຊ້ວງ ໂຄວິດ ເດ້ ແລ້ວເຮົາຊິຂໍຕໍ່ອີກ 5 ປີ ສະນັ້ນໃນປີ 2026 ເຮົາຊິປະກາດເປັນທາງການ.

ກ່ຽວກັບເຣື້ອງນີ້ ນັກວິຊາການລາວ ແລະ ປະຊາຊົນລາວ ເວົ້າວ່າຍັງບໍ່ສາມາດເວົ້າໄດ້ 100 ເປີເຊັນ ວ່່າ ສປປລາວ ຈະສາມາດ ຫລຸດພົ້ນ ຈາກຖານະການເປັນປະເທດ ດ້ອຍພັທນາ ໄດ້ໃນປີ 2026 ຍ້ອນຍັງມີຄົນທຸກຍາກຫຼາຍຢູ່ໃນລາວ ການພັທນາພື້ນຖານ ໂຄງຮ່າງຍັງບໍ່ທົ່ວເຖິງ ເປັນຕົ້ນຖນົນຫົນທາງ ຣະບົບການສຶກສາ ສາທາຣະນະສຸຂ ແລະ ສາທາຣະນຸປະໂພກຕ່າງໆ ກໍບໍ່ຖືກພັທນາ ເທົ່າທີ່ຄວນແລະອື່ນໆ ດັງຊາວລາວທີ່ ນະຄອນຫຼວງວຽງຈັນ ທ່ານນຶ່ງເວົ້າວ່າ:

"ແຕ່ນີ້ໄປເນາະ ກະຍັງຊິບໍ່ມີອັນນີ້ປານໃດແຫຼະ ຈະພົ້ນຈາກຄວາມທຸກ ເພາະວ່າພື້ນຖານໂຄງຮ່າງ ເຮົານີ້ແຫຼະ ມັນກະຫຼັກມັນ ເສັ້ນທາງເຮົາເຂົ້າບໍ່ເຖິງ ທຽວໄດ້ຣະດູດຽວເນາະ ຖ້າວ່າໄດ້ເສັ້ນທາງແລ້ວ ເຮົາກະຊິຄ່ອຍມາປັບປຸງ ສະບຽງອາຫານນີ້."

ທ່ານ ສະເຫຼີມໄຊ ກົມມະສິດ ຣັຖມົນຕຣີ ກະຊວງຕ່າງປະເທດລາວ ເວົ້າວ່າ ການຫລຸດພົ້ນ ຈາກຖານະການເປັນປະເທດດ້ອຍພັທນາ ຂອງ ສປປລາວ ເປັນຈຸດປະສົງໄລຍະຍາວ ຂອງຣັຖບານມາແຕ່ປີ 2000.

ຕລອດຫຼາຍປີຜ່ານມາ ຣັຖບານລາວ ໄດ້ສຸມໃສ່ ຈຸດມຸ້ງຫມັ້ນໃນການພັທນາເສຖກິດ ໃຫ້ເຕີບໂຕ ແລະຫມັ້ນຄົງໃນແຜນການ ພັທນາເສຖກິດສັງຄົມ ຂອງປະເທດ ເພື່ອໃຫ້ລາວ ສາມາດ ຫລຸດພົ້ນຈາກປະເທດ ດ້ອຍພັທນາ ແຕ່ຍ້ອນຜົລກະທົບ ຈາກ ໂຄວິດ-19 ໃນປີຜ່ານມາ ທີ່ເຮັດໃຫ້ເສຖກິດລາວ ຊະລໍໂຕ ແລະ ເຮັດໃຫ້ລາວຫລ້າຊ້າ ໃນການເປັນປະເທດ ພັທນາ.

ເຈົ້າຫນ້າທີ່ຈາກອົງການພັທນາ ຕ່າງຊາດໃນລາວ ທ່ານນຶ່ງເວົ້າວ່າ ການຫລຸດພົ້ນຈາກ ບັນດາປະເທດ ດ້ອຍພັທນາເປັນຈຸດປະສົງ ໃນໂຄງການການພັທນາໃນລາວ ມາເປັນເວລາ ຫຼາຍປີ ທີ່ໄດ້ກຳນົດໄວ້ ໃນແຜນການພັທນາ ເສຖກິດ-ສັງຄົມແຫ່ງຊາດ ໃຫ້ເປັນ ວຽກງານບູຣິມະສິດ. ດັ່ງນັ້ນ ເປັນການດີທີ່ ສປປລາວ ສາມາດຜ່ານທຸກເງື່່ອນໄຂ ທີ່ ສະຫະປະຊາຊາດ ກຳນົດໄວ້ ທັ້ງໆທີ່ ລາວ ປະເຊີນກັບບັນຫາ ຫຍຸ້ງຍາກຫຼາຍຢ່າງ ໃນນັ້ນຮ່ວມດ້ວຍ ໂຄວິດ-19 ຣະບາດ ແຕ່ໃນທີ່ສຸດລາວ ກໍສາມາດຜ່ານຂໍ້ ກຳນົດຂອງ ສະຫະປະຊາຊາດ ໃຫ້ລາວ ສາມາດເປັນປະເທດພັທນາ ໄດ້ໃນປີ 2026 ຖ້າລາວສາມາດຮັກສາສະເຖັຽຣະພາບ ທາງດ້ານເສຖກິດ ຂອງລາວ ໄດ້່ໃນໄລຍະຂ້າມຜ່ານ 5 ປີ ຂ້າງຫນ້າ.

ຄະນະກັມມາທິການ ດ້ານນະໂຍບາຍ ເປັນຫນ່ວຍງານຂຶ້ນກັບ ສະພາ ເສຖກິດ-ສັງຄົມ ສະຫະປະຊາຊາດ ທຸກໆສາມປີໄດ້ທົບທວນ ຖານະການຫລຸດພົ້ນ ຈາກປະເທດດ້ອຍພັທນາ ໃນຫລາຍປະເທດໃນໂລກ ຊຶ່ງໃນປັດຈຸບັນມີ 47 ປະເທດ ຮ່ວມດ້ວຍ ສປປລາວ ຢູ່ໃນບັນຊີລາຍຊື່ ບັນດາປະເທດດ້ອຍພັທນາ ທີ່ຖືກປະເມີນ ໃນກົດເກນ 3 ເງື່ອນໄຂ ຫລື ດັຊນີ ດຽວກັນຫມົດ.

ນັກເສຖສາຕລາວ ຮຽກຮ້ອງໃຫ້ຣັຖບານ ສປປລາວ ເອົາໃຈໃສ່ກຽມຕົວກ່ອນ ຈະຫຼຸດພົ້ນອອກຈາກ ຖານະປະເທດດ້ອຍພັທນາໃນປີ 2026. ຜົລສະທ້ອນ ຖ້າລາວຫລຸດພົ້ນຈາກ ຖານະການເປັນປະເທດດ້ອຍພັທນາ ໃນປີ 2026 ການຊ່ວຍເຫລືອ ຂອງຕ່າງປະເທສ ແລະ ສິດພິເສດ ເພື່ອສົ່ງສິນຄ້າອອກ ຈະຫລຸດລົງ.

ດຣ. ລີເບີ ລີບົວປາວ ນັກເສຖສາດ ອາວຸໂສ ປະຈຳສະຖາບັນຄົ້ນຄວ້າ ເສຖກິດແຫ່ງຊາດ ກ່າວຕໍ່ວຽງຈັນທາມສ໌ ໃນມື້ວັນທີ 3 ພຶສພາ ຜ່ານມາວ່າ ສປປລາວ ຈະປະເຊີນກັບ 2 ບັນຫາ ທ້າທາຍສຳຄັນຖ້າຜ່ານຖານະ ການເປັນປະເທດດ້ອຍພັທນາ ຄື; ການຫຼຸດລົງຂອງການຊ່ວຍເຫລືອ, ສະຫະພາບຢູໂຣບ ອາດຈະຍົກເລີກການໃຫ້ສິດພິເສດ ແກ່ ສປປລາວ ໃນການຮັບຊື້ສິນຄ້າ ຂອງລາວ ໂດຍທີ່ບໍ່ເກັບພາສີສິນຄ້າ ຊຶ່ງຈະສົ່ງຜົລກະທົບ ຕໍ່ການຜລິດອຸດສາຫະກັມ ແລະ ການສົ່ງອອກຂອງລາວ.

ທ່ານ ລີເບີ ເວົ້າວ່າ ບໍຣິສັດສົ່ງອອກຂອງລາວ ຈະບໍ່ໄດ້ເສັຽພາສີ ໃນອັດຕຣາຕ່ຳ ຄືດັ່ງໃນປັດຈຸບັນ ອັນຈະສົ່ງຜົລກະທົບໂດຍກົງຕໍ່ ພາກສ່ວນ ຕັດຫຍິບໂດຍສະເພາະ.

ທ່ານກ່າວຕື່ມວ່າ ນັບແຕ່ປີ 2011 ຫາປີ 2015 ລາວ ໄດ້ຮັບການຊ່ວຍເຫລືອທາງການ ເພື່ອການພັທນາໂດຍກົງປະມານ 700 ລ້ານໂດລາ ສະຫະຣັຖ ຕໍ່ປີ ຫຼື ປະມານ 12% ຂອງ ການຊ່ວຍເຫລືອ ທາງການເງິນ ຈາກຄູ່ຮ່ວມພັທນາຕ່າງໆ ໃນຖານະການ ເປັນປະເທດດ້ອຍພັທນາ ຣະຫວ່າງປີ 2015 ຫາປີ 2016 ລາວໄດ້ຮັບການຊ່ວຍເຫືອ ດັ່ງກ່າວ 791 ລ້ານ ໂດລາ ຊຶ່ງໃນນັ້ນເປັນ ເງິນຊ່ວຍເຫລືອລ້າ 244 ລ້ານໂດລາ. ສ່ວນທີ່ເຫລືອ ເປັນເງິນກູ້ຢືມ.

ຣັຖບານ ຈຳເປັນຕ້ອງລົງທຶນ ໃສ່ການສຶກສາ ແລະ ການພັທນາແຮງງານ ໃຫ້ມີສີມືຫຼາຍຂຶ້ນ ຍ້ອນມັນເປັນສ່ວນນຶ່ງ ໃນການກຽມຕົວ ກ່ອນ ສປປລາວ ຈະຫຼຸດພົ້ນອອກຈາກຖານະ ປະເທດດ້ອຍພັທນາ ໃນປີ 2026.

ຄົນລາວອີກຜູ້ນຶ່ງເວົ້າວ່່າ ປະເທດຈະພົ້ນຈາກ ຖານະການເປັນປະເທດ ດ້ອຍພັທນາ ປະຊາຊົນລາວ ທຸກບ້ານທຸກເຂດ ຕ້ອງໄດ້ຮັບ ການບໍຣິການທີ່ດີ ມີໂຄງຮ່າງພື້ນຖານທີ່ສົມບູນ ປະຊາຊົນ ມີຣາຍໄດ້ ມີອາຊີບຖາວອນ ມີຖນົນຫົນທາງ ມີຣະບົບການສຶກສາ ແລະ ປະຊາສົງເຄາະທີ່ດີ ຈຶ່ງຈະເປັນບ້ານ ທີ່ພັທນາ ແລະ ຫລຸດພົ້ນຈາກຖານະຄວາມທຸກຍາກ.

"ແຕ່ວ່າ ມັນບໍ່ພຽງແຕ່ວ່າໄປສົ່ງເສີມ ກະສິກັມກັບສ້າງອາຊີບ ແຕ່ມັນກໍມີເຣື້ອງຖນົນຫົນທາງ ເຣື້ອງສຶກສາສາທາຣະນະສຸກ ເຣື້ອງ ປະຊາສົງເຄາະຕ່າງໆຫັ້ນນ່າ."

ກ່ຽວກັບເຣື້ອງນີ້ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ສູນກາງພັກ ແລະ ນາຍົກຣັຖມົນຕຣີລາວ ໄດ້ກ່າວເຖິງແຜນພັທນາ ເສຖກິດ -ສັງຄົມແຫ່ງຊາດ ຣະຫວ່າງປີ 2021-2025 ວ່າຣັຖບານຈະຊຸກຍູ້ ແລະ ເອົາໃຈໃສ່ທີ່ສຸດ ເພື່ອເຮັດໃຫ້ ສປປລາວ ຫລຸດພົ້ນ ຈາກຖານະການເປັນປະເທດ ດ້ອຍພັທນາ, ດັ່ງທ່ານກ່າວລາຍງານ ຕໍ່ກອງປະຊຸມໃຫຍ່ ຜູ້ແທນທ່ົວ ປະເທດຄັ້ງທີ 11 ຂອງພັກປະຊາຊົນ ປະຕິວັດລາວ ໃນມື້ວັນທີ 13 ມົກຣາ ປີ 2021 ຜ່ານມາວ່າ:

"ທິດທາງ ແລະ ແຜນເສຖກິດແຫ່ງຊາດ 5 ປີ ສືບຕໍ່ກຽມທຸກເງື່ອນໄຂ ເພື່ອນຳພາປະເທດຊາດ ອອກຈາກຖານະດ້ອຍພັທນາ ປະຊາຊົນມີວຽກເຮັດງານທຳ ຊີວິດການເປັນຢູ່ໄດ້ຮັບ ການປັບປຸງດີຂຶ້ນ."

ສະຖາບັນຄົ້ນຄວ້າແຫ່ງຊາດ ລາຍງານໃນວັນທີ 19 ເມສາ ປີ 2020 ວ່າ ການຣະບາດຂອງໂຄວິດ-19 ຈະເຮັດໃຫ້ເສຖກິດ ຂອງລາວ ເຕີບໂຕຊ້າທີ່ສຸດໃນຮອບ 10 ປີ ແລະມີຄວາມ ສ່ຽງສູງທີ່ລາວ ຈະບໍ່ບັນລຸເປົ້າຫມາຍ ໃນການຫລຸດພົ້ນ ຈາກ ຖານະການເປັນປະເທດ ດ້ອຍພັທນາໄດ້ ໃນປີ 2026 ແລະ ວິສັຍທັສ ເປັນປະເທດຣາຍໄດ້ປານກາງ ແລະ ສູງ ຮ່ວມທັງ ເປົ້າຫມາຍການພັທນາ ແບບຍືນຍົງໄດ້ ໃນປີ 2030 ໄດ້.

ໃນໄລຍະຂ້າມຜ່ານກະຕຽມ ຫລື PREPARATION PERIOD ສປປລາວ ຕ້ອງຮັກສາສະເຖັຽຣະພາບ ແລະສ້າງຄວາມເຂັ້ມແຂງ ທາງດ້ານເສຖກິດໃຫ້ແຂງແກ່ນຂຶ້ນກວ່າເກົ່າ ບໍ່ໃຫ້ຫລຸດລົງ ທັງການຜລິດການກະເສດ ການສົ່ງອອກສິນຄ້າ ແລະ ການບໍຣິການ ຕ້ອງເຂັ້ມແຂງ ກວ່າເກົ່າ ບັນຫາອຸປສັກ ຂອງເສຖກິດຂນາດກາງ ແລະ ຂນາດນ້ອຍ ຫລື SME ຕ້ອງຫລຸດລົງ ແລະ ຫລຸດຜ່ອນ ຄວາມສ່ຽງ ຂອງປະຊາຊົນ ຈາກການພັດຖິ່ນ ຍ້ອນພັຍທັມມະຊາດ.

ໃນປັດຈຸບັນ ອົງການສະຫະປະຊາຊາດ ໄດ້ກຳນົດໃຫ້ 47 ປະເທດທ່ົວໂລກ ຮວມທັງ ສປປລາວ ຢູ່ໃນສະຖານະພາບປະເທດ ດ້ອຍພັທນາ ຫລື less develop country(LDC) ທີ່ຖືກປະເມີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.